Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການລຶບລ້າງພຣະອາດຊະຍາ

(ຄຳເທດສະໜາຕອນທີ່ 11 ໃນອິດສະຢາ 53)
PROPITIATION!
(SERMON NUMBER 11 ON ISAIAH 53)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄຳເທດສະໜາເທດທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ຕອນແລງວັນເສົາ 13/4/2013
A sermon preached at the Baptist Tabernacle of Los Angeles
Saturday Evening, April 13, 2013

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ ດ້ວຍ ຄວາມທຸກ ເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ ບາບ” (ອິດສະຢາ 53:10)


ສິ່ງທີ່ຂ້າພະເຈົ້າກຳລັງຈະເວົ້າກ່ຽວກັບພຣະເຈົ້າໃນຄືນນີ້ອາດຈະເຮັດໃຫ້ບາງຄົນທີ່ ໄດ້ຍິນບໍ່ມັກຫຼືແມ່ນກະທັ່ງຊັງກໍເປັນໄດ້, ຜູ້ຄົນໃນປະຈຸບັນນີ້ມີຄວາມຄິດຜິດໆກ່ຽວກັບພຣະ ເຈົ້າ, ເມື່ອມີຄົນໃດໜື່ງເວົ້າເຖິງເລື່ອງຂອງພຣະເຈົ້າຈາກພຣະຄໍາພີກໍຈະເກີດມີຂໍ້ໂຕ້ຕອບ ທາງລົບມາໂດຍສະເພາະທ່າມກາງນັກເທດບາງປະເພດ.

ຫຼາຍປີທີ່ຜ່ານມາຂ້າພະເຈົ້າຖືກສິດຍາພິບານອາວຸໂສຜູ້ໜື່ງເຊີນໃຫ້ໄປເທດສະໜາ ໃນເລື່ອງການປະກາດຂ່າວປະເສີດແກ່ຄົນໜຸ່ມປະມານໜື່ງຮ້ອຍຄົນ, ຂ້າພະເຈົ້າເຄີຍເທດ ທີ່ນັ້ນມາສອງສາມເທື່ອແລ້ວກ່ອນໜ້ານີ້, ຂ້າພະເຈົ້າກໍເລີຍຄິດວ່າຕົນເອງພໍຮູ້ວ່າຄຣິສຕະ ຈັກຕ້ອງການຫຍັງ. ແຕ່ເທື່ອນີ້ມີສິດຍາພິບານໜຸ່ມສອງຄົນໄດ້ຖືກກ່າວຫາ, ຂ້າພະເຈົ້າເທດ ກ່ຽວກັບຄວາມລອດ, ເນັ້ນໜັກເຖິງການພິພາກສາຂອງພຣະເຈົ້າແລະຕອນຈົບກໍໄດ້ນຳສະ ເໜີຂ່າວປະເສີດຂອງພຣະຄຣິດຢ່າງຈະແຈ້ງ. ມີຄົນໜຸ່ມຊາວເຈັດຄົນທີ່ຕອບຮັບຕໍ່ຄຳເຊື້ອ ເຊີນ, ຄົນເຫຼົ່ານີ້ຫາກໍຍອມຮັບ(ເຊື່ອ)ເປັນເທື່ອທຳອິດຊື່ງຄືຈຳນວນໜ້ອຍໜື່ງໃນສີ່ຂອງນັກ ສຶກສາທັງໝົດທີ່ເຂົ້າຮ່ວມ.

ອາດຈະມີຄົນໃດໜື່ງຄິດວ່າສິດຍາພິບານໜຸ່ມສອງຄົນນັ້ນດີໃຈທີ່ມີຫຼາຍຄົນຕອບຮັບ ແຕ່ທັງສອງຄົນພັດຢາກຮ້າຍໜ້າບູດຫຼັງຈາກຄຳເທດສະໜາ,ພວກເຂົາບໍ່ເຄີຍຂຽນຈົດໝາຍ ຂອບໃຈແລະບໍ່ເຄີຍສົ່ງຄວາມນັບຖືໃຫ້ຄືກັບທີ່ຄຣິສຕະຈັກເຄີຍປະຕິບັດມາ, ຂ້າພະເຈົ້າ ແປກໃຈຫຼາຍຕໍ່ຄວາມເຢັນຊ່າຂອງພວກເຂົາ, ຂ້າພະເຈົ້າໄດ້ຮຽນຮູ້ຫຼັງຈາກນັ້ນວ່າພວກເຂົາ ຄິດວ່າຂ້າພະເຈົ້າມີດ້ານລົບຫຼາຍເກີນໄປ ທີ່ວ່າຂ້າພະເຈົ້າຄວນໃຫ້ຄຳເຊື້ອເຊີນໂດຍທີ່ບໍ່ມີ ການເຕືອນຄົນໜຸ່ມເຫຼົ່ານັ້ນວ່າພຣະເຈົ້າຊົງພິພາກສາບາບ, ນັບແຕ່ນັ້ນມາຂ້າພະເຈົ້າກໍຄົ້ນ ພົບວ່າມີສິດຍາພິບານສະໄໝໃຫມ່ຫຼາຍຄົນແບ່ງປັນຄວາມຄິດຂອງເຂົາວ່າ “ໃຫ້ແຕ່ຂ່າວປະ ເສີດແກ່ເຂົາ ເວົ້າແຕ່ເລື່ອງຄວາມຮັກຂອງພຣະເຈົ້າຢ່າງດຽວ,ຢ່າລົບກວນເຂົາແລະເຮັດໃຫ້ ເຂົາຮູ້ສຶກບໍ່ສະດວກສະບາຍ” ຂ້າພະເຈົ້າເຈີຕະຫຼອດວ່ານັກເທດສ່ວນຫຼາຍຮູ້ສຶກແບບນັ້ນ ໃນປະຈຸບັນນີ້, ແຕ່ຂ້າພະເຈົ້າສໍານຶກວ່າມີບາງສິ່ງບາງຢ່າງບົກພ່ອງໃນການຄິດແບບນັ້ນ ບາງຢ່າງທີ່ບໍ່ພໍແລະຜິດພາດກ່ຽວຄວາມຄິດຂອງການເທດສະໜາຂ່າວປະເສີດແບບນັ້ນ.

ດຣ. ເອ.ດັບໂບຢູ.ໂທເຊີ ເວົ້າວ່າ “ບໍ່ມີໃຜຮູ້ຈັກພຣະຄຸນທີ່ແທ້ຈິງຂອງພຣະເຈົ້າໄດ້ ຖ້າຄົນນັ້ນບໍ່ຮູ້ຈັກຄວາມຢຳເກງພຣະເຈົ້າກ່ອນ” (The Root of Righteousness, Christian Publications, 1955, p. 38). ຂ້າພະເຈົ້າເຊື່ອວ່າລາວເວົ້າຖືກຢ່າງແນ່ນອນ, “ບໍ່ມີໃຜຮູ້ຈັກ ພຣະຄຸນທີ່ແທ້ຈິງຂອງພຣະເຈົ້າໄດ້ ຖ້າຄົນນັ້ນບໍ່ຮູ້ຈັກຄວາມຢຳເກງພຣະເຈົ້າກ່ອນ” ດຣ. ມາຕິນ ລອຍ-ໂຈນເຊື່ອແທ້ແນ່ນອນຄືດຣ.ໂທເຊີໃນຈຸດນີ້. ອີວານ ເອັຈ.ເມີເຣ ໄດ້ເວົ້າວ່າ “ສຳຫຼັບ ດຣ.ລອຍ-ໂຈນ ທີ່ຈະເທດເຖິງໄພອັນຕະລາຍຄວາມຊົ່ວຊ້າຂອງມະນຸດຕໍ່ໜ້າພຣະ ເຈົ້າໝາຍເຖິງການເທດເຖິງພຣະພິໂລດຂອງພຣະເຈົ້າ…ໃນການພິພາກສາຄວາມບາບໃນລາວໄດ້ເຕືອນເຖິງປັດໃຈທີ່ເປັນພື້ນຖານສ່ວນຕ່າງຂອງພຣະຄຳພີ, ນາລົກບໍ່ແມ່ນທິດສະດີ ສະດີ…”(Rev. Iain H. Murray, The Life of Martyn Lloyd-Jones, The Banner of Truth Trust, 2013, p. 317).

ອີກເທື່ອໜື່ງດຣ.ລອຍ-ໂຈນເວົ້າວ່າ“ຄວາມຊົ່ວທີ່ຮ້າຍກວ່າໝູ່ຄືຄວາມຄິດຜິດໆກ່ຽວ ກັບພຣະເຈົ້າເລື່ອງທໍາມະຊາດມະນຸດວ່າມັນຊົ່ວຮ້າຍຫຼາຍໆ” (ເຫຼັ້ມດຽວກັນ ໜ້າ 316)ອີກ ເທື່ອໜື່ງ ຂ້າພະເຈົ້າພົບຄວາມກະຈ່າງແຈ້ງວ່າ ດຣ.ຈອນ ອາ.ໄຣສ໌ ນັກປະກາດຂ່າວປະ ເສີດແບ໊ບຕິດກໍໄດ້ເວົ້າສິ່ງດຽວກັນກັບດຣ.ໂທເຊີແລະດຣ.ລອຍ-ໂຈນ, ດຣ.ໄຣສ໌ເວົ້າວ່າ:

ພຣະເຈົ້າຂອງພຣະຄຳພີເປັນພຣະເຈົ້າທີ່ໜ້າເກງຂາມ,ພຣະເຈົ້າທີ່ໜ້າຢ້ານ, ພຣະເຈົ້າແຫ່ງການແກ້ແຄ້ນ,ເຊັ່ນກັນຊົງເປັນພຣະເຈົ້າແຫ່ງຄວາມເມດຕາກະລຸນາ (John R. Rice, D.D., The Great and Terrible God, Sword of the Lord Publishers, 1977, p. 12).

ດຣ.ໄຣສ໌ເວົ້າວ່າ:

ທຸກຄຳເທດສະໜາສະໄໝໃຫມ່ນີ້ກ່ຽວກັບພຣະຄຸນແຕ່ບໍ່ມີພຣະບັນຍັດ, ກ່ຽວກັບຄວາມເຊື່ອແຕ່ບໍ່ມີການກັບໃຈໃຫມ່,ກ່ຽວກັບພຣະເມດຕາຂອງພຣະ ເຈົ້າແຕ່ບໍ່ມີພຣະພິໂລດຂອງພຣະເຈົ້າ, ເທດສະໜາເລື່ອງສະຫວັນແຕ່ບໍ່ມີ ເລື່ອງນາລົກ…ມັນຄືຄວາມຈິງຂອງພຣະເຈົ້າທີ່ອອກນອກລູ່ນອກທາງ,ມັນບໍ່ແມ່ນຕົວແທນຂອງພຣະເຈົ້າ, ມັນຄືຄວາມບໍ່ຊື່ສັດໃນການນຳສະເໜີຂ່າວ ສານຂອງພຣະເຈົ້າ,ພຣະເຈົ້າຊົງເປັນພຣະເຈົ້າທີ່ໜ້າເກງຂາມ,ພຣະເຈົ້າຜູ້ໜ້າຢ້ານ,ພຣະເຈົ້າຜູ້ຊົງຕໍ່ສູ້ກັບຄວາມບາບ,ພຣະເຈົ້າຜູ້ນຳການແກ້ແຄ້ນມາ ພຣະເຈົ້າຜູ້ທີ່ຕ້ອງຢຳເກງ, ພຣະເຈົ້າທີ່ຄົນບາບຄວນຕົວສັ່ນ(ເຫຼັ້ມດຽວກັນ ໜ້າ13,14)

ເອແມນ! ແລະຂ້າພະເຈົ້າຮູ້ວ່າຜ່ານການອ່ານຄຳເທດສະໜາຂອງພວກເຂົາເປັນເວລາຫຼາຍ ປີທີ່ວ່າ ດຣ.ໂທເຊີແລະດຣ.ລອຍ-ໂຈນຈະເຫັນດ້ວຍໝົດກັບ ດຣ.ຈອນ.ອາ.ໄຣສ໌ໃນຈຸດນັ້ນ ວ່າ “ພຣະເຈົ້າຊົງເປັນພຣະເຈົ້າທີ່ໂມໂຫຕໍ່ສູ້ກັບບາບ”

ເມື່ອເຮົາເຫັນພຣະເຈົ້າໃນທາງທີ່ພຣະຄຳພີໄດ້ນຳສະເໜີພຣະອົງ,ພວກເຮົາກໍຈະບໍ່ມີ ບັນຫາກັບຂໍ້ພຣະຄຳພີຂອງເຮົາໃນ ອິດສະຢາ 53:10, ຂໍ້ພຣະຄຳພີຈຸດສູນກາງຄືພຣະເຈົ້າ ພຣະບິດາແລະພຣະເຈົ້າຊົງເຮັດຫຍັງແດ່ຕໍ່ພຣະເຢຊູສຳເພື່ອຄວາມລອດຂອງພວກເຮົາ.

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ ດ້ວຍ ຄວາມທຸກເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ ບາບ” (ອິດສະຢາ 53:10)

“ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນທີ່ລຶບລ້າງພຣະອາດຊະຍາ” (ໂລມ 3:25)

ດຣ.ດັບໂບຢູ.ເອ.ຄຣິສແວວ ເວົ້າວ່າ“ ການລຶບລ້າງພຣະອາດຊະຍາຄືວຽກຂອງພຣະຄຣິດ ເທິງໄມ້ກາງແຂນຊື່ງພຣະອົງຊົງຕອບສະໜອງຄວາມຮຽກຮ້ອງຕ້ອງການຄວາມຊອບທຳ ຂອງພຣະເຈົ້າທີ່ຕໍ່ສູ້ກັບບາບ, ທັງຄວາມຍຸດຕິທຳຂອງພຣະເຈົ້າທີ່ຮຽກຮ້ອງຄວາມຊອບທຳ ແລະຍົກເລີກຄວາມຊົ່ວຊ້າຂອງມະນຸດ” (W. A. Criswell, Ph.D., The Criswell Study Bible, Thomas Nelson Publishers, 1979, p. 1327, note on Romans 3:25).

“ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນທີ່ລົບລ້າງພຣະອາດຊະຍາ” (ໂລມ 3:25)

ພຣະຄຳພີສະບັບສຶກສາເດິະຣີໂຟເມຊັ່ນເວົ້າເຖິງຂໍ້ນີ້ວ່າ“ພຣະຄຣິດຊົງສິ້ນພຣະຊົນໃນຖາ ນະເປັນເຄື່ອງບູຊາທີ່ລຶບລ້າງພຣະອາດຊະຍາທີ່ຄວາມຊອບທຳຂອງພຣະເຈົ້າໄດ້ພິພາກສາຕໍ່ສູ້ຄົນບາບ,ຊື່ງໄດ້ນຳການຍົກໂທດບາບແລະໃຫ້ເປັນຜູ້ຊອບທຳ, ແຕ່ເປົາໂລມີຄວາມລະ ມັດລະວັງຕໍ່ການຊີ້ແນະວ່າການເສຍສະຫຼະ [ຂອງພຣະບຸດຂອງພຣະເຈົ້າ] ບໍ່ແມ່ນສາເຫດ ທີ່ພຣະເຈົ້າພຣະບິດາຊົງຮັກເຮົາ,ສິ່ງທີ່ກົງກັນຂ້າມຄືຄວາມຈິງ-ຄວາມຮັກຂອງພຣະເຈົ້າເປັນ ເຫດໃຫ້ພຣະອົງຍອມໃຫ້ພຣະບຸດຂອງພຣະອົງເປັນເຄື່ອງບູຊາ” (The Reformation Study Bible, Ligonier Ministries, 2005, p. 1618, note on Romans 3:25).

“ພຣະອົງຜູ້ບໍ່ໄດ້ຊົງຫວງພຣະບຸດຂອງພຣະອົງເອງ ແຕ່ໄດ້ຊົງໂຜດປະທານ ພຣະບຸດນັ້ນເພື່ອເຮົາທັງຫຼາຍ” (ໂລມ 8:32)

ຄືກັບທີ່ຂໍ້ພຣະຄຳຂອງເຮົາເວົ້າ:

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ ດ້ວຍ ຄວາມທຸກເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ ບາບ” (ອິດສະຢາ 53:10)

ໃນຂໍ້ພຣະຄຳພີນີ້ພວກເຮົາເຫັນວ່າພຣະເຈົ້າຄືຜູ້ຊົງທີ່ເຮັດໃຫ້ພຣະຄຣິດຊົງທຸກທໍລະ ມານ, ພຣະຄຣິດຊົງທໍລະມານແລະສິ້ນພຣະຊົນ “ຕາມທີ່ພຣະເຈົ້າໄດ້ຊົງດຳລິແນ່ນອນ [ຊົງຕັ້ງເປົ້າໝາຍ]ລ່ວງໜ້າໄວ້ກ່ອນ” (ກິດຈະການ 2:23) ພຣະເຈົ້າຜູ້ຍິ່ງໃຫຍ່ແລະໜ້າ ເກງຂາມແຫ່ງພຣະຄຳພີຄືສາເຫດທີ່ແທ້ຈິງຂອງຄວາມທຸກທໍລະມານແລະການສິ້ນພຣະຊົນ ຂອງພຣະຄຣິດ, ໂຢຮັນ 3:16 ເວົ້າວ່າພຣະເຈົ້າ “ໄດ້ຊົງປະທານພຣະບຸດອົງດຽວຂອງ ພຣະອົງທີ່ບັງເກີດມາ” (ໂຢຮັນ 3:16),ໂລມ 8:32 ເວົ້າວ່າ: “ພຣະອົງ…ບໍ່ ໄດ້ຫວງພຣະ ບຸດຂອງພຣະອົງເອງ,ແຕ່ໄດ້ຊົງໂຜດປະທານພຣະບຸດນັ້ນເພື່ອເຮົາທັງຫຼາຍ”(ໂລມ 8:32) ພຣະພິໂລດຂອງພຣະເຈົ້າຕໍ່ສູ້ບາບຖືກລຶບລ້າງເພາະມັນຕົກລົງໃສ່ພຣະເຢຊູພຣະບຸດຂອງ ພຣະອົງ ຄືກັບທີ່ຂໍ້ພຣະຄຳພີຂອງເຮົາເວົ້າ

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ ດ້ວຍ ຄວາມທຸກເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ ບາບ” (ອິດສະຢາ 53:10)

ທີ່ນີ້ອິດສະຢາພາເຮົາໄປ “ເບື້ອງຫຼັງສາກ” ເພື່ອສະແດງໃຫ້ເຮົາເຫັນວ່າພຣະເຈົ້າ ພຣະບິດາໄດ້ສົ່ງພຣະບຸດຂອງພຣະອົງຜ່ານຄວາມເຈັບປວດແຫ່ງຄວາມຮັກແລະການຄຶງທີ່ ໄມ້ກາງເພື່ອທີ່ພຣະເຈົ້າຈະສາມາດລຶບລ້າງພຣະອາຍາແລະພຣະພິໂລດຂອງພຣະອົງທີ່ຕົກລົງທີ່ພຣະເຢຊູແທນທີ່ຈະຕົກໃສ່ຄົນບາບ,ໃນຂໍ້ພຣະຄຳພີຂອງເຮົາເຮົາເຫັນວ່າ(1)ພຣະເຈົ້າ ຊົງເຮັດໃຫ້ພຣະອົງເຈັບຊ້ຳ (2) ພຣະເຈົ້າຊົງເຮັດໃຫ້ພຣະອົງເປັນທຸກ (3) ພຣະເຈົ້າຊົງ ເຮັດໃຫ້ວິນຍານຂອງພຣະອົງເປັນເຄື່ອງບູຊາໄຖ່ບາບ.

I. ໜື່ງ ພຣະເຈົ້າຊົງເຮັດໃຫ້ພຣະອົງເຈັບຊ້ຳ

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ” (ອິດສະຢາ 53:10)

ຄຳວ່າ “ເຈັບຊ້ຳ” ທີ່ໝາຍເຖິງ “ບີບຄັ້ນ” ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮ ວາທີ່ຈະບີບຄັ້ນພຣະອົງ” ດຣ.ເອັດເວີດ.ເຈ.ຢັງໄດ້ເວົ້າວ່າ: ເຖິງແມ່ນວ່າ[ພຣະຄຣິດ]ຈະບໍ່ມີ ຄວາມຜິດກໍຕາມພຣະເຈົ້າກໍພໍພຣະໄທໃນການເຮັດໃຫ້ພຣະອົງເຈັບຊ້ຳ[ແລະບີບຄັ້ນ], ການ ສິ້ນພຣະຊົນຂອງພຣະອົງບໍ່ໄດ້ຢູ່ໃນມືມະນຸດທີ່ຊົ່ວຊ້າແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ, ນີ້ບໍ່ ແມ່ນການເຮັດໃຫ້ຜູ້ທີ່ຂ້າພຣະອົງຫຼຸດພົ້ນຈາກຄວາມຮັບຜິດຂອງພວກເຂົາ, ເພາະພວກເຂົາ ບໍ່ແມ່ນຜູ້ຄວບຄຸມສະຖານະການ, ພວກເຂົາພຽງແຕ່ເຮັດໃນສິ່ງທີ່ພຣະເຈົ້າຊົງອະນຸຍາດໃຫ້ ເຂົາເຮັດເທົ່ານັ້ນເອງ” (Edward J. Young, The Book of Isaiah, William B. Eerdmans Publishing Company, 1972, volume 3, pp. 353-354).

ຄືກັບທີ່ຂ້າພະເຈົ້າໄດ້ເວົ້າໄປແລ້ວວ່າສິ່ງນີ້ໄດ້ອະທິບາຍຈະແຈ້ງແລ້ວໃນໂລມ3:25 ກ່ຽວຂ້ອງກັບພຣະເຢຊູ

“ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນທີ່ລົບລ້າງພຣະອາດຊະຍາ” (ໂລມ 3:25)

ແລະໃນໂຢຮັນ 3:16 ວ່າ:

“ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງທີ່ບັງເກີດມາ” (ໂຢຮັນ 3:16)

ເພື່ອລົບລ້າງພຣະອາດຊະຍາຂອງພຣະພິໂລດທີ່ພຣະອົງມີຕໍ່ບາບແລະເຮັດໃຫ້ຄວາມລອດ ເປັນໄປໄດ້ສຳຫຼັບມະນຸດເຮົາ.

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ [ບີບຄັ້ນ]” (ອິດສະຢາ 53:10)

ເລີ່ມຕົ້ນໃນສວນເກັດເສມານີ,ພຣະບິດາໄດ້ບີບຄັ້ນແລະເຮັດໃຫ້ພຣະບຸດຂອງພຣະອົງບາດເຈັບ, ມັດທາຍບອກເຮົາວ່າໃນສວນເກັດເສມານີ,ພຣະເຈົ້າກ່າວວ່າ:“ເຮົາຈະຕີຜູ້ລ້ຽງ ແກະ” (ມັດທາຍ 26:31) ຂ່າວປະເສີດຂອງມາລະໂກບອກເຮົາເຊັ່ນກັນວ່າໃນສວນເກັດ ເສມານີ “ເຮົາຈະຕີຜູ້ລ້ຽງແກະ” (ມາລະໂກ 14:27), ສະນັ້ນພຣະເຈົ້າຊົງຕີພຣະເຢຊູເຮັດ ໃຫ້ພຣະອົງເຈັບຊ້ຳແລະເລີ່ມບີບຄັ້ນພຣະອົງໃນຖານະເປັນຜູ້ລຶບລ້າງຄວາມບາບຂອງເຮົາ ໃນຄວາມມືດຂອງສວນເກັດເສມານີ, ສະເປີໂຈນໄດ້ກ່າວໄວ້ວ່າ:

ຕອນນີ້ພຣະເຈົ້າຂອງເຮົາໄດ້ເຈັບຈອກຈາກພຣະຫັດຂອງພຣະບິດາ,ບໍ່ແມ່ນຈາກພວກຢິວ,ບໍ່ແມ່ນພວກສາສະໜາຢູດາຍ,
ບໍ່ແມ່ນຈາກພວກສາວົກທີ່ກຳລັງນອນ,ບໍ່ແມ່ນຈາກພະຍາມານທີ່ມາທົດສອບ[ໃນສວນເກັດເສມານີ]ຕອນນີ້,
ແຕ່ມັນຄືຈອກຈາກຜູ້ໜື່ງທີ່ພຣະອົງຊາບວ່າເປັນພຣະບິດາຂອງພຣະອົງ…ຈອກຊື່ງເຮັດໃຫ້ພຣະອົງຕະລຶງແລະທໍາຮ້າຍສ່ວນເລິກຫົວໃຈຂອງພຣະອົງ, ພຣະອົງ[ຢ້ານ] ຈອກນັ້ນເຫດສັນນັ້ນພຣະອົງຊົງຢ້ານ[ຈອກນັ້ນ]ຫຼາຍ
ກວ່າຄວາມເຈັບຝ່າຍຮ່າງກາຍ,ນັບຕັ້ງແຕ່ນັ້ນພຣະອົງບໍ່ໄດ້ຫົດຕົວ…ມັນຄືສິ່ງໜື່ງທີ່ແປກພິລຶກ,ເຕັມໄປດ້ວຍປະຫຼາດໃຈແຫ່ງຄວາມຫົດຫູຊື່ງມາ[ເຖິງພຣະອົງ]ຈາກພຣະຫັດຂອງພຣະບິດາ, ສິ່ງນີ້ໄດ້ຍ້າຍເອົາຄວາມຄວາມສົງ ໄສທີ່ມີທັງໝົດໄປ, ເຮົາຈື່ງອ່ານ“ມັນເປັນນ້ຳພຣະໄທຂອງພຣະເຈົ້າທີ່ເຮັດ ໃຫ້ພຣະອົງເຈັບຊ້ຳ…” ພຣະເຈົ້າໄດ້ເຮັດໃຫ້ຄວາມຊົ່ວຊ້າຂອງເຮົາທຸກຄົນ [ຕົກໃສ່] ເທິງພຣະອົງ, ພຣະເຈົ້າໄດ້ເຮັດໃຫ້ພຣະອົງຜູ້ບໍ່ມີບາບໃຫ້ເປັນ ຄວາມບາບເພາະເຫັນແກ່ເຮົາ, ນີ້ແລະເປັນສາເຫດທີ່ເຮັດໃຫ້ພຣະຜູ້ຊ່ວຍ ເປັນທຸກຫຼາຍ…ພຣະອົງຕ້ອງທຸກທໍລະມານໃນ [ບ່ອນ] ຂອງຄົນບາບ, ນີ້ຄື ຄວາມລັບຂອງຄວາມທຸກໃນສວນເກັດເສມານີຊື່ງສຳຫຼັບຂ້າພະເຈົ້າແລ້ວ ມັນເປັນໄປບໍ່ໄດ້ທີ່ຈະອະທິບາຍຕໍ່ໜ້າທ່ານ,ມັນຄືຄວາມຈິງທີ່ວ່າ:
         ໃນພຣະເຈົ້າແລະພຣະເຈົ້າຜູ້ດຽວ
         ຄວາມທຸກຂອງພຣະອົງຮູ້ຢ່າງເຕັມລົ້ນ

(C. H. Spurgeon, “The Agony in Gethsemane,” The Metropolitan Tabernacle Pulpit, Pilgrim Publications, 1971 reprint, volume XX, pp. 592-593).

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ” (ອິດສະຢາ 53:10)

ພາຍໃຕ້ນ້ຳໜັກແຫ່ງຄວາມບາບຂອງມະນຸດໄດ້ຖອກລົງເທິງພຣະອົງໃນສວນເກັດ ເສມານີ, ພຣະຄຣິດຖືກບີບຄັ້ນ,ພຣະອົງຊົງບາດເຈັບໂດຍນ້ຳໜັກແຫ່ງບາບຂອງທ່ານ

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງແຮງປົງພຣະໄທອະທິຖານ ພຣະເສໂທຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44)

ບໍ່ມີມືມະນຸດຄົນໃດໄດ້ແຕະຕ້ອງພຣະອົງເທື່ອ,ພຣະອົງຍັງບໍ່ຖືກຈັບ,ຫຼືຍັງບໍ່ທັນຖືກຕີ ຖືກດ່າຫຼືຖືກຄຶງເທື່ອ,ຍັງເທື່ອ ຄືພຣະບິດາທີ່ເຮັດໃຫ້ພຣະອົງບາດເຈັບແລະບີບຄັ້ນພຣະອົງ ໃນສວນເກັດເສມານີ, ຄືພຣະບິດາທີ່ກ່າວວ່າ: “ເຮົາຈະຕີຜູ້ລ້ຽງ” (ມັດທາຍ 26:31) ນີ້ຄື ຄຳທຳນວາຍຂອງພຣະເຈົ້າຜ່ານທາງອິດສະຢາ

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ” (ອິດສະຢາ 53:10)

ບໍ່ມີລິ້ນໃດບອກໄດ້ເຖິງພຣະພິໂລດທີ່ພຣະອົງແບກ
ພຣະພິໂລດທີ່ຕົກແກ່ຂ້າ
ຄວາມບາບພຣະອົງຊົງແບກໝົດແລ້ວ
ເພື່ອໃຫ້ຄົນມີອິດສະຫຼະພາບ
(“ຈອກແຫ່ງພຣະພິໂລດ” ໂດຍອັລເບີດ ມິດເລນ
1825-1909 ທໍານອງເພງ ຂໍເປີດດວງຕາໃຫ້ຂ້າໄດ້ເຫັນ)

II. ສອງ ພຣະເຈົ້າຊົງເຮັດໃຫ້ພຣະອົງເປັນທຸກ

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ ດ້ວຍຄວາມທຸກ…” (ອິດສະຢາ 53:10)

ອີກຄັ້ງ, ຄືພຣະເຈົ້າເອງຜູ້ເຮັດໃຫ້ພຣະບຸດອົງດຽວທີ່ເກີດມາຂອງພຣະອົງປະສົບກັບຄວາມ ທຸກແລະສິ້ນພຣະຊົນ, ດຣ.ຈອນກິລ ໄດ້ເວົ້າວ່າ:

ດ້ວຍຄວາມທຸກ [ເປັນເຫດໃຫ້ພຣະອົງທຸກທໍລະມານ]…ເມື່ອພຣະອົງບໍ່ໄດ້ ຫວງພຣະບຸດແຕ່ໄດ້ຊົງປະທານພຣະອົງໃຫ້ຕົກຢູ່ໃນມືຂອງຄົນຊົ່ວ ແລະ ເຖິງແກ່ຄວາມຕາຍ, ພຣະອົງຖືກເຮັດໃຫ້ເປັນທຸກໃນສວນນັ້ນຕອນທີ່ໃຈ ຂອງພຣະອົງເປັນທຸກໜັກແລະເທິງໄມ້ກາງແຂນຕອນທີ່ພຣະອົງຖືກຕອກ [ແລະ]ໄດ້ຊົງແບກບາບຄົນຂອງພຣະອົງແລະພຣະພິໂລດຂອງພຣະບິດາ ຕົກທີ່ພຣະອົງ, ຕອນທີ່ພຣະບິດາເຊື່ອງໜ້າຈາກພຣະອົງຊື່ງເຮັດໃຫ້ພຣະ ອົງຮ້ອງສຽງດັງວ່າ ພຣະອົງເຈົ້າຂ້າ ພຣະອົງເຈົ້າຂ້າເຫດໃດພຣະອົງປະ ຖີ້ມຂ້າພຣະອົງ?... [ອະນຸຍາດ] ໃຫ້ພຣະອົງຕ້ອງເຈັບປວດທັງຮ່າງກາຍ ແລະຈິດໃຈ (John Gill, D.D., An Exposition of the Old Testament, The Baptist Standard Bearer, 1989 reprint, vol. V, page 315).

ພຣະເຢຊູຊົງເຕັມໃຈທໍລະມານດ້ວຍການບີບຄັ້ນແລະເຈັບປວດ,ຖືກດ່າແລະຖືກຄຶງ ເທິງກາງແຂນ, ຊົງຍອມທຸກທໍລະມານເພື່ອບາບຂອງເຮົາ ເພາະພຣະອົງກ່າວວ່າ:

“ເພາະວ່າເຮົາໄດ້ລົງມາຈາກສະຫວັນ ບໍ່ແມ່ນເພື່ອເຮັດຕາມຄວາມປະສົງຂອງເຮົາເອງ ແຕ່ເພື່ອເຮັດຕາມພຣະປະສົງຂອງພຣະອົງຜູ້ຊົງໃຊ້ເຮົາມາ” (ໂຢຮັນ 6:38)

“ພຣະອົງນີ້ຊົງຖືກມອບໄວ້ຕາມທີ່ພຣະເຈົ້າໄດ້ຊົງດຳລິແນ່ນອນລ່ວງໜ້າໄວ້ກ່ອນ” (ກິດຈະການ 2:23)

“ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງເພື່ອເຮົາ” (ກາລາເທຍ 3:13)

“ແລະພຣະອົງຊົງເປັນຜູ້ລຶບລ້າງພຣະອາດຊະຍາທີ່ຕົກກັບເຮົາທັງຫຼາຍ ເພາະບາບຂອງເຮົາ” (1 ໂຢຮັນ 2:2)

“ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນທີ່ລົບລ້າງພຣະອາດຍາໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ” (ໂລມ 3:25)

ບໍ່ມີລິ້ນໃດບອກໄດ້ເຖິງພຣະພິໂລດທີ່ພຣະອົງແບກ
ພຣະພິໂລດທີ່ຕົກແກ່ຂ້າ
ຄວາມບາບພຣະອົງຊົງແບກໝົດແລ້ວ
ເພື່ອໃຫ້ຄົນມີອິດສະຫຼະພາບ
(“ຈອກແຫ່ງພຣະພິໂລດ” ໂດຍອັລເບີດ ມິດເລນ 1825-1909)

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ ດ້ວຍ ຄວາມທຸກ…” (ອິດສະຢາ 53:10)

III.ສາມ ພຣະເຈົ້າຊົງເຮັດໃຫ້ວິນຍານຂອງພຣະອົງເປັນເຄື່ອງບູຊາໄຖ່ບາບ

ຂໍທຸກຄົນຢືນຂື້ນອ່ານຂໍ້ພຣະຄຳພີນີ້ດັງໆຈົບດ້ວຍຄຳວ່າ“ເປັນເຄື່ອງບູຊາໄຖ່ບາບ”

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ ດ້ວຍ ຄວາມທຸກ ເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ ບາບ” (ອິດສະຢາ 53:10)

ຂໍເຊີນນັ່ງລົງ

ສັງເຫດຄຳວ່າ“ແຕ່ກໍຍັງ”ທີ່ເລີ່ມຕົ້ນໃນຂໍ້ພຣະຄຳພີນີ້, ແນ່ໃສ່ໃນຂໍ້ທີ່ເກົ້າ “ແມ່ນທ່ານ ບໍ່ໄດ້ເຮັດການທາລຸນປະການໃດເລີຍແລະບໍ່ມີການຫລອກລວງໃນປາກຂອງທ່ານ ແຕ່ກໍ ຍັງ…”(ອິດສະຢາ 53:9-10ກ) ເຖິງແມ່ນວ່າພຣະເຢຊູບໍ່ເຄີຍເຮັດບາບ, ແຕ່ກໍຍັງເປັນນໍ້າ ພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳດ້ວຍຄວາມທຸກ…” ຄໍາອະທິບາຍຂອງ ດຣ.ເກບິລຽນໄດ້ກ່າວໄວ້ “ຂໍ້10ກ ເກືອບຊັອກໃນການນຳສະເໜີແງ່ຄວາມບໍ່ເອົາໃຈໃສ່ ແບບບໍ່ມີເຫດຜົນຕໍ່ຄວາມຊອບທຳສ່ວນຕົວ[ຂອງພຣະຄຣິດ] ແຕ່ຜູ້ອ່ານເອີ້ນວ່າຄວາມທຸກ ທໍລະມານແຫ່ງການເປັນຜູ້ແທນ…ທີ່ຄັ້ງໜື່ງພຣະເຈົ້າບໍ່ຊົງເຫັນວ່າໂຫດຮ້າຍແຕ່ເປັນພຣະ ຄຸນທີ່ໜ້າປະຫຼາດ (Frank E. Gaebelein, D.D., General Editor, The Expositor’s Bible Commentary, Zondervan, 1986, volume 6, p. 304).

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ ດ້ວຍ ຄວາມທຸກ ເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ ບາບ” (ອິດສະຢາ 53:10)

“ພຣະອົງ…ບໍ່ໄດ້ຫວງພຣະບຸດຂອງພຣະອົງເອງ ແຕ່ໄດ້ຊົງປະທານພຣະ ບຸດນັ້ນເພື່ອເຮົາທັງຫຼາຍ” (ໂລມ 8:32)

“ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ…ດ້ວຍຮອຍຕີຂອງພຣະອົງ ທ່ານທັງຫລາຍຈຶ່ງໄດ້ຮັບການຮັກສາໃຫ້ຫາຍ” (1 ເປໂຕ 2:24)

“ເພາະວ່າພຣະເຈົ້າໄດ້ຊົງກະທຳພຣະອົງຜູ້ຊົງບໍ່ມີບາບ ໃຫ້ເປັນຄວາມບາບເພາະເຫັນແກ່ເຮົາ ເພື່ອເຮົາຈະໄດ້ເປັນຄົນຊອບທຳຂອງພຣະເຈົ້າທາງພຣະອົງ” (2 ໂກລິນໂທ 5:21)

ເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ບາບ” (ອິດສະຢາ 53:10)

ບໍ່ມີລິ້ນໃດບອກໄດ້ເຖິງພຣະພິໂລດທີ່ພຣະອົງແບກ
ພຣະພິໂລດທີ່ຕົກແກ່ຂ້າ
ຄວາມບາບພຣະອົງຊົງແບກໝົດແລ້ວ
ເພື່ອໃຫ້ຄົນມີອິດສະຫຼະພາບ
(“ຈອກແຫ່ງພຣະພິໂລດ” ໂດຍອັລເບີດ ມິດເລນ 1825-1909)

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ ດ້ວຍ ຄວາມທຸກ ເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ ບາບ” (ອິດສະຢາ 53:10)

ພຣະຄຣິດຄືເຄື່ອງບູຊາໄຖ່ບາບຂອງພຣະເຈົ້າ, ພຣະຄຣິດຊົງສິ້ນພຣະຊົນໃນບ່ອນ ຂອງທ່ານເປັນຄືກັບຜູ້ແທນຂອງທ່ານ, ພຣະຄຣິດຊົງທຸກທໍລະມານແທນທ່ານໃນຖານະຜູ້ ລຶບລ້າງພຣະອາດຊະຍາ,ເພື່ອຈ່າຍໜີບາບໃຫ້ແກ່ທ່ານ, ເພື່ອຫັນເອົາພຣະພິໂລດຂອງພຣະ ເຈົ້າໄປຈາກທ່ານແລະເອົາມັນວາງລົງເທິງພຣະອົງເອງ,ເມື່ອທ່ານຄິດເຖິງຮອຍຕະປູທີ່ຕອກ ເທິງມືແລະຕີນຂອງພຣະອົງມັນຖືກຕອກເພື່ອທ່ານ, ພຣະອົງຜູ້ຊອບທຳສິ້ນພຣະຊົນເພື່ອຜູ້ ບໍ່ຊອບທຳ, ເພື່ອນຳທ່ານມາຫາພຣະເຈົ້າໃນການໃຫ້ອະໄພບາບເປັນຜູ້ຊອບທຳ, ສະເປີ ໂຈນກ່າວໄວ້ວ່າ:

ສຳຫຼັບຄວາມບາບຂອງມະນຸດຖືກພິພາກສາໃນໄຟເປັນນິດ, ເມື່ອພຣະເຈົ້າ ເອົາພຣະຄຣິດເປັນຜູ້ແທນມັນຄືຄວາມຈິງ,ພຣະອົງບໍ່ໄດ້ສົ່ງພຣະຄຣິດສູ່ໄຟ ເປັນນິດນິລັນແຕ່ຊົງຖອກຄວາມທຸກລົງເທິງພຣະອົງ, ດັ່ງນັ້ນຈື່ງຈຳເປັນ ຫຼາຍທີ່ມັນຄືການໄຖ່ອອກຈາກບຶງໄຟນາລົກ… ສຳຫຼັບພຣະຄຣິດໃນຊົ່ວ ໂມງນັ້ນຊົງເອົາຄວາມບາບທຸກຢ່າງຂອງເຮົາໄປທັງອະດີດ, ປະຈຸບັນແລະ ອະນາຄົດ,ຊົງຖືກລົງໂທດເພື່ອເຂົາທຸກຄົນເພື່ອເຮົາຈະບໍ່ຖືກລົງໂທດເພາະພຣະອົງຊົງທຸກທໍລະມານໃນ[ບ່ອນ]ຂອງເຮົາ, ທ່ານເຫັນບໍວ່າພຣະເຈົ້າໄດ້ ຊົງເຮັດໃຫ້ພຣະອົງເຈັບຊໍ້າແນວໃດແດ່? ຢ່າງໜ້ອຍພຣະອົງໄດ້ເຮັດແລ້ວ ຄວາມທຸກຂອງພຣະຄຣິດບໍ່ຄວນເຮັດເພື່ອເຮົາ[ສົມຄວນ]ທຸກທໍລະມານ[ໃນ ນາລົກ] (C. H. Spurgeon, “The Death of Christ,” The New Park Street Pulpit, Pilgrim Publications, 1981 reprint, volume IV, pp. 69-70).

ແມ່ນຄວາມຕາຍຂອງພຣະຄຣິດບໍ່ໄດ້ຊ່ວຍມະນຸດທຸກຄົນຈາກນາລົກ,ມີແຕ່ພຽງຄົນ ທີ່ເຊື່ອວາງໃຈໃນພຣະຄຣິດເທົ່ານັ້ນລອດ, ພຣະອົງຊົງຕາຍເພື່ອຄົນບາບ, ພຣະອົງຊົງຕາຍ ເພື່ອຄົນເຫຼົ່ານັ້ນທີ່ຮູ້ສຶກຢູ່ຂ້າງໃນຕົນເອງວ່າເຂົາເປັນຄົນບາບແລະສະແຫວງຫາພຣະຄຣິດ ເພື່ອໃຫ້ຍົກໂທດຄວາມບາບເຂົາ.

ສາກແຫ່ງບາບຂອງທ່ານແລະສາກແຫ່ງຄວາມຕ້ອງການຂອງທ່ານຕໍ່ພຣະເຢຊູຄື ມາດຕະຖານທີ່ສະແດງໃຫ້ເຫັນການສິ້ນພຣະຊົນຂອງພຣະອົງຈະຮັກສາບາບຂອງທ່ານ. ຄົນເຫຼົ່ານັ້ນທີ່ຢຸດຊົ່ວຄາວເພື່ອຄິດເຖິງການສິ້ນພຣະຊົນຂອງພຣະອົງແລ້ວລືມມັນນັ້ນຈະໄປ ຮັບເອົາການລົງໂທດເປັນນິດຕໍ່ບາບຂອງພວກເຂົາ,ເພາະເຂົາປະຕິເສດການໄຖ່ທີ່ພຣະຄຣິດ ໄດ້ຊົງເຮັດເທິງໄມ້ກາງແຂນ.

ຄິດດົນໆແລະຄິດໜັກໆກ່ຽວກັບເລື່ອງນັ້ນ, ຄິດດົນໆແລະຄິດໜັກໆກ່ຽວກັບຄຳເວົ້າ ໃນເພງທີ່ຍິ່ງໃຫຍ່ຂອງໂທພລາດດີ “ຜູ້ລຶບລ້າງພຣະອາດຊະຍາ”

ຊົງປະທານລູກແກະທີ່ບໍ່ມີຕຳນິເພື່ອຂ້າ
ຊົງແບກເອົາພຣະພິໂລດຂອງພຣະບິດາ
ຂ້າໄດ້ເຫັນຮອຍແຜຂອງພຣະໂລຫິດພຣະອົງແລະຮູ້
ວ່າຊື່ຂ້າໄດ້ຈັດໄວ້ແລ້ວ

ພຣະໂລຫິດຂອງພຣະອົງໄດ້ພຸ່ງອອກມາ
ຈາກພຣະວໍລະກາຍຂອງພຣະອົງ
ແລະທຸກໆແຜຈົ່ງເປັ່ງສຽງຮ້ອງດັງໆ
ຄວາມຮັກປະຫຼາດຂອງພຣະອົງຕໍ່ມະນຸດ

ເພື່ອຂ້າ ພຣະໂລຫິດພຣະຜູ້ຊ່ວຍໄດ້ຜົນ
ຊົງລິດອຳນາດເພື່ອໄຖ່
ພຣະຫັດທີ່ຊົງກາງເພື່ອຕອກ
ຈະຊົງນຳຂ້າເຖິງພຣະບັນລັງຂອງພຣະອົງ
(“ການລຶບລ້າງບາບ”ໂດຍອໍກັສຕັສໂທພລາດດີ1740-1778
ທໍານອງເພງຂອງ“ທີ່ກາງແຂນ”)

ດຽວນີ້ເປັນຫຍັງທ່ານຈື່ງບໍເຊື່ອວາງໃຈພຣະເຢຊູ?ແມ່ນຫຍັງຄືສິ່ງທີ່ຂັດຂວາງທ່ານບໍ່ໃຫ້ເຊື່ອວາງໃຈພຣະອົງ? ແມ່ນຫຍັງຄືບາບລັບໆທີ່ທ່ານເຊື່ອງໄວ້ທີ່ຂັດຂວາງທ່ານຈາກ ການວາງໃຈໃນພຣະອົງ? ແມ່ນຫຍັງຄືຄວາມຜິດແລະຄວາມປາດຖະໜາໂງ່ໆທີ່ຂັດຂວາງ ທ່ານຈາກພຣະຜູ້ຊ່ວຍ? ທ່ານຢ້ານຈະສູນເສຍສິ່ງໃດທີ່ທ່ານຄິດວ່າມັນສຳຄັນທີ່ຢຸດຢັ້ງທ່ານ? ແມ່ນຫຍັງຄືເຫດຜົນທີ່ເຊື່ອງໄວ້ທີ່ຂັດຂວາງທ່ານບໍ່ໃຫ້ວາງໃຈໃນພຣະຄຣິດຜູ້ຊື່ງແບກເອົາ ພຣະພິໂລດຂອງພຣະເຈົ້າເພື່ອຊ່ວຍທ່ານໃຫ້ພົ້ນຈາກການພິພາກສາ?ຈົ່ງເອົາຄວາມຄິດເຫຼົ່າ ນັ້ນໄປຂ້າງຫຼັງທ່ານແລະວາງໃຈ“ລູກແກະຂອງພຣະເຈົ້າຜູ້ຊື່ງເອົາຄວາມຜິດບາບຂອງໂລກໄປ”(ໂຢຮັນ 1:29), ພຣະອົງຊົງລໍຖ້າທ່ານ ຢ່າໄດ້ລໍຊ້າເກີນໄປ ວາງໃຈໃນພຣະອົງດຽວນີ້ ຄືນນີ້ເລີຍ,ປະຕູເປີດໄວ້ເພື່ອທ່ານທີ່ປາດຖະໜາສະແຫວງຫາພຣະອົງແລະວາງໃຈພຣະອົງ ແລ້ວລອດໂດຍພຣະອົງ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
(“ການລຶບລ້າງບາບ”ໂດຍອໍກັສຕັສໂທພລາດດີ1740-1778
ທໍານອງເພງຂອງ“ທີ່ກາງແຂນ”


ໂຄງຮ່າງບົດເທດສະໜາ

ການລຶບລ້າງພຣະອາດຊະຍາ

(ຄຳເທດສະໜາຕອນທີ່11ໃນອິດສະຢາ53)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແຕ່ກໍຍັງເປັນນ້ຳພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານເຈັບຊ້ຳ ດ້ວຍ ຄວາມທຸກ ເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ ບາບ” (ອິດສະຢາ 53:10)

(ລູກາ 16:23; ໂລມ 3:25; 8:32; ກິດຈະການ 2:23; ຢອນ 3:16)

I.       ໜື່ງ ພຣະເຈົ້າຊົງເຮັດໃຫ້ພຣະອົງເຈັບຊໍ້າ ອິດສະຢາ 53:10ກ; ມັດທາຍ 26:31;
ມາລະໂກ 14:27; ລູກາ 22:4

II.     ສອງ ພຣະເຈົ້າຊົງເຮັດໃຫ້ພຣະອົງເປັນທຸກ ອິດສະຢາ 53:10ຂ; ຢອນ 6:38

III.  ສາມ ພຣະເຈົ້າຊົງເຮັດໃຫ້ວິນຍານຂອງພຣະອົງເປັນເຄື່ອງບູຊາໄຖ່ບາບ
ອິດສະຢາ 53:10ຄ; ອິດສະຢາ 9-10ກ; ໂລມ 8:32; 1 ເປໂຕ 2:24;
2 ໂກລິນໂທ 5:21; ໂຢຮັນ 1:29