Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໄຊຊະນະຂອງພຣະຜູ້ຊ່ວຍໃຫ້ລອດ

(ບົດເທດສະໜາຕອນທີ່ 12 ໃນອິດສະຢາ 53)
THE SAVIOUR’S TRIUMPH!
(SERMON NUMBER 12 ON ISAIAH 53)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລີສ
ຕອນເຊົ້າວັນຂອງພຣະເຈົ້າ 14/4/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, April 14, 2013

“ທ່ານຈະເຫັນເຊື້ອສາຍຂອງທ່ານ ທ່ານຈະຢືດວັນທັງຫຼາຍຂອງທ່ານ ນ້ຳພຣະໄທຂອງພຣະເຢໂຮວາຈະຈະເລີນຂື້ນໃນມືຂອງທ່ານ” (ອິດສະຢາ 53:10)


ສ່ວນທໍາອິດຂອງອິດສະຢາ 53:10 ເວົ້າເຖິງການຕາຍເພື່ອລຶບລ້າງພຣະອາດ ຊະຍາຂອງພຣະຄຣິດ, ຂ້າພະເຈົ້າໄດ້ເທດໃນຫົວຂໍ້ນັ້ນແລ້ວມື້ຄືນນີ້, ສ່ວນທໍາອິດຂອງ ຂໍ້ນີ້ຊີ້ໃຫ້ເຫັນວ່າພຣະເຈົ້າພຣະບິດາຄືຜູ້ທີ່ຢູ່ເບື້ອງຫຼັງຄວາມທຸກທໍລະມານຂອງພຣະບຸດຂອງ
ພຣະອົງ, ແນ່ນອນພຣະອົງເປັນຕົ້ນເຫດຂອງເລື່ອງນີ້. ດຣ.ເມີຣິວ ເອັບ.ອັນເຈີກ່າວໄວ້ວ່າ
“ພຣະເຈົ້າບີບຄັ້ນພຣະອົງໂດຍໃຫ້ພຣະອົງເກີດຄວາມທຸກ” (Merrill F. Unger, Ph.D., Unger’s Commentary on the Old Testament, Moody Press, 1981, volume II, p. 1299).
ສ່ວນທໍາອິດຂອງອິດສະຢາ 53:10 ກ່າວວ່າ:

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ ດ້ວຍ ຄວາມທຸກ ເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ ບາບ” (ອິດສະຢາ 53:10)

ເດິະເຄວແລະເດລິດຊ໌ ຄໍາອະທິບາຍພຣະຄຳພີເດີມ ໄດ້ກ່າວວ່າ:

ມະນຸດເປັນຜູ້ເຮັດການລົງໂທດທີ່ຕົກເທິງ[ພຣະຄຣິດ]ແບບບີບຄັ້ນພຣະອົງດ້ວຍຄວາມທຸກທໍລະມານຢ່າງແສນສາຫັດ, ແຕ່ອຳນາດສູງສຸດ[ຕົ້ນເຫດ] ຄືພຣະເຈົ້າ ຜູ້ທີ່ເຮັດໃຫ້ບາບຂອງມະນຸດ [ຮັບໃຊ້] ຄວາມພໍພຣະໄທຂອງ
ພຣະອົງ, ນ້ຳພຣະໄທຂອງພຣະອົງແລະການກຳນົດລ່ວງໜ້າຂອງພຣະອົງ
(Eerdmans, 1973 reprint, vol. VII, part II, p. 330).

ສ່ວນທີ່ສອງຂອງອິດສະຢາ 53:10 ຕອນນີ້ເຮົາເຫັນວ່າ ແມ່ນຫຍັງອອກມາຈາກ
ຄວາມທຸກທໍລະມານຂອງພຣະຄຣິດ, ຄວາມທຸກທໍລະມານຂອງພຣະອົງນຳຫຍັງມາແດ່,
ຄວາມຮັກແລະຄວາມຕາຍຂອງພຣະອົງວາງພື້ນຖານແຫ່ງໄຊຊະນະຂອງການຟື້ນຄືນຈາກ
ຕາຍຂອງພຣະອົງແລະໄຊຊະນະແຫ່ງຄົນຂອງພຣະອົງເທິງໂລກນີ້! ກະລຸນາຢືນຂື້ນອີກ ເທື່ອໜື່ງອ່ານສ່ວນທີ່ສອງຂອງຂໍ້ພຣະຄຳພີນີ້ເລີ່ມຕົ້ນດ້ວຍຄຳວ່າ “ທ່ານຈະເຫັນ“

“…ທ່ານຈະເຫັນເຊື້ອສາຍຂອງທ່ານ ທ່ານຈະຢືດວັນທັງຫຼາຍຂອງທ່ານ
ນ້ຳພຣະໄທຂອງພຣະເຢໂຮວາຈະຈະເລີນຂື້ນໃນມືຂອງທ່ານ” (ອິດສະຢາ 53:10)

ຂໍເຊີນນັ່ງລົງ, ຈາກຂໍ້ພຣະຄຳພີນີ້ມີຜົນອັນອັດສະຈັນຢູ່ສາມປະການທີ່ອອກມາຈາກຄວາມ ທຸກທໍລະມານຂອງພຣະຄຣິດ

I. ໜື່ງ ທ່ານຈະເຫັນເຊື້ອສາຍຂອງທ່ານ

“ທ່ານຈະເຫັນເຊື້ອສາຍຂອງທ່ານ” (ອິດສະຢາ 53:10)

ນັ້ນຄືຜົນອັນທີ່ໜື່ງຂອງການສິ້ນພຣະຊົນຂອງພຣະເຢຊູ “ທ່ານຈະເຫັນເຊື້ອສາຍ ຂອງທ່ານ” ອັນນີ້ສື່ເຖິງເຊື້ອສາຍຝ່າຍວິນຍານຂອງພຣະຄຣິດ, ຜູ້ສືບເຊື້ອສາຍຂອງພຣະ
ອົງ, ຜູ້ຄົນເປັນລ້ານໆໄດ້ມາເຖິງພຣະຄຣິດແລະກາຍເປັນ “ເຊື້ອສາຍຂອງພຣະອົງ” ພຣະ
ເຢຊູຊົງທໍານວາຍໄວ້ຕອນທີ່ພຣະອົງກ່າວວ່າ:

“ຈະມີຄົນມາຈາກທິດຕະເວັນອອກ, ທິດຕະເວັນຕົກ, ທິດເໜືອ, ທິດໃຕ້ ຈະມາເອນກາຍລົງໃນອານາຈັກຂອງພຣະເຈົ້າ” (ລູກາ 13:29)

ນັບຈາກວັນເທດສະການເພັນເທດສະເຕເປັນຕົ້ນມາ, ຜູ້ຄົນນັບບໍ່ຖ້ວນຈາກທຸກມຸມ
ໂລກໄດ້ມາເຖິງພຣະຄຣິດ, ແລະໃນທີ່ສຸດເມື່ອພຣະຄຣິດສະເດັດກັບມາໃນໂລກນີ້:

“ເຊື້ອສາຍຂອງເຂົາຈະໄດ້ແຜ່ນດິນເປັນກຳມະສິດ”
(ເພງສັນລະເສີນ 25:13)

ແຕ່ພຣະຄຣິດບໍ່ຕ້ອງຖ້າຈົນເຖິງການສະເດັດກັບມາຄັ້ງທີ່ສອງຂອງພຣະອົງເພື່ອ ຈະເຫັນເຊື້ອສາຍຂອງພຣະອົງ,ທັນທີທັນໃດຊ່ວງການຟື້ນຄືນຈາກຕາຍຂອງພຣະອົງ,ພຣະ
ອົງຊົງເຫັນພວກເຂົາແລະເຂົາກໍເຫັນພຣະອົງ! ອັກຄະສາວົກເປົາໂລກ່າວວ່າ:

“ພຣະອົງຊົງປາກົດແກ່ເຄຟາດ[ເປໂຕ] ແລ້ວແກ່ອັກຄະສາວົກສິບສອງຄົນ ພາຍຫລັງພຣະອົງຊົງປາກົດແກ່ພວກພີ່ນ້ອງກວ່າຫ້າຮ້ອຍຄົນໃນຄາວດຽວ…ພາຍຫລັງພະອົງຊົງປາກົດແກ່… ແລ້ວແກ່ອັກຄະສາວົກທັງໝົດ ຄັ້ນຫລັງທີ່ສຸດພຣະອົງຊົງປາກົດແກ່ຂ້າພະເຈົ້າດ້ວຍ”
(1 ໂກລິນໂທ 15:5-8)

ເຊື້ອຂອງພຣະອົງໄດ້ເຫັນພຣະອົງ ເໝືອນທີ່ອັກຄະສາວົກຢອນບອກໄວ້

“ຊຶ່ງເຮົາໄດ້ພິຈາລະນາເບິ່ງ ແລະຈັບຕ້ອງດ້ວຍມືຂອງເຮົາ ກ່ຽວກັບພຣະທໍາແຫ່ງຊີວິດ” (1ໂຢຮັນ 1:1)

ແລະພຣະອົງຊົງເຫັນເຊື້ອຂອງພຣະອົງ ຕອນທີ່ພຣະອົງຊົງຟື້ນຂື້ນຈາກຄວາມຕາຍ

“ພຣະເຢຊູໄດ້ສະເດັດເຂົ້າມາປະທັບຢືນຢູ່ທ່າມກາງເຂົາ ແລະຕັດກັບເຂົາວ່າ "ສັນຕິສຸກຈົ່ງດຳລົງຢູ່ກັບທ່ານທັງຫລາຍເຖີດ" ຄັ້ນພຣະອົງຕັດຢ່າງນັ້ນແລ້ວ ພຣະອົງຊົງໃຫ້ເຂົາເບິ່ງພຣະຫັດແລະສີຂ້າງຂອງພຣະອົງ ເມື່ອພວກສາວົກເຫັນອົງພຣະຜູ້ເປັນເຈົ້າແລ້ວ ເຂົາກໍມີຄວາມຍິນດີ”
(ໂຢຮັນ 20:19-20)

“ທ່ານຈະເຫັນເຊື້ອສາຍຂອງທ່ານ”

ພວກເຂົາເຫັນພຣະອົງແລະພຣະອົງຊົງເຫັນເຂົາ - ແລະເຂົາຄືເຊື້ອສາຍຂອງພຣະອົງ,ຜູ້ ສືບເຊື້ອສາຍຝ່າຍວິນຍານຂອງພຣະອົງ, ເມື່ອພຣະອົງຊົງຟື້ນຂື້ນຈາກຕາຍພຣະອົງຊົງ
ເຫັນເຊື້ອສາຍຂອງພຣະອົງ!

ພາຍຫຼັງທີ່ພຣະອົງສະເດັດກັບໄປເມືອງສະຫວັນ, ພຣະວິນຍານບໍລິສຸດໄດ້ເຄື່ອນ
ໄຫວແລະຄົນສາມພັນຄົນໄດ້ກັບໃຈໃຫມ່, ອີກຄັ້ງທີ່ພຣະສັນຍາໃນອິດສະຢານີ້ໄດ້ສຳເລັດ
ລົງ, ພຣະເຢຊູຊົງແນມລົງມາຈາກສະຫວັນເຫັນເຊື້ອສາຍຂອງພຣະອົງ, ມັນເກີດຂື້ນຜ່ານ
ໜັງສືກິດຈະການ, ພຣະຄຣິດຜູ້ຊົງຟື້ນຂື້ນຊົງແນມລົງມາແຕ່ພຣະທີ່ນັ່ງຂອງພຣະອົງແລະ
ເຫັນການເພີ່ມຂື້ນຂອງຜູ້ຄົນທີ່ເຊື່ອວາງໃຈພຣະອົງແລະກາຍເປັນເຊື້ອສາຍຂອງພຣະອົງ.

ແລະຜ່ານຫຼາຍຊົ່ວອາຍຸຄົນ, ພຣະເຢຊູຊົງແນມລົງມາຈາກສະຫວັນແລະຊົງເຫັນ
ເຊື້ອສາຍຂອງພຣະອົງທະວີຄູນຂື້ນຜ່ານທົ່ວທຸກມຸມໂລກ, ຊື່ງສຳເລັດຕາມຄຳທໍານວາຍ ຂອງອິດສະຢາທີ່ວ່າເຂົາຈະມາ “ຈາກທິດຕະເວັນອອກ, ທິດຕະເວັນຕົກ, ທິດເໜືອ, ທິດໃຕ້ …ເອນກາຍລົງໃນອານາຈັກຂອງພຣະເຈົ້າ” (ລູກາ 13:29)

ແມ່ນພຣະສັນຍາໄດ້ສຳເລັດລົງເປັນລ້ານໆຄັ້ງຜ່ານທາງປະຫວັດສາດແລະຢູ່ໃນທຸກ
ມຸມໂລກ

“ທ່ານຈະເຫັນເຊື້ອສາຍຂອງທ່ານ”

ເມື່ອທ່ານມາຫາພຣະເຢຊູໂດຍຄວາມເຊື່ອ,ພຣະອົງຈະເຫັນທ່ານເຊັ່ນກັນ, ຊົ່ວຂະ ນະຂອງການກັບໃຈໃຫມ່ທ່ານກໍຈະເຂົ້າສູ່ຈໍານວນມະຫາສານຂອງຄົນເຫຼົ່ານັ້ນທີ່ເປັນເຊື້ອ
ສາຍຂອງພຣະອົງ - ເທິງໂລກແລະໃນສະຫວັນ.

“ທ່ານຈະເຫັນເຊື້ອສາຍຂອງທ່ານ”

ພວກເຮົາຊື້ນຊົມຍິນດີຫຼາຍປານໃດທີ່ພຣະຄຣິດຊົງຟື້ນຂື້ນເປັນດັງພຣະພອນແລະສະຫງ່າ
ລາສີໃນສາຍຕາທັງຊາຍແລະຍິງຂອງທຸກສີຜິວແລະທຸກຊົນຊາດທີ່ເຊື່ອໃນພຣະອົງ ແລະ
ຢູ່ຮ່ວມກັບພຣະອົງຕະຫຼອດໄປເປັນນິດ. ແມ່ນ

“ທ່ານຈະເຫັນເຊື້ອສາຍຂອງທ່ານ”

ຂ້າພະເຈົ້າແລະພັນລະຍາໄດ້ເບິ່ງແຜ່ນດີວີດີໃນຄືນໜື່ງ, ມັນນຳສະເໜີເລື່ອງລາວ
ຂອງຊາວມຸດສະລິມໃນປະເທດອີຣານທີ່ກັບມາຫາພຣະຄຣິດ,ມາເປັນຄຣິສຕຽນ,ຜູ້ຍິງມູສະ ລິມໃນອີຣານເວົ້າວ່າ “ຂ້ອຍສູນເສຍຄວາມຫວັງທຸກຢ່າງໄປ” ຈາກນັ້ນລາວກໍຮັບເຊື່ອ ພຣະເຢຊູ. ຊາຍໜຸ່ມຄົນໜື່ງເວົ້າວ່າ “ຂ້ອຍບໍ່ຢາກເປັນມູສະລິມ” ແລະລາວເຊັ່ນ ກັນເຊື່ອໃນພຣະເຢຊູແລະກາຍເປັນຄຣິສຕຽນ, ມີຫຼາຍຄົນໄດ້ຮັບເຊື່ອພຣະເຢຊູໃນປະເທດ ອີຣານຫຼາຍກວ່າຄັ້ງໃດໆໃນ 1,500 ປີທີ່ຜ່ານມາ, ຄົນໜຸ່ມສາວເປັນພັນໆຄົນໃນປະເທດ
ມູສະລິມມີຄວາມສ່ຽງໃນການເປັນຄຣິສຕຽນ, ພຣະເຢຊູກຳລັງເຫັນ “ເຊື້ອສາຍຂອງພຣະ
ອົງ” ທະວີຂື້ນຜ່ານທາງໂລກມູສະລິມໃນປະຈຸບັນນີ້, ແລະຄຳເທດສະໜາຂອງເຮົາກໍໄປທີ່
ນັ້ນໃນເວັບໄຊຂອງເຮົາທີ່ເປັນພາສາອາຣັບ.

ແລະໃນໄຊຊະນະຄັ້ງສຸດທ້າຍ ເມື່ອພຣະຄຣິດຈະສະເດັດມາໃນສະຫງ່າລາສີເພື່ອ
ຕັ້ງອານາຈັກຂອງພຣະອົງຂື້ນເທິງໂລກນີ້, ເມື່ອພຣະອົງຈະເດັດມາອີກເທື່ອໜື່ງເພື່ອຄອບ
ຄອງເປັນກະສັດເໜືອກະສັດທັງຫຼາຍແລະພຣະເຈົ້າເໜືອພະທັງຫຼາຍ.

“ເຊື້ອສາຍຂອງເຂົາຈະໄດ້ແຜ່ນດິນເປັນກຳມະສິດ”(ເພງສັນລະເສີນ 25:13)

ແລະ “ທ່ານຈະເຫັນເຊື້ອສາຍຂອງທ່ານ” ເພາະພຣະໂອດຂອງພຣະເຈົ້າໄດ້ກ່າວດັ່ງນັ້ນ
“ພຣະເຢຊູຈະຄອບຄອງ” ໃຫ້ເຮົາຮ້ອງເພງນີ້

ພຣະເຢຊູຈະຊົງຄອບຄອງບໍ່ວ່າຕາເວັນຈະຢູ່ບ່ອນໃດ
ທາງແຫ່ງຄວາມສຳເລັດຂອງພຣະອົງໄປເຖິງ
ອານາຈັກຂອງພຣະອົງແພ່ຂະຫຍາຍທົ່ວທຸກແຫ່ງ
ຈົນດວງຈັນກາຍເປັນຂີ້ເຜິ້ງແລະຈາງຫາຍໄປ
(ພຣະເຢຊູຈະຊົງຄອບຄອງ” ໂດຍ ດຣ.ໄອແຊັກ ວັດ 1674-1748)

II. ສອງ ພຣະອົງຈະຢືດວັນທັງຫຼາຍຂອງພຣະອົງ

ກັບໄປເບິ່ງຂໍ້ພຣະຄຳພີຂອງເຮົາໃນ ອິດສະຢາ 53:10 ອີກໜື່ງຜົນແຫ່ງຄວາມທຸກ ແລະຄວາມຕາຍທີ່ຍິ່ງໃຫຍ່ຂອງພຣະເຢຊູ.

“ທ່ານຈະເຫັນເຊື້ອສາຍຂອງທ່ານ ທ່ານຈະຢືດວັນທັງຫຼາຍຂອງທ່ານ”
(ອິດສະຢາ 53:10)

ຜົນກະທົບແຫ່ງຄວາມຕາຍອັນທີ່ສອງຂອງພຣະຄຣິດຄື “ທ່ານຈະຢືດວັນທັງຫຼາຍ ຂອງທ່ານ” ຕອນທີ່ພຣະອົງຊົງຕາຍທີ່ໄມ້ກາງແຂນຊີວິດຂອງພຣະອົງບໍ່ໄດ້ຈົບສິ້ນທີ່ນັ້ນ, ພຣະອົງບໍ່ໄດ້ຖືກຄວາມຕາຍຝັງໄວ້ໃນອຸບໂມງເປັນເວລາດົນນານ,ວັນທີ່ສາມມາເຖິງ, ໄຊ ຊະນະຂອງພຣະຄຣິດໄດ້ນຳຊີວິດກັບມາ, ພຣະອົງຊົງທໍາລາຍໂຊ້ແຫ່ງຄວາມຕາຍແລ້ວ ອອກມາຈາກອຸບໂມງແລະຈະບໍ່ມີມື້ຕາຍອີກ “ໃນຄວາມຕາຍຄັ້ງນັ້ນ ພຣະອົງຊົງຕາຍເພື່ອ
ຄັ້ງດຽວ ແຕ່ທີ່ພຣະອົງຊົງມີຊີວິດນັ້ນກໍມີຊີວິດຢູ່ເພື່ອພຣະເຈົ້າ” ຈະຕາຍອີກບໍ່ໄດ້ (ໂລມ 6:10)

“ເຮົາທັງຫລາຍຮູ້ຢູ່ວ່າ ພຣະຄຣິດທີ່ຊົງຖືກຊຸບໃຫ້ເປັນຂຶ້ນມາຈາກຕາຍແລ້ວນັ້ນຈະບໍ່ຕາຍອີກ ຄວາມຕາຍບໍ່ໄດ້ຄອບງຳພຣະອົງຕໍ່ໄປ” (ໂລມ 6:9)

“ສາມວັນແຫ່ງຄວາມໂສກເສົ້າ” ຮ້ອງເພງນີ້

ສາມວັນທີ່ແສນເສົ້າຜ່ານຢ່າງໄວວາ
ພຣະອົງຊົງຟື້ນຂື້ນດ້ວຍສະຫງ່າລາສີ
ທຸກສິ່ງຈົ່ງຖະວາຍກຽດແດ່ພຣະອົງ ອາເລລູຢາ
ອາເລລູຢາ! ອາເລລູຢາ! ອາເລລູຢາ!
(“The Strife is O’er,” translated by Francis Pott, 1832-1909).

“ທ່ານຈະຢືດວັນທັງຫຼາຍຂອງທ່ານ”

“ໂດຍເຫດທີ່ພຣະອົງດຳລົງຢູ່ເປັນນິດ…ພຣະອົງຊົງດຳລົງພຣະຊົນຢູ່ເປັນ ນິດເພື່ອສະເໜີຄວາມໃຫ້ຄົນເຫຼົ່ານັ້ນ” (ເຮັບເລີ 7:24, 25)

ສະເປີໂຈນເວົ້າວ່າ“ຈາກທີ່ສູງໃນສະຫວັນພຣະອົງຊົງແນມ[ລົງມາ]ເທິງການເພີ່ມທະວີຂອງ
ເຊື້ອສາຍພຣະອົງໃນໂລກນີ້…ຫຼາຍຄືກັບດວງດາວໃນທ້ອງຟ້າ,ເໝືອນກັບຜົງຂີ້ດິນທີ່ນັບບໍ່ ຖ້ວນຂອງລະດູແລ້ງຄືເຊື້ອສາຍຂອງພຣະເຢຊູຄຣິດເຈົ້າ” (C. H. Spurgeon, The Metropolitan Tabernacle Pulpit, Pilgrim Publications, 1978 reprint, volume 51, p. 565).

“ທ່ານຈະເຫັນເຊື້ອສາຍຂອງທ່ານ ທ່ານຈະຢືດວັນທັງຫຼາຍຂອງທ່ານ”
(ອິດສະຢາ 53:10)

III. ສາມ ວຽກຂອງພຣະອົງຈະຈະເລີນຂື້ນ

ຢືນຂື້ນແລ້ວອ່ານຂໍ້ພຣະຄຳພີທັງໝົດດັງໆ, ໃຫ້ຈົດຈໍ່ໃນປະໂຫຍກສຸດທ້າຍ, ເລີ່ມ
ຕົ້ນດ້ວຍຄຳວ່າ “ນ້ຳພຣະໄທ”

“ທ່ານຈະເຫັນເຊື້ອສາຍຂອງທ່ານ ທ່ານຈະຢືດວັນທັງຫຼາຍຂອງທ່ານ

ນ້ຳພຣະໄທຂອງພຣະເຢໂຮວາຈະຈະເລີນຂື້ນໃນມືຂອງທ່ານ” (ອິດສະຢາ 53:10)

ນີ້ຄືຜົນທີ່ສາມຂອງການຕາຍຂອງພຣະເຢຊູ “ນ້ຳພຣະໄທຂອງພຣະເຢໂຮວາຈະຈະເລີນຂື້ນ ໃນມືຂອງທ່ານ” ສະເປີໂຈນເວົ້າວ່າ:

ຫຼາຍກວ່າໜື່ງພັນເກົ້າຮ້ອຍປີທີ່ຜ່ານມານັບຕັ້ງແຕ່ທີ່ພຣະອົງຊົງຟື້ນຂື້ນຈາກ
ຕາຍສູ່ຊີວິດໃຫມ່,ແມ່ນພຣະອົງຍັງມີຊີວິດຢູ່ແລະວັນຂອງພຣະອົງເຮົາຮູ້ວ່າ
ຈະຍັງສືບຕໍ່ຕາບໃດທີ່ໂລກນີ້ຍັງມີຢູ່ ແລະໃນທີ່ສຸດພຣະອົງຈະສ້າງອານາ ຈັກຂອງພຣະເຈົ້າ,ແມ່ນກະທັ່ງພຣະບິດາຈະຍັງຢືດເວລາຂອງພຣະອົງໃຫ້
ຍາວອອກໄປ. “ໂອ ພຣະເຈົ້າບັນລັງຂອງພຣະອົງຈະດຳລົງຢູ່ເປັນນິດນິ ລັນ” ພຣະອົງຈະຄົງຢູ່ເຖິງແມ່ນວ່າພູເຂົາຈະຈິບຫາຍຫຼືເຖິງແມ່ນວ່າທ້ອງ
ຟ້າຈະມ້ວນມະລາຍໄປຄືກັບທົ່ງຫຍ້າ (ສະເປີໂຈນ ເຫຼັ້ມດຽວກັນ)

“ນ້ຳພຣະໄທຂອງພຣະເຢໂຮວາຈະຈະເລີນຂື້ນໃນມືຂອງທ່ານ” (ອິດສະຢາ 53:10)

ຄວາມພໍພຣະໄທທີ່ດີ,ນ້ຳພຣະໄທ,ພຣະປະສົງຂອງພຣະເຈົ້າຈະ “ຈະເລີນຂື້ນໃນມື
ຂອງທ່ານ”

“ເຮົາຈະມອບໃຫ້ເຈົ້າເປັນຄວາມສະຫວ່າງແກ່ບັນດາປະຊາຊາດ ເພື່ອ
ຄວາມລອດຂອງເຮົາຈະເຖິງທີ່ສຸດປາຍແຜ່ນດິນໂລກທາງເຈົ້າ”
(ອິດສະຢາ 49:6)

“ແລະບັນດາປະຊາຊາດຈະມາຍັງຄວາມສະຫວ່າງຂອງເຈົ້າ…ຄວາມຮັ່ງມີ
ຂອງບັນດາປະຊາຊາດຈະມາຍັງເຈົ້າ” (ອິດສະຢາ 60:3,5)

ເບິ່ງແມ້ ພວກເຫຼົ່ານີ້ຈະມາຈາກເມືອງໄກ ແລະເບິ່ງແມ້ ບາງພວກກໍມາ
ຈາກທິດເໜືອແລະທິດຕາເວັນຕົກ ແລະບ້າງພວກກໍມາຈາກແຜ່ນດິນຊິ
ນິມ [ປະເທດຈີນ]” (ອິດສະຢາ 49:12)

“ນ້ຳພຣະໄທຂອງພຣະເຢໂຮວາຈະຈະເລີນຂື້ນໃນມືຂອງທ່ານ” (ອິດສະຢາ 53:10)

ລາຍເດືອນທີ່ຜ່ານມາຂ້າພະເຈົ້າໄດ້ເບິ່ງວິດີໂອທີ່ນຳສະເໜີກ່ຽວກັບປະເທດຈີນ
ໂດຍສຽງຂອງຜູ້ຍອມພີຊີບຂອງຕົນເພື່ອຄວາມເຊື່ອ,ມັນໄດ້ນຳສະເໜີຄຳພະຍານຂອງຊາຍ
ຊະລາຄົນໜື່ງຊື່ໂມເສດຊີ[ເຊ]ໃນຊ່ວງ “ວິວັດທະນາການວັດທະນາທຳ” ລາວຖືກໃສ່ກະ
ແຈມືແລະລ໋ອກຕີນໃນຄຸກໂດຍພວກຄອມມູນິດຫຼາຍກວ່າຊາວປີເພາະເຫດທີ່ລາວປະກາດ
ຂ່າວປະເສີດເລື່ອງພຣະຄຣິດ, ໃນຄວາມສິ້ນຫວັງລາວຮູ້ສຶກສະລົດຫົດຫູ່ຫຼາຍ,ຈາກນັ້ນ
ລາວກໍເວົ້າວ່າມີສຽງຂອງພຣະເຢຊູເວົ້າໃນໃຈຂອງລາວວ່າ “ລູກຂອງເຮົາເອີຍ ພຣະຄຸນ
ຂອງເຮົາກໍມີພໍສຳຫຼັບເຈົ້າແລ້ວ” ອາຈານຊີເວົ້າວ່າລາວໄດ້ຍິນສຽງນັ້ນໃນໃຈສາມເທື່ອ,
ແລ້ວລາວກໍເປັ່ງສຽງຮ້ອງໄຫ້ເປັນເວລາສາມເທື່ອຕອນທີ່ໄດ້ຍິນສຽງນັ້ນ “ລູກຂອງເຮົາເອີຍ ພຣະຄຸນຂອງເຮົາກໍມີພໍສຳຫຼັບເຈົ້າແລ້ວ” ນ້ຳຕາແຫ່ງຄວາມປາບປື້ມໃຈໄຫຼລົງຈາກຕາຂອງ
ລາວຕອນທີ່ລາວເວົ້າເຖິງລິດອຳນາດຂອງພຣະຄຣິດທີ່ຊ່ວຍລາວໃຫ້ລອດໃນຄຸກຂອງຄອມ
ມູນິດ.

ຫຼັງຈາກນັ້ນວິດີໂອກໍສັບປ່ຽນແລະນຳສະເໜີຄລິບວິດີໂອຂອງພວກຄອມມູນິດຈີນ ເປັນໝື່ນໆທີ່ກຳລັງກາບໄຫວ້ເໝົ໋າເຈີຕຸງ, ຜູ້ນຳຜະເດັດການຄອມມູນິດຜູ້ທີ່ຂ້າປະຊາຊົນ
ຫຼາຍກວ່າຮິດເລີ,ໃນຂະນະທີ່ເຂົາກາບໄຫວ້ເໝົ໋າເຈີຕຸງ ຂ້າພະເຈົ້າຄິດວ່າ“ພວກເຮົາຄຣິສ
ຕຽນຈະຢູ່ບ່ອນນັ້ນຕອນທີ່ພວກເຂົາຄອມມູນິດໄປແລ້ວ” ເມື່ອນັ້ນພັກຄອມມູນິດຈີນກໍຈະ ກາຍເປັນຕຳນານໜື່ງໃນປະຫວັດສາດ, ແຕ່ພວກຄຣິສຕຽນຈະຍັງຢູ່ບ່ອນນັ້ນເຂັ້ມແຂງກວ່າ
ທີ່ເຄີຍເປັນເພາະວ່າປະຈຸບັນນີ້ໄດ້ຈະເລີນເຕີບໃຫຍ່ຢ່າງໜ້າອັດສະຈັນ, “ພວກເຮົາຈະຢູ່
ຫັນຕອນທີ່ເຈົ້າສູນຫາຍໄປໝົດ” ແລະທົ່ວໂລກສັດຕູຂອງພຣະຄຣິດບໍ່ວ່າພວກເຂົາຈະຢູ
ໃສພວກເຮົາສາມາດເວົ້າໄດ້ຢ່າງໝັ້ນໃຈເລີຍວ່າ “ພວກເຮົາທີ່ເປັນຄຣິສຕຽນຈະຢູ່ບ່ອນນີ້
ເມື່ອພວກເຈົ້າຄອມມູນິດສູນຫາຍໄປແລ້ວ” ເພາະ“ນ້ຳພຣະໄທຂອງພຣະເຢໂຮວາຈະຈະ ເລີນຂື້ນໃນມືຂອງທ່ານ”

ພວກຄຣິສຕຽນອາດຈະຕ່ຳຕ້ອຍແລະຖືກດູໝີ່ນໃນສາຍຕາຂອງມະນຸດໃນທຸກມື້ນີ້
ເຮົາອາດຈະຖືກເຢາະເຢີ້ຍແລະດູໝີ່ນຕອນນີ້ຄືກັບທີ່ພຣະເຢຊູຖືກຕອນທີ່ພຣະອົງຍັງຢູ່ໃນ
ໂລກ, ແຕ່ພຣະຄຣິດຊົງຟື້ນຂື້ນຈາກຄວາມຕາຍແລະ “ນ້ຳພຣະໄທຂອງພຣະເຢໂຮວາຈະ
ຈະເລີນຂື້ນໃນມືຂອງທ່ານ” ເຫດສັນນັ້ນບໍ່ວ່າຄຣິສຕຽນແທ້ຈະຖືກດູໝີ່ນແລະປະຕິເສດ
ຫຼາຍປານໃດກໍຕາມ,ມັນ “ຈະຈະເລີນຂື້ນໃນມືຂອງທ່ານ” ແລະຈົນວັນສຸດທ້າຍ.

“ລາຊະອານາຈັກທັງຫລາຍແຫ່ງໂລກນີ້ໄດ້ກັບເປັນລາຊະອານາຈັກທັງຫຼາຍຂອງອົງພຣະຜູ້ເປັນເຈົ້າຂອງເຮົາ ແລະເປັນຂອງພຣະຄຣິດຂອງພຣະອົງ ແລະພຣະອົງຈະຊົງຄອບຄອງຕະຫລອດໄປເປັນນິດ” (ພະນິມິດ 11:15)

ພີ່ນ້ອງຂອງຂ້າພະເຈົ້າ,ພວກເຮົາຈະເຫັນຄວາມຕາຍຂອງພຣະຄຣິດໄດ້ສຳເລັດລົງ ເພື່ອ
“ນ້ຳພຣະໄທຂອງພຣະເຢໂຮວາຈະຈະເລີນຂື້ນໃນມືຂອງທ່ານ” ພຣະເຢຊູຈະສະເດັດມາອີກ
ເພື່ອຄອບຄອງເໜືອແຜ່ນດິນໂລກ.

ພຣະເຢຊູຈະຊົງຄອບຄອງບໍ່ວ່າຕາເວັນຈະຢູ່ບ່ອນໃດ
ທາງແຫ່ງຄວາມສຳເລັດຂອງພຣະອົງໄປເຖິງໃສ
ອານາຈັກຂອງພຣະອົງແພ່ຂະຫຍາຍທົ່ວທຸກແຫ່ງ
ຈົນດວງຈັນກາຍເປັນຂີ້ເຜິ້ງແລະຈາງຫາຍໄປ
(ພຣະເຢຊູຈະຊົງຄອບຄອງ” ໂດຍ ດຣ.ໄອແຊັກ ວັດ 1674-1748)

ພຣະອົງຈະສະເດັດມາອີກທີ ພຣະອົງຈະສະເດັດມາອີກທີ
ພຣະເຢຊູອົງດຽວກັນນີ້ ທີ່ໂລກຫັນໜ້າໜີ
ພຣະອົງຈະສະເດັດມາອີກທີ ພຣະອົງຈະສະເດັດມາອີກທີ
ດ້ວຍລິດສະຫງ່າລາສີ ຈະສະເດັດມາອີກທີ
   (“ພຣະອົງຈະສະເດັດມາອີກທີ” by Mabel Johnston Camp, 1871-1937).

ຕອນນີ້ຂ້າພະເຈົ້າຮູ້ວ່າມີບາງຄົນໃນພວກທ່ານທີ່ຢູ່ນີ້ໃນເຊົ້າມື້ນີ້ສົງໄສວ່າເປັນຫຍັງ
ພວກເຮົາຈື່ງຕື່ນເຕັ້ນຫຼາຍ. ທ່ານກຳລັງຄິດວ່າ
“ຄົນພວກນີ້ເຂົາມີຄວາມກະຕືລື້ລົ້ນຫຍັງ?
ເປັນຫຍັງພວກເຂົາຈື່ງຕົບມືກັນກັບເລື່ອງນີ້?”
ຂ້າພະເຈົ້າແນ່ໃຈວ່າມີບາງຄົນໃນພວກທ່ານ
ຜູ້ທີ່ຢູ່ໃນຄຣິສຕະຈັກນີ້ມາດົນແລ້ວຮູ້ສຶກຄືກັນ. ທ່ານຄິດ “ພວກເຮົາຕ້ອງຜ່ານເລື່ອງພວກ
ນີ້ອີກເທື່ອໜື່ງບໍ? ພວກເຮົາເຄີຍໄດ້ຍິນເລື່ອງແບບນີ້ມາກ່ອນ,
ເປັນຫຍັງຈື່ງຕື່ນເຕັ້ນຫຼາຍ?
ເປັນຫຍັງຈື່ງດີໃຈຫຼາຍ? ທ່ານພຽງແຕ່ໃຫ້ຄຳເຊື້ອເຊີນແລ້ວຈົບໄດ້ບໍ?” ຂ້າພະເຈົ້າຮູ້ວ່າ
ບາງຄົນໃນພວກທ່ານຮູ້ສຶກແບບນັ້ນ “ເປັນຫຍັງຈື່ງຕື່ນເຕັ້ນຫຼາຍ? ມັນເປັນເລື່ອງລຶກລັບ
ສຳຫຼັບທ່ານ ທ່ານບໍ່ສາມາດຕື່ນເຕັ້ນໄດ້.

ຂ້າພະເຈົ້າຮູ້ດີວ່າທ່ານຮູ້ສຶກແນວໃດ,ທ່ານເຫັນແລ້ວວ່າຂ້າພະເຈົ້າບໍ່ແມ່ນນັກເຊຍ ບານບ້ວງ,ສໍາຫຼັບຂ້າພະເຈົ້າແລ້ວບໍ່ມີອັນໃດເປັນຕາຕື່ນເຕັ້ນໃນເກມບານບ້ວງ, ສຳຫຼັບຂ້າ ພະເຈົ້າມັນເປັນເລື່ອງໜ້າເບື່ອທີ່ສຸດໃນໂລກ, ແຕ່ສຳຫຼັບທ່ານບາງຄົນມັນເປັນເລື່ອງທີ່ໜ້າ ຕື່ນເຕັ້ນຫຼາຍ, ເປັນຫຍັງຈື່ງແຕກຕ່າງກັນ? ຄວາມແຕກຕ່າງກໍງ່າຍໆຫຼາຍພວກທ່ານເປັນ ແຟນບານບ້ວງສ່ວນຂ້າພະເຈົ້າບໍ່ແມ່ນ, ທ່ານສາມາດຮູ້ສຶກຕື່ນເຕັ້ນສ່ວນຂ້າພະເຈົ້າບໍ່ຮູ້ ສຶກບໍ່ຕື່ນເຕັ້ນ. ຂ້າພະເຈົ້າບໍ່ໄດ້ກໍາລັງຍົກເຫດຜົນທີ່ເຮົາແຕກຕ່າງກັນ, ບາງຢ່າງໃນພື້ນ ຖານຂອງທ່ານເຮັດໃຫ້ທ່ານຮູ້ສຶກຕື່ນເຕັ້ນຕອນທີ່ທ່ານເບິ່ງທີມແອວເອເລເກີຫຼີ້ນ,ຂ້າພະເຈົ້າ ບໍ່ສາມາດເຂົ້າໄປເບິ່ງກັບທ່ານໄດ້, ຕ້ອງມີການປ່ຽນແປງໃນທໍາມະຊາດຂອງຂ້າພະເຈົ້າທີ່ ເຮັດໃຫ້ຂ້າພະເຈົ້າບໍ່ຮູ້ສຶກຄືກັບທີ່ທ່ານຮູ້ສຶກ.

ນັ້ນແລະຄືທາງແຫ່ງໄຊຊະນະກັບຂອງພຣະຄຣິດ, ພວກເຮົາສາມາດຮູ້ສຶກຕື່ນເຕັ້ນ
ກ່ຽວກັບການຟື້ນຄືນຈາກຕາຍແລະການສະເດັດກັບມາຄັ້ງທີ່ສອງຂອງພຣະຄຣິດໄດ້,ທ່ານ
ບໍ່ສາມາດຮູ້ສຶກຕື່ນເຕັ້ນກັບມັນໄດ້, ພວກເຮົາເປັນແຟນຂອງພຣະຄຣິດແລະທ່ານບໍ່ແມ່ນ
ແຟນເຊຍຂອງພຣະຄຣິດ, ທໍາມະຊາດຂອງທ່ານຈະຕ້ອງໄດ້ຮັບການປ່ຽນແປງເພື່ອທີ່ທ່ານ
ຈະຮູ້ສຶກຄືກັບທີ່ພວກເຮົາຮູ້ສຶກເຖິງໄຊຊະນະຂອງພຣະຄຣິດ, ພຣະຄໍາພີເວົ້າເຖິງເລື່ອງນັ້ນ
ຕອນທີ່ກ່າວວ່າ “ແຕ່ມະນຸດທຳມະດາຈະຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະເຂົາເຫັນວ່າເປັນສິ່ງໂງ່ເງົ່າ” (1 ໂກລິນໂທ 2:14),ຕັ້ງແຕ່ທີ່ທ່ານເປັນ
“ມະນຸດທໍາມະດາ” ໄຊຊະນະຂອງພຣະຄຣິດທ່ານຮູ້ສຶກວ່າມັນທໍາມະດາ” ທ່ານບໍ່ຮູ້ສຶກຕື່ນ
ເຕັ້ນກັບມັນ ທໍາມະຊາດຂອງທ່ານຕ້ອງໄດ້ຮັບການປ່ຽນແປງເພື່ອທ່ານຈະມີຄວາມຕະຕືລື
ລົ້ນກັບໄຊຊະນະຂອງພຣະຄຣິດ,ທ່ານຈະຕ້ອງກັບໃຈໃຫມ່ເພື່ອທ່ານຈະຮູ້ສຶກຄືກັບພວກເຮົາ

ທ່ານຮູ້ດີວ່າທ່ານຄວນຮູ້ສຶກແບບພວກເຮົາຮູ້ສຶກ, ແຕ່ທ່ານບໍໍ່ສາມມາດເຮັດໃຫ້ໂຕ
ຂອງທ່ານຮູ້ສຶກໃນທາງທີ່ທ່ານຄວນຮູ້ສຶກ! ບໍ່ສຳຄັນດອກວ່າທ່ານພະຍາຍາມຍາກຫຼາຍ
ທ່ານບໍໍ່ສາມມາດເຮັດໃຫ້ໂຕຂອງທ່ານຮູ້ສຶກກັບທີ່ພວກເຮົາຮູ້ສຶກກ່ຽວກັບໄຊຊະນະຂອງພຣະຄຣິດໄດ້! ທ່ານຄວນຮູ້ສຶກແບບນັ້ນແຕ່ທ່ານກໍເຮັດບໍ່ໄດ້ບໍ່ວ່າຈະພະຍາຍາມຫຼາຍປານໃດກໍ
ຕາມ, ທ່ານບໍ່ສາມາດເປັນຄົນປະເພດທີ່ທ່ານຄວນຈະເປັນ, ນັ້ນຄືຄວາມໝາຍຂອງການ
ກັບໃຈໃຫມ່ຈາກບາບ!

ທ່ານຕ້ອງມາຫາພຣະເຢຊູແລ້ວເວົ້າວ່າ “ພຣະເຈົ້າຂ້າ ຂ້າພຣະອົງບໍ່ສາມາດເປັນ
ສິ່ງທີ່ພຣະອົງຢາກໃຫ້ເປັນໄດ້! ຂ້າພຣະອົງປະລາໄຊ ເຮັດບໍ່ໄດ້, ຂ້າພຣະອົງປ່ຽນຕົວເອງ ບໍ່ໄດ້! ຂໍພຣະເຢຊູ ຊ່ວຍຂ້າພຣະອົງດ້ວຍ!” ແລະເມື່ອທ່ານຮູ້ສຶກແບບນັ້ນທ່ານກໍໃກ້ຈະ
ລອດແລ້ວ, ການສຳນຶກບາບມາກ່ອນການກັບໃຈໃຫມ່ມາຫາພຣະຄຣິດສະເໝີ.

ແລະສຳຫຼັບພວກທ່ານທີ່ຍັງບໍ່ໄດ້ກັບໃຈໃຫມ່ເທື່ອ, ພວກເຮົາຂໍຮ້ອງໃຫ້ທ່ານວາງໃຈ
ໃນພຣະຄຣິດຜູ້ຊົງຟື້ນຄືນພຣະຊົນ, ພວກເຮົາຂໍໜຸນໃຈທ່ານໃຫ້ລ້າງບາບຂອງທ່ານໂດຍ ພຣະໂລຫິດອັນປະເສີດຂອງພຣະເຢຊູ, ພວກເຮົາຂໍໃຫ້ທ່ານມາກັບພວກເຮົາແລະຕາມພຣະ
ຜູ້ຊ່ວຍໃຫ້ລອດບໍ່ວ່າມັນຈະສູນເສຍຫຍັງກໍຕາມ, ພວກເຮົາຢູ່ຝ່າຍທີ່ຊະນະແລ້ວ ເພາະ
“ນ້ຳພຣະໄທຂອງພຣະເຢໂຮວາຈະຈະເລີນຂື້ນໃນມືຂອງທ່ານ” ເຫດສັນນັ້ນຂ້າພະເຈົ້າຂໍ
ຮ້ອງທ່ານໃຫ້ວາງໃຈເຊື່ອພຣະເຢຊູ,ກັບໃຈໃຫມ່ແລ້ວຢູ່ຝ່າຍທີ່ມີໄຊຊະນະ.

ຮີບເຂົ້າພວກສິດແຫ່ໄປດ້ວຍກັນ
ຈົນເຖິງພຣະລັດສະໝີ
ໄປສູ່ວຽງແກ້ວເມືອງຟ້າສະຫວັນ
ໃຈເຕັມຊົມຊື່ນຍິນດີ
ເຊື່ອແຕ່ເທົ່ານັ້ນ ເຊື່ອແຕ່ເທົ່ານັ້ນ
ເພີ່ງພຣະອົງບັດນີ້
ພຣະອົງຊົງໂຜດ ພຣະອົງຊົງໂຜດ
[ພຣະຄຣິດ]ໂຜດໃຫ້ພົ້ນມື້ນີ້
   (“ເຊື່ອແຕ່ເທົ່ານັ້ນ” ໂດຍ ຈອນ ເອັດ.ສະຕັອກທັນ 1813-1877

ຮ້ອງຂໍ້ຊ້ຳອີກເທື່ອໜື່ງ, ຂະນະທີ່ເຮົາຮ້ອງເພງ “ເຊື່ອແຕ່ເທົ່ານັ້ນ” ຖ້າທ່ານຍັງບໍ່
ລອດເທື່ອ, ຢາກໃຫ້ທ່ານກ້າວອອກຈາກຕັ່ງຂອງທ່ານແລະຍ່າງໄປທາງຫຼັງຫ້ອງປະຊຸມນີ້
ດຣ.ເຄແກນ ຈະພາທ່ານໄປຫ້ອງງຽບໆບ່ອນທີ່ເຮົາສາມາດສົນທະນາກັນແລະອະທິຖານໄດ້
ໄປດຽວນີ້ຕອນທີ່ຮ້ອງເພງນີ້.

ເຊື່ອແຕ່ເທົ່ານັ້ນ ເຊື່ອແຕ່ເທົ່ານັ້ນ
ເພີ່ງພຣະອົງບັດນີ້
ພຣະອົງຊົງໂຜດ ພຣະອົງຊົງໂຜດ
ໂຜດໃຫ້ພົ້ນມື້ນີ້

ຂໍເຊີນທ້າວລີ ກະລຸນາມາອະທິຖານເພື່ອຜູ້ທີ່ຕອບຮັບແດ່

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ດຣ.ໄກຣ້ທັນ ແອວ.ຊານ ອິດສະຢາ 53:1-10
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“The Strife is O’er” (translated by Francis Pott, 1832-1909).


ໂຄງຮ່າງບົດເທດສະໜາ

ໄຊຊະນະຂອງພຣະຜູ້ຊ່ວຍໃຫ້ລອດ

(ບົດເທດສະໜາຕອນທີ່ 12 ໃນອິດສະຢາ 53)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ທ່ານຈະເຫັນເຊື້ອສາຍຂອງທ່ານ ທ່ານຈະຢືດວັນທັງຫຼາຍຂອງທ່ານ ນ້ຳພຣະໄທຂອງພຣະເຢໂຮວາຈະຈະເລີນຂື້ນໃນມືຂອງທ່ານ” (ອິດສະຢາ 53:10)

I.   ໜື່ງ ທ່ານຈະເຫັນເຊື້ອສາຍຂອງທ່ານ ອິດສະຢາ 53:10ກ; ລູກາ 13:29
ເພງສັນລະເສີນ 25:13; 1 ໂກລິນໂທ 15:5-8; 1 ໂຢຮັນ 1:1;
ໂຢຮັນ 20:19-20.

II.  ສອງ ພຣະອົງຈະຢືດວັນທັງຫຼາຍຂອງພຣະອົງ ອິດສະຢາ 53:10ຂ;
ໂລມ 6:10, 9; ເຮັບເລີ 7:24, 25.

III. ສາມ ວຽກຂອງພຣະອົງຈະຈະເລີນຂື້ນ ອິດສະຢາ 53:10ຄ; 49:6; 60:3,5;
ອິດສະຢາ 49:12; ພະນິມິດ 11:15; 1 ໂກລິນໂທ 2:14.