Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຮູບແບບຂອງການກັບໃຈໃຫມ່

(ບົດເທດສະໜາຕອນທີ່ 1 ເລື່ອງລູກຄົນນ້ອຍຜູ້ຫຫລົງຫາຍ)
THE ARCHETYPE OF CONVERSION
(SERMON NUMBER 1 ON THE PRODIGAL SON)
(Laotian)

ໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ຕອນເຊົ້າວັນຂອງພຣະເຈົ້າ 25/8/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, August 25, 2013

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)


ຄໍາອຸປະມາເລື່ອງລູກຄົນນ້ອຍຜູ້ຫລົງຫາຍຄື ໜື່ງໃນເລື່ອງຄວາມຮັກທີ່ດີທີ່ສຸດໃນ ພຣະຄໍາພີແຕ່ມັກຖືກແປໄປໃນທາງທີ່ຜິດໆໃນປະຈຸບັນນີ້, ຄໍ່າຄືນນີ້ຂ້າພະເຈົ້າຈະພະຍາ ຍາມເຮັດສິ່ງທີ່ຜິດພາດໃຫ້ມັນຖືກໃນບົດເທດຂອງຂ້າພະເຈົ້າ, “ການແປຜິດເລື່ອງລູກ ຄົນນ້ອຍຜູ້ຫລົງຫາຍ” ຂ້າພະເຈົ້າຫວັງວ່າພວກທ່ານຈະກັບມາຟັງອີກຕອນ 6:30 ໂມງ, ພວກເຮົາຈະມີອາຫານແລງຫຼັງຈາກນັ້ນ, ໃຫ້ເຮົາກັບມາອີກໃນມື້ແລງນີ້.

ນັກອະທິບາຍພຣະຄໍາພີເດີມທຸກຄົນລ້ວນແຕ່ເວົ້າວ່າລູກຄົນນ້ອຍຄືຜູ້ຫລົງຫາຍ, ພວກເຂົາເວົ້າວ່າຄໍາອຸປະມານີ້ໄດ້ອະທິບາຍການກັບໃຈໃຫມ່ຂອງລາວ, ແຕ່ບິລລີ່ເກຣແຮມ ແລະຄົນອື່ນໆເວົ້າວ່ານີ້ບໍ່ແມ່ນພາບແຫ່ງການກັບໃຈໃຫມ່, ນັກຕັດສິນໃຈນິຍົມເວົ້າວ່າ ມັນ ຄືພາບຂອງການອຸທິດຕົວໃຫມ່ຂອງຄຣິສຕຽນຜູ້ຖອຍຫຼັງແລ້ວ, ແລ້ວພວກນັກອະທິບາຍ ພຣະຄໍາພີເດີມຜິດໄດ້ແນວໃດ? ແມ່ນ ພວກເຂົາບໍ່ຜິດ, ການແປສະໄໝໃຫມ່ຕ່າງຫາກທີ່ ຜິດ, ທ່ານເຫັນບໍ່ວ່ານັກເທດສະໄໝໃຫມ່ໄດ້ເຮັດໃຫ້ເລື່ອງນີ້ເປັນການອຸທິດຕົວໃຫມ່ເພາະ ເຂົາບໍ່ເຄີຍເຫັນການກັບໃຈໃຫມ່ແບບນີ້, ນີ້ເປັນເຫດຜົນວ່າແມ່ນກະທັ່ງຄູສອນພຣະຄໍາພີ ຜູ້ຍິ່ງໃຫຍ່ເຊັ່ນ ດຣ.ແມັກກີ້ກໍແປຜິດ - ຊື່ງຂ້າພະເຈົ້າຈະຍົກລາຍລະອຽດໃຫ້ເຫັນໃນຄໍາ ເທດສະໜາໃນຄໍ່າຄືນນີ້ .

ໃນສະຕະວັດທີ່ຊາວ, “ນັກຕັດສິນໃຈນິຍົມ”ໄດ້ກັບໃຈໃຫມ່ເຂົ້າສູ່ສິ່ງຖືກໆ - ພຽງ ແຕ່ຍົກມືຂອງທ່ານຂື້ນແລ້ວທ່ານຈະລອດ, ພຽງແຕ່ທ່ອງຈໍາຄໍາອະທິຖານສັ້ນຄືກັບນົກແກ້ວ ແລ້ວທ່ານກໍລອດ, ດັ່ງນັ້ນໃນສະຕະວັດທີ່ຊາວ,ພວກນັກເທດຈື່ງບໍ່ເຫັນກັບການໃຈໃຫມ່ຄື ກັບເລື່ອງລູກຄົນນ້ອຍ, ຄືກັບຜົນໂດຍກົງຂອງ“ພວກຕັດສິນໃຈນິຍົມ” ບິລລີ່ເກຣແຮມແລະ ຄົນອື່ນໆໄດ້ແປຄໍາອຸປະມານີ້ເປັນການອຸທິດຕົວໃຫມ່ຫຼາຍກວ່າການກັບໃຈໃຫມ່, ແທນທີ່ ຈະໃຫ້ຄໍາອຸປະມາກ່າວເຖິງໂຕມັນເອງພວກເຂົາພັດອ່ານມັນຜ່ານ“ແວ່ນ”ຂອງ“ພວກນັກຕັດ ສິນໃຈນິຍົມ”, ແມ່ນກະທັ່ງຜູ້ເປັນຄູພຣະຄໍາພີຜູ້ຍິ່ງໃຫຍ່ເຊັ່ນດຣ.ແມັກກີ້ກໍຍັງສັບສົນໂດຍ ພວກນັກຕັດສິນໃຈນິຍົມ, ລາວກ່າວວ່າ “ເລື່ອງນີ້ບໍ່ແມ່ນພາບຂອງຄົນບາບທີ່ໄດ້ຮັບຄວາມ ລອດ…ໃຫ້ເຂົ້າໃຈວ່າແມ່ນຫຍັງຄືສິ່ງທີ່ພຣະຄໍາພີສື່ເຖິງ, ຄໍາອຸປະມາບໍ່ແມ່ນເລື່ອງວ່າຄົນ ບາບລອດໄດ້ແນວໃດ,ມັນໄດ້ເປີດເຜີຍເຖິງພຣະໄທຂອງພຣະບິດາທີ່ບໍ່ພຽງຊ່ວຍຄົນບາບ ໃຫ້ລອດເທົ່ານັ້ນແຕ່ຍັງຈະພາລູກຂອງພຣະອົງທີ່ເຮັດບາບກັບມາ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume IV, p. 314; notes on Luke 15:14).

ຂ້າພະເຈົ້າເຊື່ອວ່າດຣ.ແມັກກີ້ໜ້າຈະສັບສົນກ່ຽວກັບເລື່ອງນີ້ໂດຍລູອິສສະແປຣີ່ເຊຟເຟີຜູ້ກໍ່ຕັ້ງໂຮງຮຽນສອນສາສະໜາດາລັສ, ດຣ.ເຊຟເຟີ ຄືຜູ້ຕໍ່ຕ້ານການກັບໃຈໃຫມ່ແບບ ເດີມ, ລາວສອນຮູບແບບຂອງ “ພວກສານເດແມນນາຍນິສສຶມ” - ຄວາມຄິດທີ່ວ່າພວກ ເຮົາລອດແລ້ວໂດຍການເຊື່ອແບບທໍາມະດາທີ່ພຣະຄໍາພີເວົ້າເຖິງພຣະຄຣິດ, ມັນເບິ່ງຄືວ່າ ດຣ.ແມັກກີ້ໄດ້ຄວາມຄິດຂອງຕົນເລື່ອງລູກຄົນນ້ອຍຄືກັບ “ຜູ້ອຸທິດຕົວໃຫມ່” ຈາກລູອີສສະ ແປຣີ່ເຊຟເຟີ, ຖ້າມີໃຜອ່ານບົດເທດນີ້ກໍຈະພົບວ່າດຣ.ເຊຟເຟີເວົ້າແນວໃດກ່ຽວກັບລູກນ້ອຍ ຜູ້ຫລົງຫາຍແລ້ວສົ່ງແຫຼ່ງຂໍ້ມູນນັ້ນມາໃຫ້ ຂ້າພະເຈົ້າຈະດີໃຈຫຼາຍ, ຄວາມຄິດຜິດໆນີ້ໄດ້ ແພ່ລາມໄປໃນສະຕະວັດທີ່ຊາວ, ບິລລີ່ເກຣແຮມເວົ້າເຖິງລູກຄົນນ້ອຍເປັນຄືກັບຜູ້ຖອຍຫຼັງ ຊື່ງຫັນກັບມາຫາພຣະເຈົ້າ, ລາວກ່າວວ່າ “ຂ້າພະເຈົ້າຂໍຮ້ອງທ່ານໃຫ້ຢືນຢັນຄໍາຢືນຢັນຂອງ ທ່ານອີກເທື່ອໜື່ງ, ຂ້າພະເຈົ້າຂໍຮ້ອງໃຫ້ທ່ານກັບມາຫາພຣະເຈົ້າໃນຄືນນີ້” ລາວເວົ້າວ່າ ທຸກໆເທື່ອທີ່ລາວເທດເຖິງເລື່ອງລູກຄົນນ້ອຍຜູ້ຫລົງຫາຍໃນລາຍການຄຣູເສດຂອງລາວທີ່ ອອກອາກາດທາງໂທລະພາບໄປທົ່ວອາເມລິກາເປັນເວລາຫ້າສິບປີ, ດ່ັງນັ້ນປະຈຸບັນນີ້ ຈື່ງເປັນເຫດໃຫ້ສະເລ່ຍແລ້ວນັກປະກາດຂ່າວປະເສີດໃນອາເມລິກາມີຄວາມຄິດເລື່ອງລູກ ຄົນນ້ອຍແບບນີ້, ແຕ່ມັນສັບສົນແທ້ ເປັນຫຍັງ? ເພາະວ່າຄໍາອຸປະມາເລື່ອງລູກຄົນນ້ອຍ ບໍ່ໄດ້ ເວົ້າເຖິງ ການອຸທິດຕົວໃຫມ່! ມັນ ເວົ້າ ເຖິງ ການກັບໃຈໃຫມ່ ທີ່ ແທ້ຈິງ - ແລະ ທັງ ສອງ ຢ່າງ ບໍ່ ຄື ກັນ! ການກັບໃຈໃຫ່ຄືບາງສິ່ງບາງຢ່າງທີ່ພຣະເຈົ້າຊົງເຮັດເພື່ອເຮົາ ການອຸທິດຕົວໃຫມ່ຄືສິ່ງທີ່ທ່ານ ເຮັດ, ໃນການກັບໃຈໃຫມ່ ພຣະວິນຍານຂອງພຣະເຈົ້າ ຈະປຸກຄົນບາບໃຫ້ຕື່ນຂື້ນແລ້ວຊັກນໍາຄົນນັ້ນໃຫ້ຖີ້ມຄວາມສົກກະປົກຂອງບາບແລ້ວເຂົ້າ ມາໃກ້ພຣະເຈົ້າ, ຖ້າບຸກຄົນນັ້ນຫາກພຽງແຕ່ອຸທິດຕົວໃຫມ່ຊີວິດຂອງເຂົາກໍຈະຕົກນາຮົກ ເປັນຫຍັງ? ເພາະຄວາມລອດມີມາໂດຍພຣະຄຸນ, ການອຸທິດຕົວໃຫມ່ແມ່ນມາຈາກການ ກະທໍາ, ແລະການກະທໍາກໍ່ບໍ່ເຄີຍຊ່ວຍໃຜໃຫ້ລອດໄດ້ເລີຍ!

ນັກອະທິບາຍພຣະຄໍາພີເດີມທຸກຄົນໄດ້ຂຽນຂື້ນກ່ອນພວກນັກຕັດສິນໃຈນິຍົມວ່າ ລູກຄົນນ້ອຍຄືຜູ້ຫລົງຫາຍ, ເຊັ່ນ ຄໍາອະທິບາຍຂອງມັດທິວເຮນຣີ່ ກ່າວວ່າຄໍາວ່າ “ລູກ ຊາຍ” ບໍ່ໄດ້ໝາຍຄວາມວ່າລາວລອດແລ້ວ, ແຕ່ນໍາສະເໜີເຖິງພຣະເຈົ້າວ່າຊົງເປັນພໍ່ຂອງ ມະນຸດທຸກຄົນ” ເຮນຣີ່ຍັງກ່າວອີກວ່າຄໍາອຸປະມາໄດ້ໃຫ້ “ເພື່ອສະແດງໃຫ້ເຫັນວ່າພຣະເຈົ້າ ຊົງພໍພຣະໄທທີ່ຄົນບາບຄົນໜື່ງກັບໃຈເສຍໃຫມ່” (Hendrickson Publishers, 1996 edition, volume 5, p. 598; notes on Luke 15:11-32). ນັ້ນຄືຫົນທາງຂອງນັກອະທິບາຍຊັ້ນເອກທຸກ ຄົນຂຽນກ່ອນນັກຕັດສິນໃຈນິຍົມສະຕະວັດທີ່ຊາວທີ່ອະທິບາຍຄໍາອຸປະມາ.

ກ່າວຜ່ານພວກນັກຕັດສິນໃຈນິຍົມແບບຕື້ນໆຂອງສະຕະວັດທີ່ຊາວ,ໃຫ້ເຮົາຄິດເຖິງ ຄວາມໝາຍທີ່ແທ້ຈິງຂອງຄໍາອຸປະມາ, ມັນຄືຄໍາອຸປະມາຢ່າງທີ່ສາມທີ່ພຣະເຢຊູຊົງໃຫ້ແກ່ ພວກຟາລິສີ, ພວກເຂົາຕໍານິພຣະເຢຊູເພາະພຣະອົງຊົງ “ຕ້ອນຮັບຄົນບາບແລະກິນເຂົ້າ ກັບເຂົາເຈົ້າ” (ລູກາ 15:2), ເພື່ອອະທິບາຍວ່າເປັນຫຍັງພຣະອົງຈື່ງຕ້ອນຮັບຄົນບາບ ແລະກິນເຂົ້າກັບເຂົາ, ພຣະເຢຊູໄດ້ໃຫ້ຄໍາອຸປະມາສາມຢ່າງ - ສາມເລື່ອງສັ້ນທີ່ມີບົດຮຽນ ຂ້າງໃນນັ້ນ, ເລື່ອງທີ່ໜື່ງພຣະອົງໃຫ້ຄໍາອຸປະມາກ່ຽວກັບແກະທີ່ຫລົງຫາຍ (ລູກາ 15:3-7) ເລື່ອງທີ່ສອງ ພຣະອົງໃຫ້ຄໍາອຸປະມາເລື່ອງຫຼຽນເງີນທີ່ຫາຍໄປ (ລູກາ 15:8-10) ເລື່ອງທີ່ ສາມ ພຣະອົງໃຫ້ຄໍາອຸປະມາເລື່ອງລູກຊາຍທີ່ຫາຍໄປ - ຊື່ງມັກຖືກເອີ້ນວ່າ “ລູກຄົນນ້ອຍ ຜູ້ຫລົງຫາຍໄປແລ້ວກັບຄືນມາ” (ລູກາ 15:11-32), ຄໍາອຸປະມາທັງສາມນັ້ນເວົ້າເຖິງ ຄວາມລອດຂອງຜູ້ຫລົງຫາຍ, ທຸກໆຄົນເຫັນດ້ວຍວ່າຄໍາອຸປະມາເລື່ອງທີ່ໜື່ງກັບສອງເວົ້າ ເຖິງຄົນຫລົງຫາຍທີ່ຮັບຄວາມລອດ ແລະນັກອະທິບາຍທຸກຄົນກ່ອນສະຕະວັດທີ່ຊາວກ່າວ ວ່າຄໍາອຸປະມາເລື່ອງທີ່ສາມກໍເວົ້າເຖິງຄົນຫລົງຫາຍໄດ້ຮັບຄວາມລອດເຊັ່ນກັນ! ພຣະຄໍາພີ ສະກໍຟິວຕັ້ງຊື່ວ່າ “ຄໍາອຸປະມາເລື່ອງລູກຊາຍຜູ້ຫລົງຫາຍ” (The Scofield Study Bible, 1917 edition). ແລະມັນເປັນແບບນັ້ນແນ່ນອນ, ໃນລູກາ 15:24 ພໍ່ຂອງຊາຍໜຸ່ມນັ້ນບອກ ວ່າລູກຊາຍຂອງລາວຝ່າຍວິນຍານຕາຍແລ້ວ ແລະລາວຄືຜູ້ຫລົງຫາຍ!

“ເພາະວ່າລູກຂອງເຮົາຄົນນີ້ ຕາຍ ແລ້ວແຕ່ກັບເປັນອີກ[ເກີດໃຫມ່] ຫາຍ ໄປ ແລ້ວ ແຕ່ໄດ້ພົບກັນອີກ…” (ລູກາ 15:24)

ຄໍາອຸປະມາເລື່ອງລູກຄົນນ້ອຍຫລົງຫາຍແລ້ວກັບມາອີກໄດ້ໃຫ້ໂດຍພຣະເຢຊູເພື່ອ ເປັນຕົ້ນແບບ - ຮູບແບບຕົວຢ່າງຂອງການກັບໃຈໃຫມ່ທີ່ແທ້ຈິງ. ການກັບໃຈໃຫມ່ຂອງ ເປົາໂລກໍຕາມຮູບແບບນີ້, ແລະຕົວຢ່າງຂອງການກັບໃຈໃຫມ່ຂອງລູກຄົນນ້ອຍກໍໄດ້ກາຍ ເປັນປະສົບການຂອງນັກເທດຜູ້ຍິ່ງໃຫຍ່ທຸກຄົນຈົນມາຮອດສະຕະວັດທີ່ຊາວ - ກັບການ ຄາດບໍ່ເຖິງການມາຂອງທິດສະດີນອກລູ່ນອກທາງຂອງຟິນນີ, ອ່ານປະຫວັດສາດຄຣິສ ຕຽນໜ້ອຍໜື່ງແລ້ວທ່ານຈະເຫັນການກັບໃຈຂອງພວກຜູ້ນໍາຄຣິສຕຽນທີ່ຍິ່ງໃຫຍ່ນີ້ອີງຕາມ ຮູບແບບການກັບໃຈໃຫມ່ຂອງລູກຄົນນ້ອຍຜູ້ຫລົງຫາຍ, ການກັບໃຈໃຫມ່ຂອງອໍກັສຕິນ ໄດ້ຕາມຮູບແບບນີ້, ແລະຄືກັບການກັບໃຈຂອງລູເທີ, ບັນຢັນ, ໄວຟິວແລະສອງອ້າຍນ້ອງ ເວສລີ, ທຸກຄົນທີ່ກັບໃຈໃຫມ່ແມ່ນຢູ່ໃນຊ່ວງການຟື້ນຂື້ນອັນຍິ່ງໃຫຍ່ຂອງຊ່ວງໜື່ງ ແລະ ສອງ (1730-1840), ເຊັ່ນດຽວກັບການກັບໃຈໃຫມ່ຂອງ ຊີ.ເອັຊ.ສະເປີໂຈນ, ອາ.ເອ ທໍຣີ່ແລະອີກໜື່ງໃນນັກເທດຜູ້ຍິ່ງໃຫຍ່ທີ່ສຸດຕະຫຼອດການຄື ນັກປະກາດຂ່າວປະເສີດຈາກ ປະເທດຈີນ ດຣ.ຈອນ ຊວງ, ບຸລຸດເຫຼົ່ານີ້ໄດ້ກັບໃຈໃຫມ່ເມື່ອພວກເຂົາໄດ້ພົບກັບປະສົບ ການການກັບໃຈໃຫມ່ຕາມຮູບແບບຂອງລູກຄົນນ້ອຍຜູ້ຫລົງຫາຍ.

ອີກຢ່າງໜື່ງ, ຂ້າພະເຈົ້າຄິດວ່ານັ້ນຄືໜື່ງເຫດຜົນທີ່ພຣະຄຣິດໄດ້ໃຫ້ຄໍາອຸປະມາ ເລື່ອງລູກຄົນນ້ອຍຜູ້ຫລົງຫາຍເພື່ອໃຫ້ພາບແຫ່ງການກັບໃຈໃຫມ່ແກ່ເຮົາ, ບໍ່ມີບ່ອນໃດອີກ ແລ້ວໃນຂ່າວປະເສີດສີ່ເຫຼັ້ມທີ່ພຣະຄຣິດໄດ້ໃຫ້ຂໍ້ມູນທີ່ພັນລະນາເຖິງການການກັບໃຈວ່າ ເກີດຂື້ນໄດ້ແນວໃດ, ແມ່ນ ຄໍາພະຍານຂອງເປົາໂລຖືກບັນທຶກໄວ້ສາມເທື່ອໃນໜັງສືກິດ ຈະການ-ແຕ່ຂ້າພະເຈົ້າຂໍຢືນຢັນວ່າການກັບໃຈຂອງເປົາໂລກໍຕາມແບບທີ່ຖືກໃຫ້ໄວ້ແລ້ວ ໂດຍພຣະຄຣິດຫຼາຍປີກ່ອນທີ່ເປົາໄດ້ກັບໃຈໃຫມ່,ຕອນທີ່ພຣະເຈົ້າໄດ້ໃຫ້ຄໍາອຸປະມາເລື່ອງ ລູກຄົນນ້ອຍຜູ້ຫລົງຫາຍ.

(ກົດທີ່ນີ້ເພື່ອອ່ານບົດເທດຂອງຂ້າພະເຈົ້າໃນຫົວຂໍ້ “ການແປຜິດເລື່ອງລູກຄົນ ນ້ອຍ” ທ່ານຄວນອ່ານມັນຕາມຄໍາເທດສະໜາບົດນີ້)

ຄືກັບທີ່ຂ້າພະເຈົ້າໄດ້ເວົ້າໃນຕອນຕົ້ນແລ້ວວ່າ, ຄໍາອຸປະມາເລື່ອງລູກຄົນນ້ອຍຜູ້ ຫລົງຫາຍເປັນເລື່ອງຮັກທີ່ດີທີ່ສຸດເລື່ອງໜື່ງໃນພຣະຄໍາພີ, ເຫດຜົນກໍຄືເພາະມັນໄດ້ນໍາສະ ເໜີຄົນບາບໃນແບບທີ່ເຂົາຕ້ອງມີປະສົບການຈື່ງຈະລອດໄດ້, ແລະດ້ວຍຄໍາແນະນໍາທີ່ຍາວ ຕອນນີ້ເຮົາມາຮອດເນື້ອໃນຂອງເລື່ອງ, ຂໍ້ພຣະຄໍາພີງ່າຍໆ

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

ຂ້າພະເຈົ້າບອກວ່າການກັບໃຈໃຫມ່ຂອງລູກຄົນນ້ອຍຄືຕົ້ນແບບເພາະມັນໄດ້ນໍາສະເໜີທຸກ ຂັ້ນຕອນທີ່ປາກົດຂື້ນເມື່ອບຸກຄົນໜື່ງໄດ້ກັບໃຈຢ່າງແທ້ຈິງ, ຂໍ້ພຣະຄໍາພີງ່າຍໆ

“ແລະເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

ມີຂັ້ນຕອນທີ່ແຕກຕ່າງກັນໃນການກັບໃຈໃຫມ່, ແລະເຮົາເຫັນມັນໃນປະສົບການ ຂອງລູກຊາຍນ້ອຍ, ຂັ້ນຕອນອັນທີ່ໜື່ງຄືເມື່ອຊາຍໜຸ່ມຢາກຈະເປັນອິດສະຫຼະຈາກພໍ່ຂອງ ເຂົາ, ລາວບໍ່ຢາກໃຫ້ພໍ່ມາຄວບຄຸມລາວອີກຕໍ່ໄປ, ລາວຢາກເປັນ “ອິດສະຫຼະ” ລູກຊາຍ ນ້ອຍບໍ່ໄດ້ປະຕິເສດການມີຢູ່ຂອງພຣະເຈົ້າ, ລາວເຂົ້າຮ່ວມພິທີທາງສາສະໜາກັບພໍ່ແມ່ ຂອງລາວ, ແຕ່ເລິກໆໃນໃຈຂອງລາວຖືກຄວາມປາດຖະໜາເຊື່ອງໄວ້ທີ່ເອີ້ນວ່າ “ເສລີ ພາບ”, ລາວຢາກຈະເອົາກົດແລະການຄວບຄຸມຂອງພໍ່ຖິ້ມໄປໝົດ, ລາວຄິດວ່າມັນໜ້າຈະ ມີປະສົບການທີ່ໜ້າຊື່ນຊົມຍິນດີທີ່ລາວບໍ່ເຄີຍພົບເຈີ, ລາວຢາກຈະລອງຊີມຜົນຂໍ້ຫ້າມຂອງ ໂລກທີ່ລາວເອງບໍ່ເຄີຍສະໜຸກມາກ່ອນ, ຕອນນີ້ລາວເປັນຜູ້ໃຫຍ່ແລ້ວແລະລາວຢາກປ່ຽນ ແປງໂຕຂອງລາວເອງແລະສ້າງກົດເກນຂອງຕົນເອງຫຼາຍກວ່າທີ່ຈະຍອມຢູ່ໃຕ້ກົດການ ຄວບຄຸມພໍ່ຂອງຕົນ, ຖ້າທ່ານໄດ້ຄິດແບບນີ້ທ່ານກໍ “ມາເຖິງຕົວທ່ານເອງ” ໃນຕອນນີ້ກ່ອນ ທີ່ທ່ານຈະໄປສູ່ຄວາມຫາຍະນະແລະຄວາມອາຍທີ່ກໍາລັງຈະມາເຖິງຖ້າທ່ານດໍາເນີນໄປຕາມ ຄວາມຄິດກະບົດແບບນີ້.

ແຕ່ພໍລູກຊາຍນ້ອຍມາເຖິງຂັ້ນຕອນຕໍ່ໄປ, ລາວກໍໄດ້ຮັບມໍລະດົກຂອງລາວຢ່າງ ໄວວາກ່ອນທີ່ພໍ່ຂອງລາວຈະຕາຍ, ລາວເອົາເງີນໄປແລ້ວແລ່ນໜີໄກໄປຈາກປະເທດ,ຕອນ ນີ້ລາວສາມາດເຮັດທຸກສິ່ງຕາມທີ່ລາວເຄີຍໄຝ່ຝັນເອົາໄວ້, ລາວໃຊ້ທັງກາງເວັນແລະກາງ ຄືນເພື່ອສະໜຸກສະໜານ “ການສໍາລານໃນບາບຊົ່ວຂະນະໜື່ງ”(ເຮັບເລີ 11:25)

ກ່ອນທີ່ລາວຈະເຂົ້າສູ່ຂັ້ນຕອນທີ່ສາມເມື່ອລາວໄດ້ “ໃຊ້ໝົດທຸກຢ່າງ”, ຕອນນີ້ບໍ່ ມີຫຍັງພໍໃຈຄວາມກະຫາຍຂອງລາວອີກ, ບາບທຸກຢ່າງຂອງລາວບໍ່ໄດ້ໃຫ້ຄວາມພໍໃຈອັນ ໃດເລີຍຕອນນີ້, ແລະໃນສະຖານະການທີ່ຫຍຸ້ງຍາກນີ້ລາວກໍໄດ້ເຂົ້າສູ່ຂັ້ນຕອນທີ່ສີ່-“ເມື່ອ ລາວຮູ້ສໍານຶກຕົວແລ້ວ” (ລູກາ 15:17) - ຫຼືຄືກັບການແປສະໄໝໃຫມ່ທີ່ບອກວ່າ “ລາວ ເຂົ້າສູ່ຄວາມຮູ້ສຶກຂອງລາວ”

ລາວໂງ່ປານໃດ! ລາວເປັນຄືກັບຄົນບ້າທີ່ໄປເຮັດບາບນັ້ນສູ່ບາບນີ້, ພວກເຮົາໄດ້ ເຫັນຄົນໜຸ່ມສາວເຮັດຄືກັບສັດ,ສິ່ງແປກປະຫຼາດ, ພວກເຮົາໄດ້ເຫັນຄົນໜຸ່ມສາວໄປໄກສູ່ ຄວາມບາບທີ່ສຸດທ້າຍແລ້ວພວກເຂົາກໍອອກໄປຈາກຄຣິສຕະຈັກ, ພວກເຮົາໄດ້ເຫັນເຂົາ ຈົ່ມລົງສູ່ບາບເລິກ, ບໍ່ມີໃຜສາມາດຢຸດເຂົາໄດ້ໃນຕອນນີ້, ເຂົາບໍ່ເຄີຍຄິດວ່າພວກເຂົາຈະ ໄປສູ່ຄວາມບາບເລິກນັ້ນ, ພວກເຂົາອາດປະສົບຄວາມສໍາເລັດໃນທຸລະກິດແລະພາຍນອກ ປາກົດວ່າເຮັດໄດ້ດີຫຼາຍແຕ່ກ່ຽວກັບສິ່ງຂອງຂອງພຣະເຈົ້າແລ້ວເຂົາກາຍເປັນຄືກັບສັດ. ປາສະຈາກສັນຕິສຸກໃນໃຈຂອງເຂົາແລະປາສະຈາກຄວາມຫວັງໃນໂລກນີ້.

“ແລະເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

ນັ້ນຄືວຽກທໍາອິດຂອງພຣະຄຸນໃນໃຈຂອງຄົນບາບຜູ້ຫລົງຫາຍ, ມີພຽງພຣະວິນຍານບໍລິສຸດ ທີ່ສາມາດເຮັດໃຫ້ຄົນບາບມາເຖິງຄວາມຮູ້ສຶກຂອງຕົນແລະເລີ່ມຕົ້ນຄິດຮອບຄອບກ່ຽວກັບ ຊີວິດຂອງເຂົາ ແລະຈຸດໝາຍປາຍທາງຊີວິດຂອງຕົນ, ແລະຢ່າໄປຟັງພະຍາມານຖ້າມັນ ບອກທ່ານວ່າທ່ານສາມາດກັບມາໄດ້ຕະຫຼອດເວລາຄືກັບລູກຊາຍນ້ອຍ, ຢ່ານັບຖືມັນ!ທ່ານ ສາມາດມາໄດ້ຖ້າພຣະເຈົ້າຊັກນໍາທ່ານແລະກໍບໍ່ມີປະກັນວ່າພຣະອົງຈະຊັກນໍາທ່ານມາຖ້າ ທ່ານຫາກປາດຖະໜາໄປຫາບາບ! ພຣະອົງອາດຈະກ່າວວ່າ “ເອຟຣາອິມກໍຜູກພັນກັບຮູບ ເຄົາລົບແລ້ວ” (ໂຮເຊຢາ 4:17), ໃຫ້ເຮົາໃຊ້ຈັກບໍ່ນາທີເພື່ອເບິ່ງວ່າຄໍາອຸປະມາເລື່ອງລູກ ຊາຍນ້ອຍສະແດງການກັບໃຈໃຫມ່ຂອງຄົນບາບຜູ້ຫລົງຫາຍແນວໃດແດ່.

I. ໜື່ງ, ຄົນບາບຜູ້ຫລົງຫາຍສໍານຶກຕົນ.

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” - ເມື່ອລາວຮູ້ສຶກສໍານຶກຂອງຕົນແລ້ວ” ນີ້ຄືເຄື່ອງ ໝາຍທໍາອິດທີ່ພຣະຄຸນຂອງພຣະເຈົ້າກໍາລັງເຮັດວຽກໃນຊີວິດຂອງທ່ານ.

ບາງເທື່ອການປ່ຽນແປງຄວາມຄິດກໍເກີດຂື້ນໃນທັນທີ, ນັ້ນຄືຫົນທາງທີ່ເກີດຂື້ນກັບ ທ້າວກຣິຟຟິດຜູ້ທີ່ຮ້ອງເພງ “ພຣະເຈົ້າຂ້າ ຂ້າກັບມາບ້ານ”ມື້ກີ່ນີ້, ລາວໄດ້ປະສົບກັບການ ກັບໃຈເຊັ່ນແບບສະໄໝເກົ່າ, ລາວມາໂບດກັບໝູ່, ຂ້າພະເຈົ້າໄດ້ເທດສະໜາໜັກກ່ຽວກັບ ບາບແລະການພິພາກສາ, ໝູ່ຂອງລາວບອກວ່າ “ໃຫ້ເຮົາໜີອອກຈາກນີ້” ປະມານນັ້ນແຕ່ ກຣິຟຟິດຕອບວ່າ “ຖ້າກ່ອນ! ຂ້ອຍຢາກຈະຟັງອັນນີ້” ຄົນອື່ນກໍພາກັນໜີຕາມເສລີພາບ ຂອງຕົນໜີຈາກສຽງຂອງຂ້າພະເຈົ້າແຕ່ກຣິຟຟິດຍັງຢູ່, ລາວສໍານຶກໃນບາບຂອງຕົນເອງ “ລາວສໍານຶກຕົນເອງ” ລາວຄິດວ່າ “ນັກເທດເວົ້າຖືກ, ຂ້ອຍເປັນຄົນບາບ” ຫຼັງຈາກນັ້ນ ລາວກໍໄດ້ວາງໃຈເຊື່ອໃນພຣະເຢຊູແລະຮັບຄວາມລອດ,ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຍິນເລື່ອງ ນັ້ນ, ລາວໄດ້ກາຍເປັນຄວາມປາດຖະໜາຢ່າງເຕັມລົ້ນສໍາຫຼັບສິ່ງຂອງຂອງພຣະເຈົ້າທີ່ຄັ້ງ ໜື່ງລາວເຄີຍເປັນສໍາຫຼັບສິ່ງຂອງຂອງບາບ, ທຸກໆຄົນທີ່ຮູ້ຈັກລາວສາມາດບອກໄດ້ວ່າໃຈ ຂອງລາວປ່ຽນແປງແທ້ເຖິງແມ່ນວ່າມັນຈະເກີດທັນທີທັນໃດທີ່ລາວໄດ້ຍິນຂ່າວປະເສີດເທື່ອທໍາອິດກໍຕາມ,ນັ້ນກໍຄືຫົນທາງທີ່ດຣ.ຊານໄດ້ກັບໃຈໃຫມ່,ນັ້ນກໍເປັນທາງທີ່ພັນລະຍາຂອງຂ້າ ພະເຈົ້າກັບໃຈໃຫມ່, ນັ້ນຄືທາງທີ່ເມລິສາແຊນເດີໄດ້ກັບໃຈໃຫມ່, ນັ້ນຄືທາງທີ່ພັນລະຍາ ຂອງດຣ.ເຄແກນກັບໃຈໃຫມ່ແລະຄົນອີກອີກຫຼາຍຄົນໃນຄຣິສຕະຈັກຂອງເຮົາໄດ້ກັບໃຈໃໝ່ ພວກເຂົາສໍານຶກຕົວທັນທີ - ແລະໄດ້ໄວ້ວາງໃຈໃນພຣະເຢຊູທັນທີ, ແລະພວກເຂົາໄດ້ຮັບ ຄວາມລອດເປັນຄັ້ງທໍາອິດທີ່ໄດ້ຍິນຂ້າພະເຈົ້າເທດສະໜາຂ່າວປະເສີດ.

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

ສ່ວນອີກດ້ານໜື່ງ, ບາງເທື່ອການປ່ຽນແປງນີ້ເກີດຂື້ນແບບຄ່ອຍເປັນຄ່ອຍໄປ, ຊ້າ ຫຼາຍນັ້ນເປັນແບບທາງທີ່ທ້າວຊົງໄດ້ກັບໃຈໃຫມ່,ລາວມາທີ່ໂບດແລ້ວອອກໄປທີ່ຫ້ອງນໍາວິນຍານຫຼັງຈາກເທດສະໜາ, ລາວກັບມາອີກກັບມາອີກ,ຄິດໃນທາງຂອງຕົນເອງ,ລາວເລີ່ມໂຕ້ ແຍ້ງກັບພວກເຮົາໃນຂະນະທີ່ພວກເຮົາພະຍາຍາມຊີ້ນໍາລາວໄປຫາພຣະຄຣິດ, ມື້ໜື່ງລາວ ໄດ້ໂຕ້ແຍ້ງກັບຂ້າພະເຈົ້າຄ່ອນຂ້າງຮຸນແຮງແລະຂ້າພະເຈົ້າໄດ້ຕໍານິລາວ,ລາວກໍອອກຈາກ ໂບດຂອງເຮົາໄປ ແລ້ວພະຍາຍາມຊອກຫານັກບວດຜູ້ທີ່ສາມາດເຮັດໃຫ້ການກັບໃຈເປັນ ເລື່ອງງ່າຍສໍາຫລັບລາວ, ໃນຂະນະທີ່ຂ້າພະເຈົ້າໂທຫາ ລາວໄດ້ໄປຫາບາດຫຼວງຄາທໍລິກ, ແຕ່ບາດຫຼວງບໍ່ສາມາດຊ່ວຍລາວໄດ້, ລາວໄປຫາການຮັບໃຊ້ເສລີພາບຂອງໂປແຕດສະ ແຕນແຕ່ກໍບໍ່ມີຫຍັງຊ່ວຍລາວໄດ້ເຊັ່ນກັນ, ສຸດທ້າຍລາວໄດ້ເປີດໂທລະພາບເບິ່ງເຫັນສ່ວນ ໜື່ງຂອງໜັງເລື່ອງພຣະເຢຊູ,ພຣະເຈົ້າກໍໄດ້ກ່າວກັບລາວແລ້ວລາວກໍເລີ່ມຮ້ອງໄຫ້, ວັນອາ ທິດຕໍ່ມາຂ້າພະເຈົ້າກໍເຫັນລາວມາໂບດກໍດີໃຈທີ່ເຫັນ! ພໍເທດສະໜາແລ້ວລາວກໍເຂົ້າໄປໃນ ຫ້ອງນໍາວິນຍານ,ຄວາມຫຍີ່ງຂອງລາວແຕກສະລາຍແລ້ວ,ລາວໄດ້ເຊື່ອໄວ້ວາງໃຈໃນພຣະ ເຢຊູ, ລາວໄດ້ກັບໃຈໃຫມ່ແລ້ວ.

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

ມີຊາຍໜຸ່ມຄົນໜື່ງຖືກລ້ຽງດູໃນຄຣິສຕະຈັກຂອງເຮົາ, ລາວເປັນຄົນຈີນ, ລາວຕໍ່ສູ້ ແລະຕໍ່ສູ້, ລາວຕໍ່ຕ້ານພຣະເຢຊູ - ສະແຫວງຫາຄວາມຮູ້ສຶກຫຼາຍກວ່າການຍົກໂທດຈາກ ບາບ, ເຊົ້າມື້ໜື່ງຂ້າພະເຈົ້າເຫັນລາວຫຼັງນໍ້າຕາ, ລາວໝົດແຮງດິ້ນຮົນ, ຂ້າພະເຈົ້!ຈັບລາວ ຕອນທີ່ລາວຄຸເຂົ່າຂ້າງໆແມ່ຂອງລາວແລະລາວໄດ້ເຊື່ອວາງໃຈໃນພຣະເຢຊູ, ລາວໄດ້ກັບ ໃຈໃຫມ່ແລ້ວ.

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

ມີຊາຍໜຸ່ມອີກຄົນໜື່ງມາແລ້ວມາອີກທີ່ຫ້ອງນໍາວິນຍານ, ລາວຢູ່ພາຍໃຕ້ຈິດສໍານຶກ ເລິກແຕ່ປະຕິເສດທີ່ຈະຕ້ອນຮັບເອົາພຣະເຢຊູດ້ວຍຄວາມເຊື່ອ, ລາວຮ້ອງໄຫ້ຕະຫຼອດຕອນ ທີ່ເຂົ້າໄປໃນຫ້ອງນໍາວິນຍານ, ແຕ່ກໍຍັງບໍ່ລອດເທື່ອ, ສຸດທ້າຍແລ້ວລາວກໍຮ້ອງໄຫ້ຈົນສະ ອຶກສະອື້ນຢ່າງໜັກ,ຂ້າພະເຈົ້າຄິດວ່າລາວໜ້າຈະແຂງໂຕໄປເລີຍ, ຂ້າພະເຈົ້າຈື່ງບອກໃຫ້ ລາວໄປຫ້ອງນໍ້າແລ້ວລ້າງໜ້າ, ພໍລາວກັບມາ ຂ້າພະເຈົ້າກໍເອົາເພງສະໄໝເກົ່າໃຫ້ລາວ.

ໃຈຮ້ອນຮົນບໍ່ໄດ້ຮັບຮູ້
ນໍ້າຕາທີ່ຫຼັງໄຫຼຕະຫຼອດ
ບໍ່ສາມາດໄຖ່ບາບທັງໝົດ
ມີແຕ່ພຣະອົງຜູ້ດຽວຊ່ວຍໃຫ້ພົ້ນໄດ້
ພຣະເຢຊູຊົງເປັນຫີນໃຫຍ່
ໄດ້ຊົງບັງໄວ້ໃຫ້ພົ້ນໄພ
(“ພຣະເຢຊູຊົງເປັນຫີນໃຫຍ່” ໂດຍ ອໍກັສຕັສ
   ເອັມ.ໂທພັດດີ 1740-1778)

ລາວໄດ້ເຊື່ອວາງໃຈໃນພຣະເຢຊູແລະລອດ

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

ທ້າວລີມາມາທີ່ໂບດຂອງເຮົາແລະເບິ່ງຄືວ່າເຊື່ອແລ້ວ, ແຕ່ເປັນພຽງການຕັດສິນໃຈ ແບບຕື້ນໆ, ຫຼັງຈາກນັ້ນກໍປາກົດວ່າລາວມີຊີວິດທີ່ປາສະຈາກພຣະຄຣິດ,ລາວ“ແລ່ນໜີເວົ້າ ຈາເຫຼວໄຫຼ”, ລາວກັບມາທີ່ຫ້ອງນໍາວິນຍານ, ລາວກັບມາຫາພຣະຜູ້ຊ່ວຍໃຫ້ລອດດ້ວຍນໍ້າ ຕາແຫ່ງຄວາມເສຍໃຈແລະກັບໃຈແລ້ວລາວກໍໄດ້ກັບໃຈໃຫມ່.

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

ຕອນນີ້ຜ່ານມາຫຼາຍປີທີ່ລາວໄດ້ມີໂອກາດອະທິຖານໃນສາທາລະນະດ້ວຍຄວາມຮ້ອນຮົນ ແລະຄວາມຮັກທີ່ຄັ້ງໜື່ງໄດ້ມີການຕື່ນຟື້ນຂື້ນອັນຍິ່ງໃຫຍ່ຂອງສະຕະວັດທີ່ 18 ແລະ 19 ແລະການຟື້ນຟູໃຫມ່ໃນເກົາຫຼີ1907, ສັນລະເສີນພຣະເຈົ້າ! ລາວໄດ້ຮັບການກັບໃຈແທ້ຈິງ

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

ຈອນເຄແກນຊັງຄຣິສຕະຈັກແລະລາວຊັງຄອບຄົວຂອງລາວທີ່ພາລາວໄປໂບດທຸກໆວັນອາທິດ, ເຊົ້າມື້ໜື່ງພຣະວິນຍານໄດ້ແຕະຕ້ອງໃຈຂອງລາວ, ລາວຮ້ອງໄຫ້ຢ່າງສະອື້ນ ເອົາມືແລະຄຸເຂົ່າຂານໄປທີ່ແທ່ນບູຊາ,ລາວກໍໄດ້ຮັບຄວາມລອດຄືກັບຊາວເມໂຕດີສສະໄໝ ເກົ່າ, ສັນລະເສີນພຣະເຈົ້າ ລາວໄດ້ກັບໃຈໃຫມ່.

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

ຕອນນີ້ຂ້າພະເຈົ້າກໍາລັງຄິດເລື່ອງຍິງສາວຄົນໜື່ງ,ລາວເປັນຄົນເຄັ່ງສາສະໜາຫຼາຍ ແຕ່ລາວກໍໄປຕາມທາງຂອງຕົນເອງ, ລາວບໍ່ຮູ້ຄໍານວນວ່າຈະມາຫາພຣະເຢຊູໄດ້ແນວໃດ, ເບິ່ງຄືວ່າລາວບໍ່ມີໃຜຊ່ວຍ, ລາວບໍ່ມີຄວາມຫວັງຍັງເລີຍ, ເມື່ອຄວາມຫວັງທັງໝົດຕົກສູ່ພື້ນ ຄືກັບແກ້ວແຕກກະຈາຍໄປ, ລາວຈື່ງໄດ້ກັບມາຫາພຣະເຢຊູດ້ວຍຄວາມຖ່ອມໃຈແລ້ວລາວ ຈື່ງໄດ້ຮັບຄວາມລອດ.

“ເມື່ອ[ນາງ]ຮູ້ສໍານຶກຕົວ[ນາງ]ແລ້ວ” (ລູກາ 15:17)

II. ສອງ, ຂ້າພະເຈົ້າພຽງໃຫ້ທ່ານມາແລ້ວຕັດສິນໃຈຢ່າງໄວວາໄດ້ບໍ?

ແນ່ນອນຂ້າພະເຈົ້າເຮັດໄດ້! ຂ້າພະເຈົ້າສາມາດໃຫ້ທ່ານມາຫາແລ້ວເວົ້າຕາມ “ຄໍາ ອະທິຖານຂອງຄົນບາບ”, ທ່ານອາດຈະມີຄວາມສຸກຊົ່ວເວລາໃດໜື່ງ, ແຕ່ຫຼັງຈາກນັ້ນທ່ານ ກໍຈະເລີ່ມຄິດ “ມັນມີແຕ່ເທົ່ານັ້ນບໍທີ່ຈະເຮັດ? ມັນເບິ່ງຄືວ່າເປັນໂຕຂອງຂ້ອຍເອງແທ້ບໍ ຕອນນີ້” ແລະທ່ານກໍຈະເລີ່ມຕົ້ນມີຄວາມຄິດແບບຟຸມເຟືອຍອີກເທື່ອໜື່ງ, ທ່ານກໍຈະເລີ່ມ ຄິດອີກວ່າ “ບາງເທື່ອມີບາງສິ່ງບາງຢ່າງຢູ່ຂ້າງນອກໂລກທີ່ຂ້ອຍຍັງຄິດຮອດຢູ່” ບາງເທື່ອ ມັນບໍ່ແມ່ນເລື່ອງຈິງອີກຕໍ່ໄປ” ຫຼື“ບາງເທື່ອຂ້ອຍກໍາລັງຄິດຮອດຄວາມສະໜຸກສະໜານຂ້າງ ນອກນັ້ນ” ຂ້າພະເຈົ້າເຫັນມາແລ້ວ! ຂ້າພະເຈົ້າເຫັນມາແລ້ວ!, ພຣະຄໍາພີກ່າວວ່າ: “ບັນປາຍຂອງເຂົາກໍກັບຊົ່ວຮ້າຍຫຼາຍກວ່າຕອນຕົ້ນ” (2 ເປໂຕ 2:20) ເອົາດຽວນີ້ດີກວ່າ! ເອົາດຽວນີ້ດີກວ່າ!ຖ້າທ່ານເອົາບໍ່ຖືກ “ບັນປາຍ” ຂອງທ່ານຈະຊົ່ວຮ້າຍ“ຫຼາຍກວ່າຕອນຕົ້ນ” ຫຼັງຈາກນັ້ນໃຈຂອງທ່ານກໍຈະແຂງກະດ້າງແລະປິດທີ່ຈະບໍ່ໃຫ້ແມ່ນຫຍັງກໍຕາມທີ່ທ່ານໄດ້ ຍິນຈາກພຣະວັດຈະນະຂອງພຣະເຈົ້າເຄື່ອນໄຫວທ່ານໄດ້, ຕໍ່ສູ້ດີກວ່າ,ຮ້ອງໄຫ້ແລະຮ້ອງ ອອກມາຕອນນີ້ເລີຍດີກວ່າທີ່ຈະເປັນ “ມີໃຈຊົ່ວຊ້າແລະປະພຶດສິ່ງທີ່ບໍ່ເໝາະສົມ” (ໂລມ 1:28), ຕໍ່ສູ້ດີກວ່າແລະສູ້ເພື່ອຈະພົບພຣະຄຣິດໄດ້ໃນຕອນນີ້ດີກວ່າທີ່ຈະໄດ້ຍິນພຣະອົງ ກ່າວກັບທ່ານໃນມື້ໜື່ງວ່າ “ເຈົ້າໄດ້ທໍາລາຍຕົວເອງ” (ໂຮເຊຢາ 13:9), ມີນໍ້າຕາທີ່ຂື່ນຂົມ ແລະໃຈສະອຶກສະອື້ນໃນຕອນນີ້ດີກວ່າທີ່ຈະໄດ້ຍິນພຣະຄຣິດກ່າວໃນວັນໜື່ງວ່າ

“ເຮົາບໍ່ເຄີຍຮູ້ຈັກເຈົ້າເລີຍ ຈົ່ງໄປໃຫ້ພົ້ນຈາກເຮົາ” (ມັດທາຍ 7:23)

“ທີ່ນັ້ນຈະມີການຮ້ອງໄຫ້ຂົບແຂ້ວ ເມື່ອນັ້ນທ່ານຈະເຫັນ[ຄົນເຫຼົ່ານັ້ນທີ່ກັບ ໃຈໃຫມ່ຊື່ງຂ້າພະເຈົ້າໄດ້ບອກທ່ານໃນເຊົ້າມື້ນີ້]ໃນອານາຈັກຂອງພຣະເຈົ້າ ແຕ່ໂຕທ່ານເອງກັບຖືກຂັບໄລ່ອອກໄປພາຍນອກ” (ລູກາ 13:28)

ແລ້ວທ່ານກໍໄດ້ຍິນພຣະຄຣິດກ່າວວ່າ:

“ຈົ່ງເອົາຜູ້ຮັບໃຊ້ທີ່ບໍ່ມີປະໂຫຍດຖີ້ມທີ່ມືດພາຍນອກ ຊື່ງທີ່ນັ້ນຈະມີການ ຮ້ອງໄຫ້ຂົບແກ້ວກັດແຂ້ວ” (ມັດທາຍ 25:30)

ຂ້າພະເຈົ້າຂໍຮ້ອງທ່ານເຖີດ,ຈົ່ງຄິດໃຫ້ດີ ຈົ່ງຄິດໃຫ້ດີໃນຕອນນີ້ “ເມື່ອເຂົາຮູ້ສໍານຶກຕົວເອງ” ຂໍໃຫ້ທ່ານຮູ້ສໍານຶກຕົວເອງໃນມື້ນີ້, ແລະຂໍໃຫ້ເປັນດັ່ງນີ້ກັບທ່ານ

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

ລາວເວົ້າໃນໃຈຂອງລາວວ່າ “ຂ້າຈະລຸກຂື້ນແລ້ວໄປຫາພຣະເຢຊູດຽວນີ້ເລີຍ” -

ການຊໍາລະລ້າງໃນພຣະໂລຫິດອັນປະເສີດພຣະອົງ
ທີ່ີຫຼັ່ງລົງມາຈາກໄມ້ກາງແຂນ
ພຣະເຈົ້າຂ້າ ຂ້າພຣະອົງມາ ຂ້າພຣະອົງມາຫາພຣະອົງ
ຂໍ້ຊົງລ້າງຂ້າໃຫ້ສະອາດໃນພຣະໂລຫິດ
ທີ່ີຫຼັ່ງລົງມາຈາກໄມ້ກາງແຂນ
   (“I Am Coming, Lord” by Lewis Hartsough, 1828-1919).

ຖ້າທ່ານຢາກຈະເປັນຄຣິສຕຽນ, ກະລຸນາອອກຈາກຕັ່ງຂອງທ່ານຕອນນີ້ເລີຍແລ້ວ ຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້, ດຣ.ເຄແກນ ຈະພາທ່ານໄປບ່ອນງຽບເພື່ອອະທິຖານ, ໄປ ຫຼັງຫ້ອງປະຊຸມຕອນນີ້ເລີຍ, ດຣ.ແຊນ ກະລຸນາມາອະທິຖານເພື່ອຜູ້ມາດ້ວຍຕົວເຂົາເອງ ແລ້ວເຊື່ອວາງໃຈໃນພຣະເຢຊູເຈົ້າໃນຕອນນີ້ແດ່ ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ລູກາ 15:11-19.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ຂ້າກັບມາບ້ານ” (ໂດຍ ວິວລ່ຽມ ເຈ.ເຄີກແພຣັດທຣິກ 1838-1921).


ໂຄງຮ່າງບົດເທດສະໜາ

ຮູບແບບຂອງການກັບໃຈໃຫມ່

(ບົດເທດສະໜາຕອນທີ່ 1 ເລື່ອງລູກຄົນນ້ອຍຜູ້ຫຫລົງຫາຍ)

ໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ.

“ເມື່ອເຂົາຮູ້ສໍານຶກຕົວແລ້ວ” (ລູກາ 15:17)

(ລູກາ 15:2, 24; ເຮັບເລີ 11:25; ໂຮເຊຢາ 4:17)

I. ໜື່ງ, ຄົນບາບຜູ້ຫລົງຫາຍສໍານຶກຕົນ ລູກາ 15:17

II. ສອງ, ຂ້າພະເຈົ້າພຽງໃຫ້ທ່ານມາແລ້ວຕັດສິນໃຈຢ່າງໄວວາໄດ້ບໍ? 2 ເປໂຕ 2:20; ໂລມ 1:28; ໂຮເຊຢາ 13:9; ມັດທາຍ 7:23 ລູກາ 13:28; ມັດທາຍ 25:30