Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ບາບສາກົນ,ບາບສະເພາະເຈາະຈົງ
ແລະການຮັກສາບາບ
(ບົດເທດສະໜາຕອນທີ່ 7 ໃນອິດສະຢາ 53)

UNIVERSAL SIN, PARTICULAR SIN,
AND THE CURE FOR SIN
(SERMON NUMBER 7 ON ISAIAH 53)
(Laotian)

ໂດຍ ດຣ. ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄຳເທດສະໜາເທດທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 24/3/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, March 24, 2013

“ເຮົາທຸກຄົນໄດ້ເຈີ່ນໄປຄືແກະ ເຮົາທຸກຄົນຕ່າງໄດ້ຫັນໄປຕາມ ທາງຂອງຕົນເອງ ແລະພຣະເຢໂຮວາຊົງວາງລົງເທິງທ່ານຊື່ງ ຄວາມຊົ່ວຊ້າຂອງເຮົາທຸກຄົນ” (ອິດສະຢາ 53:6)


ດຣ.ຣິຊາດ ແລນ ຄືປະທານສະຫະພັນແບ໊ບຕິດໃຕ້ດ້ານຄຸນນະທຳແລະເສລີພາບ ທາງສາສະໜາ,ດຣ.ແລນຮູ້ດີວ່າພວກເຮົາດໍາລົງຊີວິດໃນວັດທະນາທໍາທີ່ເສີຍເມີຍຕໍ່ຫຼັກພື້ນ ຖານຂອງຊີວິດຄຣິສຕຽນ, ລາວເວົ້າວ່າ:

ຂ້າພະເຈົ້າໄດ້ອ່ານບົດຄວາມໃນວາລະສານໄທມ໌ກ່ຽວກັບ ການຂາດແຄນຂອງສາສະນາໃນອາເມລິກາ, ມີຜົວເມຍຄູ່ ໜື່ງຍ່າງມາຫາ[ຜູ້ຮັບໃຊ້ຄົນໜື່ງ]ຫຼັງຈາກທີ່ພວກເຂົາໄດ້ ເຂົ້າຮ່ວມນະມັສການແລະເວົ້າວ່າ“ລູກຊາຍຂອງພວກເຮົາ ຢາກຮູ້ວ່າແມ່ນໃຜທີ່ກຳລັງແຂວນຢູ່ກັບເຄື່ອງໝາຍບວກ” ພວກເຂົາບໍ່ຮູ້ວ່ານັ້ນຄືພຣະເຢຊູແລະບໍ່ຮູ້ວ່າມັນຄືໄມ້ກາງ ແຂນ (“ຜູ້ຊາຍທີ່ຢູ່ເທິງເຄື່ອງໝາຍບວກ” World magazine, ສະບັບວັນທີ່ 1/8/2009 ໜ້າ 24)

ມັນໜ້າໃຈຫາຍທີ່ຫຼາຍຄົນມີຄວາມຮູ້ໜ້ອຍຫຼາຍກ່ຽວກັບວ່າພຣະເຢຊູແມ່ນໃຜແລະ ພຣະອົງຊົງເຮັດຫຍັງ, ມີຫຼາຍຄຳຕົວະໃນຄວາມຈິງທີ່ວ່າມີການເທດສະໜາເຖິງພຣະຄຣິດ ໜ້ອຍໃນຄຣິສຕະຈັກຂອງພວກເຮົາສ່ວນຫຼາຍ, ແຕ່ທ່ານຈະບໍ່ມີມື້ໄປຄຣິຕະຈັກຂອງພວກ ເຮົາໂດຍທີ່ບໍ່ໄດ້ຍິນຄຳເທດສະໜາກ່ຽວກັບວ່າພຣະເຢຊູຊົງຕາຍແທນຄົນບາບເທິງໄມ້ກາງ ແຂນແມ່ນແຕ່ເທື່ອດຽວກໍ່ບໍ່ມີ,ເມື່ອພຣະເຢຊູຊົງສິ້ນພຣະຊົນທີ່ໄມ້ກາງແຂນພຣະອົງຊົງແບກ ບາບຂອງເຮົາແລະຊົງໄຖ່ບາບນັ້ນ, ພຣະໂລຫິດຂອງພຣະອົງທີ່ໄຫລລົງມາຈາກກາງແຂນ ໄດ້ຊຳລະລ້າງເຮົາຈາກບາບທຸກຢ່າງ. ສະເປີໂຈນໄດ້ເວົ້າວ່າ: “ມີນັກເທດບາງຄົນທີ່ບໍ່ໄດ້ ເທດສະໜາເຖິງພຣະໂລຫິດຂອງພຣະເຢຊູຄຣິດແລະຂ້າພະເຈົ້າມີສິ່ງໜື່ງທີ່ຈະເວົ້າໃຫ້ທ່ານ ວ່າ - ຢ່າໄປເພື່ອຟັງເຂົາ! ຢ່າຟັງເຂົາເລີຍ, ການຮັບໃຊ້ທີ່ບໍ່ມີພຣະໂລຫິດໃນນັ້ນມັນຄືຊີວິດ ທີ່ບໍ່ມີຄ່າແລະການຮັບໃຊ້ທີ່ຕາຍແລ້ວກໍບໍ່ດີຕໍ່ທຸກໆຄົນ” (ຊີ.ເອຊ.ສະເປີໂຈນ “ອິດສະຫຼະ ພາບທາງພຣະໂລຫິດຂອງພຣະຄຣິດ” 2/8/1874).ຄວາມຄິດທີ່ວ່າພຣະຄຣິດຊົງແບກບາບ ຂອງພວກເຮົາປາກົດແລ້ວປາກົດອີກໃນອິດສະຢາບົດທີ່ຫ້າສິບສາມ.

“ທ່ານໄດ້ແບກຄວາມລະທົມທຸກຂອງເຮົາທັງຫຼາຍແລະ ຫອບຄວາມໂສກເສົ້າຂອງເຮົາໄປ” (ອິດສະຢາ 53:4)

“ແຕ່ທ່ານຖືກບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ“ (ອິດສະຢາ 53:5)

“ການຕີສອນອັນເຮັດໃຫ້ເຮົາທັງຫຼາຍປອດໄພນັ້ນຕົກແກ່ ທ່ານ” (ອິດສະຢາ 53:5)

“ທີ່ຕ້ອງຟົກຊ້ຳນັ້ນກໍໃຫ້ເຮົາຫາຍດີ” (ອິດສະຢາ 53:5)

“ພຣະເຢໂຮວາຊົງວາງລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງ ເຮົາທຸກຄົນ” (ອິດສະຢາ 53:6)

“ຕ້ອງຖືກຕີເພາະການລະເມີດຂອງຊົນຊາດຂອງເຮົາ” (ອິດສະຢາ 53:8)

“ພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ ບາບ” (ອິດສະຢາ 53:10)

“ທ່ານຈະແບກບັນດາຄວາມຊົ່ວຊ້າຂອງເຂົາທັງຫຼາຍ” (ອິດສະຢາ 53:11)

“ທ່ານກໍແບກບາບຂອງຄົນເປັນຈຳນວນຫຼາຍ” (ອິດສະຢາ 53:12)

ອີກເທື່ອໜື່ງໆໃນອິດສະຢາ 53 ພວກເຮົາຖືກບອກວ່າພຣະຄຣິດຈະຮັບເອົາຄວາມຊົ່ວຊ້າ ຂອງເຮົາດ້ວຍພຣະອົງເອງ, ຊົງທົນທຸກໃນບ່ອນຂອງເຮົາເພື່ອຄວາມບາບຂອງເຮົາ, ເພື່ອ ຈ່າຍຄ່າໄຖ່ໂທດບາບນັ້ນ.

ແຕ່ໃນຫົວຂໍ້ພຣະຄຳພີຂອງເຮົາ,ໄດ້ໃຫ້ຂໍ້ຄິດໃຫມ່ ໃນນີ້ພວກເຮົາຖືກບອກເຖິງເຫດ ຜົນທີ່ພຣະຄຣິດຊົງທຸກທໍລະມານ,ເປັນຫຍັງພຣະອົງຜູ້ບໍລິສຸດຈື່ງຕ້ອງແບກຄວາມຊົ່ວຂອງ ມະນຸດ

“ເຮົາທຸກຄົນໄດ້ເຈີ່ນໄປຄືແກະ ເຮົາທຸກຄົນຕ່າງໄດ້ຫັນໄປ ຕາມທາງຂອງຕົນເອງ ແລະພຣະເຢໂຮວາຊົງວາງລົງເທິງ ທ່ານຊື່ງຄວາມຊົ່ວຊ້າຂອງເຮົາທຸກຄົນ” (ອິດສະຢາ 53:6)

ໂດຍທົ່ວໄປແລ້ວຂໍ້ພຣະຄຳພີນີ້ແບ່ງອອກເປັນສາມສ່ວນ

I. ໜື່ງ ການສາລະພາບບາບທົ່ວໄປຂອງມະນຸດທຸກຄົນ

ຜູ້ພະຍາກອນກ່າວ່າ:

“ເຮົາທຸກຄົນໄດ້ເຈີ່ນໄປຄືແກະ…” (ອິດສະຢາ 53:6)

ທີ່ນີ້ເຮົາມີຫົວຂໍ້ທີ່ຈະແຈ້ງກ່ຽວກັບບາບສາກົນຂອງມະນຸດທຸກຄົນ “ເຮົາທຸກຄົນໄດ້ເຈີ່ນໄປຄື ແກະ”, ອັກຄະສາວົກເປົາໂລກໍໄດ້ເຮັດໃຫ້ຈະແຈ້ງຕອນທີ່ລາວເວົ້າວ່າ:

“ເພາະເຮົາໄດ້ຊີ້ແຈງໃຫ້ເຫັນແລ້ວວ່າ ທັງພວກຢິວແລະພວກຕ່າງຊາດຕ່າງກໍຢູ່ໃຕ້ອຳນາດຂອງບາບທຸກຄົນ ຕາມ ທີ່ມີຂຽນໄວ້ແລ້ວວ່າ ບໍ່ມີຜູ້ໃດເປັນຄົນຊອບທຳຈັກຄົນດຽວ ບໍ່ມີເລີຍ ບໍ່ມີຄົົນທີ່ເຂົ້າໃຈ ບໍ່ມີຄົົນທີ່ສະແຫວງຫາພຣະເຈົ້າ” (ໂລມ 3:9-11)

ເຮົາທຸກຄົນໄດ້ເຈີ່ນໄປຄືແກະ” ພວກເຮົາທຸກຄົນຄືກັບແກະທີ່ໄດ້ຫັກຜ່ານເຄື່ອງປ້ອງກັນ ຂອງພຣະບັນຍັດຂອງພຣະເຈົ້າ, ພວກເຮົາທຸກຄົນໄດ້ເຈີ່ນໄປ, ພວກເຮົາທຸກຄົນຫລົງທາງ ໄປຈາກພຣະເຈົ້າ, ອັກຄະສາວົກເປໂຕເວົ້າວ່າ

“ເພາະທ່ານທັງຫຼາຍເປັນເໝືອນແກະທີ່ພັດ(ຫລົງ)ຈາກຝູງ ໄປ” (1 ເປໂຕ 2:25)

ຄຳໃນພາສາກຣີກເປໂຕໃຊ້ວິທີຫລົງທາງຈາກຄວາມປອດໄພແລະຄວາມຈິງ, ເພື່ອຖືກ ຫລອກ (ສະບັບ Strong). ນັ້ນຄືການອະທິບາຍແບບສາກົນຂອງມະນຸດໃນພຣະຄຳພີ.

“ເຮົາທຸກຄົນໄດ້ເຈີ່ນໄປຄືແກະ” (ອິດສະຢາ 53:6)

ມະນຸດຖືກປຽບທຽບກັບສັດເພາະຄວາມບາບໄດ້ຫຼຸດຂັ້ນຂອງເຂົາເຈົ້າ - ແລະກາຍ ມາເປັນສັດ-ຄືສັດ, ແຕ່ພວກເຮົາບໍ່ໄດ້ປຽບທຽບກັບສັດທີ່ບໍ່ສະຫຼາດ,ບໍ່ແມ່ນ ມະນຸດຖືກປຽບ ທຽບງ່າຍໆ-ຄວາມຄິດແບບແກະ.

ທ່ານອາໄສຢູ່ໃນເມືອງນີ້ ດັ່ງນັ້ນທ່ານອາດບໍຮູ້ດີກ່ຽວກັບຄວາມໂງ່ຂອງແກະ,ແຕ່ໃນ ສະໄໝພຣະຄຳພີຜູ້ຄົນຮູ້ດີເຖິງຄວາມໂງ່ຂອງແກະວ່າປັນແນວໃດ, ຄົນລ້ຽງແກະຈະຕ້ອງ ແນມເບິ່ງແກະຂອງເຂົາດ້ວຍຄວາມລະມັດລະວັງບໍ່ດັ່ງນັ້ນພວກມັນຈະຫລົງທາງໄປ.

ແກະດີຢູ່ພຽງຢ່າງດຽວເທົ່ານັ້ນ - ຫລົງເຈີ່ນໄປ! ຖ້າວ່າຢູ່ໃນຄອກຫາກມີຮູຢູ່ຮູໜື່ງ ແກະກໍຈະຫາພົບມັນແລະໜີອອກໄປ, ແລະແນ່ນອນ ແກະໂຕໜື່ງທີ່ເຄີຍອອກໄປເທື່ອໜື່ງ ແລ້ວຈະບໍ່ພະຍາຍາມກັບເຂົ້າມາໃນອີກເລີຍ, ແກະຫລົງທາງອອກຫ່າງໄກອອກໄປໆຈາກ ສະຖານທີ່ປອດໄພ, ແລະມະນຸດກໍເຊັ່ນກັນ ສະຫຼາດໃນເລື່ອງເຮັດຊົ່ວແຕ່ໂງ່ໃນເລື່ອງດີ, ຄື ກັບອາກັສໃນຕຳນານຊາວກຣີກ ມະນຸດມີດວງຕາເປັນຮ້ອຍເພື່ອຊອກຫາຄວາມຊົ່ວແຕ່ກັບ ຕາບອດຄືກັບບາທິເມອັສໃນຕອນທີ່ສະແຫວງຫາພຣະເຈົ້າ, ອັກຄະສາວົກເປົາໂລໄດ້ເວົ້າ ເຖິງເຊື້ອໂລກຂອງບາບແຫ່ງຈັກກະວານຕອນທີ່ລາວເວົ້າວ່າ:

“ທ່ານທັງຫລາຍເປັນຄົນຢູ່ນອກພຣະຄຣິດ ຂາດຈາກການເປັນພົນລະເມືອງອິສຣາເອວແລະບໍ່ມີສ່ວນໃນບັນດາພັນທະສັນຍາຊຶ່ງຊົງສັນຍາໄວ້ນັ້ນ ບໍ່ມີຄວາມຫວັງ ແລະຢູ່ໃນໂລກປາສະຈາກພຣະເຈົ້າ” (ເອເຟໂຊ 2:12)

“ໂດຍທີ່ຄວາມເຂົ້າໃຈຂອງເຂົາມືດມົນໄປແລະເຂົາຢູ່ຫ່າງຈາກຊີວິດຊຶ່ງມາຈາກພຣະເຈົ້າ ເພາະເຫດຄວາມໂງ່ຊຶ່ງຢູ່ໃນຕົວເຂົາ ອັນເນື່ອງຈາກໃຈທີ່ແຂງກະດ້າງຂອງເຂົາ” (ເອເຟໂຊ 4:18)

ຂໍ້ພຣະຄຳພີເຫຼົ່ານີ້ສະແດງໃຫ້ເຮົາເຫັນວ່າມະນຸດໄດ້ຫລົງເຈີ່ນໄປຈາກພຣະເຈົ້າ.

“ເຮົາທຸກຄົນໄດ້ເຈີ່ນໄປຄືແກະ” (ອິດສະຢາ 53:6)

ຈາກນັ້ນຂໍ້ພຣະຄຳພີຂອງເຮົາຄືການສາລະພາບບາບທົ່ວໄປຂອງມະນຸດທຸກຄົນ, ມັນໄດ້ສະແດງໃຫ້ເຫັນວ່າເຊື້ອສາຍມະນຸດໄດ້ຫ່າງອອກໄປຈາກພຣະເຈົ້າສູ່ສາສະໜາປອມ ເປັນຮ້ອຍໆ,ຄຳສອນປອມ,ບູຊາຮູບເຄົາລົບ,ພະປອມແລະພຣະຄຣິດປອມ, “ໂດຍທີ່ຄວາມ ເຂົ້າໃຈຂອງເຂົາມືດມົນໄປແລະເຂົາຢູ່ຫ່າງຈາກຊີວິດຊຶ່ງມາຈາກພຣະເຈົ້າ ເພາະເຫດຄວາມໂງ່ຊຶ່ງຢູ່ໃນຕົວເຂົາ ອັນເນື່ອງຈາກໃຈທີ່ແຂງກະດ້າງຂອງເຂົາ” (ເອເຟໂຊ 4:18)

II. ສອງ, ການສາລະພາບາບສ່ວນຕົວຂອງແຕ່ລະຄົນທີ່ສະເພາະເຈາະຈົງ

ຂໍ້ພຣະຄຳພີຕໍ່ໄປ

“ເຮົາທຸກຄົນໄດ້ເຈີ່ນໄປຄືແກະ ເຮົາທຸກຄົນຕ່າງໄດ້ຫັນໄປ ຕາມທາງຂອງຕົນເອງ” (ອິດສະຢາ 53:6)

ການສາລະພາບບາບທົ່ວໄປຂອງເຊື້ອສາຍມະນຸດຄືການທີ່ແຕ່ລະຄົນສາລະພາບບາບທີ່ສະ ເພາະຂອງຕົນ, ເຮົາທຸກຄົນຕ່າງໄດ້ຫັນໄປຕາມທາງຂອງຕົນເອງ” ບໍ່ມີຈັກຄົນທີ່ໂດຍທາງ ເລືອກຂອງຕົນເອງຈະຫັນຕົນເອງໄປຕາມທາງຂອງພຣະເຈົ້າ, ໃນທຸກໆກໍລະນີແຕ່ລະຄົນ ໄດ້ເລືອກເອົາ“ທາງຂອງຕົນເອງ” ໃຈກາງຂອງບາບຢູ່ນີ້- ໃນການເລືອກທາງຂອງເຮົາເອງ ກົງກັນຂ້າມກັບນ້ຳພຣະໄທຂອງພຣະເຈົ້າ. ພວກເຮົາຢາກຈະຄວບຄຸມຊີວິດຂອງຕົນເອງ, ພວກເຮົາຢາກຕາມແຜນການຂອງຕົນເອງ, ພວກເຮົາບໍ່ຍອມມອບຕົວແດ່ພຣະເຈົ້າ, ພວກ ເຮົາບໍ່ຍອມວາງໃຈໃນພຣະຄຣິດແລະຍອມມອບຕົວແດ່ພຣະອົງເປັນດັງພຣະເຈົ້າຂອງເຮົາ.

ຂໍ້ພຣະຄຳພີຊີ້ແຈ້ງວ່າແຕ່ລະຄົນມີບາບພິເສດຂອງຕົນເອງ “ທາງຂອງຕົນເອງ”, ຊາຍແລະຍິງແຕ່ລະຄົນມີບາບໃຫຍ່ຊື່ງມັນຄືບາງຢ່າງທີ່ແຕກຕ່າງຈາກຄົນອື່ນໆ, ລູກສອງ ຄົນຖືກລ້ຽງດູໂດຍພໍ່ແມ່ດຽວກັນຈະມີຄວາມແຕກຕ່າງກັນ,ມີນິໄສບາບຕ່າງໆ, ຜູ້ໜື່ງຈະເຮັດ ບາບເປັນນິໄສໃນທາງຂອງຕົນເອງ,ອີກຜູ້ໜື່ງກໍມີທາງອື່ນໆ,ເຮົາທຸກຄົນຕ່າງໄດ້ຫັນໄປຕາມ ທາງຂອງຕົນເອງ”, ຜູ້ໜື່ງຫັນໄປທາງຂວາ,ອີກຜູ້ໜື່ງຫັນໄປທາງຊ້າຍ ແຕ່ທັງສອງກໍປະຕິ ເສດທາງຂອງພຣະເຈົ້າ.

ໃນສະໄໝຂອງພຣະຄຣິດມີພວກເກັບພາສີຜູ້ທີ່ດຳເນີນຊີວິດກົງກັນຂ້າມກັບພຣະ ບັນຍັດຂອງພຣະເຈົ້າ, ມີພວກຄົນບາບທີ່ເອົາພຣະເຈົ້າອອກຈາກຊີວິດຂອງພວກເຂົາແລະ ເຮັດບາບຕາມເນື້ອໜັງ. ມີພວກຟາລິສີຜູ້ຊື່ງຫຍີ່ງອວດຕົວແລະຊອບທຳຂອງຕົນເອງຄິດວ່າ ພວກເຂົາດີກວ່າຜູ້ອື່ນ.ແລະມີພວກສະດຸສີເຊັ່ນກັນຜູ້ທີ່ບໍ່ເຊື່ອໃນເລື່ອງທູດສະຫວັນຫຼືຜີສາງ, ເຂົາເຈົ້າບໍ່ໄດ້ເຮັດບາບຂອງເນື້ອໜັງ, ພວກເຂົາບໍ່ໄດ້ດຳເນີນຊີວິດຕາມຄວາມບາບຄືກັບ ພວກເກັບພາສີຫຼືຄືກັບພວກຟາລິສີທີ່ເຊື່ອຢ່າງຜິດໆ, ແຕ່ພວກເຂົາກໍເປັນພວກທີ່ຕໍ່ຕ້ານ ຄວາມຈິງຂອງພຣະເຈົ້າໃນທາງຂອງຕົນເອງ, ພວກເຂົາແຕ່ລະຄົນສາມາດເວົ້າໄດ້ວ່າ:

“ເຮົາທຸກຄົນຕ່າງໄດ້ຫັນໄປຕາມທາງຂອງຕົນເອງ” (ອິດສະຢາ 53:6)

ພວກທ່ານບາງຄົນອາດຈະເຕີບໂຕມາໃນຄອບຄົວຄຣິສຕຽນ,ແລະທ່ານກໍຍັງມີບາບ ໂດຍການປະຕິເສດຄວາມສະຫວ່າງແຫ່ງຂ່າວປະເສີດ, ນັ້ນຄື “ທາງຂອງທ່ານເອງ”. ຄົນອື່ນອາດຈະກໍາລັງຄິດເຖິງບາບສະເພາະເຈາະຈົງ, ເມື່ອທ່ານຈື່ມັນໄດ້ທ່ານກໍມີບັນຫາ ເລິກແລ້ວ, ພວກທ່ານບາງຄົນອາດຈະຍອມຢູ່ໃຕ້ຄວາມຮູ້ສຶກຂອງບາບຫຼາຍກວ່າທີ່ຈະວາງ ໃຈໃນພຣະຄຣິດແລະພົບກັບການອະໄພໂທດບາບແລະສັນຕິສຸກ, ບາງຄົນໄປເລື່ອຍໆແລະ ປະຕິເສດທີ່ຈະວາງໃຈໃນພຣະຄຣິດ, “ເຮົາທຸກຄົນຕ່າງໄດ້ຫັນໄປຕາມທາງຂອງຕົນເອງ”

ຄົນອື່ນໆອີກອາດຈະເວົ້າວ່າ “ຂ້ອຍມີໃຈທີ່ແຂງກະດ້າງ ຂ້ອຍເຄີຍຮູ້ສຶກສຳນຶກຜິດ ແລະຕ້ອງການພຣະຄຣິດ ແຕ່ດຽວນີ້ບໍ່ມີແລ້ວ. ຕອນນີ້ຂ້ອຍຢ້ານວ່າພຣະເຈົ້າຈະຊົງພຣະພິ ໂລດຂອງພຣະອົງມາເໜືອຂ້ອຍເພື່ອທີ່ຂ້ອຍຈະບໍ່ໄດ້ເຂົ້າສູ່ທີ່ສະຫງົບສຸກຂອງພຣະອົງໄດ້, ຂ້ອຍຢ້ານວ່າພຣະເຈົ້າຈະໝົດຫວັງກັບຂ້ອຍແລ້ວ, ແຕ່ຂ້າພະເຈົ້າຢາກຈະໃຫ້ທ່ານຟັງຢ່າງ ລະມັດລະວັງຕໍ່ຂໍ້ພຣະຄຳພີຂອງເຮົາ ເພາະມີປະການທີ່ສາມທີ່ສະແດງໃຫ້ເຫັນວ່າຍັງມີ ຄວາມຫວັງສຳຫຼັບທ່ານ.

III. ສາມ ຜູ້ແທນ, ຄວາມຕາຍຂອງພຣະຄຣິດເພື່ອຄວາມ ບາບຄົນຂອງພຣະອົງ

ກະລຸນາຢືນຂື້ນແລ້ວອ່ານຂໍ້ພຣະຄຳພີນີ້ພ້ອມກັນ ພິເສດແມ່ນປະໂຫຍກສຸດທ້າຍ “ພຣະເຢໂຮວາຊົງວາງລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງເຮົາທຸກຄົນ”

“ເຮົາທຸກຄົນໄດ້ເຈີ່ນໄປຄືແກະ ເຮົາທຸກຄົນຕ່າງໄດ້ຫັນໄປ ຕາມທາງຂອງຕົນເອງ ແລະພຣະເຢໂຮວາຊົງວາງລົງເທິງ ທ່ານຊື່ງຄວາມຊົ່ວຊ້າຂອງເຮົາທຸກຄົນ” (ອິດສະຢາ 53:6)

ເຊີນທຸກຄົນນັ່ງລົງ. ດຣ. ເອັດເວີດ ເຈ.ຢັງ ໄດ້ເວົ້າວ່າ:

ວັກທຳອິດຂອງຂໍ້ນີ້ໄດ້ບອກເຫດຜົນເຖິງຄວາມທຸກທໍລະ ມານຂອງຜູ້ຮັບໃຊ້ແລະວັກທີ່ສອງບອກວ່າພຣະເຈົ້າໄດ້ ເຮັດໃຫ້ຜູ້ຮັບໃຊ້ທຸກທໍລະມານໂດຍການເອົາຄວາມບາບ [ຂອງ]ເຮົາທຸກຄົນວາງເທິງພຣະອົງ, ປະໂຫຍກ [“ວາງ”] ໝາຍເຖິງ ຕົບຫຼືຫຼືຕີຢ່າງຮຸນແຮງ. ຄວາມຊົ່ວຊ້າທີ່ພວກ ເຮົາເຮັດບໍ່ໄດ້ກັບມາຕີພວກເຮົາຕາມທີ່ຄາດຫວັງໄວ້ວ່າຈະ ເປັນແບບນັ້ນ, ແຕ່ຫຼາຍກວ່າຕີ [ພຣະຄຣິດ] ໃນ [ບ່ອນ] ຂອງເຮົາ, ພຣະເຈົ້າເອົາເຫດຄວາມຊົ່ວຂອງເຮົາເພື່ອຕີ ພຣະອົງ….ຄວາມຊົ່ວທີ່ເປັນຂອງພວກເຮົາພຣະເຈົ້າຊົງ ເອົາເປັນເຫດເພື່ອຕີພຣະອົງ [ນັ້ນຄື] ພຣະອົງເປັນຄືກັບ ຕົວແທນຂອງພວກເຮົາແບກການພິພາກສາລົງໂທດທີ່ ບາບຂອງເຮົາຮຽກຮ້ອງເອົາ…ຜູ້ລ້ຽງໄດ້ມອບຊີວິດຂອງ ຕົນເພື່ອຝູງແກະ (Edward J. Young, Ph.D., The Book of Isaiah, Eerdmans, 1972, volume 3, pp. 349-350).

“ເຮົາທຸກຄົນໄດ້ເຈີ່ນໄປຄືແກະ ເຮົາທຸກຄົນຕ່າງໄດ້ຫັນໄປ ຕາມທາງຂອງຕົນເອງ ແລະພຣະເຢໂຮວາຊົງວາງລົງເທິງ ທ່ານຊື່ງຄວາມຊົ່ວຊ້າຂອງເຮົາທຸກຄົນ” (ອິດສະຢາ 53:6)

ໃນບົດເທດສະໜາເລື່ອງ “ບາບເຈາະຈົງໄດ້ວາງລົງທີ່ພຣະເຢຊູ” ສະເປີໂຈນເວົ້າວ່າ:

ນີ້ຄືບາບຂອງໂລດເປັນບາບທີ່ໜ້າອາຍ, ຂ້າພະເຈົ້າບໍ່ສາ ມາດເວົ້າເຖິງມັນ,ມັນແຕກຕ່າງຈາກບາບຂອງດາວິດຫຼາຍ,ບາບດຳ,ບາບແດງກ່ຳຄືຄວາມບາບຂອງດາວິດ,ແຕ່ຄວາມ ບາບຂອງດາວິດບໍ່ຄືກັບຄວາມບາບຂອງມະນັດເສ,ຄວາມບາບຂອງມະນັດເສບໍ່ຕ່າງຈາກຄວາມບາບຂອງເປໂຕ, ເປໂຕເຮັດບາບຄ່ອນຂ້າງແຕກຕ່າງໃນ[ທາງ] ແລະ ຜູ້ຍິງ ທີ່ເປັນຄົນບາບ ທ່ານບໍ່ສາມາດເອົາລາວມາປຽບທຽບກັບ ເປໂຕໄດ້ຫຼືຖ້າທ່ານຫາກເບິ່ງທີ່ບຸກຄະລິກຂອງລາວທ່ານ ສາມາດປຽບທຽບລາວກັບລີເດຍ, ຫຼືຖ້າທ່ານຄິດກ່ຽວກັບລິ ເດຍທ່ານສາມາດເຫັນລາວໂດຍປາສະຈາກ [ຄວາມເຂົ້າ ໃຈຄວາມແຕກຕ່າງ]ລະຫວ່າງລາວກັບນາຍຄຸກຊາວຟີລິບ ປອຍ. ພວກເຂົາລ້ວນແຕ່ຄືກັນ ພວກເຂົາທຸກຄົນໄດ້ເຈີ່ນ ແຕ່ພວກເຂົາທຸກຄົນຕ່າງກັນ,ເຂົາທຸກຄົນຕ່າງຫັນໄປຕາມ ທາງຂອງຕົນເອງ,ແຕ່…ພຣະເຈົ້າ[“ຊົງວາງລົງເທິງທ່ານ ຊື່ງຄວາມຊົ່ວຊ້າຂອງ”ເຮົາທັງຫຼາຍ]…ເມື່ອເຮົາມາເຖິງຢາ ຂ່າວປະເສີດທີ່ຍິ່ງໃຫຍ່ພຣະໂລຫິດອັນປະເສີດຂອງພຣະ ເຢຊູຄຣິດທ່ານມີຢູ່ທີ່ນັ້ນ…ຄືທີ່ທ່ານໝໍເກົ່າເຄີຍເອີ້ນວ່າ catholicon, ຢາຈັກກະວານຊື່ງຮັກສາໄດ້ທຸກໂລກ..ແລະ ເອົາການແຍກອອກຂອງຄວາມບາບເພາະຄວາມຊົ່ວທຸກ ຢ່າງອອກໄປທີ່ເກີດຈາກບາບ,ແລະເພື່ອບາບນັ້ນຢ່າງດຽວ (C. H. Spurgeon, “Individual Sin Laid on Jesus,” The Metropolitan Tabernacle Pulpit, Pilgrim Publications, 1977 reprint, volume XVI, pp. 213-214).

ຈົ່ງວາງໃຈໃນພຣະຄຣິດ.ຍອມມອບຕົວແດ່ພຣະຄຣິດ, ວາງໃຈພຣະອົງແລ້ວທ່ານ ຈະບໍ່ມີມື້ອາຍເລີຍ,ເພາະ “ພຣະເຈົ້າຊົງວາງລົງຊື່ງຄວາມຊົ່ວຊ້າຂອງເຮົາທັງຫຼາຍ”

ຄວາມຊົ່ວ,ຊົ່ວຮ້າຍແລະຄວາມສິ້ນຫວັງ ຄືເຮົາ
ຮອຍເປື້ອນລູກແກະຂອງພຣະເຈົ້າ ຄືພຣະອົງ
“ຊົງໄຖ່ຢ່າງສົມບູນ” ຊົງສາມາດບໍ?
ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ລອດ
(“ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ລອດ ໂດຍຟີລິບ ພີ.ບລີສ 1838-1876)

ທ່ານຈະວາງໃຈໃນພຣະຄຣິດບໍ? ທ່ານຈະຍອມມອບຕົວແດ່ພຣະອົງ,ຖະວາຍແດ່ ພຣະອົງແລະໄວ້ວາງໃຈພຣະອົງບໍ? ທ່ານຢາກຈະຖືກລ້າງຈາກບາບໂດຍພຣະໂລຫິດແລະ ລອດພົ້ນຈາກການພິພາກສາໂດຍການຖະວາຍແທນຂອງພຣະອົງເທິງໄມ້ກາງແຂນບໍ? ຂໍ ພຣະເຈົ້າພຣະບິດາຊົງນຳເຊື່ອຂອງທ່ານຕໍ່ພຣະຄຣິດພຽງຜູ້ດຽວ,ຖະວາຍຊີວິດແດ່ພຣະອົງ ແລະຈົ່ງລອດ.

ຂໍໃຫ້ເຮົາຢືນຂື້ນພ້ອມກັນ. ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການວາງໃຈ ໃນພຣະເຢຊູ ກະລຸນາອອກຈາກຕັ່ງຂອງທ່ານຕອນນີ້ເລີຍແລ້ວຍ່າງໄປຂ້າງຫຼັງຫ້ອງປະຊຸມ ດຣ.ເຄແກນ ຈະພາທ່ານໄປບ່ອນງຽບໆບ່ອນທີ່ພວກເຮົາສາມາດສົນທະນາກ່ຽວກັບການຖະ ວາຍຊີວິດແດ່ພຣະຄຣິດແລະໄດ້ຮັບການລ້າງຈາກບາບຂອງທ່ານໂດຍພຣະໂລຫິດອັນບໍລິ ສຸດຂອງພຣະອົງ! ຂໍໃຫ້ ລີ ຊ່ວຍມາອະທິຖານເພື່ອຜູ້ທີ່ຕອບຮັບແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍດຣ.ໄຄຣ້ທັນ ແອວ.ຊານ:ອິດສະຢາ 52:13-53:6
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ແມ່ນ ຂ້ອຍຮູ້!” (ໂດຍ ນາງ ແອນນາ ດັບເບີ້ນຢູວໍເທີແມນ,1920)


ໂຄງຮ່າງບົດເທດສະໜາ

ບາບຈັກກະວານ,ບາບສະເພາະເຈາະຈົງ
ແລະການຮັກສາບາບ

(ບົດເທດສະໜາຕອນທີ່ 7 ໃນອິດສະຢາ 53)

ໂດຍ ດຣ. ອາ ແອວ ໄຮເມີ ຈູເນຍ.

“ເຮົາທຸກຄົນໄດ້ເຈີ່ນໄປຄືແກະ ເຮົາທຸກຄົນຕ່າງໄດ້ຫັນໄປ ຕາມທາງຂອງຕົນເອງ ແລະພຣະເຢໂຮວາຊົງວາງລົງເທິງ ທ່ານຊື່ງຄວາມຊົ່ວຊ້າຂອງເຮົາທຸກຄົນ” (ອິດສະຢາ 53:6)

(ອິດສະຢາ 53:4, 5, 6, 8, 10, 11, 12)

I.   ໜື່ງ ການສາລະພາບບາບທົ່ວໄປຂອງມະນຸດທຸກຄົນ ອິດສະຢາ 53:6ກ; ໂລມ 3:9-11; 1 ເປໂຕ 2:25 ເອເຟໂຊ 2:12, 4:18

II.   ສອງ ການສາລະພາບາບສ່ວນຕົວຂອງແຕ່ລະຄົນທີ່ສະເພາະເຈາະຈົງ ອິດສະຢາ 53:6ຂ

III. ສາມ ຜູ້ແທນ, ຄວາມຕາຍຂອງພຣະຄຣິດເພື່ອຄວາມບາບຄົນ ຂອງພຣະອົງ ອິດສະຢາ 53:6ຄ