Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ລັດທິແອນໄທນໍມຽນໃນປະເທດອີຕາລີ

(ພວກທີ່ປ່ຽນພຣະຄຸນຂອງພຣະເຈົ້າໄປເປັນຢ່າງອື່ນ)
ANTINOMIANISM IN ITALY
(Laotian)

ໂດຍ ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາເທດທີ່ຄຣິສຕະຈັກເທເບີນາໂຄແຫ່ງລອສແອງເຈີລີສ
ໃນຕອນແລງວັນຂອງພຣະເຈົ້າ 8/9/2013
A sermon preached at the Baptist Tabernacle of Los Angeles
Lord’s Day Evening, September 8, 2013

“ຖ້າຜູ້ໃດຢູ່ໃນພຣະຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກສ້າງໃຫມ່ແລ້ວ ສິ່ງເກົ່າໆກໍ ລ່ວງໄປ ເບິ່ງແມ້ສິ່ງສາລະພັດກາຍເປັນສິ່ງໃຫມ່ທັງນັ້ນ” (2 ໂກລິນໂທ 5:17)

“ເພາະວ່າມີບາງຄົນໄດ້ເລັດລອດເຂົ້າມາຢ່າງບໍ່ຮູ້ໂຕ ຊື່ງເປັນຜູ້ທີ່ຖືກເລັງໄວ້ ລ່ວງໜ້າມາດົນແລ້ວວ່າຈະໄດ້ຮັບການພິພາກສາລົງໂທດຢ່າງນີ້ ເປັນຄົນ ອະທໍາທີ່ໄດ້ບິດເບືອນພຣະຄຸນຂອງພຣະເຈົ້າຂອງເຮົາໄປເປັນການກະທໍາ ຄວາມຊົ່ວຊ້າລາມົກ ແລະໄດ້ປະຕິເສດພຣະເຈົ້າຄືອົງພຣະຜູ້ເປັນເຈົ້າແຕ່ ພຽງພຣະອົງດຽວ ແລະພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ” ( ຢູດາ ຂໍ້ 4)


ໃນມື້ກ່ອນນີ້ຂ້າພະເຈົ້າໄດ້ຮັບອີເມວຈາກຜູ້ຍິງຄົນໜື່ງທີ່ແປຄໍາເທດສະໜາຂອງຂ້າພະເຈົ້າເປັນພາສາອີຕາລີ, ລາວບອກຂ້າພະເຈົ້າວ່າລາວໄດ້ອ່ານໜື່ງໃນບົດເທດສະໜາ ຂອງຂ້າພະເຈົ້າຕໍ່ “ຜູ້ເຊື່ອ” ບາງຄົນໃນປະເທດອີຕາລີ, ແຕ່ຂ້າພະເຈົ້າພົບວ່າພວກເຂົາບໍ່ ແມ່ນ “ຜູ້ເຊື່ອ” ໃນສາກຂອງພຣະຄໍາພີແທ້, ຄໍາວ່າ “ຜູ້ເຊື່ອ” ໃນແບບຄວາມຄິດຂອງຂ້າ ພະເຈົ້າຄືການໃຊ້ຄໍາເກີນແລະບາງເທື່ອກໍສັບສົນ,, ມັນເປັນຄວາມຈິງທີ່ “ຜູ້ເຊື່ອ” ຖືກເວົ້າ ເຖິງສອງເທື່ອໃນພຣະຄໍາພີໃໝ່( ກິດຈະການ 5:14; 1 ຕີໂມທຽວ 4:12) ແຕ່ຄໍານີ້ມັກ ໃຊ້ຜິດໆໃນປະຈຸບັນນີ້, ມັນມັກຖືກໃຊ້ກັບຄົນເຫຼົ່ານັ້ນທີ່ມີ “ຄວາມຄິດເຫັນທີ່ຄຸມເຄືອ” ເຊື່ອ ໃນພຣະຄໍາພີໂດຍທີ່ບໍ່ການກັບໃຈໃຫມ່ແທ້ເຂົ້າເປັນໜື່ງໃນພຣະຄຣິດ, ຄືກັບຜູ້ຄົນທີ່ຖືກພັນ ລະນາວ່າ “ເຂົາມີສະພາບທາງຂອງພຣະເຈົ້າພາຍນອກ ແຕ່ລິດຂອງທາງນັ້ນເຂົາປະຕິເສດ ເສຍ” (2 ຕີໂມທຽວ 3:5) ພວກເຂົາ “ເຖິງຈະຮຽນກັນຢູ່ສະເໝີ ແຕ່ກໍບໍ່ອາດຮຽນຮູ້ເຖິງ ຄວາມຈິງເລີຍ” (2 ຕີໂມທຽວ 3:7), ແລະ “ຄົນເຫຼົ່ານີ້ກໍຕໍ່ຕ້ານຄວາມຈິງສັນນັ້ນ ເຂົາເປັນຄົນໃຈຊົ່ວ ແລະໃນເລື່ອງຄວາມເຊື່ອນັ້ນເຂົາໃຊ້ບໍ່ໄດ້ເລີຍ” (2 ຕີໂມທຽວ 3:8), ຂໍ້ພຣະຄໍາພີເຫຼົ່ານີ້ໄດ້ອະທິບາຍທີ່ເອີ້ນວ່າ “ຜູ້ເຊື່ອ” ຜູ້ຊື່ງປະຕິເສດການກັບໃຈທີ່ປ່ຽນແປງ ການດໍາເນີນຊີວິດທີ່ກັບໃຈໃຫມ່ແລ້ວ, ພວກເຂົາເວົ້າວ່າຜູ້ຄົນສາມາດດໍາເນີນຊີວິດໃນບາບ ຕໍ່ໄປແລະເປັນຄຣິສຕຽນໄດ້ເພາະພວກເຂົາເຊື່ອຂໍ້ພຣະຄໍາພີບາງຂໍ້ໃນພຣະຄໍາພີ, ສໍາຫຼັບ ເຂົາການເຊື່ອຂໍ້ພຣະຄໍາພີບາງຂໍ້ຊ່ວຍເຂົາລອດໄດ້ ໂດຍປາສະຈາກການມີການຮ່ວມກັນ ຂອງພຣະເຢຊູຄຣິດພຣະອົງເອງ, ຂໍ້ພຣະຄໍາພີທໍາອິດກ່າວວ່າ “ຖ້າຜູ້ໃດຢູ່ໃນພຣະຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກສ້າງໃຫມ່ແລ້ວ” (2 ໂກລິນໂທ 5:17) ແຕ່ພວກເຂົາປີ້ນຂໍ້ນັ້ນເປັນ “ຖ້າຜູ້ໃດເຊື່ອຂໍ້ພຣະຄໍາພີບາງຂໍ້ຜູ້ນັ້ນກໍລອດແລ້ວ” ນີ້ຄືສາສະໜານອກຮີດອັນຍິ່ງໃຫຍ່ໃນ ຖານະເປັນ “ແຊນດິມານຽນນິສຊຶມ

ນອກຈາກນີ້ພວກທີ່ເອີ້ນວ່າ “ພວກຜູ້ເຊື່ອ” ຍັງຄິດວ່າມັນເປັນເລື່ອງປົກກະຕິສໍາຫຼັບ ຄຣິສຕຽນທີ່ໄປດໍາເນີນຊີວິດໃນຄວາມບາບ, ສະນັ້ນພວກເຂົາ “ໄດ້ບິດເບືອນພຣະຄຸນຂອງ ພຣະເຈົ້າ ຂອງເຮົາໄປເປັນການກະທໍາຄວາມຊົ່ວຊ້າລາມົກ ແລະໄດ້ປະຕິເສດພຣະເຈົ້າຄື ອົງພຣະຜູ້ເປັນເຈົ້າແຕ່ພຽງພຣະອົງດຽວ ແລະພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ” ( ຢູດາ ຂໍ້ 4), ນັ້ນຄືຂໍ້ຜິດພາດສາສະໜາສາດທີ່ສອງທີ່ເອີ້ນວ່າ “ລັດທິແອນໄທນໍມຽນນິ ຍົມ” ໃນບົດເທດສະໜາເລື່ອງລູກຊາຍນ້ອຍຜູ້ຫລົງຫາຍຂ້າພະເຈົ້າໄດ້ເວົ້າວ່າ:

ບໍ່ເທົ່າໃດປີທີ່ຜ່ານມາມີຜູ້ຍິງຄົນໜື່ງຊື່ງເປັນຫົວໜ້າຂອງບ້ານໂສເພນີທີ່ ຢູ່ໃນລອສແອງເຈີລິສເວົ້າວ່າລາວໄດ້ “ບັງເກີດໃຫມ່ເປັນຄຣິສຕຽນແລ້ວ” ມີຜູ້ນໍານັກປະກາດຂ່າວປະເສີດຄົນໜື່ງບອກຂ້າພະເຈົ້າວ່າ “ຢ່າຕັດສິນ ລາວເລີຍ” ແມ່ນຫຍັງຈື່ງໃຈຮ້າຍ! ຄວາມສັບສົນຂອງນັກປະກາດຂ່າວ ປະເສີດນີ້ຄືທີ່ເອີ້ນວ່າ “ພວກແອນໄທນໍມຽນນິຍົມ” ທີ່ເຊື່ອວ່າຄົນຜູ້ໜື່ງ ສາມາດມີຊີວິດໃນຄວາມບາບແລະເປັນລູກຂອງພຣະເຈົ້າໃນເວລາດຽວກັນ ໄດ້. (ດຣ. ອາ.ແອວ.ໄຮເມີຈູເນຍ “ການແປຜິດເລື່ອງລູກຊາຍນ້ອຍຜູ້ຫລົງ ຫາຍ 25/8/2013)

ສັນນັ້ນພວກແອນໄທນໍມຽນໄດ້ປ່ຽນ “ພຣະຄຸນຂອງພຣະເຈົ້າໄປເປັນການກະທໍາ ຄວາມຊົ່ວຊ້າລາມົກ” (i.e. “lewdness, indecency, shameless conduct” – W. E. Vine). ຄໍາ ພາສາກຣີກແປຄໍາວ່າ “ຊົ່ວຊ້າລາມົກ” ໄດ້ປາກົດຢູ່ໃນໜັງສື ກາລາເຕຍ 5:19 ເຊັ່ນກັນ, ກັບຄໍາວ່າ “ການງານຂອງເນື້ອໜັງ” ແລະຈາກນັ້ນເຮົາຖືກບອກວ່າ “ຄົນທີ່ປະພຶດເຊັ່ນນັ້ນ ຈະບໍ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍລະດົກ” (ກາລາເຕຍ 5:21)ຂໍ້ພຣະຄໍາພີທັງໝົດ ກ່າວວ່າ:

“ແລ້ວການງານຂອງເນື້ອໜັງນັ້ນເຫັນໄດ້ແຈ້ງ ຄືການຫລິ້ນຊູ້, ການລ່ວງປະເວນີ, ການໂສໂຄກ, ການລາມົກ, ການນັບຖືຮູບເຄົາລົບ, ການນັບຖືພໍ່ມົດໝໍຜີ, ການເປັນສັດຕູກັນ, ການຜິດກັນ, ການອິດສາບັງບຽດກັນ, ການຮ້າຍກັນ, ການຖຽງກັນ, ການໃຝ່ສູງ, ການແຕກກົກກັນ, ການອິດສາກັນ ການຄາດຕະກຳ, ການເມົາເຫລົ້າ, ການຫລິ້ນເປັນພານເກເລ ແລະການອື່ນໆໃນທຳນອງນີ້ອີກ ເໝືອນທີ່ຂ້າພະເຈົ້າໄດ້ເຕືອນທ່ານມາກ່ອນ ບັດນີ້ຂ້າພະເຈົ້າຂໍເຕືອນທ່ານເໝືອນກັບທີ່ເຄີຍເຕືອນມາແລ້ວວ່າ ຄົົນທີ່ປະພຶດເຊັ່ນນັ້ນຈະບໍ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍລະດົກ” (ກາລາເຕຍ 5: 19-21)

ຂ້າພະເຈົ້າບໍ່ຮູ້ວ່າຈະມີອັນໃດຈະແຈ້ງກວ່າອີກ! “ຄົນທີ່ປະພຶດເຊັ່ນນັ້ນຈະບໍ່ໄດ້ຮັບອານາຈັກ ຂອງພຣະເຈົ້າເປັນມໍລະດົກ” ແມ່ນພວກແອນໄທນໍມຽນເວົ້າວ່າພວກເຂົາຈະໄດ້ຮັບອານາ ຈັກເປັນມໍລະດົກ! ແມ່ນຫຍັງຈຶ້ງໃຈຮ້າຍ! ໃນເອເຟໂຊ 4:17-19 ຄໍາກຣີກໄດ້ແປຄໍາ “ຊົ່ວຊ້າລາມົກ” ເພື່ອໃຫ້ການອະທິບາຍເຖິງຄົນບໍ່ເຊື່ອ, ແມ່ນຫຍັງທີ່ຈະແຈ້ງກວ່າ? ນັກປະ ກາດສະໄໝໃຫມ່ພວກແອນໄທນໍມຽນສືບຕໍ່ “ບິດເບືອນພຣະຄຸນຂອງພຣະເຈົ້າໄປເປັນການ ກະທໍາຄວາມຊົ່ວຊ້າລາມົກ” (ຢູດາ 4) ສາສະໜານອກຮີດນີ້ບໍ່ໄດ້ຈໍາກັດພຽງແຕ່ໃນປະ ເທດອີຕາລີ,ບໍ່ແມ່ນອີກຕໍ່ໄປ! ມັນໄດ້ອາລະວາດເຂົ້າມາໃນອາເມລິກາ ທີ່ວ່າຄົນຫລົງຫາຍ ທຸກຄົນທີ່ທ່ານໄດ້ພົບເຈີຄິດວ່າພວກເຂົາລອດແລ້ວ, ແມ່ນວ່າພວກເຂົາກຳລັງດໍາເນີນຊີວິດ ໃນນິໄສບາບກໍຕາມ, ຄວາມຈິງແລ້ວລັດທິແອນໄທນໍມຽນນິຍົມກຳລັງທໍາລາຍພວກ ຄຣິສຕຽນໃນອາເມລິກາ!

ຢູດາກ່າວວ່າພວກເຂົາ“ ບິດເບືອນພຣະຄຸນຂອງພຣະເຈົ້າຂອງເຮົາໄປເປັນການ ກະທໍາຄວາມຊົ່ວຊ້າລາມົກ ແລະໄດ້ປະຕິເສດພຣະເຈົ້າຄືອົງພຣະຜູ້ເປັນເຈົ້າແຕ່ພຽງພຣະ ອົງດຽວ ແລະພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ” ພວກເຂົາປະຕິເສດຄວາມເປັນ ພຣະເຈົ້າຂອງພຣະບິດາ, ແລະພວກເຂົາປະຕິເສດຄວາມເປັນພຣະເຈົ້າຂອງພຣະຄຣິດ, ພວກເຂົາມັກເຮັດແບບນີ້ໂດຍການແຍກພຣະຄຣິດໃນຖານະພຣະຜູ້ຊ່ວຍໃຫ້ລອດອອກຈາກ ພຣະຄຣິດໃນຖານະພຣະເຈົ້າ, ຜູ້ແປພາສາອີຕາລີຂອງເຮົາເວົ້າວ່າ “ໃນປະເທດອີຕາລີຜູ້ ປະກາດຂ່າວປະເສີດຫຼາຍຄົນເວົ້າວ່າພຣະເຢຊູສາມາດເປັນພຣະຜູ້ຊ່ວຍໃຫ້ລອດຂອງທ່ານ ໄດ້ແຕ່ບໍ່ຈໍາເປັນເປັນພຣະເຈົ້າຂອງທ່ານ” ດຣ.ເອ.ດັບເບີ້ນຢູ.ໂທເຊີໄດ້ໃຫ້ຂໍ້ຄິດທີ່ແຂງແກ່ນ ຕໍ່ສູ້ກັບຫຼັກຄໍາສອນຜິດ, ລາວກ່າວວ່າ:

     ໜ້າສັງເກດວ່າສາສະໜານອກຮີດໄດ້ເຂົ້າມາຜ່ານທາງການໝຸນວຽນ ຂອງຄຣິສຕຽນຜູ້ປະກາດຂ່າວປະເສີດຂອງເຮົາ-ການຍອມຮັບທາງເລືອກ ຢ່າງກວ້າງຂວາງທີ່ມະນຸດເຮົາສາມາດເລືອກທີ່ຈະຕ້ອນຮັບພຣະຄຣິດພຽງ ຜູ້ດຽວເພາະເຮົາຕ້ອງການພຣະອົງເປັນດັງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະທີ່ເຮົາມີສິດທີ່ຈະເລື່ອນເວລາການເຊື່ອຟັງຂອງເຮົາຕໍ່ພຣະອົງຜູ້ເປັນ ພຣະເຈົ້າດົນເທົ່າໃດກໍໄດ້ທີ່ເຮົາຕ້ອງການ!...
     ແມ່ນຫຍັງຄືເລື່ອງໂສກເສົ້າທີ່ຢູ່ໃນສະໄໝຂອງພວກເຮົາທີ່ເຮົາມັກໄດ້ ຍິນຂ່າວປະເສີດຖືກເຮັດເປັນການອ້ອນວອນໃນແບບພື້ນຖານທີ່ວ່າ “ຈົ່ງມາ ຫາພຣະເຢຊູ! ທ່ານບໍ່ຈໍາເປັນຕ້ອງເຊື່ອຟັງຜູ້ໃດ, ທ່ານບໍ່ຈໍາເປັນຕ້ອງປ່ຽນ ແປງຫຍັງເລີຍ, ທ່ານບໍ່ຈໍາເປັນຕ້ອງເລີກເຮັດທຸກສິ່ງທຸກຢ່າງ-ພຽງແຕ່ມາ ຫາພຣະອົງແລະເຊື່ອໃນພຣະອົງໃຫ້ພຣະຜູ້ຊ່ວຍໃຫ້ລອດ”
     ດັ່ງນັ້ນພວກເຂົາຈື່ງມາຮັບເຊື່ອໃນພຣະຜູ້ຊ່ວຍ, ຫຼັງຈາກນັ້ນຢູ່ໃນການ ປະຊຸມຫຼືພົບປະກັນພວກເຂົາຈະໄດ້ຍິນການອ້ອນວອນອື່ນອີກ “ດຽວນີ້ທ່ານ ໄດ້ຕ້ອນຮັບພຣະອົງເປັນດັງພຣະຜູ້ຊ່ວຍໃຫ້ລອດ, ແລ້ວທ່ານຢາກຈະໃຫ້ ພຣະອົງເປັນດັງພຣະເຈົ້າບໍ?”
     ຄວາມຈິງທີ່ພວກເຮົາໄດ້ຍິນເລື່ອງນີ້ທຸກບ່ອນບໍ່ໄດ້ເຮັດໃຫ້ມັນຖືກຕ້ອງ
ການກະຕຸ້ນໃຫ້ທັງຊາຍແລະຍິງຮັບເຊື່ອໃນພຣະຄຣິດທີ່ຖືກຕັດແບ່ງຄືຄໍາ ສອນທີ່ບໍ່ດີ ເພາະບໍ່ມີຜູ້ໃດສາມາດຮັບເອົາພຣະຄຣິດເຄີ່ງໜື່ງໄດ້…ເມື່ອມີ ຄົນໜື່ງເຊື່ອໃນພຣະເຢຊູຄຣິດເຂົາຈະຕ້ອງເຊື່ອອົງພຣະເຢຊູຄຣິດເຈົ້າທັງ ໝົດ-ບໍ່ແມ່ນການເຮັດການສະຫງວນໄວ້ອັນໃດ! ຂ້າພະເຈົ້າພໍໃຈທີ່ມັນຜິດ ທີ່ຈະເບິ່ງພຣະເຢຊູໃນຖານະເປັນປະເພດພຣະເຈົ້າພະຍາບານຕໍ່ຄົນທີ່ເຮົາ ສາມາດໄປຫາຕອນທີ່ບາບເຮັດໃຫ້ເຮົາປ່ວຍແລະຫຼັງຈາກທີ່ພຣະອົງໄດ້ ຊ່ວຍເຮົາແລ້ວກໍເວົ້າວ່າ “ລາກ່ອນ” - ແລ້ວກໍໄປໃນທາງຂອງເຮົາເອງ…
     ພວກເຮົາບໍ່ໄດ້ມາຫາພຣະອົງຄືກັບຄົນຜູ້ໜື່ງທີ່ຊື້ເຟີນີເຈີສໍາຫຼັບເຮືອນ ຂອງຕົນແລ້ວປະກາດວ່າ “ຂ້ອຍຈະເອົາໂຕະໜ່ວຍນີ້ແຕ່ບໍ່ຢາກໄດ້ຕັ່ງອັນ ນັ້ນ” - ແບ່ງມັນອອກ! ບໍໄດ້ທ່ານ! ມັນເປັນການເອົາພຣະຄຣິດທັງໝົດຫຼື ບໍ່ເອົາພຣະຄຣິດເລີຍ!      ຂ້າພະເຈົ້າເຊື່ອວ່າເຮົາຈໍາເປັນຕ້ອງປະກາດພຣະຄຣິດທັງໝົດຕໍ່ໂລກນີ້ ພຣະຄຣິດຜູ້ຊື່ງບໍ່ຕ້ອງການຄໍາຂໍໂທດຈາກພວກເຮົາ, ພຣະຄຣິດຜູ້ຊື່ງຈະບໍ່ ຖືກແບ່ງ, ພຣະຄຣິດຜູ້ຊື່ງຈະເປັນພຣະເຈົ້າທັງໝົດຫຼືຜູ້ຊື່ງບໍ່ແມ່ນພຣະເຈົ້າ ອີກເລີຍ.
     ຂ້າພະເຈົ້າຂໍເຕືອນທ່ານ-ທ່ານຈະບໍ່ໄດ້ຮັບຄວາມຊ່ວຍເຫຼືອຈາກພຣະ ອົງໃນທາງນັ້ນເພາະພຣະເຈົ້າຈະບໍ່ຊ່ວຍຄົນເຫຼົ່ານັ້ນຊື່ງພຣະອົງບໍ່ສາມາດ ສັ່ງຫຍັງໄດ້ເລີຍ! ພຣະອົງຈະບໍ່ແບ່ງໜ້າທີ່ຂອງພຣະອົງອອກ, ທ່ານບໍ່ສາ ມາດເຊື່ອພຣະຄຣິດເຄີ່ງໜື່ງໄດ້, ພວກເຮົາເຊື່ອຖືພຣະອົງແບບທີ່ພຣະອົງ ເປັນ - ພຣະຜູ້ຊ່ວຍທີ່ຖືກເຈີມແລະພຣະເຈົ້າຜູ້ຊື່ງເປັນກະສັດເໜືອກະສັດ ທັງຫຼາຍແລະພຣະເຈົ້າເໜືອເຈົ້ານາຍທັງຫຼາຍ! ພຣະອົງຈະບໍ່ເປັນດັງທີ່ ພຣະອົງເປັນຖ້າຫາກພຣະອົງຊົງຊ່ວຍເຮົາ, ເອີ້ນເຮົາແລະເລືອກເຮົາໂດຍ ປາສະຈາກຄວາມເຂົ້າໃຈທີ່ວ່າພຣະອົງສາມາດນໍາເຮົາແລະຄວບຄຸມຊີວິດ ຂອງເຮົາໄດ້ເຊັ່ນກັນ…
     ເປັນໄປໄດ້ບໍທີ່ພວກເຮົາຄິດວ່າເຮົາບໍ່ໄດ້ເປັນໜີ້ການເຊື່ອຟັງພຣະເຢ ຊູຂອງເຮົາ? ພວກເຮົາເປັນໜີ້ການເຊື່ອຟັງຂອງພຣະອົງນັບຕັ້ງແຕ່ວິນາທີ ທີ່ເຮົາຮ້ອງອອກມາຕໍ່ພຣະອົງສໍາຫຼັບຄວາມລອດຂອງເຮົາແລະຖ້າ[ທ່ານ]ບໍ່ ມອບການເຊື່ອຟັງນັ້ນຕໍ່ພຣະອົງ, ຂ້າພະເຈົ້າມີເຫດຜົນທີ່ສົງໄສຖ້າ [ທ່ານ] ໄດ້ກັບໃຈໃຫມ່ແທ້ໆແລ້ວ.
     ຂ້າພະເຈົ້າເຫັນສິ່ງແລະໄດ້ຍິນສິ່ງທີ່ຄົນຄຣິສຕຽນກໍາລັງເຮັດແລະໃນ ຂະນະທີ່ແນມເບິ່ງເຂົາເຈົ້າ…ຂ້າພະເຈົ້າກໍມີຄໍາຖາມເກີດຂື້ນວ່າພວກເຂົາ ໄດ້ກັບໃຈໃຫມ່ແທ້ຈິງແລ້ວຫຼືຫຍັງ…
     ຂ້າພະເຈົ້າເຊື່ອວ່າມັນເປັນຜົນຂອງຄໍາສອນຜິດທີ່ເລີ່ມຕົ້ນຂື້ນ, ພວກ ເຂົາຄິດເຖິງພຣະເຈົ້າໃນຖານະເປັນຜູ້ມີຈິດໃຈກວ້າງຂວາງແລະພຣະເຢຊູ ຫົວໜ້າເຈົ້າໜ້າທີ່ທີ່ມາຢຽວຢາຄົນບາບທີ່ມີບັນຫາ! “ພຣະເຈົ້າຂ້າ ຂໍຊົງແກ້ ໄຂຂ້າດ້ວຍ”, ພວກເຂົາມີການຢືນຢັນ “ເພື່ອທີ່ຂ້າຈະສາມາດໄປຕາມທາງ ຂອງຂ້າໄດ້”
     ນັ້ນຄືຄໍາສອນທີ່ບໍ່ດີ…ມັນເຕັມໄປດ້ວຍການຫລອກລວງຕົນເອງ, ໃຫ້ ເຮົາແນມທີ່ພຣະເຢຊູພຣະເຈົ້າຂອງເຮົາ, ຜູ້ສູງສຸດ, ບໍລິສຸດ, ສວມມົງກຸດ, ພຣະເຈົ້າເໜືອຈອມເຈົ້ານາຍແລະກະສັດເໜືອກະສັດທັງຫຼາຍ, ຊົງມີສິດທິ ສົມບູນແບບທີ່ຈະສັ່ງການເຊື່ອຟັງອັນເຕັມລົ້ນຈາກຄົນທີ່ລອດແລ້ວຂອງ ພຣະອົງທັງໝົດ…
     ພຣະເຈົ້າຊົງປາດຖະໜາໃຫ້ພວກເຮົາເປັນຄົນຊື່ສັດກັບພຣະອົງເໜືອ ທຸກສິ່ງອື່ນໃດ, ຈົ່ງຄົ້ນເບິ່ງພຣະຄໍາພີ, ອ່ານພຣະຄໍາພີໃຫມ່ແລະຖ້າທ່ານ ເຫັນວ່າຂ້າພະເຈົ້າໄດ້ໃຫ້ແຫຼ່ງແຫ່ງຄວາມຈິງແລ້ວຈາກນັ້ນຂ້າພະເຈົ້າຂໍກະ ຕຸ້ນທ່ານໃຫ້ເຮັດບາງສິ່ງບາງຢ່າງກ່ຽວກັບມັນ, ຖ້າທ່ານໄດ້ຖືກນໍາພາໃຫ້ ເຊື່ອສິ່ງບົກພ່ອງໃນການແບ່ງແຍກພຣະຜູ້ຊ່ວຍໃຫ້ລອດ,ຈົ່ງດີໃຈທີ່ຍັງມີເວລາສໍາຫຼັບທ່ານທີ່ຈະເຮັດບາງສິ່ງບາງຢ່າງກ່ຽວກັບມັນ! (A. W. Tozer, D.D., I Call It Heresy!, Christian Publications, 1974 edition, pp. 9-21).

ແຕ່ຂ້າພະເຈົ້າໄດ້ຄົ້ນພົບວ່າມັນເປັນເລື່ອງທີ່ຍາກຫຼາຍສໍາຫຼັບພວກແອນໄທນໍມຽນທີ່ຈະກັບໃຈຈາກການໄຮ້ສິນລະທໍາແລະເປັນຄົນທີ່ກັບໃຈໃຫມ່ຢ່າງແທ້ຈິງ, ຂ້າພະເຈົ້າໄດ້ ເທດສະໜາມາເປັນເວລາ 55 ປີມາແລ້ວ, ແລະໂດຍສ່ວນຕົວແລ້ວຂ້າພະເຈົ້າບໍ່ເຄີຍພົບ ພວກແອນໄທນໍມຽນທີ່ອຸທິດຕົວຜູ້ຊື່ງກັບໃຈຈາກສາສະໜານອກຮີດຂອງເຂົາ ແລະພົບກັບ ປະສົບການການກັບໃຈທີ່ແທ້ຈິງ,ຂ້າພະເຈົ້າເຊື່ອວ່ານີ້ແມ່ນເລື່ອງຈິງເພາະພວກແອນໄທນໍ ມຽນທີ່ອຸທິດຕົວແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ,ຂ້າພະເຈົ້າອີງຈາກ 1 ໂຢຮັນ 3:8 ຊື່ງຂ້າພະເຈົ້າເອົາມາຈາກສະບັບອິງກລິດສະແຕນດາດ “ຜູ້ໃດກໍຕາມຝຶກຝົນຕາມການ ບາບກໍມາຈາກພະຍາມານ…” ສັນນັ້ນພວກເຮົາຖືກບອກວ່າພວກແອນໄທນໍມຽນຜູ້ທີ່ຝຶກຝົນ ຕາມການບາບແມ່ນ “ມາຈາກພະຍາມານ” - ນັ້ນຄືພວກເຂົາຢູ່ໃຕ້ການຄວບຄຸມຂອງຊາ ຕານ,ພະຍາມານເປັນ“ເຈົ້າອໍານາດໃນອາກາດ ຄືວິນຍານທີ່ຄອບຄອງຢູ່ໃນລູກແຫ່ງການບໍ່ ເຊື່ອຟັງ” (ເອເຟໂຊ 2:2) ຂ້າພະເຈົ້າອ້າງອີງຢູ່ນີ້ມາຈາກຫົວຂໍ້ຂອງ “ລັດທິແອນໄທນໍ ມຽນນິຍົມ” ໃນພຣະຄໍາພີເດິະຣີໂຟເມຊັນສະດາດໄບໂບ ກ່າວວ່າ:

ລັດທິແອນໄທນໍມຽນໝາຍຄວາມວ່າ “ຕໍ່ຕ້ານກົດໝາຍ” ແນວຄິດແອນໄທ ນໍມຽນຄືຄົນເຫຼົ່ານັ້ນກໍາລັງປະຕິເສດພຣະບັນຍັດຂອງພຣະເຈົ້າໃນພຣະຄໍາພີຄວນຄວບຄຸມທາງເດີນຂອງຊີວິດຄຣິສຕຽນ…ພວກເຂົາເຂົ້າໃກ້ການສະຫຼຸບທີ່ຜິດທີ່ວ່າການກະທໍາຂອງເຂົາບໍ່ເຮັດໃຫ້ແຕກຕ່າງຫຍັງ,ພວກເຂົາຍັງ ເຊື່ອເລື່ອງການແບ່ງແຍກ, ແຕ່ 1 ໂຢຮັນ 1:8-2:1 ແລະ 3:4-10 ຊີ້ໄປໃນທິດທາງທີ່ກົງກັນຂ້າມກັນ, ມັນເປັນໄປບໍ່ໄດ້ທີ່ຈະຢູ່ໃນພຣະຄຣິດ ແລະໃນເວລາດຽວກັນກໍສວມກອດບາບເປັນຫົນທາງຂອງຊີວິດ (ໜ້າ 1831)

ເຊັ່ນກັນ ພວກແອນໄທນໍມຽນໃນປະເທດອີຕາລີຮຽກຮ້ອງ 1 ໂກລິນໂທ 5:1

“ມີຂ່າວເລົ່າລືວ່າໃນພວກທ່ານມີການຜິດປະເວນີ ແລະການຜິດປະເວນີນັ້ນເຖິງແມ່ນໃນພວກຕ່າງຊາດກໍບໍ່ມີເລີຍ ຄືເລື່ອງມີວ່າຄົນໜຶ່ງໄດ້ເອົາພັນລະຍາຂອງພໍ່ມາເປັນພັນລະຍາຂອງຕົນ” (1 ໂກລິນໂທ 5:1)

ພວກແອນໄທນໍມຽນຄົນອີຕາລີເວົ້າວ່າ “ນີ້ແມ່ນຕົວຢ່າງຂອງການລ່ວງປະເວນີທ່າມກາງຜູ້ ເຊື່ອທັງຫຼາຍ” ດັ່ງນັ້ນພວກເຂົາເວົ້າວ່າເລື່ອງນີ້ພິສູດ “ວ່າຜູ້ເຊື່ອສາມາດມີຊີວິດຝ່າຍເນື້ອ ໜັງເຊັ່ນກັນ”, ຂ້າພະເຈົ້າໄດ້ຍິນເລື່ອງໂງ່ເງົ່າແບບນີ້ໃນອາເມລິກາເຊັ່ນກັນ, ແຕ່ 1 ໂກລິນໂທ 5:2-13 ສະແດງໃຫ້ເຫັນວ່າອາຈານເປົາໂລໄດ້ບອກຄຣິສຕະຈັກໃນເມືອງໂກ ລິນໂທວ່າ “ຈົ່ງກໍາຈັດຄົນຊົ່ວຊ້ານັ້ນອອກຈາກພວກທ່ານເຖີດ”(1 ໂກລິນໂທ 5:13), ມັນ ຈະແຈ້ງທີ່ອັກຄະສາວົກເປົາໂລບອກໃຫ້ພວກເຂົາກໍາຈັດ “ຄົນຊົ່ວຊ້າ” ແບບນັ້ນອອກຈາກ ຄຣິສຕະຈັກແລະຢ່າແມ່ນແຕ່ຈະກິນເຂົ້າຮ່ວມກັບເຂົາເຈົ້າ (1 ໂກລິນໂທ 5:11),ການອະທິ ບາຍເລື່ອງນີ້ໄດ້ຖືກໃຫ້ໃນບົດຕໍ່ໄປໃນ 1 ໂກລິນໂທ 6:9-11:

“ທ່ານບໍ່ຮູ້ຫລືວ່າຄົນອະທຳຈະບໍ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍລະດົກ ຢ່າຫລົງເລີຍ ຄົນລ່ວງປະເວນີ ຄົນຖືຮູບເຄົາລົບ, ຄົນຜິດຜົວເມຍເຂົາ ຄົນນິໄສເໝືອນຜູ້ຍິງຫລືຄົົນທີ່ເປັນກະເທີຍ, ຄົນຂີ້ລັກ, ຄົນໂລບ, ຄົນຂີ້ເມົາ, ຄົນປາກຮ້າຍ, ຄົນສໍ້ໂກງ ຈະບໍ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍລະດົກ ແຕ່ກ່ອນມີບາງຄົນໃນພວກທ່ານເປັນຄົນຢ່າງນັ້ນ ແຕ່ທ່ານໄດ້ຮັບຊົງຊຳລະແລ້ວ ແລະໄດ້ຊົງແຍກຕັ້ງທ່ານໄວ້ແລ້ວ ແຕ່ພຣະວິນຍານແຫ່ງພຣະເຈົ້າຂອງເຮົາໄດ້ຊົງຕັ້ງທ່ານໃຫ້ເປັນຜູ້ຊອບທຳໃນພຣະນາມຂອງພຣະເຢຊູເຈົ້າ” (1 ໂກລິນໂທ 6:9-11)

ອັກຄະສາວົກເປົາໂລໄດ້ໃຫ້ລາຍຊື່ປະເພດຂອງພວກແອນໄທນໍມຽນຜູ້ຊື່ງ “ຈະບໍ່ໄດ້ຮັບອາ ນາຈັກຂອງພຣະເຈົ້າເປັນມໍລະດົກ” (6:9) ເລື່ອງນີ້ຄ່ອນຂ້າງຈະແຈ້ງທີ່ວ່າຄົນທີ່ຜິດປະເວ ນີ “ລ່ວງປະເວນີ” ຈະ “ບໍ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍລະດົກ”ໃນ 1 ໂກລິນໂທ 6:9 ພຣະຄໍາພີບອກເຮົາວ່າ “ຄົນລ່ວງປະເວນີ” ຈະບໍ່ໄດ້ຢູ່ໃນອານາຈັກຂອງພຣະເຈົ້າ, ພະນິມິດ 21:8 ບອກພວກເຮົາວ່າຄົນຜິດສິນລະທໍາທາງເພດຈະຖືກໂຍນຖີ້ມລົງໃນບຶງໄຟ ພວກເຂົາຈະຢູ່ໃນນາຮົກບຶງໄຟຊົ່ວນິດນິລັນ.

ຄືກັບທີ່ຂ້າພະເຈົ້າໄດ້ເວົ້າແລ້ວວ່າ ລັດທິແອນໄທນໍມຽນນິສຶມບໍ່ຖືກຫ້າມສູ່ປະເທດ ອີຕາລີ, ບໍ່ແມ່ນອີກຕໍ່ໄປ! ຄໍາສອນແບບພະຍາມານນີ້ກໍາລັງຂະຫຍາຍສູ່ໂລກຕາເວັນຕົກ, ແລະເຂົ້າສູ່ປະເທດອາເມລິກາ, ລັດທິແອນໄທນໍມຽນນິສຶມໄດ້ຖືກພັນລະນາຢ່າງສົມບູນ ແບບໃນຂໍ້ພຣະຄໍາພີຂອງເຮົາ

“ເພາະວ່າມີບາງຄົນໄດ້ເລັດລອດເຂົ້າມາຢ່າງບໍ່ຮູ້ໂຕ ຊື່ງເປັນຜູ້ທີ່ຖືກເລັງໄວ້ ລ່ວງໜ້າມາດົນແລ້ວວ່າຈະໄດ້ຮັບການພິພາກສາລົງໂທດຢ່າງນີ້ ເປັນຄົນ ອະທໍາທີ່ໄດ້ບິດເບືອນພຣະຄຸນຂອງພຣະເຈົ້າຂອງເຮົາໄປເປັນການກະທໍາ ຄວາມຊົ່ວຊ້າລາມົກ ແລະໄດ້ປະຕິເສດພຣະເຈົ້າຄືອົງພຣະຜູ້ເປັນເຈົ້າແຕ່ ພຽງພຣະອົງດຽວ ແລະພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ” ( ຢູດາ ຂໍ້ 4)

ພວກແອນໄທນໍມຽນເວົ້າວ່າຕັ້ງແຕ່ພວກເຮົາລອດແລ້ວໂດຍພຣະຄຸນ, ພວກເຮົາມີ ສິດທີ່ຈະດໍາລົງຊີວິດໃນບາບ, ພວກເຂົາເວົ້າວ່າທ່ານບໍ່ຈໍາເປັນຕ້ອງເລີກເຮັດທຸກສິ່ງຢ່າງ, ເຂົາບໍ່ຈໍາເປັນຕ້ອງຖະວາຍສິບລົດຫຼືນໍາວິນຍານ, ບໍ່ຈໍາເປັນຕ້ອງເຂົ້າຮ່ວມນະມັດສະການ! ແລະພວກເຂົາບອກວ່າພວກເຮົາຊື່ງຢືນຢັດໃນການເຊື່ອຟັງໃນບັນຫາເຫຼົ່ານີ້ຄື “ພວກທໍາມາ ຈານ” ນັ້ນຄືໜື່ງໃນຄໍາເວົ້າທີ່ພວກແອນໄທນໍມຽນມັກເວົ້າຫຼາຍທີ່ສຸດ, ເຂົາເອີ້ນຄຣິສຕຽນ ທີ່ເຊື່ອຟັງວ່າ “ພວກທໍາມາຈານ” ຫຼື“ພວກຟາລິສີ” ແຕ່ເຂົາໃຊ້ຮູບແບບເຫຼົ່ານັ້ນຜິດ, ພວກທໍາມາຈານແລະພວກຟາລິສີສອນວ່າຄົນເຮົາລອດໂດຍການເຮັດຄວາມດີ, ແນ່ນອນ ພວກເຮົາສອນວ່າເຮົາລອດໂດຍພຣະຄຸນພຽງຢ່າງດຽວ ແລະຫຼັງຈາກນັ້ນຄວາມດີກໍປາກົດ ຂື້ນໃນຊີວິດຂອງຄົນທີ່ລອດແທ້ໆ, ພວກທໍາມາຈານແລະພວກຟາລິສີສອນວ່າການເຮັດດີ ຊ່ວຍທ່ານໃຫ້ລອດ, ຄຣິສຕຽນແທ້ສອນວ່າພຣະຄຸນຢ່າງດຽວທີ່ຊ່ວຍທ່ານໃຫ້ລອດໄດ້, ຈາກນັ້ນຄວາມລອດທີ່ແທ້ຈິງກໍຜະລິດຜົນດີໃນຊີວິດຂອງທຸກຄົນທີ່ກັບໃຈໃຫມ່ທີ່ແທ້ຈິງ, ພວກທໍາມາຈານສອນວ່າຄວາມດີຜະລິດຜົນເປັນຄວາມລອດ, ພວກເຮົາສອນວ່າພຣະຄຸນ ຜະລິດຜົນເປັນຄວາມດີ, ອອກຜົນໃນຄວາມດີ, ພວກທໍາມາຈານສອນວ່າຄວາມດີຜະລິດ ຜົນເປັນຄວາມລອດ, ພວກເຮົາເວົ້າວ່າຄວາມລອດຜະລິດຜົນອອກເປັນຄວາມດີ-ແນ່ນອນ ມັນກົງກັນຂ້າມກັບພວກທໍາມາຈານ, ແຕ່ວ່າພວກແອນໄທນໍມຽນບໍ່ເນັ້ນຄວາມດີອີກຕໍ່ໄປ, ເຂົາຄິດວ່າຄຣິສຕຽນບໍ່ຈໍາເປັນຕ້ອງໄປຮ່ວມທີ່ີຄຣິສຕະຈັກອີກຕໍ່ໄປຫຼືໄປນະມັດສະການທຸກໆວັນອາທິໂດຍທີ່ບໍ່ລົ້ມເຫຼວ, ພວກເຂົາບໍ່ຄິດວ່າຈໍາເປັນຕ້ອງເຂົ້າຮ່ວມອະທິຖານທຸກອາທິດ, ພວກເຂົ້າບໍ່ຄິດວ່າເຮົາຈໍາເປັນຕ້ອງຖະວາຍສິບລົດລາຍໄດ້ຂອງເຮົາ, ຫຼືໄປນໍາວິນຍານ ທຸກໆອາທິດ, ເຂົາບໍ່ຄິດວ່າເຮົາຕ້ອງສວມໃສ່ເສື້ອຜ້າທີ່ຮຽບຮ້ອຍ, ພວກເຂົ້າໄປໂບດໂດຍ ໃສ່ເສື້ອຜ້າຄືໄປຫຼີ້ນທະເລເພາະພວກເຂົາຕໍ່ສູ້ຢ່າງແຂງແຮງຕໍ່ການແຕ່ງຕົວທີ່ຮຽບຮ້ອຍ,ອາ ທິດແລ້ວນີ້ພັນລະຍາຂອງຂ້າພະເຈົ້າເຫັນໄວຮຸ່ນຄົນໜື່ງທີ່ເປັນລູກສາວນັກເທດພວກແອນ ໄທນໍມຽນໃສ່ສະເກິ້ດສັ້ນໆໃນງານສົບຂອງສິດຍາພິບານເຖົ້າຄົນໜື່ງ! ເມື່ອນັກປະກາດ ແອນໄທນໍມຽນເຂົ້າຮ່ວມຄຣິສຕະຈັກຂອງເຮົາພວກເຮົາກໍເອົາກາລະວັດໃຫ້ເຂົາໃສ່, ບໍ່ມີໃຜ ອີກຕໍ່ຕ້ານ, ພວກໂລມັນຄາທໍລິກ,ສາສະໜາພຸດແລະອື່ນໆຜູ້ຊື່ງບໍ່ແມ່ນນັກປະກາດຂ່າວປະ ເສີດບໍ່ເຄີຍຕໍ່ຕ້ານ, ແຕ່ນັກປະກາດແອນໄທນໍມຽນມັກຕໍ່ຕ້ານສະເໝີ, ພວກເຂົາມັກດຶງກາ ລະວັດອອກແລ້ວໂຍນຖີ້ມລົງພື້ນຫຼືປະຕິເສດທີ່ຈະສວມໃສ່ມັນ, ພວກເຂົາຕໍສູ້ຢ່າງແຂງແຮງ ຕໍ່ເສື້ອຜ້າສຸພາບຮຽບຮ້ອຍ, ບໍ່ມີຫຼັກເກນການແຕ່ງຕົວສໍາຫຼັບພວກເຂົາ, ພວກເຂົາບໍ່ມີກົດ ຫຍັງເລີຍ, ພວກເຂົາຕໍ່ຕ້ານກົດລະບຽບທຸກຢ່າງ, ພວກເຂົາເປັນພວກແອນໄທນໍມຽນ, ເຊັ່ນ ກັນພວກເຂົາບໍ່ຄິດວ່າທ່ານຕ້ອງກັບໃຈໃຫມ່ແລະຖີ້ມຄວາມບາບຕ່າງໆນາໆ, ໃນຄໍາອື່ນໆ ພວກແອນໄທນໍມຽນຄິດວ່າທ່ານສາມາດເປັນຄຣິສຕຽນທີ່ບັງເກີດໃຫມ່ ແລະບໍ່ຕ້ອງປະສົບ ກັບການປ່ຽນແປງຫຍັງໃນຊີວິດຂອງທ່ານອີກຕໍ່ໄປ,

ພວກເຮົາເຊື່ອສິ່ງທີ່ພຣະຄໍາພີສອນ-ວ່າຄວາມລອດທີ່ແທ້ຈິງໂດຍພຣະຄຸນຜະລິດ ຜົນແຫ່ງຊີວິດທີ່ກະທໍາຄວາມດີ, ນັ້ນຄືສິ່ງທີ່ຈະແຈ້ງໃນພຣະຄໍາພີຫຼາຍຕອນເຊັ່ນດຽວກັນ ກັບຂໍ້ພຣະຄໍາພີໃນເອເຟໂຊບົດທີ່ສອງ

“ດ້ວຍວ່າຊຶ່ງທ່ານທັງຫລາຍລອດນັ້ນກໍລອດໂດຍພຣະຄຸນເພາະຄວາມເຊື່ອ ແລະບໍ່ແມ່ນໂດຍໂຕທ່ານທັງຫລາຍເອງ ແຕ່ພຣະເຈົ້າຊົງປະທານໃຫ້ ຄວາມພົ້ນນັ້ນຈະເນື່ອງດ້ວຍການກະທຳກໍຫາບໍ່ໄດ້ເພື່ອບໍ່ໃຫ້ຄົນໜຶ່ງຄົນໃດອວດໄດ້ ເພາະວ່າເຮົາເປັນຝີພຣະຫັດຂອງພຣະອົງ ທີ່ຊົງສ້າງຂຶ້ນໃນພຣະເຢຊູຄຣິດ ເພື່ອໃຫ້ປະກອບການດີຊຶ່ງພຣະເຈົ້າໄດ້ຊົງດຳລິໄວ້ລ່ວງໜ້າເພື່ອໃຫ້ເຮົາດຳເນີນຕາມນັ້ນ” (ເອເຟໂຊ 2:8-10)

“ທີ່ຊົງສ້າງຂຶ້ນໃນພຣະເຢຊູຄຣິດ ເພື່ອໃຫ້ປະກອບການດີ”-ຊັດເຈນ ແລະຈະແຈ້ງ,ມັນຄວນ ເປັນເລື່ອງງ່າຍໆທີ່ຈະເຂົ້າໃຈ.

ແຕ່ພວກແອນໄທນໍມຽນຈະບໍ່ຍອມຮັບພຣະຄໍາພີເຫຼົ່ານັ້ນ, ພວກເຂົາຈະຕໍ່ສູ້ມັນ, ພວກເຂົາເວົ້າວ່າ “ຢ່າໄປຕັດສິນ” ແຕ່ພວກເຂົາຄືຄົນທີ່ມັກຕັດສິນຄົນອື່ນທັງໝົດ! ການຕໍ່ສູ້ ທີ່ຮ້າຍສຸດທີ່ຂ້າພະເຈົ້າເຄີຍປະສົບມາໃນຊີວິດແລະການຮັບໃຊ້ມາຈາກພວກແອນໄທນໍມຽນ ທີ່ຊົ່ວຊ້າ, ຄໍາເທດສະໜາທໍາອິດຂອງຂ້າພະເຈົ້າແມ່ນຄໍາເທດຕໍ່ສູ້ກັບລັດທິແອນໄທນໍມຽນ ຂ້າພະເຈົ້າເຫັນທ່າມກາງຄົນໜຸ່ມສາວໃນຄຮິສຕະຈັກທີ່ຂ້າພະເຈົ້າເປັນສະມາຊິກໃນຮັນທິງ ຕັນພາກລັດຄາລິຟໍເນຍ,ໃນເວລານັ້ນຂ້າພະເຈົ້າອາຍຸໄດ້ສິບເຈັດປີ, ຜູ້ນໍາຄົນໜຸ່ມໄດ້ພາຂ້າ ພະເຈົ້າອອກມາຂ້າງໆຫ້ອງຫຼັງຈາກນັ້ນແລ້ວບອກຂ້າພະເຈົ້າວ່າຢ່າເທດແບບນັ້ນອີກ,ຕອນ ທີ່ລາວຕໍານິຂ້າພະເຈົ້າຢູ່ນັ້ນຜູ້ຊ່ວຍຂອງລາວບອກຄົນໜຸ່ມສາວວ່າຂ້າພະເຈົ້າເທດຜິດແລະ ຢ່າໄປເສຍໃຈຕໍ່ຄໍາເທດສະໜານັ້ນເລີຍ, ແຕ່ບໍ່ພໍເທົ່າໃດເດືອນຕໍ່ມາຜູ້ອໍານວຍການໜຸ່ມຄົນ ນີ້ຕ້ອງໜີໄປຈາກຄຣິສຕະຈັກເມື່ອພໍ່ແມ່ພົບວ່າລາວຮ່ວມຫລັບນອນກັບລູກຂອງເຂົາເຈົ້າ, ຜ່ານມາຫຼາຍປີທີ່ຂ້າພະເຈົ້າແນມເບິ່ງຄົນໜຸ່ມສາວທັງໝົດທີ່ຂ້າພະເຈົ້າໄດ້ເທດສະໜາໃນ ວັນນັ້ນໄດ້ໜີໄປຈາກຄຣິສຕະຈັກເພື່ອມີຊີວິດທີ່ບໍ່ມີພຣະເຈົ້າ, ຈາກນັ້ນພຣະເຈົ້າກໍບອກກັບ ໃຈຂອງຂ້າພະເຈົ້າວ່າ “ໂຣເບີດ ຈົ່ງເຮັດຕໍ່ໄປແລະເທດຕໍ່ຕ້ານລັດທິແອນໄທນໍມຽນນິຍົມ, ມັນເປັນສາສະໜານອກຮີດທີ່ພິລຶກຫຼາຍ, ຢ່າຢ້ານ, ຈົ່ງເທດຕໍ່ຕ້ານມັນດ້ວຍໃຈກ້າ!”.

ຂ້າພະເຈົ້າພະຍາຍາມເຮັດແບບນັ້ນຜ່ານທາງການຮັບໃຊ້ຂອງຂ້າພະເຈົ້າ, ຂ້າພະ ເຈົ້າຖືກຂັດຂວາງຫຼາຍຢ່າງໃນຖານະເປັນ “ພວກທໍາມາຈານ” ໂດຍຜູ້ນໍາຄຣິສຕະຈັກພວກ ແອນໄທນໍມຽນໃນມາຣິນຄາວຕີ້ທາງເໜືອຂອງຊານຟຣານຊິສໂກຕອນທີ່ຂ້າພະເຈົ້າເປັນສິດ ຍາພິບານຢູ່ທີ່ນັ້ນ, ຫຼັງຈາກນັ້ນກໍຖືກເປີດເຜີຍວ່າຊາຍຄົນນີ້ມີເພດສໍາພັນກັບຍິງສາວໃນ ຄຣິສຕະຈັກຂອງເຂົາ. ໃນເວສວູດທາງຕາເວັນຕົກຂອງລອດແອງເຈີລິສ, “ຄູສອນພຣະຄໍາ ພີ” ແອນໄທນໍມຽນເອີ້ນຂ້າພະເຈົ້າວ່າຟາລິສີແລະເປັນຄູສອນປອມທີ່ອັນຕະລາຍ, ຂ້າພະ ເຈົ້າກໍາລັງຟັງເລື່ອງອື່ນອີກທີ່ລາວຈີກໜ້າຂ້າພະເຈົ້າເປັນຕ່ອນໆໃນໂທລະສັບໃຫ້ຄົນໜຸ່ມໃນ ຄຣິສຕະຈັກຂອງເຮົາຟັງ, ຕອນທີ່ຂ້າພະເຈົ້າເວົ້າວ່າ “ສະບາຍດີບິລນີ້ແມ່ນດຣ.ໄຮເມີ” ລາວກໍຮ້ອງສຽງດັງແລ້ວປິດເຄື່ອງຮັບສຽງລົງຢ່າງແຮງ, ຄົນໜຸ່ມໃນຫ້ອງຮຽນພຣະຄໍາພີ ຂອງລາວສູບຊາແລະຕໍ່ຕ້ານການເຂົ້າຮ່ວມໂຮງຮຽນວັນອາທິດຢ່າງແຂງແຮງ, ນັ້ນແລະຄື ສິ່ງທີ່ພວກ “ຄູ” ແອນໄທນໍມຽນສອນເຂົາ, ໃນບໍ່ພໍເທົ່າໃດປີຂອງ “ການຮັບໃຊ້” ຂອງລາວ ກໍລົ້ມເຫຼວແລ້ວຫາຍຕົວໄປ, ໃນມໍ້ໆມານີ້ຜູ້ຍິງພວກແອນໄທນໍມຽນໄດ້ຕໍ່ສູ້ຂ້າພະເຈົ້າຕ່າງໆ ນາໆໃນອິນເຕີເນັດກ່າວຫາວ່າຂ້າພະເຈົ້າເປັນພວກທໍາມາຈານແລະຄູສອນປອມ, ລາວພົກ ປືນສັ້ນແລ້ວເວົ້າວ່າປືນມັນບອກລາວວ່າ “ຍິງເລີຍ ຍິງຂ້າມັນ” ພວກເຮົາຕ້ອງລາຍງານໃຫ້ ເອັຟບີໄອຮູ້, ແຕ່ດົນມາແລ້ວຂ້າພະເຈົ້າໄດ້ຮຽນຮູ້ວ່າບໍ່ຄວນກົງວັນກັບການຕໍ່ສູ້ໂດຍພວກ ແອນໄທນໍມຽນ, ການຕໍ່ສູ້ແບບນັ້ນໄດ້ເກີດຂື້ນກັບຄຣິສຕຽນແທ້ນັບຕັ້ງແຕ່ຄາອິນຂ້າອາເບວ ໃນໂລກບູຮານ, ອັກຄະສາວົກໂຢຮັນອ້າງອີງເຖິງຂ້າຕະກອນທີ່ຂ້າອາເບວໂດຍຄາອິນອ້າຍ ຂອງຕົນ, ລາວເວົ້າເຖິງ “ຄາອິນທີ່ມາຈາກມານຮ້າຍນັ້ນ ແລະໄດ້ຂ້ານ້ອງຊາຍຂອງຕົນເອງ ແລະເປັນຫຍັງເຂົາຈຶ່ງຂ້ານ້ອງຊາຍ ກໍເພາະການກະທຳຂອງເຂົາຊົ່ວ ແລະການກະທຳຂອງນ້ອງຊາຍນັ້ນຊອບທຳ ພີ່ນ້ອງທັງຫລາຍຂອງຂ້າພະເຈົ້າເອີ໋ຍ ຢ່າປະຫລາດໃຈຖ້າໂລກນີ້ກຽດຊັງທ່ານ” (1 ໂຢຮັນ 3:12-13)

ພວກແອນໄທນໍມຽນປະຕິເສດຢ່າງແຮງຕໍ່ການເທດສະໜາໃນຫົວຂໍ້ “ການກັບໃຈ ຈາກການກະທໍາທີ່ຕາຍແລ້ວ” (ເຮັບເລີ 6:1), ຄວາມຈິງແລ້ວພວກເຂົາຊັງການເທດສະ ໜາປະເພດນັ້ນແລະຈະຕໍ່ສູ້ນັກເທດທີ່ເທດສະໜາເຖິງມັນ, ເຮໂຣດຕັດຫົວຂອງໂຢຮັນຜູ້ໃຫ້ ບັບຕິດສະມາເພາະລາວເທດສະໜາການກັບໃຈໃຫມ່ຈາກຄວາມບາບ, ສານຊານເຮດຣິນ ຮຽກຮ້ອງໃຫ້ຄຶງພຣະຄຣິດເພາະພຣະອົງເທດສະໜາການກັບໃຈຈາກບາບ, ອັກຄະສາວົກ ເປົາໂລໄດ້“ຜະເຊີນໄພຈາກພີ່ນ້ອງທຽມ” ເພາະລາວເທດການກັບໃຈໃຫມ່ຈາກຄວາມບາບ ( 2 ໂກລິນໂທ 11:26; ກິດຈະການ 26:20, 21)

ພວກແອນໄທນໍມຽນທີ່ອຸທິດຕົວບໍ່ເຄີຍໄດ້ຮັບການກັບໃຈໃຫມ່, ພວກເຂົາບໍ່ເຄີຍບັງ ເກີດໃຫມ່ແລະພວກເຂົາຊັງຄົນທີ່ບອກເຂົາວ່າພວກເຂົາຄືຜູ້ຫລົງຫາຍ, ດຣ.ໂທເຊີ ໄດ້ຂຽນ ກ່ຽວກັບຄວາມບ້າຄັ່ງຂອງເຂົາໃນບົດຄວາມສັ້ນຂອງລາວ “ການເກີດຄັ້ງໜື່ງແລະການເກີດ ສອງຄັ້ງ” ລາວໄດ້ຊີ້ໃຫ້ເຫັນຈາກພຣະຄໍາພີວ່າຄົນເຫຼົ່ານັ້ນຜູ້ຊື່ງບໍ່ເຄີຍບັງເກີດໃຫມ່ມັກຈະຕໍ່ ສູ້ຄົນທີ່ໄດ້ບັງເກີດໃຫມ່ແລ້ວ-ເກີດສອງຄັ້ງ, ພວກແອນໄທນໍມຽນດູຖູກ,ທໍາຮ້າຍແລະຕໍ່ສູ້ຄົນ ເຫຼົ່ານັ້ນຊື່ງປະສົບກັບການບັງເກີດໃຫມ່, ດຣ.ໂທເຊີກ່າວວ່າ “ຄວາມບ້າຄັ່ງອັນໃຫຍ່ນີ້ໄດ້ຕໍ່ ສູ້ພວກເກີດສອງຄັ້ງເພາະການຮັບໃຊ້ເພື່ອຢືນຢັນເຖິງຄວາມຈິງທີ່ເຂົາເຈົ້າສອນ” (A. W. Tozer, D.D., “The Once-Born and the Twice-Born,” Man: The Dwelling Place of God, Christian Publications, 1966, page 21).

ມັນໜ້າເສົ້າຫຼາຍທີ່ເລື່ອງນີ້ຄືຕົ້ນເຫດ, ພວກເຮົາອົດທົນຕໍ່ພວກແອນໄທນໍມຽນເພື່ອ ໃຫ້ເຂົາລອດ, ພວກເຮົາມັກອະທິຖານເພື່ອພວກເຂົາອາດຈະກັບໃຈໃຫມ່, ພວກເຂົາຮູ້ດີວ່າ ພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າບາບຂອງເຂົາ, ພວກເຂົາຮູ້ດີວ່າພຣະອົງ ຊົງພຣະຊົນຢູ່ໃນສະຫວັນ, ແຕ່ພວກເຂົາບໍ່ເຄີຍກັບໃຈແທ້ໆແລະບໍ່ເຄີຍເຊື່ອວາງໃຈໃນພຣະ ອົງແທ້.

ບາງຄົນທີ່ຢູ່ທີ່ນີ້ໃນຄືນນີ້ອາດຈະເປັນພວກແອນໄທນໍມຽນຍຶດຕິດກັບການກັບໃຈ ທຽມເທັດແລະຕໍ່ສູ້ໃນໃຈຂອງທ່ານຕໍ່ຄວາມຈິງໃດໜື່ງ, ຫຼືບາງຄົນອ່ານຫຼືໄດ້ຍິນຄໍາເທດສະ ໜານີ້ເທິງອິນເຕີເນັດອາດຈະຕໍ່ສູ້ກັບການທີ່ມີການກັບໃຈໃຫມ່ທີ່ແທ້ຈິງ, ຂ້າພະເຈົ້າຂໍກ່າວ ກັບທ່ານດ້ວຍໃຈທີ່ໜັກແໜ້ນວ່າ “ທ່ານກໍາລັງຍຶດຕິດກັບຄວາມຕາຍແລະການສາລະພາບ ທຽມເທັມຂອງຮ່າງກາຍທີ່ເສື່ອມຊາມ, ທ່ານກໍາລັງພາດຈາກສັນຕິສຸກແລະຄວາມຍິນດີຂອງ ການກັບໃຫມ່ທີ່ແທ້ຈິງ, ຈົ່ງເລືອກຊີວິດ! ຈົ່ງເລືອກຊີວິດ! ຈົ່ງຖີ້ມຄວາມເສື່ອມຊາມ, ຊາກ ສົບທີ່ເນົ່າຂອງການກັບໃຈປອມ!ຈາກນັ້ນຈົ່ງຖີ້ມໂຕຂອງທ່ານເທິງພຣະເຢຊູຄຣິດ! ພຣະອົງ ຈະລ້າງທ່ານຈາກບາບຂອງທ່ານດ້ວຍພຣະໂລຫິດຂອງພຣະອົງເອງ! ພຣະອົງຈະຊົງສ້າງ ທ່ານຂື້ນມາໃຫມ່ຜູ້ຊື່ງຈະເຊື່ອຟັງພຣະເຈົ້າດ້ວຍຄວາມຮັກ, ແທນທີ່ຈະກະບົດຕໍ່ສູ້ພຣະອົງ ໃນວັນແຫ່ງຄວາມຊົ່ວຮ້າຍ” ພຣະຄໍາພີກ່າວວ່າ:

“ຖ້າຜູ້ໃດຢູ່ໃນພຣະຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກສ້າງໃຫມ່ແລ້ວ ສິ່ງເກົ່າໆກໍ ລ່ວງໄປ ເບິ່ງແມ້ ສິ່ງສາລະພັດກາຍເປັນສິ່ງໃຫມ່ທັງນັ້ນ” (2 ໂກລິນໂທ 5:17)

ເມື່ອທ່ານກັບໃຈໃຫມ່ແລະຖີ້ມໂຕຂອງທ່ານລົງເທິງພຣະເຢຊູທ່ານຈະສາມາດຮ້ອງເພງນີ້ “ຂ້າມອບທຸກສິ່ງແກ່ພຣະເຢຊູ”

ຂ້າມອບທຸກສິ່ງແກ່ພຣະເຢຊູ ຍອມຖະວາຍໝົດດ້ວຍເຕັມໃຈ
ຂ້າຈະຮັກແລະເພີ່ງພຣະເຢຊູຕໍ່ພຣະພັກຂອງພຣະຜູ້ໄຖ່
ມອບທຸກສິ່ງທຸກຢ່າງ ມອບທຸກສິ່ງທຸກຢ່າງ
ມອບຖະວາຍໝົດແກ່ພຣະເຢຊູ ຜູ້ໂຜດຊໍາລະລ້າງ

ຂ້າມອບທຸກສິ່ງແກ່ພຣະເຢຊູ ນ້ອມນອບຂາບຕໍ່ພຣະບາທາ
ຄວາມສຸກໂລກນີ້ຂ້າຍອມຖີ້ມແລ້ວ ຂໍພຣະອົງຊົງໂຜດຮັບຂ້າ
ມອບທຸກສິ່ງທຸກຢ່າງ ມອບທຸກສິ່ງທຸກຢ່າງ
ມອບຖະວາຍໝົດແກ່ພຣະເຢຊູ ຜູ້ໂຜດຊໍາລະລ້າງ
(“ມອບທຸກສິ່ງທຸກຢ່າງ” ໂດຍຈັດສັນ ດັບເບີ້ນຢູ.ຟານເດີເວັນເທີ 1855-1939)

ພວກເຮົາພ້ອມທີ່ຈະລົມກັບທ່ານກ່ຽວກັບຄວາມລອດໂດຍພຣະເຢຊູ, ຖ້າທ່ານຢາກ ຈະລົມກັບພວກເຮົາກະລຸນາອອກຈາກຕັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້ດຽວ ນີ້ເລີຍ, ດຣ. ເຄແກນ ຈະພາທ່ານໄປບ່ອນງຽບໆບ່ອນທີ່ເຮົາສາມາດສົນທະນາກັນໄດ້, ດຣ.ຊານ ກະລຸນາມາອະທິຖານເພື່ອຄົນທີ່ຕອບຮັບທີ່ຈະເຊື່ອໄວ້ວາງໃຈໃນພຣະເຢຊູໃນຄໍ່າ ຄືນນີ້ແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ເອເຟໂຊ 2:4-10.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
(“ມອບທຸກສິ່ງທຸກຢ່າງ” ໂດຍຈັດສັນ ບເບີ້ນຢູ.ຟານເດີເວັນເທີ 1855-1939).