Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈົ່ງຮັບແບກກາງແຂນຂອງທ່ານ

TAKE UP YOUR CROSS
(Laotian)

ໂດຍ: ດຣ ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາເທດທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລີສ
ຕອນແລງວັນຂອງພຣະເຈົ້າ 15/9/2013
A sermon preached at the Baptist Tabernacle of Los Angeles
Lord’s Day Evening, September 15, 2013

“ແລະເມື່ອພຣະອົງຊົງຮ້ອງເອີ້ນປະຊາຊົນກັບພວກສາວົກຂອງພຣະອົງໃຫ້ເຂົ້າມາແລ້ວ ຈຶ່ງຕັດແກ່ເຂົາວ່າ "ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກແລະຕາມເຮົາມາ” (ມາລະໂກ 8:34)


ເຫດການນີ້ຖືກບັນທຶກໄວ້ທັງໃນໜັງສືຂ່າວປະເສີດທັງສາມເຫຼັ້ມ - ມັດທາຍ,ມາລະ ໂກແລະລູກາ, ອາຈານສອນພຣະຄໍາພີບາງຄົນເວົ້າວ່າ ເລື່ອງນີ້ແມ່ນສໍາຫຼັບຄຣິສຕຽນທີ່ຈະ ເລີນເຕີບໂຕແລ້ວ, ແຕ່ຂ່າວປະເສີດທັງສາມເຫຼັ້ມບອກເຮົາສະເພາະເຈາະຈົງສໍາຫຼັບທຸກຄົນ. ໃນມັດທາຍເຮົາອ່ານວ່າ “ຖ້າຜູ້ໃດ ຢາກຕາມເຮົາມາໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກແລະຕາມເຮົາມາ”(ມັດທາຍ 16:24) ດັງນັ້ນໃນມັດທາຍການປະຕິ ເສດຕົນເອງແລະການແບກກາງແຂນແມ່ນສໍາຫຼັບ “ທຸກໆຄົນ”, ຄວາມຈິງແລ້ວຄໍາວ່າ “ມະນຸດ”ຖືກນໍາໃຊ້ເປັນໂຕອັກສອນອຽງໂດຍຜູ້ແປສະບັບຄິງເຈມສ໌, ສະບັບສະໄໝໃຫມ່ແປ ເປັນ “ໃຜກໍໄດ້” ເຊັ່ນກັບ “ທຸກໆຄົນ” ໃນສະບັບນິວຄິງເຈມສ໌, ດັ່ງນັ້ນຂໍ້ພຣະຄໍາພີຈື່ງປະ ຍຸກໃຊ້ທຸກໆຄົນຊື່ງຢາກເປັນຜູ້ຕິດຕາມຂອງພຣະຄຣິດ, ຂໍ້ພຣະຄໍາພີຂອງເຮົາໃນມາລະໂກ ເຮົາຖືກບອກວ່າພຣະເຢຊູ “ຊົງເອີ້ນປະຊາຊົນ”ກັບພວກສາວົກແລະກ່າວວ່າ “ຖ້າຜູ້ໃດຢາກ ຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກແລະຕາມເຮົາມາ”, ອີກຄັ້ງນີ້ແມ່ນສໍາຫຼັບໝົດທຸກໆຄົນໃນຝູງຊົນເຊັ່ນດຽວກັບພວກສາວົກທັງສິບສອງ ຄົນ,ໃນລູກາ 9:23 ເຮົາອ່ານວ່າ “ແລະພຣະອົງຈື່ງກ່າວກັບເຂົາທັງຫຼາຍວ່າຖ້າຜູ້ໃດ…”ດັ່ງ ນັ້ນມັນຈື່ງຈະແຈ້ງທີ່ທັງສາມຂ່າວປະເສີດທີ່ພຣະເຢຊູໃຫ້ການແບກໄມ້ກາງແຂນເປັນເງື່ອນ ໄຂຂອງທຸກຄົນບໍ່ພຽງແຕ່ສາວົກສິບສອງຄົນເທົ່ານັ້ນ, ມັນຊັດເຈນທີ່ພຣະເຢຊູຊົງກຳລັງ ກ່າວກັບທຸກໆຄົນເມື່ອພຣະອົງຊົງກ່າວວ່າ “ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກແລະຕາມເຮົາມາ”(ມາລະໂກ 8:34)ມີປະ ເດັນຢູ່ສອງປະເດັນທີ່ປາກົດໃນຂໍ້ພຣະຄໍາພີນີ້.

I. ໜື່ງ ພວກແອນໄທນໍມຽນສະໄໝໃຫມ່ປະຕິເສດທີ່ເລື່ອງນີ້ເກີດຂື້ນໃນການກັບ ໃຈໃຫມ່ທີ່ແທ້ຈິງ

ຕອນແລງອາທິດແລ້ວນີ້ຂ້າພະເຈົ້າໄດ້ເທດສະໜາຕໍ່ຕ້ານ ກັບລັດທິແອນໄທນໍມຽນ, ຂ້າພະເຈົ້າອ້າງອີງຈາກການປະຕິຮູບການສຶກສາພຣະຄໍາພີ, ຊື່ງເວົ້າວ່າ “ຄວາມຄິດຂອງ ພວກແອນໄທນໍມຽນກໍຄືຄົນເຫຼົ່ານັ້ນທີ່ປະຕິເສດພຣະບັນຍັດຂອງພຣະເຈົ້າຄວນຄວບຄຸມຊີ ວິດຂອງພວກຄຣິສຕຽນໂດຍກົງ… ພວກເຂົາຂຽນສະຫຼຸບແບບຜິດໆວ່ານິໄສຂອງເຂົາບໍ່ໄດ້ ເຮັດໃຫ້ແຕກຕ່າງຫຍັງ, ພວກເຂົາຍັງຄົງຮັກສາຄວາມເຊື່ອໄວ້…ມັນເປັນໄປບໍ່ໄດ້ເລີຍທີ່ຈະ ຢູ່ໃນພຣະຄຣິດແລະໃນເວລາດຽວກັນກໍຈົ່ມຢູ່ໃນບາບເປັນທາງເດີນຂອງຊີວິດ” (ໜ້າ1981) ຂ້າພະເຈົ້າໄດ້ອ້າງອີງຈາກ ດຣ.ເອ.ດັບເບີ້ນຢູ.ໂທເຊີ ຊື່ງເວົ້າວ່າ

     ໜ້າສັງເກດວ່າສາສະໜານອກຮີດໄດ້ເຂົ້າມາຜ່ານທາງການໝຸນວຽນ ຂອງຄຣິສຕຽນຜູ້ປະກາດຂ່າວປະເສີດຂອງເຮົາ-ການຍອມຮັບທາງເລືອກ ຢ່າງກວ້າງຂວາງທີ່ມະນຸດເຮົາສາມາດເລືອກທີ່ຈະຕ້ອນຮັບພຣະຄຣິດພຽງ ຜູ້ດຽວເພາະເຮົາຕ້ອງການພຣະອົງເປັນດັງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະທີ່ເຮົາມີສິດທີ່ຈະເລື່ອນເວລາການເຊື່ອຟັງຂອງເຮົາຕໍ່ພຣະອົງຜູ້ເປັນ ພຣະເຈົ້າດົນເທົ່າໃດກໍໄດ້ທີ່ເຮົາຕ້ອງການ!...
     ແມ່ນຫຍັງຄືເລື່ອງໂສກເສົ້າທີ່ຢູ່ໃນສະໄໝຂອງພວກເຮົາທີ່ເຮົາມັກໄດ້ ຍິນຂ່າວປະເສີດຖືກເຮັດເປັນການອ້ອນວອນໃນແບບພື້ນຖານທີ່ວ່າ“ຈົ່ງມາຫາພຣະເຢຊູ! ທ່ານບໍ່ຈໍາເປັນຕ້ອງເຊື່ອຟັງຜູ້ໃດ, ທ່ານບໍ່ຈໍາເປັນຕ້ອງປ່ຽນ ແປງຫຍັງເລີຍ, ທ່ານບໍ່ຈໍາເປັນຕ້ອງເລີກເຮັດທຸກສິ່ງທຸກຢ່າງ-ພຽງແຕ່ມາ ຫາພຣະອົງແລະເຊື່ອໃນພຣະອົງໃຫ້ພຣະຜູ້ຊ່ວຍໃຫ້ລອດເທົ່ານັ້ນ”
     ດັ່ງນັ້ນພວກເຂົາຈື່ງມາຮັບເຊື່ອໃນພຣະຜູ້ຊ່ວຍ, ຫຼັງຈາກນັ້ນຢູ່ໃນການ ປະຊຸມຫຼືພົບປະກັນພວກເຂົາຈະໄດ້ຍິນການອ້ອນວອນອື່ນອີກ “ດຽວນີ້ທ່ານ ໄດ້ຕ້ອນຮັບພຣະອົງເປັນດັງພຣະຜູ້ຊ່ວຍໃຫ້ລອດ, ແລ້ວທ່ານຢາກຈະຕ້ອນ ຮັບພຣະອົງເປັນພຣະເຈົ້າບໍ?”
     ຄວາມຈິງທີ່ພວກເຮົາໄດ້ຍິນເລື່ອງນີ້ທຸກບ່ອນບໍ່ໄດ້ເຮັດໃຫ້ມັນຖືກຕ້ອງ ການກະຕຸ້ນໃຫ້ທັງຊາຍແລະຍິງຮັບເຊື່ອໃນພຣະຄຣິດທີ່ຖືກຕັດແບ່ງຄືຄໍາ ສອນທີ່ບໍ່ດີ ເພາະບໍ່ມີຜູ້ໃດສາມາດຮັບເອົາພຣະຄຣິດເຄີ່ງໜື່ງໄດ້…ເມື່ອມີ ຄົນໜື່ງເຊື່ອໃນພຣະເຢຊູຄຣິດເຂົາຈະຕ້ອງເຊື່ອອົງພຣະເຢຊູຄຣິດເຈົ້າທັງ ໝົດ-ບໍ່ແມ່ນການສະຫງວນທ່າທີອັນໄວ້ອັນໃດ! ຂ້າພະເຈົ້າພໍໃຈທີ່ມັນຜິດ ທີ່ຈະເບິ່ງພຣະເຢຊູໃນຖານະເປັນປະເພດພຣະເຈົ້າພະຍາບານຕໍ່ຄົນທີ່ເຮົາ ສາມາດໄປຫາຕອນທີ່ບາບເຮັດໃຫ້ເຮົາປ່ວຍແລະຫຼັງຈາກທີ່ພຣະອົງໄດ້ ຊ່ວຍເຮົາແລ້ວກໍເວົ້າວ່າ “ລາກ່ອນ” - ແລ້ວກໍໄປໃນທາງຂອງເຮົາເອງ…
     ພວກເຮົາບໍ່ໄດ້ມາຫາພຣະອົງຄືກັບຄົນຜູ້ໜື່ງທີ່ຊື້ເຟີນີເຈີສໍາຫຼັບເຮືອນ ຂອງຕົນແລ້ວປະກາດວ່າ “ຂ້ອຍຈະເອົາໂຕະໜ່ວຍນີ້ແຕ່ບໍ່ຢາກໄດ້ຕັ່ງອັນ ນັ້ນ” - ແບ່ງມັນອອກ! ບໍໄດ້ທ່ານ! ມັນເປັນການເອົາພຣະຄຣິດທັງໝົດຫຼື ບໍ່ເອົາພຣະຄຣິດເລີຍ!
     ຂ້າພະເຈົ້າເຊື່ອວ່າເຮົາຈໍາເປັນຕ້ອງປະກາດພຣະຄຣິດທັງໝົດຕໍ່ໂລກນີ້ພຣະຄຣິດຜູ້ຊື່ງບໍ່ຕ້ອງການຄໍາຂໍໂທດຈາກພວກເຮົາ,ພຣະຄຣິດຜູ້ຊື່ງຈະບໍ່ ຖືກແບ່ງ, ພຣະຄຣິດຜູ້ຊື່ງຈະເປັນພຣະເຈົ້າທັງໝົດຫຼືຜູ້ຊື່ງບໍ່ແມ່ນພຣະເຈົ້າ ອີກເລີຍ.
     ຂ້າພະເຈົ້າຂໍເຕືອນທ່ານ-ທ່ານຈະບໍ່ໄດ້ຮັບຄວາມຊ່ວຍເຫຼືອຈາກພຣະ ອົງໃນທາງນັ້ນເພາະພຣະເຈົ້າຈະບໍ່ຊ່ວຍຄົນເຫຼົ່ານັ້ນຊື່ງພຣະອົງບໍ່ສາມາດ ສັ່ງຫຍັງໄດ້ເລີຍ! ພຣະອົງຈະບໍ່ແບ່ງໜ້າທີ່ຂອງພຣະອົງອອກ, ທ່ານບໍ່ສາ ມາດເຊື່ອພຣະຄຣິດເຄີ່ງໜື່ງໄດ້, ພວກເຮົາເຊື່ອຖືພຣະອົງແບບທີ່ພຣະອົງ ເປັນ - ພຣະຜູ້ຊ່ວຍທີ່ຖືກເຈີມແລະພຣະເຈົ້າຜູ້ຊື່ງເປັນກະສັດເໜືອກະສັດ ທັງຫຼາຍແລະພຣະເຈົ້າເໜືອເຈົ້ານາຍທັງຫຼາຍ! ພຣະອົງຈະບໍ່ເປັນດັງທີ່ ພຣະອົງເປັນຖ້າຫາກພຣະອົງຊົງຊ່ວຍເຮົາ, ເອີ້ນເຮົາແລະເລືອກເຮົາໂດຍ ປາສະຈາກຄວາມເຂົ້າໃຈທີ່ວ່າພຣະອົງສາມາດນໍາເຮົາແລະຄວບຄຸມຊີວິດ ຂອງເຮົາໄດ້ເຊັ່ນກັນ…
     ເປັນໄປໄດ້ບໍທີ່ພວກເຮົາຄິດວ່າເຮົາບໍ່ໄດ້ເປັນໜີ້ການເຊື່ອຟັງພຣະເຢ ຊູຂອງເຮົາ? ພວກເຮົາເປັນໜີ້ການເຊື່ອຟັງຂອງພຣະອົງນັບຕັ້ງແຕ່ວິນາທີ ທີ່ເຮົາຮ້ອງອອກມາຕໍ່ພຣະອົງສໍາຫຼັບຄວາມລອດຂອງເຮົາແລະຖ້າ[ທ່ານ]ບໍ່ ມອບການເຊື່ອຟັງນັ້ນຕໍ່ພຣະອົງ, ຂ້າພະເຈົ້າມີເຫດຜົນທີ່ສົງໄສຖ້າ [ທ່ານ] ໄດ້ກັບໃຈໃຫມ່ແທ້ໆແລ້ວ.
     ຂ້າພະເຈົ້າເຫັນສິ່ງແລະໄດ້ຍິນສິ່ງທີ່ຄົນຄຣິສຕຽນກໍາລັງເຮັດແລະໃນ ຂະນະທີ່ແນມເບິ່ງເຂົາເຈົ້າ…ຂ້າພະເຈົ້າກໍມີຄໍາຖາມເກີດຂື້ນວ່າພວກເຂົາ ໄດ້ກັບໃຈໃຫມ່ແທ້ຈິງແລ້ວຫຼືຫຍັງ…
     ຂ້າພະເຈົ້າເຊື່ອວ່າມັນເປັນຜົນຂອງຄໍາສອນຜິດທີ່ເລີ່ມຕົ້ນຂື້ນ, ພວກ ເຂົາຄິດເຖິງພຣະເຈົ້າໃນຖານະເປັນຜູ້ມີຈິດໃຈກວ້າງຂວາງແລະພຣະເຢຊູ ໃນຖານະຫົວໜ້າເຈົ້າໜ້າທີ່ທີ່ມາຢຽວຢາຄົນບາບທີ່ມີບັນຫາ! “ພຣະເຈົ້າຂ້າ ຂໍຊົງແກ້ ໄຂຂ້າດ້ວຍ”, ພວກເຂົາມີການຢືນຢັນ “ເພື່ອທີ່ຂ້າຈະສາມາດໄປຕາມທາງຂອງຂ້າໄດ້”
     ນັ້ນຄືຄໍາສອນທີ່ບໍ່ດີ…ມັນເຕັມໄປດ້ວຍການຫລອກລວງຕົນເອງ, ໃຫ້ ເຮົາແນມທີ່ພຣະເຢຊູພຣະເຈົ້າຂອງເຮົາ, ຜູ້ສູງສຸດ, ບໍລິສຸດ, ສວມມົງກຸດ, ພຣະເຈົ້າເໜືອຈອມເຈົ້ານາຍແລະກະສັດເໜືອກະສັດທັງຫຼາຍ, ຊົງມີສິດທິ ສົມບູນແບບທີ່ຈະສັ່ງການເຊື່ອຟັງອັນເຕັມລົ້ນຈາກຄົນທີ່ລອດແລ້ວຂອງ ພຣະອົງທັງໝົດ… (A. W. Tozer, D.D., I Call It Heresy!, Christian Publications, 1974 edition, pp. 9-21).

ການກັບໃຫມ່ທີ່ແທ້ຈິງຮຽກຮ້ອງວ່າທ່ານຕ້ອງກັບໃຈແລະເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າ, ໝາຍຄວາມວ່າຊີວິດຂອງທ່ານຈະໄດ້ອັນໃຫມ່ແລະທາງເດີນທີ່ແຕກຕ່າງເມື່ອ ທ່ານໄດ້ເຊື່ອວາງໃຈໃນພຣະອົງແທ້ໆ, ອັກຄະສາວົກເປົາໂລໄດ້ເຮັດໃຫ້ຈະແຈ້ງຕອນທີ່ ທ່ານກ່າວວ່າ:

“ຖ້າຜູ້ໃດຢູ່ໃນພຣະຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກສ້າງໃຫມ່ແລ້ວ ສິ່ງເກົ່າໆກໍ ລ່ວງໄປ ເບິ່ງແມ້ສິ່ງສາລະພັດກາຍເປັນສິ່ງໃຫມ່ທັງນັ້ນ” (2 ໂກລິນໂທ 5:17)

ທາງເດີນໃນຊີວິດໃຫມ່ມາເຖິງຄົນຫລົງຫາຍໂດຍພຣະຄຸນຢ່າງດຽວຜ່ານທາງຄວາມເຊື່ອໃນ ພຣະເຢຊູຄຣິດເຈົ້າຜູ້ດຽວ.

“ດ້ວຍວ່າຊຶ່ງທ່ານທັງຫລາຍລອດນັ້ນກໍລອດໂດຍພຣະຄຸນເພາະຄວາມເຊື່ອ ແລະບໍ່ແມ່ນໂດຍໂຕທ່ານທັງຫລາຍເອງ ແຕ່ພຣະເຈົ້າຊົງປະທານໃຫ້ ຄວາມພົ້ນນັ້ນຈະເນື່ອງດ້ວຍການກະທຳກໍຫາບໍ່ໄດ້ເພື່ອບໍ່ໃຫ້ຄົນໜຶ່ງຄົນໃດອວດໄດ້ ເພາະວ່າເຮົາເປັນຝີພຣະຫັດຂອງພຣະອົງ ທີ່ຊົງສ້າງຂຶ້ນໃນພຣະເຢຊູຄຣິດ ເພື່ອໃຫ້ປະກອບການດີຊຶ່ງພຣະເຈົ້າໄດ້ຊົງດຳລິໄວ້ລ່ວງໜ້າເພື່ອໃຫ້ເຮົາດຳເນີນຕາມນັ້ນ” (ເອເຟໂຊ 2:8-10)

“ທີ່ຊົງສ້າງຂຶ້ນໃນພຣະເຢຊູຄຣິດເພື່ອໃຫ້ປະກອບການດີ” ຊັດເຈນແລະຈະແຈ້ງຕໍ່ທຸກຄົນຊື່ງ ຮັກພຣະເຢຊູ,ເພາະພຣະເຢຊູກ່າວວ່າ“ຖ້າທ່ານທັງຫຼາຍຮັກເຮົາ ຈົ່ງຮັກສາບັນຍັດຂອງເຮົາ” (ໂຢຮັນ 14:15) ອີກເທື່ອໜື່ງພຣະເຢຊູຊົງກ່າວວ່າ “ຜູ້ທີ່ບໍ່ຮັກເຮົາ ກໍບໍ່ຮັກສາຄຳຂອງເຮົາ” (ໂຢຮັນ 14:24) ຕອນທີ່ອາຈານເປົາໂລຕໍານິພວກແອນໄທນໍມຽນທີ່ຄຣິສຕະຈັກ ເມືອງໂກລິນໂທ, ທ່ານເວົ້າວ່າ “ອານາຈັກຂອງພຣະເຈົ້າບໍ່ແມ່ນເລື່ອງຂອງຄໍາເວົ້າແຕ່ເປັນ ລິດເດດ”(1 ໂກລິນໂທ 4:20) ຄໍາເວົ້າທີ່ພວກເຮົາບອກວ່າຮັກພຣະເຢຊູບໍ່ມີຄວາມໝາຍ ຫຍັງຖ້າຫາກບໍ່ປະກອບດ້ວຍລິດເດດແຫ່ງພຣະຄຸນຂອງການປ່ຽນແປງຊີວິດຄົນໆໜື່ງ”ພວກ ແອນໄທນໍມຽນຄືຄົນເຫຼົ່ານັ້ນ “ມີສະພາບທາງຂອງພຣະເຈົ້າພາຍນອກແຕ່ລິດເດດຂອງທາງ ນັ້ນເຂົາໄດ້ປະຕິເສດເສຍ” (2 ຕິໂມທຽວ 3:5) ສັນນັ້ນພວກເຂົາຄື “ເຖິງຈະຮຽນກັນຢູ່ສະ ເໝີ ແຕ່ກໍບໍ່ອາດຮຽນຮູ້ເຖິງຄວາມຈິງເລີຍ” (2 ຕິໂມທຽວ 3:7) ແລະຄວາມຈິງຖືກໃຫ້ ໂດຍພຣະເຢຊູໃນຂໍ້ພຣະຄໍາພີຂອງເຮົາ.

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກແລະຕາມເຮົາມາ” (ມາລະໂກ 8:34)

II. ສອງ ຄົນເຫຼົ່ານັ້ນທີ່ກັບໃຈໃຫມ່ແທ້ບໍ່ມີບັນຫາໃນການເຊື່ອແບບນັ້ນ.

ແລະຄໍາເວົ້ານັ້ນໄດ້ຖືກເຊື່ອງໄວ້ເດັດຂາດຈາກຄົນທີ່ຍັງບໍ່ກັບໃຈ, ມະນຸດທໍາມະດາ

“ແຕ່ມະນຸດທຳມະດາຈະຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະເຂົາເຫັນວ່າເປັນສິ່ງໂງ່ແລະເຂົາບໍ່ສາມາດເຂົ້າໃຈ ໄດ້ ເພາະວ່າຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງສັງເກດດ້ວຍຈິດວິນຍານ” (1 ໂກລິນໂທ 2:14)

ມັນຖືກເຊື່ອງໄວ້ໂດຍຊາຕານ ຜູ້ຊື່ງເອີ້ນວ່າ “ພະຂອງຍຸກນີ້”

“ສ່ວນຄົົນທີ່ບໍ່ເຊື່ອນັ້ນ ພຣະຂອງຍຸກນີ້ໄດ້ເຮັດໃຈຂອງເຂົາໃຫ້ມືດໄປ ເພື່ອບໍ່ໃຫ້ຄວາມສະຫວ່າງຂອງຂ່າວປະເສີດອັນມີສະຫງ່າລາສີຂອງພຣະຄຣິດ ຜູ້ເປັນພຣະສາຍຂອງພຣະເຈົ້າ ສ່ອງແສງເຖິງພວກເຂົາ” (2 ໂກລິນໂທ 4:4)

ຂ່າວປະເສີດຖືກອະທິບາຍໂດຍອັກຄະສາວົກເປົາໂລ

“ເລື່ອງຊຶ່ງຂ້າພະເຈົ້າຮັບໄວ້ນັ້ນ ຂ້າພະເຈົ້າໄດ້ປະກາດແກ່ທ່ານທັງຫລາຍກ່ອນ ຄືວ່າພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ ແລະຊົງຖືກຝັງໄວ້ ແລ້ວວັນທີ່ສາມພຣະອົງຊົງເປັນຂຶ້ນມາໃໝ່ຕາມທີ່ມີຂຽນໄວ້ໃນພຣະຄຳພີນັ້ນ” (1 ໂກລິນໂທ 15:3-4)

ຂ່າວປະເສີດໄດ້ຊ່ວຍທ່ານໃຫ້ລອດແລະປ່ຽນແປງຊີວິດຂອງທ່ານແນວໃດແດ່?

ເມື່ອທ່ານເຊື່ອວາງໃຈໃນພຣະຄຣິດຄວາມຕາຍຂອງພຣະອົງເທິງໄມ້ກາງແຂນໄດ້ ໄຖ່ບາບທ່ານ,ເມື່ອທ່ານເຊື່ອວາງໃຈໃນພຣະຄຣິດການຟື້ນຄືນພຣະຊົນຂອງພຣະອົງໄດ້ໃຫ້ ລິດອໍານາດແກ່ທ່ານເພື່ອໃຫ້ມີທາງເດີນໃນຊີວິດໃຫມ່ອີກເທື່ອໜື່ງ, ຂ້າພະເຈົ້າຂໍອ້າງເຖິງ ເອເຟໂຊ 2:8-10

“ດ້ວຍວ່າຊຶ່ງທ່ານທັງຫລາຍລອດນັ້ນກໍລອດໂດຍພຣະຄຸນເພາະຄວາມເຊື່ອ ແລະບໍ່ແມ່ນໂດຍໂຕທ່ານທັງຫລາຍເອງ ແຕ່ພຣະເຈົ້າຊົງປະທານໃຫ້ ຄວາມລອດນັ້ນຈະເນື່ອງດ້ວຍການກະທຳກໍຫາບໍ່ໄດ້ເພື່ອບໍ່ໃຫ້ຄົນໜຶ່ງຄົນໃດອວດໄດ້ ເພາະວ່າເຮົາເປັນຝີພຣະຫັດຂອງພຣະອົງ ທີ່ຊົງສ້າງຂຶ້ນໃນພຣະເຢຊູຄຣິດ ເພື່ອໃຫ້ປະກອບການດີຊຶ່ງພຣະເຈົ້າໄດ້ຊົງດຳລິໄວ້ລ່ວງໜ້າເພື່ອໃຫ້ເຮົາດຳເນີນຕາມນັ້ນ” (ເອເຟໂຊ 2:8-10)

ເຮົາລອດນັ້ນກໍລອດໂດຍພຣະຄຸນເພາະຄວາມເຊື່ອໃນພຣະເຢຊູ, ເມື່ອເຮົາລອດ ແລ້ວ,ພວກເຮົາຖືກ “ສ້າງຂຶ້ນໃນພຣະເຢຊູຄຣິດ [ເພື່ອ]ໃຫ້ປະກອບການດີຊຶ່ງພຣະເຈົ້າ[ໄດ້ຊົງດຳລິໄວ້ລ່ວງໜ້າ]ເພື່ອໃຫ້ເຮົາດຳເນີນຕາມນັ້ນ” (ເອເຟໂຊ 2:10), ມີພຽງຄວາມເຊື່ອ ໃນພຣະເຢຊູເທົ່ານັ້ນທີ່ເຮັດໃຫ້ເຮົາເປັນທີ່ຍອມຮັບຂອງພຣະເຈົ້າໄດ້, ການບັງເກີດໃຫມ່ມາ ໂດຍຄວາມເຊື່ອໃນພຣະເຢຊູຄຣິດ, ແຕ່ການບັງເກີດໃຫມ່ອອກຜົນເປັນເປັນຊີວິດໃຫມ່ແລະ ທາງເດີນໃນຊີວິດໃຫມ່, ບໍ່ແມ່ນຄວາມສົມບູນແບບ, ທີ່ມາທາງການດໍາເນີນການຂອງ ຄວາມຊອບທໍາ,ແຕ່ເປັນທາງເດີນໃຫມ່ - ຫົນທາງໃຫມ່ໃນຊີວິດ - ຄວາມປາດຖະໜາທີ່ ຈະເຊື່ອຟັງພຣະຄຣິດ!ແລະນັ້ນຄືທີ່ມາຂອງຂໍ້ພຣະຄໍາພີຂອງເຮົາ

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກແລະຕາມເຮົາມາ” (ມາລະໂກ 8:34)

ຍຸກແຫ່ງການຕື່ນຂື້ນແລະໂດຍສະເພາະການບັງເກີດໃຫມ່ອອກຜົນເປັນຄວາມປາດຖະໜາໃນໃຈທີ່ຈະເຊື່ອຟັງຄໍາສັ່ງຂອງພຣະຄຣິດ! ຖ້າຫາກບໍ່ມີການບັງເກີດໃຫມ່ມັນຈະບໍ່ມີ ຄວາມປາດຖະໜາໃດທີ່ຈະເຊື່ອຟັງພຣະເຢຊູ, ແຕ່ເມື່ອພຣະວິນຍານຂອງພຣະເຈົ້າໄດ້ ເຮັດວຽກຂອງພຣະອົງແລ້ວ, ຄົນຜູ້ໜື່ງຊື່ງບັງເກີດຈາກເບື້ອງເທິງຈະບໍຫົດໂຕກັບແລະປະຕິ ເສດຄໍາສັ່ງຂອງພຣະຄຣິດ.

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກແລະຕາມເຮົາມາ” (ມາລະໂກ 8:34)

ເຖິງແມ່ນວ່າທ່ານໄດເອັດທຣິກບອນຮອບເຟີ(1906-1945)ໄດ້ຍຶດຖືທັດສະນະຄະ ຕິເສລີພາບແຫ່ງການດົນໃຈວ່າພຣະເຈົ້າໄດ້ຊົງສ່ອງສະຫວ່າງຄວາມຈິງນີ້ສູ່ລາວ, ລາວເຂົ້າ ໃຈຄວາມຈິງນີ້ຊື່ງມີຫຼາຍຄົນມີທັດສະນະຄະຕິທີ່ດີກວ່າແຫ່ງການດົນໃຈແບບຜິດໆ, ບອນ ຮອຟເຟີຄືສິດຍາພິບານໜຸ່ມຂອງນິກາຍລູເທີຣັນທີ່ເທດສະໜາຕໍ່ສູ້ຮິດເລີ ແລ້ວຖືກແຂນຄໍ ໂດຍພວກນາຊີບໍ່ພໍເທົ່າມື້ກ່ອນທີ່ທະຫານສໍາພັນທະມິດຈະບຸກເຂົ້າປະເທດເຢຍລະມັນ,ລາວອາຍຸໄດ້ພຽງແຕ່ 39 ປີ, ໃນໜັງສືຄລາດສິກຂອງລາວ ຄ່າແຫ່ງຄວາມເປັນສາວົກ ບອນຮອຟເຟີໄດ້ເວົ້າວ່າ “ເມື່ອພຣະຄຣິດຊົງເອີ້ນມະນຸດຄົນໃດໜື່ງພຣະອົງຊົງສັ່ງໃຫ້ເຂົາ ມາແລ້ວຕາຍ, ມັນອາດຈະເປັນການຕາຍແບບນັ້ນຂອງສາວົກຄົນທໍາອິດຜູ້ຊື່ງຕ້ອງອອກໄປ ຈາກບ້ານແລ້ວເຮັດວຽກເພື່ອພຣະອົງ ຫຼືອາດຈະເປັນແບບການຕາຍຂອງລູເທີຜູ້ຊື່ງຕ້ອງ ອອກໄປຈາກໂບດແລ້ວອອກໄປຫາໂລກ, ແຕ່ມັນກໍຄືຄວາມຕາຍອັນດຽວກັນທຸກເທື່ອ,… ຄວາມຈິງແລ້ວທຸກໆຄໍາສັ່ງຂອງພຣະເຢຊູຄືການຊົງເອີ້ນໃຫ້ມາຕາຍໄປກັບຄວາມຮັກແລະ ຕັນຫາທຸກຢ່າງ…ທຸກໆມື້ພວກເຮົາຖືກນັບວ່າເປັນການທົດລອງໃຫມ່ແລະທຸກໆມື້ພວກເຮົາຕ້ອງທຸກທໍລະມານໃຫມ່ເພື່ອເປົ້າໝາຍຂອງພຣະຄຣິດ, ບາດແຜແລະຮອຍຕີທີ່ [ພວກເຮົາ] ຮັບໃນ[ສະໜາມຮົບ]ຄືເຄື່ອງໝາຍທີ່ມີຊີວິດຂອງການເຂົ້າສ່ວນໃນຄວາມຕາຍເທິງໄມ້ກາງ ແຂນຂອງອົງພຣະຜູ້ເປັນເຈົ້າຂອງເຮົາ,ຈາກນັ້ນຄວາມທຸກທໍລະມານຄືເຄື່ອງໝາຍຂອງສາ ວົກແທ້ຈິງ, ສາວົກບໍ່ໄດ້ຢູ່ເໜືອອາຈານຂອງເຂົາ, ການຕາມພຣະເຢຊູໝາຍເຖິງພົບຜ່ານ ຄວາມທຸກທໍລະມານເພາະເຮົາຕ້ອງທຸກທໍລະມານ, ນັ້ນແລະທີ່ວ່າເປັນຫຍັງລູເທີຈື່ງຄິດຄໍາ ນວນຄວາມທຸກທໍລະມານທ່າມກາງເຄື່ອງໝາຍຂອງຄຣິສຕະຈັກແທ້, ໜື່ງໃນບົດບັນທຶກ ໂຄງຮ່າງໃນການກະກຽມສໍາຫຼັບການສາລະພາບອອສເບີກທີ່ຄ້າຍຄືກັນກໍານົດໃຫ້ຄຣິສຕະ ຈັກໃນຖານະເປັນຊຸມຊົມຂອງຄົນເຫຼົ່ານັ້ນ“ຊື່ງຖືກຂົ່ມເຫງແລະຂ້າຕາຍໂດຍບໍ່ປະຖີ້ມຄວາມ ເຊື່ອແຫ່ງເປົ້າໝາຍຂອງຂ່າວປະເສີດ” ຖ້າຫາກເຮົາປະຕິເສດທີ່ຈະແບກຂອງກາງແຂນ ຂອງເຮົາແລະບໍ່ຍອມທຸກທໍລະມານແລະປະຕິເສດທີ່ຈະຢູ່ໃນມືຂອງມະນຸດພວກເຮົາກໍ [ສູນ ເສຍ]ການສາມັກຄີທໍາກັບພຣະຄຣິດແລະຢຸດທີ່ຈະຕາມພຣະອົງ…ພຶດຕິກໍາຂອງຄຣິສຕຽນ ຍຸກຕົ້ນໆທີ່ຍອມສະຫຼະຊີບເພາະຄວາມເຊື່ອຂອງຕົນແມ່ນເຕັມໄປດ້ວຍຫຼັກຖານທີ່ສະແດງ ໃຫ້ເຫັນວ່າພຣະຄຣິດຊົງປ່ຽນແປງເພື່ອພຣະອົງເອງແນວໃດກັບຊົ່ວໂມງແຫ່ງຄວາມເຈັບ ປວດເກືອບຕາຍຂອງເຂົາໂດຍການຍອມໃຫ້ເຂົາເວົ້າບໍ່ອອກເວົ້າເຖິງຄວາມໝັ້ນຄົງແຫ່ງ ພຣະພັກຂອງພຣະອົງ, ໃນຊົ່ວໂມງແຫ່ງຄວາມໂຫດຮ້າຍທີ່ສຸດທີ່ເຂົາແບກເພື່ອຈຸດປະສົງ ຂອງພຣະອົງ, ພວກເຂົາຖືກເຮັດໃຫ້ເປັນຜູ້ມີສ່ວນສົມບູນແບບໃນຄວາມຊື່ນຊົມຍິນດີແລະ ຄວາມສຸກແຫ່ງການສາມັກຄີທໍາກັບພຣະອົງ, ການແບກໄມ້ກາງແຂນຄືສິ່ງທີ່ພິສູດວ່າເປັນ ຫົນທາງດຽວແຫ່ງໄຊຊະນະເໜືອຄວາມທຸກລໍາບາກ, ນີ້ຄືຄວາມຈິງສໍາຫຼັບທຸກຄົນທີ່ຕິດ ຕາມພຣະຄຣິດເພາະວ່າມັນຄືຄວາມຈິງສໍາຫຼັບພຣະອົງ…ໄມ້ກາງແຂນຖືກວາງລົງເທິງຄຣິສ ຕຽນທຸກໆຄົນ, ຄວາມທຸກທໍລະມານຂອງຄຣິສຕຽນຄົນທໍາອິດຊື່ງມະນຸດທຸກຄົນຕ້ອງໄດ້ປະ ສົບພົບພໍ້ຄືການເອີ້ນໃຫ້ປະຖີ້ມການຍຶດຕິດກັບໂລກນີ້, ມັນຄືການຕາຍຂອງມະນຸດເກົ່າຊື່ງ ເປັນຜົນມາຈາກການປະເຊີນໜ້າຂອງເຂົາກັບພຣະຄຣິດ, ເມື່ອເຮົາເລີ່ມ [ຕົ້ນກາຍເປັນສາ ວົກ] ພວກເຮົາກໍໄດ້ມອບຊີວິດຂອງເຮົາເອງໄວ້ກັບພຣະຄຣິດເຂົ້າເປັນໜື່ງໃນຄວາມຕາຍ ຂອງພຣະອົງ,ພວກເຮົາໄດ້ມອບຊີວິດຂອງເຮົາເຖິງຄວາມຕາຍ, ສັນນັ້ນມັນຈື່ງເລີ່ມຕົ້ນທີ່ ກາງແຂນ…ນໍາເຮົາສູ່ຈຸດເລີ່ມຕົ້ນແຫ່ງການເຂົ້າສ່ວນຂອງເຮົາຕໍ່ພຣະຄຣິດ, ເມື່ອພຣະຄຣິດ ຊົງເອີ້ນມະນຸດຄົນໃດໜື່ງພຣະອົງຊົງສັ່ງໃຫ້ມາແລະຕາຍ” (Dietrich Bonhoeffer, The Cost of Discipleship, Collier Books, 1963 paperback edition, pp. 99-101).

ຂ້າພະເຈົ້າຮູ້ຈັກອາຈານຣິຊາດວູມແບຣນ (1909-2001) ພວກເຮົາມີຮູບຂອງ ເພີ່ນໃນໂບດຂອງເຮົາແລະພັນລະຍາຂອງເພີ່ນກຳລັງອຸ້ມລູກຊາຍຂອງພວກເຮົາ ຕອນທີ່ ເພີ່ນໄດ້ອະທິຖານເພື່ອແລ້ວຖະວາຍພວກເຂົາຕໍ່ພຣະເຈົ້າ, ຂ້າພະເຈົ້າໄດ້ຮູ້ຈັກຄຣິສຕຽນຜູ້ ຍິ່ງໃຫຍ່ຫຼາຍຄົນ, ດຣ.ທິໂມທີລິນ ສິດຍາພິບານຂອງຂ້າພະເຈົ້າທີ່ຄຣິສຕະຈັກຄົນຈີນເປັນ ສິດຍາພິບານທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍພົບເຈີມາກ່ອນ, ດຣ.ຄຣິສໂຕເຟີເຄແກນເປັນຄຣິສ ຕຽນທີ່ຍິ່ງໃຫຍ່ທີ່ສຸດທີ່ຂ້າພະເຈົ້າເຄີຍຮູ້ຈັກເປັນການສ່ວນຕົວ, ອາຈານເຮີມັນອັອດເທັນຄື ສິດທິຊົນໃນສາຍພຣະເນດຂອງພຣະເຈົ້າ, ລາວໄດ້ປ້ອງກັນພຣະຄໍາພີຈາກການຕໍ່ສູ້ຂອງ ອາລົມຫຼາຍກວ່າ 50 ປີ ແລະເປັນເຫດໃຫ້ລາວຕ້ອງພົບກັບບັນຫາທຸກທໍລະມານອັນຍິ່ງ ໃຫຍ່ແລະສູນເສຍໝູ່ເພື່ອນເປັນຈໍານວນຫຼາຍໃນນິກາຍໄຊນອດລູເທີແຣນລັດມິສສູຣີ່,ຂ້າພະ ເຈົ້າຊົມເຊີຍບຸລຸດແບບນັ້ນ - ເຖິງແມ່ນວ່າຂ້າພະເຈົ້າບໍ່ເຫັນດ້ວຍກັບທຸກສິ່ງທີ່ລາວເວົ້າກໍ ຕາມ, ແຕ່ອາຈານວູມແບຣນເປັນຄຣິສຕຽນທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ຂ້າພະເຈົ້າເຄີຍພົບເຈີ.

ຣິຊາດວູມແບຣນເປັນສິດຍາພິບານນິກາຍລູເທີແຣນຜູ້ທີ່ໃຊ້ເວລາ 14 ປີໃນຄຸກ ຂອງພວກຄອມມູນິດໃນປະເທດໂຣມາເນຍ, ລາວຖືກຂັງດຽວເປັນເວລາສອງປີໂດຍບໍ່ໄດ້ ເຫັນຕາເວັນເລີຍ, ບໍ່ເຄີຍໄດ້ຍິນສຽງຂອງມະນຸດ, ລາວຖືກຕີ,ຖືກປະສົມຢາເສບຕິດໃຫດື່ມ ແລະ ປະສົບກັບການທໍລະມານແບບສະໄໝເກົ່າ, ຮ່າງກາຍຂອງລາວຖືກຈີດຂາດແລະ ເລືອດໄຫຼຈາກການຖືກຕີຊ້ຳແລ້ວຊ້ຳອີກ,ເຫຼັກແດງທີ່ແທ່ງເຂົ້າໄປເຮັດໃຫ້ເປັນບາດແຜເລິກຢູ່ຂ້າງຫຼັງແລະຄໍຂອງລາວ,ລາວບໍ່ສາມາດຢືນເທດສະໜາໄດ້ຕອນທີ່ລາວມາທີ່ຄຣິສຕະຈັກຂອງເຮົາເພາະຕີນຂອງລາວເສຍໂສມຈາກການຖືກຕີແລະການທໍລະມານ, ໃນໜັງສືຂອງ ລາວ In God’s Underground, ລາວເວົ້າວ່າ “ໃນຫ້ອງຂັງພິເສດຂ້າພະເຈົ້າໄດ້ຟັງໂທລະ ໂຄງດັງໆທຸກໆມື້ວ່າ

ຄຣິສຕຽນຕາຍແລ້ວ
ຄຣິສຕຽນຕາຍແລ້ວ
ຄຣິສຕຽນຕາຍແລ້ວ

ແລະໃນເວລາທີ່ຂ້າພະເຈົ້າໄດ້ເຊື່ອສິ່ງທີ່ພວກເຂົາບອກພວກເຮົາໃນຫຼາຍໆເດືອນທີ່ວ່າ ຄຣິສຕຽນຕາຍແລ້ວ, ພຣະຄໍາພີບອກລ່ວງໜ້າເຖິງເວລາແຫ່ງການປະຖີ້ມຄວາມເຊື່ອອັນ ຍິ່ງໃຫຍ່ແລະຂ້າພະເຈົ້າເຊື່ອວ່າມັນມາເຖິງແລ້ວ, ຈາກນັ້ນຂ້າພະເຈົ້າກໍຄິດເຖິງມາຣີໄທມັກ ດາລາແລະຄວາມຄິດນີ້ບາງທີ່ອາດຈະຫຼາຍກວ່າຄວາມຄິດອື່ນໃດທີ່ຊ່ວຍຂ້າພະເຈົ້າໃຫ້ພົ້ນ ຈາກຢາຜິດທີ່ຂ້າຈິດໃຈໂຕສຸດທ້າຍແລະຂັ້ນຕອນການລ້າງສະໝອງທີ່ໂຫດຮ້າຍສຸດໆ, ຂ້າ ພະເຈົ້າຈື່ໄດ້ເຖິງຄວາມຊື່ສັດຫຼາຍເທົ່າໃດທີ່ລາວມີຕໍ່ພຣະຄຣິດແມ່ນກະທັ່ງຕອນທີ່ພຣະອົງ ຊົງຮ້ອງຂື້ນເທິງໄມ້ກາງແຂນ “ພຣະເຈົ້າຂອງຂ້າພຣະອົງ ເປັນຫຍັງພຣະອົງຈື່ງປະຖີ້ມຂ້າ ພຣະອົງໄປ?” ແລະເມື່ອພຣະອົງຊົງຖືກວາງໄວ້ໃນອຸບໂມງນາງກໍຮ້ອງໄຫ້ຢູ່ຂ້າງໆແລະລໍ ຄອຍຈົນພຣະອົງຊົງຟື້ນຂື້ນມາ,ດັ່ງນັ້ນເມື່ອຂ້າພະເຈົ້າເຊື່ອໃນທີ່ສຸດວ່າຄຣິສຕຽນຕາຍແລ້ວ, ຂ້າພະເຈົ້າກໍເວົ້າວ່າ “ເຖິງຢ່າງໃດກໍຕາມຂ້ອຍຈະເຊື່ອແລະຮ້ອງໄຫ້ທີ່ອຸບໂມງຝັງສົບຈົນມັນ ຟື້ນຂື້ນມາອີກຄັ້ງມັນຈະເກີດຂື້ນແນ່ນອນ” (Richard Wurmbrand, Th.D., In God’s Underground, Living Sacrifice Books, 2004, pp. 263, 264).

ຂ້າພະເຈົ້າບໍ່ເຄີຍທຸກທໍລະມານຫຼາຍເພື່ອພຣະເຢຊູ, ແຕ່ສອງປີສຸດທ້າຍທີ່ໂຮງຮຽນ ພຣະຄໍາພີແບ໊ບຕິດໃຕ້ໃກ້ກັບຊານຟຣານຊິສໂກຫຍຸ້ງຍາກຫຼາຍ, ດ້ານອາລົມຂ້າພະເຈົ້າ ຮູ້ສຶກຄືກັບວ່າຕົນເອງຢູ່ໃນສວນເກັດເສມານີ, ຕອນທີ່ໝູ່ເພື່ອນຂອງຂ້າພະເຈົ້າພາກັນໜີປະ ໃຫ້ຕົນເອງຢູ່ຜູ້ດຽວ, ມີສາດສະດາຈານສອງຄົນບອກຂ້າພະເຈົ້າວ່າຂ້າພະເຈົ້າຈະບໍ່ຖືກແຕ່ງ ຕັ້ງໃຫ້ເປັນສິດຍາພິບານຂອງຄຣິສຕະຈັກແບ໊ບຕິດໃຕ້ຖ້າຫາກຂ້າພະເຈົ້າຍັງສືບຕໍ່ປົກປ້ອງ ພຣະຄຣິດແລະພຣະຄໍາພີ, ອາຈານຜູ້ສອນການເທດສະໜາເປັນຫົວເລື່ອງ ດຣ.ກຣີນເວົ້າ ກັບຂ້າພະເຈົ້າວ່າ “ເຈົ້າເປັນນັກເທດທີ່ດີ ແຕ່ເຈົ້າກໍາລັງທໍາລາຍຊື່ສຽງໃນຖານະເປັນຄົນທີ່ ສ້າງບັນຫາ, ຖ້າເຈົ້າຢາກເປັນສິດຍາພິບານຂອງຄຣິສຕະຈັກໜື່ງ ເຈົ້າຕ້ອງຢຸດດຽວນີ້” ມັນ ອາດຈະເປັນຄືກັບມີຄົນໜື່ງບອກພວກທ່ານໃນວິທະຍາໄລພຣະຄໍາພີວ່າ “ເຈົ້າຈະບໍ່ໄດ້ວຽກ ເຮັດ ຖ້າເຈົ້າບໍ່ຢຸດປ້ອງກັນພຣະຄໍາພີ”

ຂ້າພະເຈົ້າຈື່ງກັບໄປຫ້ອງທີ່ຫໍພັກ, ຂ້າພະເຈົ້າສວມໃສ່ເສື້ອຄຸມແລ້ວຍ່າງໄປໄກໆ, ລົມເຢັນຈາກມະຫາສະໝຸດໄດ້ເຮັດໃຫ້ຂ້າພະເຈົ້າໂຕສັ່ນ, ຂ້າຍັງຄິດເຖິງຄໍາເວົ້າຂອງຜູ້ອາ ຈານວ່າ “ເຈົ້າກຳລັງໄດ້ຮັບຊື່ສຽງບໍ່ດີ” ເຈົ້າຈະບໍ່ມີຄຣິສຕະຈັກດອກ, ຈົ່ງຢຸດປົກປ້ອງ ພຣະຄໍາພີ” ປະມານເຄີ່ງທາງຍ່າງຂອງຂ້າພະເຈົ້າຂ້າພະເຈົ້າເວົ້າກັບຕົວເອງວ່າ “ຈະເຮັດ ແນວໃດກັບມັນ! ບໍ່ວ່າຈະເກີດຫຍັງຂື້ນຂ້ອຍຈະຢືນຢັດເພື່ອພຣະເຢຊູແລະພຣະຄໍາຂອງ ພຣະອົງ, ເພື່ອໄດ້ຄຣິສຕະຈັກໜື່ງມາ” ຂ້າພະເຈົ້າຮູ້ດີວ່າຕົນຄວນເວົ້າເຖິງທາງອື່ນແຕ່ມັນຄື ວ່າຫຍາບຄາຍ, ແນ່ນອນຂ້າພະເຈົ້າຕ້ອງເວົ້າຄືກັບເວົ້າຕໍ່ຕົນເອງໃນມື້ນັ້ນ! ດຣ.ຈອນຣໍລິ່ງ (1914-2013) ອາດຈະເວົ້າແບບນັ້ນ! ລູເທີ (1483-1546) ອາດຈະເວົ້າແບບນັ້ນ! ອັກຄະສາວົກເປົາໂລເວົ້າວ່າ “ຂ້າພະເຈົ້າຈຶ່ງໄດ້ຍອມສະລະສິ່ງສາລະພັດ ແລະຖືວ່າສິ່ງເຫລົ່ານັ້ນເປັນເໝືອນກາກເຫຍື່ອ ເພື່ອຂ້າພະເຈົ້າຈະໄດ້ພຣະຄຣິດ” (ຟີລິບປອຍ 3:8)ບາງ ເທື່ອກໍບໍ່ມີທາງອື່ນເລີຍທີ່ຈະຕໍ່ສູ້ຄວາມຄິດປະຈຸບັນ ຂ້າພະເຈົ້າພຽງແຕ່ເວົ້າວ່າ “ເພື່ອພຣະ ອົງ---ກັບທຸກສິ່ງ! ບໍ່ວ່າມັນຈະສູນເສຍຫຍັງກໍຕາມຂ້າພະເຈົ້າຈະບໍ່ຢຸດເວົ້າເພື່ອພຣະຄຣິດ ແລະພຣະຄໍາຂອງພຣະອົງ” ຂ້າພະເຈົ້າຖືວ່າສິ່ງເຫລົ່ານັ້ນເປັນເໝືອນກາກເຫຍື່ອ ເພື່ອຂ້າພະເຈົ້າຈະໄດ້ພຣະຄຣິດ”

ມັນຫຍັງຄືສິ່ງທີ່ທ່ານຢ້ານຈະສູນເສຍ? ແມ່ນຫຍັງຄືສິ່ງທີ່ທ່ານຢ້ານທີ່ຈະເລີກ? ແມ່ນຫຍັງເຮັດໃຫ້ທ່ານຢ້ານທີ່ຈະປະຕິເສດໂຕທ່ານເອງແລ້ວແບກກາງແຂນຂອງທ່ານແລະ ຕາມພຣະຄຣິດໄປ? ມັນມັກມີຄວາມຢ້ານບາງຢ່າງທີ່ຢຸດຢັ້ງຜູ້ຄົນ, ທ່ານຖືວ່າຄວາມຢ້ານ ເຫຼົ່ານັ້ນເປັນແບບ“ຂີ້ເຫຍື່ອ”ບໍ? ແລະມາຫາພຣະຄຣິດໃນທີ່ສຸດ? ຖ້າທ່ານເຮັດແບບນັ້ນ ທ່ານຈະກາຍເປັນຄົນພິເສດໃນສາຍພຣະເນດຂອງພຣະເຈົ້າ!

ໃນສະໄໝຄຣິສຕະຈັກຍຸກຕົ້ນຄົນເຫຼົ່ານັ້ນຊື່ງໄດ້ຕາຍເພື່ອພຣະຄຣິດຖືກເອີ້ນວ່າ “ຜູ້ ສະຫຼະຊີບໂດຍບໍ່ຍອມຖີ້ມຄວາມເຊື່ອ” ແຕ່ຄົນເຫຼົ່ານັ້ນຢ່າງເຊັ່ນວູມແບຣນຜູ້ຊື່ງທຸກທໍລະ ມານພາຍໃຕ້ການຂົ່ມເຫງໂດຍທີ່ບໍ່ຕາຍຖືກເອີ້ນວ່າ “ຜູ້ຍອມຮັບ” ອາຈານວູມແບຣນຄື ຜູ້ຍອມຮັບ, ລາວປະຕິເສດຕົນເອງຮັບແບກກາງແຂນຂອງຕົນແລ້ວຕາມພຣະເຢຊູເຖິງ ແມ່ນວ່າມັນຈະເຮັດໃຫ້ລາວຕ້ອງມີບັນຫາທຸກທໍລະມານອັນຍິ່ງໃຫຍ່ກໍຕາມ, ທ່ານຈະເຮັດ ແບບນັ້ນບໍ? ທ່ານຈະຖືວ່າສິ່ງສາລະພັດເປັນຄືກັບ “ການຂີ້ເຫຍື່ອເພື່ອທີ່ທ່ານຈະໄດ້ພຣະ ຄຣິດບໍ?” ທ່ານຈະປະຕິເສດຕົນເອງ,ຮັບແບກກາງແຂນຂອງຕົນແບກແລ້ວຕາມພຣະເຢຊູ ບໍ? ທ່ານຈະເວົ້າຄືຄໍາເວົ້າຂອງບົດເພງທີ່ດຣ.ຈອນ.ອາ.ໄຣສ໌ມັກທີ່ສຸດເວົ້າບໍ

ພຣະເຢຊູ ຂ້າຈະຮັບແບກກາງແຂນ ຖີ້ມທຸກສິ່ງແລ້ວຕາມພຣະອົງໄປ
ແມ່ນຂາດແຄນ,ຖືກດູໝີ່ນ,ຖືກຖີ້ມ ພຣະອົງເຈົ້າ ຂ້າຍອມທຸກສິ່ງ
ຄວາມທະເຍີທະຍານທຸກຢ່າງພິນາດໄປ ທຸກສິ່ງທີ່ຂ້າຊອກຫາ,ຫວັງ,ຮັບຮູ້
ແມ່ນສະຖານະການຂ້າລວຍເທົ່າໃດ ພຣະເຈົ້າແລະສະຫວັນເປັນຂອງຂ້າ

ມັນຢູ່ໃນບົດເພງທີ່ 8 ໃນເຈ້ຍຂອງທ່ານ,ເຊີນຢືນຂື້ນແລ້ວຮ້ອງພ້ອມກັນ

ພຣະເຢຊູ ຂ້າຈະຮັບແບກກາງແຂນ ຖີ້ມທຸກສິ່ງແລ້ວຕາມພຣະອົງໄປ
ແມ່ນຂາດແຄນ,ຖືກດູໝີ່ນ,ຖືກຖີ້ມ ພຣະອົງເຈົ້າ ຂ້າຍອມທຸກສິ່ງ
ຄວາມທະເຍີທະຍານທຸກຢ່າງພິນາດໄປ ທຸກສິ່ງທີ່ຂ້າຊອກຫາ,ຫວັງ,ຮັບຮູ້
ແມ່ນສະຖານະການຂ້າລວຍເທົ່າໃດ ພຣະເຈົ້າແລະສະຫວັນເປັນຂອງຂ້າ

ໃຫ້ໂລກດູໝີ່ນແລະຖີ້ມຂ້າ, ເຂົາໄດ້ຖີ້ມພຣະຜູ້ຊ່ວຍຂອງຂ້າເຊັ່ນກັນ
ໃຈຂອງມະນຸດເບິ່ງແລະລໍ້ລວງຂ້າ ພຣະອົງບໍ່ເປັນຄືມະນຸດທີ່ບໍ່ຈິງໃຈ
ຂະນະທີ່ຊົງຍີ້ມຕໍ່ຂ້າ, ພຣະເຈົ້າແຫ່ງປັນຍາ ຊົງຮັກແລະຊົງລິດ
ສັດຕູອາດກຽດຊັງ,ເພື່ອນອາດໜີຂ້າ ຂໍສະແດງພຣະພັກໃຫ້ສ່ອງແສງ

ມະນຸດອາດສ້າງບັນຫາແກ່ຂ້າ “ແຕ່ຂໍຊົງນໍາຂ້າສູ່ອ້ອມເອິກຂອງພຣະອົງ
ຊີວິດຕ້ອງພົບກັບການທົດສອບທີ່ໜັກໜ່ວງ ສະຫວັນຈະນໍາຂ້າໃຫ້ໄດ້ພັກ
ໂອຢ່າໃຫ້ຄວາມທຸກທໍາຮ້າຍຂ້າ ໃນຂະນະທີ່ຄວາມຮັກພຣະອົງຢູ່ກັບຂ້າ
ໂອຢ່າໃຫ້ຄວາມຍິນດີດຶງດູດຂ້າ ຄືທີ່ຄວາມຍິນດີບໍ່ປະສົມກັບພຣະອົງ
(“Jesus, I My Cross Have Taken” by Henry F. Lyte, 1793-1847).

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການເປັນຄຣິສຕຽນ, ກະລຸນາອອກຈາກ ຕັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງນີ້ຕອນນີ້ເລີຍ ດຣ.ເຄແກນ ຈະພາທ່ານໄປບ່ອນ ງຽບໆເພື່ອອະທິຖານ. ດຣ.ແຊນ ເຊີນມາອະທິຖານເພື່ອຄົນທີ່ຕອບຮັບເພື່ອຈະລອດແດ່.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ມາລະໂກ 8:34-38
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“Jesus, I My Cross Have Taken” (by Henry F. Lyte, 1793-1847).


ໂຄງຮ່າງບົດເທດສະໜາ

ຈົ່ງຮັບແບກກາງແຂນຂອງທ່ານ

ໂດຍ: ດຣ ອາ.ແອວ.ໄຮເມີ ຈູເນຍ

“ແລະເມື່ອພຣະອົງຊົງຮ້ອງເອີ້ນປະຊາຊົນກັບພວກສາວົກຂອງພຣະອົງໃຫ້ເຂົ້າມາແລ້ວ ຈຶ່ງຕັດແກ່ເຂົາວ່າ "ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກແລະຕາມເຮົາມາ” (ມາລະໂກ 8:34).

(ມັດທາຍ 16:24; ລູກາ 9:23)

I. ໜື່ງ ພວກແອນໄທນໍມຽນສະໄໝໃຫມ່ປະຕິເສດທີ່ເລື່ອງນີ້ເກີດຂື້ນໃນການກັບ
ໃຈໃຫມ່ທີ່ແທ້ຈິງ ເອເຟໂຊ 2:8-10; ໂຢຮັນ 14:15, 24; 1 ໂກລິນໂທ 4:20; 2 ຕິໂມທຽວ 3:5, 7.

II. ສອງ ຄົນເຫຼົ່ານັ້ນທີ່ກັບໃຈໃຫມ່ແທ້ບໍ່ມີບັນຫາໃນການເຊື່ອແບບນັ້ນ.
2 ໂກລິນໂທ 5:17; 1 ໂກລິນໂທ 2:14; 2 ໂກລິນໂທ 4:3-4; 1ໂກລິນໂທ 15:3-4; ເອເຟໂຊ 2:8-10;
ຟີລິບປອຍ 3:8.