Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ແຫຼ່ງແຫ່ງສະຫງ່າລາສີຂອງພຣະຄຣິດ

(ບົດເທດສະໜາຕອນທີ່ 14 ໃນອິດສະຢາ 53)
THE SOURCE OF CHRIST’S GLORY
(SERMON NUMBER 14 ON ISAIAH 53)
(Laotian)

ໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາເທດທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 21/4/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, April 21, 2013

“ສັນນັ້ນເຮົາຈະແບ່ງສ່ວນໜື່ງໃຫ້ກັບທ່ານຜູ້ຍິ່ງໃຫຍ່ ແລະທ່ານຈະ ແບ່ງລາງວັນກັບຄົນແຂງແຮງ ເພາະທ່ານຖອກເທຈິດວິນຍານຂອງ ທ່ານເຖິງຄວາມມໍລະນາ ແລະຖືກນັບເຂົ້າກັບບັນດາຜູ້ລະເມີດ ທ່ານກໍແບກບາບຂອງຄົນເປັນອັນຫຼາຍ ແລະທໍາການອ້ອນວອນ ເພື່ອຜູ້ລະເມີດ” (ອິດສະຢາ 53:12)


ຈອນແທຣັບຄືນັກເທດພວກພິວຣິທັນຜູ້ມີຊີວິດໃນສະຕະວັດທີ່ 17 (1601-1669), ທ່ານຖືກກ່າວຂານວ່າເປັນ “ນັກເທດທີ່ຊໍາໜານແລະສະຫຼາດທີ່ສຸດຄົນໜື່ງ ຊື່ສຽງ[ຂອງ ທ່ານ]ມາຈາກ ການອະທິບາຍ ພຣະຄໍາພີທັງໝົດເຫຼັ້ມ, ຊື່ງ[ໃຫ້ຕົວຢ່າງແກ່ເຮົາ] ວ່າເປັນພຣະຄໍາພີທີ່ດີທີ່ສຸດຂອງພວກພິວຣິທັນ,ມັນຄືລັກສະນະພິເສດໂດຍອາລົມທີ່ເປັນຕາ ຫົວແລະການສຶກສາທີ່ເລິກເຊີ່ງ” (Elgin S. Moyer, Ph.D., Who Was Who in Church History, Keats Publishing, 1974, p. 410). ສະເປີໂຈນໄດ້ແນະນໍາໃຫ້ອ່ານຄໍາອະທິບາຍ ຂອງແທຣັບ, ໂດຍສະເພາະອິດສະຢາບົດທີ່ຫ້າສິບສາມ, ຈອນແທຣັບກ່າວວ່າ:

ໃນນີ້ທຸກປະໂຫຍກມີນ້ຳໜັກແລະເປັນເລື່ອງທີ່ແນ່ນອນຫຼາຍທີ່ພວກອັກຄະ ສາວົກ ແລະພວກຜູ້ປະກາດໄດ້ອະທິບາຍຄວາມລຶກລັບແຫ່ງຄວາມລອດ ຂອງພວກເຮົາ, ໄດ້ມີການເຄົາລົບຢ່າງສູງຕໍ່ໜັງສືອິດສະຢາທັງໝົດບົດ… ແລະກໍເປັນຕາມທີ່ຜູ້ທໍານວາຍນັ້ນໄດ້ກ່າວໄວ້ຕອນທີ່ລາວຂຽນສິ່ງເຫຼົ່ານີ້ລົງ ໄປຊື່ງໄດ້ຮັບການສະຖິດຢູ່ຂອງພຣະວິນຍານຜູ້ສູງສົງ,ເພາະລາວໄດ້ອະທິ ບາຍຈະແຈ້ງເຖິງພຣະເຢຊູຄຣິດເຈົ້າກ່ຽວກັບຄວາມຖ່ອມໃຈແລະການຍົກ ຂື້ນຂອງພຣະອົງ, ໃນຂະນະທີ່[ຜູ້ຂຽນ]ຄົນອື່ນໆຢືມແສງສະຫວ່າງຈາກ [ພຣະຄໍາພີໃຫມ່], ບົດນີ້ກໍຢືມແສງສະຫວ່າງຈາກພຣະຄໍາພີໃຫມ່ໃນຫຼາຍ ບ່ອນ (John Trapp, A Commentary on the Old and New Testaments, Transki Publications, 1997, volume III, page 410).

ຄວາມຈິງແລ້ວຫົວຂໍ້ພຣະຄໍາພີຂອງເຮົາກໍ“ຢືມແສງສະຫວ່າງ”ແລະໃຫ້ຄວາມເຂົ້າໃຈທີ່ເລິກ ເຊີ່ງແກ່ເຮົາເມື່ອເຮົາອ່ານພຣະຄໍາພີໃຫມ່, ແທນທີ່ຈະເປັນພຣະຄຳພີໃຫມ່ທີ່ອະທິບາຍອິດ ສະຢາ 53 ມັນພັດມີຫົນທາງອື່ນໆຮອບໆຕົວ, ອິດສະຢາ 53 ໄດ້ຊ່ວຍອະທິບາຍພຣະຄໍາ ພີໃຫມ່ຊື່ງບໍ່ທໍາມະດາ.

ດຣ. ແຈັກ ວໍເຣນເວົ້າເຖິງຂໍ້ພຣະຄໍາພີຂອງເຮົາວ່າ: “ໃນຂໍ້ສຸດທ້າຍ[ຂອງອິດສະ ຢາ 53] ປິດທ້າຍບົດໜ້າສົນໃຈຫຼາຍເພາະມັນໄດ້ຖະວາຍກຽດແດ່ພຣະຜູ້ຊ່ວຍໃຫ້ພົ້ນທີ່ ພຣະອົງໄດ້ຖອກເທຈິດວິນຍານຂອງພຣະອົງອອກມາແລະຖືກນັບເຂົ້າກັບບັນດາຜູ້ລະເມີດ” (Jack Warren, D.D., Redemption in Isaiah 53, Baptist Evangel Publications, 2004, p. 31).

“ສັນນັ້ນເຮົາຈະແບ່ງສ່ວນໜື່ງໃຫ້ກັບທ່ານຜູ້ຍິ່ງໃຫຍ່ ແລະທ່ານຈະແບ່ງ ລາງວັນກັບຄົນແຂງແຮງ ເພາະທ່ານຖອກເທຈິດວິນຍານຂອງທ່ານເຖິງ ຄວາມມໍລະນາແລະຖືກນັບເຂົ້າກັບບັນດາຜູ້ລະເມີດ ທ່ານກໍແບກບາບຂອງ ຄົນເປັນອັນຫຼາຍ ແລະທໍາການອ້ອນວອນເພື່ອຜູ້ລະເມີດ” (ອິດສະຢາ 53:12)

ເຊົ້າມື້ນີ້ຕອນນີ້, ພຣະຄຣິດກໍາລັງຊື່ນຊົມຍິນດີກັບລາງວັນທີ່ພຣະບິດາຊົງປະທານ ໃຫ້ພຣະອົງ “ສັນນັ້ນເຮົາຈະແບ່ງສ່ວນໜື່ງໃຫ້ກັບທ່ານຜູ້ຍິ່ງໃຫຍ່” ບໍ່ມີຜູ້ໃດໃນສະຫວັນດູ ໝີ່ນຫຼືປະຕິເສດພຣະຄຣິດ, ພົນໂຍທາທັງສິ້ນໃນສະຫວັນນະມັດສະການພຣະອົງ, ກຽດສະ ຫງ່າລາສີສາຍແສງອ້ອມຮອບພຣະອົງເໜືອພຣະທີ່ນັ່ງຂອງພຣະອົງຢູ່ເບື້ອງຂວາພຣະຫັດ ຂອງພຣະບິດາ, ພຣະຄຣິດໄດ້ເຮັດຫຍັງແດ່ທີ່ຄູ່ຄວນກັບກຽດແລະສະຫງ່າລາສີນີ້? ເປັນ ຫຍັງພຣະອົງຈື່ງຄວນໄດ້ຮັບ “ສ່ວນໜື່ງໃຫ້ກັບທ່ານຜູ້ຍິ່ງໃຫຍ່ແລະ…ລາງວັນກັບຄົນ ແຂງແຮງ”? ຄໍາຕອບກໍຄືພຣະອົງຊົງເຮັດຢູ່ສີ່ສິ່ງ.

I. ໜື່ງ ພຣະອົງຖອກເທຈິດວິນຍານຂອງພຣະອົງຈົນເຖິງຄວາມຕາຍ

“ທ່ານຖອກເທຈິດວິນຍານຂອງທ່ານເຖິງຄວາມມໍລະນາ…” (ອິດສະຢາ 53:12)

ພຣະຄຣິດຊົງເຮັດດ້ວຍຄວາມຮອບຄອບ, ພຣະອົງເຮັດດ້ວຍມີການຄິດແລະມີຄວາມເປັນ ຫ່ວງບໍ່ແມ່ນດ້ວຍອາລົມຊົ່ວວູບ, ດ້ວຍຄວາມຮອບຄອບພຣະອົງຊົງຖອກຈິດວິນຍານຂອງ ພຣະອົງອອກ ເທື່ອລະໜ້ອຍໆຈົນໃນທີ່ສຸດເຫຼືອແຕ່ຄວາມຫວ່າງເປົ່າ, ພຣະອົງຊົງຮ້ອງວ່າ

“ສໍາເລັດແລ້ວ ແລະຊົງກົ້ມພຣະສຽນລົງປ່ອຍພຣະວິນຍານຈິດອອກໄປ” (ໂຢຮັນ 19:30)

ຈົ່ງຈື່ເອົາໄວ້ວ່າພຣະຄຣິດຊົງເຮັດດ້ວຍຄວາມສະໝັກໃຈ, ພຣະອົງກ່າວວ່າ:

“ເຮົາສະລະຊີວິດຂອງເຮົາ…ບໍ່ມີຜູ້ໃດຊີງຊີວິດໄປຈາກເຮົາໄດ້ ແຕ່ເຮົາສະ ລະຊີວິດຂອງເຮົາດ້ວຍໃຈສະໝັກຂອງເຮົາເອງ” (ໂຢຮັນ 10:17)

ນັ້ນຄືຈຸດທີ່ສໍາຄັນ, ພວກເຮົາຕ້ອງເຂົ້າໃຈວ່າພຣະເຢຊູບໍ່ໄດ້ຕາຍດ້ວຍອຸບັດຕິເຫດ,ພຣະອົງ ຊົງຮອບຄອບໃນຄວາມຕາຍຂອງພຣະອົງ, ພຣະອົງຊົງຮອບຄອບໃນການມອບຊີວິດຂອງ ພຣະອົງເພື່ອຈ່າຍໜີບາບໃຫ້ແກ່ພວກເຮົາ, “ທ່ານຖອກເທຈິດວິນຍານຂອງທ່ານເຖິງຄວາມ ມໍລະນາ”ເທິງໄມ້ກາງແຂນບໍ່ແມ່ນເພາະພຣະອົງມີຄວາມຈໍາເປັນຈະຕ້ອງເຮັດແຕ່ເພາະການ ລະເມີດຂອງທ່ານແລະຂອງຂ້າພະເຈົ້າ - ເພື່ອຄວາມລອດຂອງທຸກໆຄົນທີ່ວາງໃຈເຊື່ອໃນ ພຣະອົງ.

ຈົ່ງເຊື່ອວາງໃຈພຣະອົງຈາກນັ້ນຢ່າຫວນກັບຄືນທາງເກົ່າ, ຖອກຈິດວິນຍານຂອງ ທ່ານວາງໃຈໃນພຣະອົງຢ່າງເຕັມລົ້ນຄືກັບທີ່ພຣະອົງຊົງຖອກເທຈິດວິນຍານຂອງພຣະອົງ ຈົນເຖິງຄວາມຕາຍເພື່ອທ່ານ, ຈົ່ງມາແລະພັກໃນພຣະຄຣິດແລ້ວທ່ານຈະເຫັນວ່າເປັນຫຍັງ ພຣະອົງຈື່ງອ້ອມຮອບໄປດ້ວຍກຽດແລະສະຫງ່າລາສີ, ພຣະອົງມີຕໍາແໜ່ງທີ່ມີກຽດເພາະ ພຣະອົງຊົງ

“ກໍໄດ້ທົນທຸກຄັ້ງດຽວເທົ່ານັ້ນເພາະຄວາມຜິດບາບ ຄືພຣະອົງຜູ້ຊອບທໍາ ເພື່ອຜູ້ບໍ່ຊອບທໍາ ເພື່ອພຣະອົງຈະໄດ້ຊົງນໍາເຮົາທັງຫຼາຍໄປເຖິງພຣະເຈົ້າ” (1 ເປໂຕ 3:18)

ຄວາມຕາຍຂອງພຣະອົງເທິງໄມ້ກາງແຂນໄດ້ນໍາຄວາມອາຍຫຼາຍສູ່ພຣະອົງ, ຊື່ງ ຕອນນີ້ໄດ້ນໍາພຣະອົງໃຫ້ມີກຽດແລະສະຫງ່າລາສີທີ່ພຣະອົງໄດ້ຮັບ “ສ່ວນໜື່ງໃຫ້ກັບທ່ານ ຜູ້ຍິ່ງໃຫຍ່”ແລະແບ່ງ “ລາງວັນກັບຄົນແຂງແຮງ” ສັນນັ້ນພຣະເຈົ້າໄດ້ປະທານພຣະອົງໃຫ້ “ບັນດາປະຊາຊາດໃຫ້ເປັນມໍລະດົກ[ຂອງພຣະອົງ]”(ເພງສັນລະເສີນ 2:8)ສັນນັ້ນພຣະເຈົ້າ ກ່າວວ່າ “ເຮົາຈະໃຫ້ທ່ານມີໄຊຊະນະ,ປຸ້ນສະດົມແລະທໍາລາຍວິນຍານຊົ່ວຕ່າງໆ…ແລະ ສິ່ງນີ້ພຣະອົງຈະໄດ້ຮັບເພື່ອຕອບແທນຄວາມຕາຍແຫ່ງ[ຄວາມອາຍ]ຂອງພຣະອົງ”(ແທຣັບ ເຫຼັ້ມດຽວກັນ)

“ພຣະອົງຊົງປົດຜູ້ປົກຄອງແລະອໍານາດທັງຫຼາຍເສຍ ພຣະອົງໄດ້ຊົງ ປະຈານເຂົາແລະຊະນະເຂົາດ້ວຍກາງແຂນນັ້ນ” (ໂກໂລຊາຍ 2:15)

ໃຫ້ເຮົາຮ້ອງເພງ “ອໍານາດແຫ່ງຄວາມຕາຍ”

ອໍານາດແຫ່ງຄວາມຕາຍໄດ້ເຮັດຢ່າງຊົ່ວຮ້າຍ
ແຕ່ພຣະຄຣິດຊົງທໍາລາຍໃຫ້ສູນສິ້ນໄປ
ໃຫ້ເຮົາຮ້ອງອອກມາດ້ວຍຄວາມຍິນດີ ຮາເລລູຢາ!
ຮາເລລູຢາ! ຮາເລລູຢາ! ຮາເລລູຢາ!
(“The Strife is O’er” translated by Francis Pott, 1832-1909).

ພຣະອົງໄດ້ຖືກປະທານກຽດແລະສະຫງ່າລາສີໃຫ້ເພາະພຣະອົງໄດ້ຊົງຖອກຈິດວິນ ຍານຂອງພຣະອົງອອກສູ່ຄວາມຕາຍເພື່ອຊ່ວຍຄົນບາບໃຫ້ລອດ, ຈົ່ງມາແລະວາງໃຈພຣະ ອົງ ຈົ່ງມາແລະວາງໃຈພຣະອົງພຽງຜູ້ດຽວ! ຈົ່ງມາແລະວາງໃຈພຣະອົງພຽງດຽວນີ້!

II. ສອງ ພຣະອົງຖືກນັບເຂົ້າກັບຄົນບາບ

“ສັນນັ້ນເຮົາຈະແບ່ງສ່ວນໜື່ງໃຫ້ກັບທ່ານຜູ້ຍິ່ງໃຫຍ່ ແລະທ່ານຈະແບ່ງ ລາງວັນກັບຄົນແຂງແຮງ ເພາະທ່ານຖອກເທຈິດວິນຍານຂອງທ່ານເຖິງ ຄວາມມໍລະນາ ແລະຖືກນັບເຂົ້າກັບບັນດາຜູ້ລະເມີດ” (ອິດສະຢາ 53:12)

ພຣະຄຣິດຊົງຮັບບ່ອນຂອງພຣະອົງຖ້າມກາງຄົນບາບ,ໂດຍຜ່ານການຮັບໃຊ້ໃນໂລກນີ້ຂອງພຣະອົງ,ພຣະອົງຊົງສະມາຄົມກັບພວກຄົນບາບ, ນັ້ນຄືໜື່ງໃນຂໍ້ຫຼັກທີ່ພວກຟາລິສີຕໍານິ, ໃນການເວົ້າເຢາະເຢີ້ຍເຂົາເອີ້ນພຣະອົງວ່າ:

“ເປັນມິດສະຫາຍກັບພວກຄົນເກັບພາສີແລະພວກຄົນບາບ” (ລູກາ 7:34)

ແລະໃນຄວາມຕາຍຂອງພຣະອົງເທິງໄມ້ກາງແຂນ, ພຣະອົງຖືກຄຶງລະຫວ່າງກາງ ອາດຊະຍາກອນສອງຄົນ

“ທ່ານຖືກນັບເຂົ້າກັບບັນດາຜູ້ລະເມີດ” (ອິດສະຢາ 53:12)

ນັ້ນຄືພຣະອົງຖືກ “ນັບ” (Strong) ເຂົ້າກັບເຂົາ”,“ບໍ່ແມ່ນວ່າພຣະອົງເປັນຜູ້ລະເມີດແຕ່ຖືກ ປະຕິບັດແບບດຽວກັບຜູ້ລະເມີດຕອນທີ່ພຣະອົງຖືກຄຶງກັບພວກໂຈນ” (Jamieson, Fausset and Brown, volume 2, p. 733). ຂ່າວປະເສີດຂອງມາລະໂກ ກ່າວໄວ້ວ່າ:

“ເຂົາເອົາໂຈນສອງຄົນຄຶງໄວ້ກັບພຣະອົງ ຂ້າງຂວາພຣະຫັດຄົນໜື່ງແລະ ຂ້າງຊາຍພຣະຫັດຄົນໜື່ງ ຄໍາຊື່ງຂຽນໄວ້ໃນພຣະຄໍາພີແລ້ວນັ້ນຈື່ງສໍາເລັດ ຄືທີ່ວ່າ ທ່ານຖືກນັບເຂົ້າກັບບັນດາຜູ້ລະເມີດ” (ມາລະໂກ 15:27-28)

ດຣ.ຢັງ ກ່າວວ່າ “ພວກນີ້ບໍ່ແມ່ນຄົນຊົ່ວທໍາມະດາແຕ່ເປັນອາດຊະຍາກອນໂຕແທ້” (Edward J. Young, Ph.D., The Book of Isaiah, 1972, volume 3, p. 359). ພວກເຂົາຄືບັນ ດາຜູ້ລະເມີດ,ຄໍາໃນພາສາກຣີກຄື “ເອໂນໂມສ” ຊື່ງໝາຍເຖິງບຸກຄົນທີ່ທ້າທາຍກົດໝາຍ ຢ່າງເປີດເຜີຍ,ສັນນັ້ນພຣະຄຣິດຖືກນັບເຂົ້າກັບຄົນບາບທີ່ຊົ່ວຮ້າຍ! ເພງທີ່ຮັກຂອງ ແອນນາ ວໍເທີແມນກ່າວວ່າ:

ເພາະພຣະອົງຊົງຊ່ວຍຄົນຊົ່ວຮ້າຍຖ້າມກາງເຈົ້າ ຕອນທີ່ພຣະອົງຊົງຊ່ວຍ ຄົນບາບຢ່າງຂ້າ ແລະຂ້າຮູ້ ເອີ ຂ້າຮູ້ ພຣະໂລຫິດຂອງພຣະຄຣິດ ສາມາດເຮັດໃຫ້ໂຕຄົນບາບສະອາດໄດ້; ແລະຂ້າຮູ້ ເອີ ຂ້າຮູ້ພຣະໂລຫິດ
ຂອງພຣະຄຣິດສາມາດເຮັດໃຫ້ໂຕຄົນບາບສະອາດໄດ້.
(ແມ່ນ ຂ້າຮູ້!” ໂດຍ ແອນນາ ດັບເບີ້ນຢູ ວໍເທີແມນ 1920)

ຂ່າວປະເສີດຂອງລູກາບອກເຮົາວ່າໜື່ງໃນໂຈນສອງຄົນນັ້ນເຊື່ອໃນພຣະເຢຊູແລະ ລອດ (ລູກາ 23:39-43). ດຣ.ຈອນ.ອາ.ໄຣສ໌ ກ່າວວ່າ “ໂຈນຄົນໜື່ງທີ່ລອດແລ້ວນັ້ນຄື ຄົນບາບທີ່ຊົ່ວຮ້າຍບໍ່ອາດສິ້ນຫວັງ…” (John R. Rice., D.D., The King of the Jews, Sword of the Lord, 1980 reprint, p. 475). ດຣ. ແມັກກີ້ ເວົ້າວ່າ:

ມັນຕ່າງກັນແນວໃດແດ່ລະຫວ່າງ[ໂຈນທັງສອງຄົນ]? ມັນບໍ່ມີຂໍ້ແຕກຕ່າງ ຫຍັງທັງສອງຄົນເປັນໂຈນ, ຄວາມແຕກຕ່າງທີ່ວາງເທິງຄວາມຈິງໜື່ງກໍ ຄືໂຈນຄົນໜື່ງຮັບເຊື່ອໃນພຣະເຢຊູຄຣິດແລະອີກຄົນໜື່ງບໍ່ເຊື່ອ (J.Vernon McGee, Th.D., Thru the Bible, Thomas Nelson, 1983, volume IV, p. 354).

“ທ່ານຖືກນັບເຂົ້າກັບບັນດາຜູ້ລະເມີດ” ອັນນີ້ໄດ້ສະແດງໃຫ້ເຫັນວ່າພຣະເຢຊູຊົງ ສະໝັກໃຈທີ່ຈະໃຫ້ພຣະອົງເອງຢູ່ໃນບ່ອນຂອງຄົນບາບທີ່ຊົ່ວຮ້າຍ, ຄົນບາບສາມາດລອດ ໄດ້ເພາະພຣະອົງຖືກນັບເຂົ້າກັບພວກເຂົາ,ແຕ່ທ່ານຕ້ອງວາງໃຈໃນພຣະອົງຈື່ງຈະລອດໄດ້.

ຕອນນີ້ພຣະຄຣິດໄດ້ຮັບກຽດແລ້ວເພາະພຣະອົງຖ່ອມຕົວລົງມາຢືນຢູ່ໃນບ່ອນຂອງ ຄົນບາບແລະເອົາຄວາມບາບຂອງເຂົາໃສ່ເທິງພຣະອົງເອງ,ເຮັດໃຫ້ຄວາມລອດເປັນໄປໄດ້ ສໍາຫຼັບພວກເຂົາ, ສັນນັ້ນພຣະອົງໄດ້ຮັບກຽດເພາະພຣະອົງ “ຖືກນັບເຂົ້າກັບບັນດາຜູ້ລະ ເມີດ” “ແມ່ນ ຂ້າຮູ້!” ຮ້ອງຂໍ້ຊໍ້າ

ແລະຂ້າຮູ້ ເອີ ຂ້າຮູ້ພຣະໂລຫິດຂອງພຣະຄຣິດສາມາດເຮັດໃຫ້ຄົນບາບທີ່ ຊົ່ວຊ້າສະອາດໄດ້ ແລະຂ້າຮູ້ ເອີ ຂ້າຮູ້ພຣະໂລຫິດຂອງພຣະຄຣິດ ສາມາດເຮັດໃຫ້ຄົນບາບທີ່ຊົ່ວຊ້າສະອາດໄດ້
(ແມ່ນ ຂ້າຮູ້!” ໂດຍ ແອນນາ ດັບເບີ້ນຢູ ວໍເທີແມນ 1920)

III. ສາມ ພຣະອົງຊົງແບກບາບຂອງຄົນເປັນອັນຫຼາຍ

ຂໍທຸກຄົນຢືນຂື້ນອ່ານດັງໆຈົບດ້ວຍຄໍາວ່າ “ບາບຂອງຄົນເປັນອັນຫຼາຍ”

“ສັນນັ້ນເຮົາຈະແບ່ງສ່ວນໜື່ງໃຫ້ກັບທ່ານຜູ້ຍິ່ງໃຫຍ່ ແລະທ່ານຈະແບ່ງ ລາງວັນກັບຄົນແຂງແຮງ ເພາະທ່ານຖອກເທຈິດວິນຍານຂອງທ່ານເຖິງ ຄວາມມໍລະນາແລະຖືກນັບເຂົ້າກັບບັນດາຜູ້ລະເມີດ ທ່ານກໍແບກບາບຂອງ ຄົນເປັນອັນຫຼາຍ…” (ອິດສະຢາ 53:12)

ຂໍເຊີນນັ່ງລົງ

“ທ່ານກໍແບກບາບຂອງຄົນເປັນອັນຫຼາຍ” ຄືກັບອັກຄະສາວົກເປໂຕໄດ້ກ່າວວ່າ

“ພຣະອົງເອງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນ ໄມ້ນັ້ນ” (1 ເປໂຕ 2:24)

ນີ້ຄືຄວາມລອດໂດຍການເປັນຕົວແທນ, ພຣະຄຣິດຊົງຮັບເອົາບາບຂອງເຮົາ[ໃນພຣະກາຍ ຂອງພຣະອົງເອງ”ທີ່ໄມ້ກາງແຂນ, ພຣະອົງຊົງຈ່າຍໄຖ່ບາບຂອງທ່ານໂດຍການຮັບເອົາ ມັນເທິງພຣະອົງເອງແລະຊົງຕາຍໃນບ່ອນຂອງທ່ານ, ຖ້າປາສະຈາກການໄຖ່ຜ່ານຄວາມ ຕາຍຂອງພຣະເຢຊູທີ່ເປັນຜູ້ຮັບແທນກໍບໍ່ມີຂ່າວປະເສີດ,ຄວາມຕາຍຂອງພຣະເຢຊູເພື່ອຄົນ ບາບຄືຫົວໃຈຫຼັກຫຼືຈຸດສໍາຄັນຂອງຂ່າວປະເສີດ, ສະເປີໂຈນກ່າວວ່າ:

ຕອນນີ້ສາມສິ່ງເຫຼົ້ານີ້-ຄືພຣະອົງຊົງຖອກເທຈິດວິນຍານຂອງພຣະອົງຈົນ ເຖິງຄວາມຕາຍແລະແບກບາບການລົງໂທດຂອງຄົນບາບ,ຄືທີ່ພຣະອົງຖືກ ນັບເຂົ້າກັບບັນດາຜູ້ລະເມີດແລະຢືນຢູ່ຂ້າງໆກັບຄົນບາບແລະຕໍ່ມາຄືພຣະອົງຊົງແບກເອົາບາບຂອງເຂົາ….ຊື່ງບໍ່ໄດ້ເຮັດໃຫ້ພຣະອົງເສື່ອມເສຍແຕ່ ເພື່ອພຣະອົງຈະສາມາດຍົກເອົາຄວາມບາບຊື່ງເປັນຄວາມເສື່ອມຊາມຂອງ ມະນຸດໄດ້ - ສາມສິ່ງເຫຼົ້ານີ້ຄືເຫດຜົນ [ເພື່ອ] ສະຫງ່າລາສີຂອງພຣະເຢຊູ ເຈົ້າຂອງເຮົາ, ພຣະເຈົ້າເພື່ອສາມສິ່ງເຫຼົ້ານີ້ແລະອີກອັນໜື່ງອີກ ເຮັດໃຫ້ ພຣະອົງແບ່ງລາງວັນກັບຄົນແຂງແຮງ ແລະແບ່ງສ່ວນໜື່ງກັບຜູ້ຍິ່ງໃຫຍ່ (C. H. Spurgeon, The Metropolitan Tabernacle Pulpit, Pilgrim Publications, 1975 reprint, volume XXXV, page 93).

“ແທ່ນ ຂ້າຮູ້!” ຮ້ອງຂໍ້ຊໍ້າ

ແລະຂ້າຮູ້ ເອີ ຂ້າຮູ້ພຣະໂລຫິດຂອງພຣະຄຣິດສາມາດເຮັດໃຫ້ຄົນບາບທີ່ ຊົ່ວຊ້າສະອາດໄດ້ ແລະຂ້າຮູ້ ເອີ ຂ້າຮູ້ພຣະໂລຫິດຂອງພຣະຄຣິດ ສາມາດເຮັດໃຫ້ຄົນບາບທີ່ຊົ່ວຊ້າສະອາດໄດ້

IV. ສີ່ ພຣະອົງເຮັດການອ້ອນວອນເພື່ອຜູ້ລະເມີດ

ຂໍ້ພຣະຄໍາພີຈົບລົງດ້ວຍຄໍາວ່າ

“ແລະທໍາການອ້ອນວອນເພື່ອຜູ້ລະເມີດ” (ອິດສະຢາ 53:12)

ເທິງໄມ້ກາງແຂນ ພຣະຄຣິດຊົງອະທິຖານເພື່ອຄົນບາບເຮັດ “ການອ້ອນວອນເພື່ອຜູ້ລະ ເມີດ” ຕອນທີ່ພຣະອົງຊົງຮ້ອງວ່າ:

“ຂ້າແຕ່ພຣະບິດາ ຂໍໂຜດໃຫ້ອະໄພເຂົາ ເພາະວ່າເຂົາບໍ່ຮູ້ວ່າເຂົາເຮັດຫຍັງ” (ລູກາ 23:34)

ພຣະອົງຊົງອະທິຖານເພື່ອຄົນບາບໃນຂະນະທີ່ພຣະອົງຖືກຫ້ອຍຢູ່ໄມ້ກາງແຂນ

ແລະແມ່ນກະທັ່ງຕອນນີ້ໃນສະຫວັນພຣະເຢຊູຊົງອະທິຖານເພື່ອຄົນບາບ

“ເພາະວ່າພຣະອົງຊົງພຣະຊົນຢູ່ເປັນນິດເພື່ອສະເໜີຄວາມໃຫ້[ເຮົາ]” (ເຮັບເລີ 7:25)

ພຣະອົງຊົງສະເໜີຄວາມເພື່ອຄົນບາບໃນຂະນະທີ່ສິ້ນພຣະຊົນເທິງໄມ້ກາງແຂນ, ພຣະອົງ ຊົງສືບຕໍ່ອະທິຖານເພື່ອຄົນບາບປະຈຸບັນນີ້,ຊົງນັ່ງທີ່ພຣະຫັດເບື້ອງຂວາຂອງພຣະເຈົ້າພຣະບິດາໃນສະຫວັນ.

ໃຫ້ສັງເກດວ່າສີ່ສິ່ງທີ່ພຣະເຢຊູຊົງເຮັດຄືເຫດຜົນທີ່ຕອນນີ້ພຣະອົງຖືກຍົກຂື້ນໃນສະ ຫງ່າລາສີທີ່ພຣະຫັດເບື້ອງຂວາຂອງພຣະບິດາ, ແລະທັງສີ່ເຫດຜົນທີ່ພຣະຄຣິດໄດ້ນໍາສະ ເໜີສະຫງ່າລາສີຖືກເສື່ອມເຂົ້າກັບສິ່ງທີ່ພຣະອົງຊົງເຮັດເພື່ອຊ່ວຍຄົນບາບໃຫ້ລອດ.

“ແລະເມື່ອຊົງປາກົດພຣະອົງໃນສະພາບມະນຸດແລ້ວ ພຣະອົງກໍຊົງຖ່ອມພຣະອົງລົງ ຍອມເຊື່ອຟັງຈົນເຖິງຄວາມມໍລະນາ ກະທັ່ງຄວາມມໍລະນາທີ່ກາງແຂນ ເຫດສະນັ້ນພຣະເຈົ້າຈຶ່ງໄດ້ຊົງຍົກພຣະອົງຂຶ້ນຢ່າງສູງທີ່ສຸດດ້ວຍ ແລະໄດ້ຊົງປະທານພຣະນາມເໜືອນາມທັງປວງໃຫ້ແກ່ພຣະອົງ ເພື່ອ `ຫົວເຂົ່າທຸກຫົວເຂົ່າ' `ຈະຕ້ອງຄຸກາບລົງ' … ເພື່ອ `ລິ້ນທຸກລິ້ນຈະຍອມຮັບ' ວ່າພຣະເຢຊູຄຣິດຊົງເປັນອົງພຣະຜູ້ເປັນເຈົ້າ ອັນເປັນການຖະວາຍພຣະກຽດແດ່ພຣະເຈົ້າພຣະບິດາ” (ຟີລິບປອຍ 2:8-11)

ໃຫ້ສັງເກດອີກວ່າດ້ວຍອໍານາດທັງສິ້ນແຫ່ງການຊົງໄຖ່ຂອງພຣະເຢຊູ,ພຣະອົງຈະບໍ່ຊ່ວຍຄົນເຫຼົ່ານັ້ນທີ່ຄິດວ່າເຂົາເອງບໍ່ຕ້ອງການທີ່ຈະລອດ ດັ່ງທີ່ສະເປີໂຈນກ່າວໄວ້ວ່າ:

ຖ້າ[ທ່ານ]ບໍ່ມີບາບພຣະອົງກໍບໍ່ສາມາດລ້າງ[ທ່ານ]ໃຫ້ສະອາດຈາກມັນໄດ້, ພຣະອົງເຮັດໄດ້ບໍ?...ທ່ານເປັນຄົນດີຫຼາຍ,ເປັນຄົນທີ່ໜ້ານັບຖືທີ່ບໍ່ເຄີຍເຮັດ ອັນໃດອັນໜື່ງຜິດຕະຫຼອດຊີວິດຂອງຕົນ, ພຣະເຢຊູເປັນຫຍັງກັບທ່ານ? ແນ່ນອນທ່ານກໍໄປຕາມທາງຂອງທ່ານເອງ ແລະເບິ່ງແຍງຕົວຂອງທ່ານ ເອງ…ອະນິຈາຈັ່ງແມ່ນໂງ່…ຖ້າທ່ານແນມເບິ່ງພາຍໃນໃຈຂອງທ່ານກໍເປິະ ເປື້ນດໍາຄືກັບປ່ອງພູເຂົາໄຟທີ່ບໍ່ເຄີຍຖືກເຊັດເລີຍ, ໃຈ [ຂອງທ່ານ] ດີແຕ່ ຄວາມຊົ່ວຮ້າຍ,ເພື່ອທ່ານຈະເຫັນສິ່ງນີ້ແລະອອກຈາກຄວາມຊອບທໍາຂອງ ທ່ານເອງ! [ແຕ່] ຖ້າທ່ານບໍ່ເຮັດ ມັນກໍບໍ່ມີຫຍັງໃນພຣະເຢຊູເພື່ອທ່ານ, ພຣະອົງໄດ້ຮັບກຽດຂອງພຣະອົງຈາກຄົນບາບບໍ່ແມ່ນຈາການຫລອກລວງ ຕົນເອງຄືກັບທ່ານ, ແຕ່ທ່ານຄືຄົນຊົ່ວຄົນໜື່ງທີ່ຈະ…ສາລະພາບຄວາມຊົ່ວ ຂອງທ່ານຈະເຮັດໃຫ້ທ່ານຈື່ໄດ້ວ່າສີ່ສິ່ງທີ່ພຣະເຢຊູຊົງເຮັດ, ພຣະອົງຊົງ ເຮັດເສື່ອມຕໍ່ກັບຄົນບາບແລະເພາະພຣະອົງຊົງເສື່ອມຕໍ່ເຂົ້າກັບຄົນບາບທີ່ ທຸກມື້ນີ້ພຣະອົງໄດ້ຮັບກຽດແລະສະຫງ່າລາສີເປັນມົງກຸດແລະຄວາມເຄົາ ລົບ…[ເຫດສັນນັ້ນ]ຂ້າພະເຈົ້າ[ຂໍຮ້ອງທ່ານ]ດ້ວຍຄວາມຈິງໃຈວ່າຈົ່ງເຊື່ອ ວາງໃຈໃນພຣະບຸດຂອງພຣະເຈົ້າຜູ້ຊົງຮັບສະພາບເນື້ອໜັງ,ພຣະໂລຫິດ ຫຼັງໄຫຼແລະຕາຍເພື່ອຄວາມຊົ່ວຂອງຄົນບາບ! ຖ້າທ່ານຈະວາງໃຈພຣະອົງ ພຣະອົງຈະບໍ່ຫລອກລວງທ່ານແຕ່ທ່ານຈະລອດແລະລອດຕະຫຼອດໄປ (ສະເປີໂຈນ ເຫຼັ້ມດຽວກັນ ໜ້າ 95)

ເອແມນ! “ແມ່ນ ຂ້າຮູ້!” ຮ້ອງອີກເທື່ອໜື່ງ

ແລະຂ້າຮູ້ ເອີ ຂ້າຮູ້ພຣະໂລຫິດຂອງພຣະຄຣິດສາມາດເຮັດໃຫ້ຄົນບາບທີ່ ຊົ່ວຊ້າສະອາດໄດ້ ແລະຂ້າຮູ້ ເອີ ຂ້າຮູ້ພຣະໂລຫິດຂອງພຣະຄຣິດ ສາມາດເຮັດໃຫ້ຄົນບາບທີ່ຊົ່ວຊ້າສະອາດໄດ້
(ແມ່ນ ຂ້າຮູ້!” ໂດຍ ແອນນາ ດັບເບີ້ນຢູ ວໍເທີແມນ 1920)

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການຖືກລ້າງຈາກຄວາມບາບຂອງທ່ານ ໂດຍພຣະເຢຊູ, ກະລຸນາກ້າວອອກໄປຂ້າງຫຼັງຫ້ອງປະຊຸມນີ້ຕອນນີ້ເລີຍ, ດຣ.ເຄແກນຈະ ພາທ່ານໄປບ່ອນງຽບໆບ່ອນທີ່ເຮົາສາມາດສົນທະໜາກັນໄດ້, ໄປໄວໆເລີຍຕອນທີ່ທີ່ກຣິຟ ຟິດຮ້ອງຂໍ້ຊໍ້າອີກເທື່ອໜື່ງ.

ແລະຂ້າຮູ້ ເອີ ຂ້າຮູ້ພຣະໂລຫິດຂອງພຣະຄຣິດສາມາດເຮັດໃຫ້ຄົນບາບທີ່ ຊົ່ວຊ້າສະອາດໄດ້ ແລະຂ້າຮູ້ ເອີ ຂ້າຮູ້ພຣະໂລຫິດຂອງພຣະຄຣິດ ສາມາດເຮັດໃຫ້ຄົນບາບທີ່ຊົ່ວຊ້າສະອາດໄດ້

ຂໍໃຫ້ທ້າວລີມາອະທິຖານເພື່ອຜູ້ທີ່ຕອບຮັບອດ່

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ດຣ.ໄຄຣ້ທັນ ແອວ.ຊານ:ອິດສະຢາ 53:1-12
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
(ແມ່ນ ຂ້າຮູ້!” ໂດຍ ແອນນາ ດັບເບີ້ນຢູ ວໍເທີແມນ 1920)


ໂຄງຮ່າງບົດເທດສະໜາ

ແຫຼ່ງແຫ່ງສະຫງ່າລາສີຂອງພຣະຄຣິດ

(ບົດເທດສະໜາຕອນທີ່ 14 ໃນອິດສະຢາ 53)

ໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ.

“ສັນນັ້ນເຮົາຈະແບ່ງສ່ວນໜື່ງໃຫ້ກັບທ່ານຜູ້ຍິ່ງໃຫຍ່ ແລະທ່ານຈະແບ່ງ ລາງວັນກັບຄົນແຂງແຮງ ເພາະທ່ານຖອກເທຈິດວິນຍານຂອງທ່ານເຖິງ ຄວາມມໍລະນາແລະຖືກນັບເຂົ້າກັບບັນດາຜູ້ລະເມີດ ທ່ານກໍແບກບາບຂອງ ຄົນເປັນອັນຫຼາຍ ແລະທໍາການອ້ອນວອນເພື່ອຜູ້ລະເມີດ” (ອິດສະຢາ 53:12).

I. ໜື່ງ, ພຣະອົງຖອກເທຈິດວິນຍານຂອງພຣະອົງຈົນເຖິງຄວາມຕາຍ
ອິດສະຢາ 53:12ກ; ໂຢຮັນ 19:30, 10:17;1 ເປໂຕ 3:18
ເພງສັນລະເສີນ 2:8; ໂກໂລຊາຍ 2:15.

II. ສອງ, ພຣະອົງຖືກນັບເຂົ້າກັບຄົນບາບ ອິດສະຢາ 53:12ຂ; ລູກາ
7:34; ມາລະໂກ 15:27-28; ລູກາ 23:39-43.

III. ສາມ, ພຣະອົງຊົງແບກບາບຂອງຄົນເປັນອັນຫຼາຍ ອິດສະຢາ 53:12ຄ
1 ເປໂຕ 2:24.

IV. ສີ່, ພຣະອົງຊົງອະທິຖານເພື່ອຜູ້ລະເມີດ ອິດສະຢາ 53:12ງ; ລູກາ
23:34; ຮິບຣູ 7:25; ຟີລິປປອຍ 2:8-11.