Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມທຸກທໍລະມານຂອງພຣະຄຣິດ-ແທ້ແລະທຽມ

(ຄຳເທດສະໜາຕອນທີ່ 5 ໃນອິດສະຢາ 53)
CHRIST’S SUFFERING – THE TRUE AND THE FALSE
(SERMON NUMBER 5 ON ISAIAH 53)
(Laotian)

ໂດຍ ດຣ.ອາ. ແອວ. ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄຳເທດສະໜາເທດທີ່ຄຣິສຕະຈັກ ແບ໊ບຕິສເທເບີນາໂຄແຫ່ງລອສແອງເຈີລິສ
ຕອນເຊົ້າວັນຂອງພຣະເຈົ້າ 17/3/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, March 17, 2013

“ແນ່ນອນທີ່ທ່ານໄດ້ແບກຄວາມລະທົມທຸກຂອງເຮົາທັງຫຼາຍ ແລະຫອບຄວາມໂສກເສົ້າຂອງເຮົາໄປ ເຖິງຢ່າງນັ້ນເຮົາທັງ ຫຼາຍກໍຍັງຖືວ່າທ່ານຖືກຕີ ຄືພຣະເຈົ້າຊົງໂບຍຕີແລະຂົ່ມໃຈ” (ອິດສະຢາ 53:4)


ສ່ວນແລກຂອງຂໍ້ພຣະຄຳພີຂອງເຮົາກ່າວວ່າພຣະເຢຊູ “ໄດ້ແບກຄວາມລະທົມທຸກຂອງເຮົາທັງຫຼາຍແລະຫອບຄວາມໂສກເສົ້າຂອງເຮົາໄປ” ຂໍ້ພຣະຄໍາພີສ່ວນນີ້ໄດ້ຖືກອ້າງອີງໃນພຣະຄຳພີໃຫມ່, ໃນມັດທາຍ 8:17

“ທັງນີ້ເພື່ອຈະໃຫ້ສຳເລັດຕາມພຣະວັດຈະນະໂດຍອິດສະຢາສາດສະດາພະຍາກອນທີ່ວ່າ `ທ່ານໄດ້ແບກຄວາມເຈັບໄຂ້ຂອງເຮົາທັງຫລາຍ ແລະຫອບໂລກຂອງເຮົາໄປ” (ມັດທາຍ 8:17)

ມັດທາຍ 8:17 ແມ່ນນຳມາປະຍຸກໃຊ້ກົງກວ່າທີ່ອ້າງອີງຈາກອິດສະຢາ 53:4 ດຣ. ເອັດເວີດ ເຈ.ຢັງ ເວົ້າວ່າ “ການອ້າງອີງໃນມັດທິວ 8:17 ຄືສິ່ງທີ່ເໝາະສົມ, ເຫດສະນັ້ນພາບຂອງຄວາມເຈັບໄຂ້ໃນນີ້ໄດ້ສື່ເຖິງຄວາມຜິດບາບມັນເອງ, ຂໍ້ພຣະຄຳພີຍັງ ລວມເຖິງຜົນແຫ່ງຄວາມບາບດ້ວຍ. ໂລກໄພຄືສິ່ງທີ່ບໍ່ແຍກອອກຈາກບາບ”(ດຣ.ເອັດເວີດ ເຈ.ຢັງ ໜັງສືອິດສະຢາ ບໍລິສັດ ວິວລ່ຽມບີ.ເອີດສະແມນການພິມ ບົດທີ່ 3,ໜ້າ 345)

ໃນມັດທາຍ 8:17 ການຊົງໄຖ່ຖືກປະຍຸກໃຊ້ໃນການຮັກສາຄວາມເຈັບໄຂ້,ແຕ່ເຮົາ ຕ້ອງຈື່ໄວ້ວ່າມັນມີພຽງທ່ານມັດທາຍເທົ່ານັ້ນທີ່ເອົາມາປະຍຸກໃຊ້ແລະມັນບໍ່ແມ່ນຄວາມມາຍ ຫຼັກທີ່ຖືກໃຫ້ໄວ້ໃນຂໍ້ພຣະຄຳພີຂອງເຮົາ. ສາດສະດາຈານ “ແຮງສະແທນເບີກ ກ່າວໄວ້ ຢ່າງກົງໆວ່າຜູ້ຮັບໃຊ້[ພຣະຄຣິດ]ໄດ້ຊົງແບກຜົນຂອງຄວາມບາບຊື່ງເປັນຄວາມເຈັບໄຂ້ ແລະຄວາມເຈັບປວດຂອງເຮົາທັງຫຼາຍ,ມັນຄວນບັນທຶກວ່າທ່ານມັດທາຍໄດ້ຕຶກຕອງຈາກ [ພາສາຮິບຣູໃນອິດສະຢາ 53:4]ເພື່ອດຶງເອົາຄວາມຈິງອອກມາທີ່ວ່າພຣະຄຣິດແທ້ຈິງແລ້ວ ຊົງແບກເອົາຄວາມເຈັບໄຂ້ຂອງເຮົາ” (ອ້າງອີງຈາກດຣ.ຢັງໃນເຫຼັ້ມດຽວກັນໜ້າ 345)

ການອ່ານໜັງສືຂ່າວປະເສີດທັງສີ່ເຫຼັ້ມຢ່າງລະມັດລະວັງຈະຊີ້ໃຫ້ເຫັນວ່າພຣະຄຣິດຊົງຮັກສາຄວາມເຈັບໄຂ້ຊື່ງພິສູດວ່າພຣະອົງຊົງສາມາດຮັກສາຈິດວິນຍານໄດ້ໂດຍການຊົງ ຊ່ວຍໃນການກັບໃຈໃຫມ່,ຕົວຢ່າງນີ້ເຮົາເຫັນໄດ້ໃນຄົນຂີ້ທູດສິບຄົນທີ່ຮ້ອງຂໍຕໍ່ພຣະເຢຊູວ່າ “ເຢຊູນາຍເຈົ້າເຈົ້າຂ້າ ໂຜດເມດຕາຂ້າພະເຈົ້າທັງຫຼາຍເຖີດ” (ລູກາ 17:13) ພຣະເຢຊູໄດ້ ສົ່ງພວກເຂົາໄປທີ່ພຣະວິຫານເພື່ອສະແດງຕົນຕໍ່ພວກປະໂລຫິດແລະ “ເມື່ອກຳລັງຍ່າງໄປ ເຂົາທັງຫຼາຍກໍຫາຍສະອາດ” (ລູກາ 17:14) ພວກເຂົາສະອາດຝ່າຍຮ່າງກາຍໂດຍລິດ ອຳນາດຂອງພຣະຄຣິດແຕ່ຍັງບໍ່ໄດ້ຮັບຄວາມລອດ, ມີພຽງຄົນໜື່ງໃນພວກເຂົາທີ່ກັບມາ, ລາວໄດ້ຮັບການຮັກສາຄວາມບາບຝ່າຍວິນຍານຂອງລາວໃນການກັບໃຈໃຫມ່ຕອນທີ່ລາວ ກັບມາຫາພຣະເຢຊູ “ແລະກາບລົງທີ່ພຣະບາດຂອງພຣະອົງ ຂອງພຣະຄຸນພຣະອົງ” (ລູກາ 17:16) ຈາກນັ້ນພຣະເຢຊູກ່າວກັບລາວວ່າ “ຈົ່ງລຸກຂື້ນໄປເຖີດ ຄວາມເຊື່ອຂອງ ເຈົ້າໄດ້ເຮັດໃຫ້ໂຕເຈົ້າດີປົກກະຕິ” (ລູກາ 17:19) ລາວໄດ້ຮັບການຮັກສາຝ່າຍຈິດວິນ ຍານຄືກັບທີ່ໄດ້ຮັບການຮັກສາຝ່າຍຮ່າງກາຍ,ເຮົາເຫັນເລື່ອງແບບນີ້ຫຼາຍເລື່ອງໃນການອັດ ສະຈັນທີ່ພຣະຄຣິດຊົງຮັກສາ,ເຊັ່ນການເປີດຕາຂອງຜູ້ຊາຍຕາບອດຄົນໜື່ງໃນໜັງສືໂຢຮັນ ບົດທີ່ເກົ້າ, ຕອນແລກຊາຍທີ່ໄດ້ຮັບການຮັກສາອາການຕາບອດຄິດວ່າພຣະເຢຊູເປັນພຽງ ແຕ່“ຜູ້ພະຍາກອນ(ຜູ້ທໍານາຍ)(ໂຢຮັນ 9:17) ຫຼັງຈາກນັ້ນລາວເວົ້າວ່າ:

“ພຣະອົງເຈົ້າຂ້າ ຂ້າພຣະອົງເຊື່ອ ແລ້ວເຂົາກໍນະມັດ ສະການພຣະອົງ (ໂຢຮັນ 9:38)

ມັນຄືຕອນທີ່ຊາຍຄົນນັ້ນໄດ້ຮັບຄວາມລອດແລ້ວ

ເຫດສະນັ້ນພວກເຮົາຂໍສະຫຼຸບວ່າການຮັກສາຝ່າຍຮ່າງກາຍຄືອັນດັບທີ່ສອງສ່ວນ ຈຸດຫຼັກທີ່ເນັ້ນໜັກໃນອິດສະຢາ 53:4 ຄືການຮັກສາຝ່າຍຈິດວິນຍານ. ດຣ.ເຈ.ເວີນອນ ແມັກກີ້ ເວົ້າວ່າ:

ຂໍ້ພຣະຄຳພີຈາກອິດສະຢານີ້ໄດ້ເວົ້າແຈ້ງວ່າພວກເຮົາຖືກ ຮັກສາຈາກການລະເມີດແລະຄວາມຊົ່ວຊ້າຂອງພວກເຮົາ [ອິດສະຢາ 53:5].ທ່ານບອກຂ້າພະເຈົ້າວ່າ “ເຈົ້າແນ່ໃຈ ບໍກ່ຽວກັບເລື່ອງນີ້?” ຂ້ອຍຮູ້ດີວ່າຂໍ້ນີ້ກຳລັງເວົ້າເຖິງຫຍັງ ເພາະເປໂຕໄດ້ເວົ້າວ່າ “ພຣະອົງເອງໄດ້ຊົງຮັບແບກບາບ ຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ ເພື່ອ ວ່າເຮົາທັງຫຼາຍຊື່ງຕາຍຈາກບາບແລ້ວ ຈະໄດ້ດຳເນີນຊີ ວິດຕາມຄວາມຊອບທຳ ດ້ວຍຮອຍຂ້ຽນຂອງພຣະອົງ ທ່ານທັງຫຼາຍຈື່ງໄດ້ຮັບການຮັກສາໃຫ້ຫາຍ” (1ເປໂຕ 2:24) ຮັກສາຫຍັງ? “ຄວາມບາບ” ເປໂຕອະທິບາຍຢ່າງ ຈະແຈ້ງເມື່ອລາວເວົ້າເຖິງຄວາມບາບ (ແມັກກີ້ເຫຼັ້ມດຽວ ກັນ ໜ້າ 49)

ການອະທິບາຍນີ້ໄດ້ພາພວກເຮົາກັບໄປທີ່ຂໍ້ພຣະຄຳພີຂອງເຮົາ

“ແນ່ນອນທີ່ທ່ານໄດ້ແບກຄວາມລະທົມທຸກຂອງເຮົາທັງຫຼາຍ ແລະຫອບຄວາມໂສກເສົ້າຂອງເຮົາໄປ ເຖິງຢ່າງນັ້ນເຮົາທັງ ຫຼາຍກໍຍັງຖືວ່າທ່ານຖືກຕີ ຄືພຣະເຈົ້າຊົງໂບຍຕີແລະຂົ່ມໃຈ” (ອິດສະຢາ 53:4)

ໂດຍທຳມະຊາດແລ້ວຂໍ້ພຣະຄຳພີນີ້ແບ່ງອອກເປັນສອງສ່ວນ (1) ເຫດຜົນແທ້ຈິງທີ່ພຣະ ຄຣິດທົນທຸກຖືກໃຫ້ໄວ້ໃນພຣະຄຳພີ (2) ເຫດຜົນທຽມທີ່ເຊື່ອໂດຍພວກຕາບອດ

I. ໜື່ງ,ເຫດຜົນແທ້ຈິງທີ່ພຣະຄຣິດທົນທຸກຖືກໃຫ້ໄວ້ໃນພຣະຄໍາພີບໍລິສຸດ

“ແນ່ນອນທີ່ທ່ານໄດ້ແບກຄວາມລະທົມທຸກຂອງເຮົາທັງ ຫຼາຍ ແລະຫອບຄວາມໂສກເສົ້າຂອງເຮົາໄປ…” (ອິດສະຢາ 53:4)

ຄຳວ່າ “ແນ່ນອນ” ເລີ່ມຕົ້ນດ້ວຍຄວາມແຕກຕ່າງກັນລະຫວ່າງເຫດຜົນທີ່ແທ້ຈິງຄວາມທຸກ ຂອງພຣະຄຣິດແລະເຫດຜົນທຽມທີ່ເຊື່ອໂດຍພວກຕາບອດ, “ແນ່ນອນ” ເປັນຄຳເວົ້າທີ່ ແທ້ຈິງ “ເຖິງຢ່າງນັ້ນ” ເປັນຄຳເວົ້າທີ່ທຽມ

ແນ່ນອນ ທີ່ທ່ານໄດ້ແບກຄວາມລະທົມທຸກຂອງເຮົາທັງ ຫຼາຍແລະຫອບຄວາມໂສກເສົ້າຂອງເຮົາໄປເຖິງຢ່າງນັ້ນ ເຮົາທັງຫຼາຍກໍຍັງຖືວ່າທ່ານຖືກຕີ ພຣະເຈົ້າຊົງໂບຍຕີແລະ ຂົ່ມໃຈ” (ອິດສະຢາ 53:4)

ເຊັ່ນກັນ, ຄຳວ່າ “ຄວາມລະທົມທຸກ”ແລະ“ຄວາມໂສກເສົ້າ”ຈະຕ້ອງໄດ້ເຂົ້າໃຈ,ພາ ສາຮິບຣູຄຳວ່າ “ຄວາມລະທົມທຸກ” ໝາຍຄວາມວ່າ “ເຊື້ອໂລກ”, ຖືກໃຊ້ໂດຍອິດສະຢາ ເປັນຄຳທີ່ຄືກັນສຳຫຼັບ “ຄວາມບາບ” ໃນອິດສະຢາ1:5-6 ໃນນີ້ກໍເປັນຄໍາທີ່ຄືກັນກັບ “ຄວາມບາບ”ເຊັ່ນກັນ, ຄວາມລະທົມທຸກ ອ້າງອີງເຊື້ອໂລກແລະຄວາມເຈັບໄຂ້ຂອງຄວາມ ບາບ, “ຄວາມໂສກເສົ້າ” ອ້າງອີງເຖິງ “ຄວາມຮູ້ສຶກເຈັບປວດ, ອາການປວດຮຸນແຮງ” ດັ່ງນັ້ນ “ຄວາມເຈັບໄຂ້ແລະເຊື້ອໂລກ”ຂອງຄວາມບາບແລະຄວາມໂສກເສົ້າ,ຄວາມເຈັບ ແລະປວດຢ່າງຮຸນແຮງ” ໝາຍເຖິງໝາກຜົນຂອງຄວາມບາບ ເຊື້ອໂລກຂອງຄວາມບາບ ແລະເຈັບປວດຂອງມັນ.

ໃຫ້ສັງເກດເບິ່ງປະໂຫຍກນີ້ຕໍ່ “ແບກ” ໝາຍຄວາມວ່າ “ຖືເອົາ” ແຕ່ມັນມີຄວາມ ໝາຍຫຼາຍກວ່າການຈັບ[ຫຼືຖືເອົາ]ໄປ. ຄວາມຄິດທີ່ດີກວ່າຄືການຍົກຂື້ນແລ້ວແບກໄປ (ດຣ.ຢັງ ເຫຼັ້ມດຽວກັນ ໜ້າ 345) ພຣະຄຣິດຊົງຍົກເອົາຄວາມບາບຂອງມະນຸດແລ້ວ ວາງມັນລົງເທິງພຣະອົງເອງແລະຊົງແບກເອົາຄວາມບາບນັ້ນໄປ, ຄືກັບທີ່ພຣະຄຣິດຊົງຍົກ ໄມ້ກາງແຂນຂອງພຣະອົງແລ້ວແບກມັນໄປເພື່ອຖືກຄຶງ, ພຣະອົງຊົງຍົກເອົາບາບທີ່ກັບໃຈ ແລ້ວແບກມັນໄປ, ນັ້ນຄືຄວາມໝາຍທີ່ອັກຄະສາວົກເປໂຕຕ້ອງການສື່ຄວາມໝາຍຕອນ ທີ່ລາວເວົ້າເຖິງພຣະຄຣິດ

“ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະ ກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ” (1ເປໂຕ 2:24)

ຄືກັບທີ່ເຄວແລະເດລິດຊ໌ໄດ້ອະທິບາຍວ່າ:

ຄວາມໝາຍບໍ່ໄດ້ບອກວ່າ[ພຣະຄຣິດ]ໄດ້ເຂົ້າສູ່ຄວາມສຳພັນແຫ່ງຄວາມທຸກຂອງພວກເຮົາແຕ່ພຣະອົງໄດ້ວາງເທິງ ພຣະອົງເອງກັບຄວາມລະທົມທຸກຊື່ງພວກເຮົາຕ້ອງແບກ ແລະສົມຄວນທີ່ຈະແບກ,ສະນັ້ນບໍ່ພຽງແຕ່ເອົາມັນອອກໄປ ເທົ່ານັ້ນ..ແຕ່ຍັງແບກມັນດ້ວຍຕົວພຣະອົງເອງ [ຮ່າງກາຍ ຂອງ]ພຣະອົງ,ເພື່ອທີ່ພຣະອົງຈະໄດ້ຊ່ວຍພວກເຮົາຈາກ ຄວາມບາບນັ້ນ, ເມື່ອຄົນໜື່ງຮັບເອົາການທົນທຸກຊື່ງຄົນ ອື່ນຄວນໄດ້ແບກແລະບໍ່ພຽງແຕ່ອົດທົນກັບມັນດ້ວຍຕົວ ພຣະອົງ, ແຕ່ຍັງຊົງເອົາມັນໄວ້ທີ່ທີ່ພຣະອົງ, ນີ້ເອີ້ນວ່າ ຕົວແທນ (ດຣ.ແຟຣັງເດລິດຊ໌ ການອະທິບາຍພຣະຄຳ ພີເດີມສິບບົດ ບໍລິສັດວິວລ່ຽມບີ. ເບີດສະແມນ ການພິມ ພິມໃຫມ່ 1973, ບົດທີ່ 7 ໜ້າ 316)

ພຣະຄຣິດົຊງເອົາຄວາມບາບຂອງພວກເຮົາໄວ້ທີ່ພຣະກາຍຂອງພຣະອົງແລ້ວແບກມັນໄປ, ຂື້ນເຖິງພູກະໂຫລຫົວເຖິງໄມ້ກາງແຂນແລະທີ່ນັ້ນພຣະອົງຊົງຈ່າຍຄ່າສຳຫຼັບຄວາມຜິດບາບ ຂອງເຮົາ, “ນີ້ເອີ້ນວ່າຜູ້ແທນ” “ຊົງແບກຄວາມອາຍແລະຄຳເວົ້າເຢາະເຢີ້ຍ” ຮ້ອງນຳກັນ

ຊົງແບກຄວາມອາຍແລະຄຳເວົ້າເຢາະເຢີ້ຍ
ບ່ອນພິພາກສາຂອງຂ້າ ພຣະອົງຊົງຢືນຢູ່
ປະທັບຕາໃຫ້ອະໄພໂດຍພຣະໂລຫິດພຣະອົງ
ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ລອດ!
(“ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ລອດ! ໂດຍຟີລິບ.ພີ.ບລີສ 1838-1876)

“ແຕ່ທ່ານຖືກບາດເຈັບເພາະຄວາມລະເມີດຂອງເຮົາທັງ ຫຼາຍທ່ານຖືກຟົກຊ້ຳເພາະຄວາມຊົ່ວຊ້າຂອງເຮົາ” (ອິດສະຢາ 53:5)

“ພຣະຄຣິດຊົງໄດຊົງສິ້ນພຣະຊົນເພາະບາບຂອງເຮົາທັງ ຫຼາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ” (1 ໂກລິນໂທ15:3)

“ແນ່ນອນ ທີ່ທ່ານໄດ້ແບກຄວາມລະທົມທຸກຂອງເຮົາທັງ ຫຼາຍແລະຫອບຄວາມໂສກເສົ້າຂອງເຮົາໄປ…” (ອິດສະຢາ 53:4)

ດຣ. ດັບເບີ້ນຢູ.ເອ.ຄຣິສເວວ ເວົ້າວ່າ:

ການສິ້ນພຣະຊົນຂອງພຣະຄຣິດເທິງໄມ້ກາງແຂນຄືຜົນ ຂອງຄວາມບາບຂອງພວກເຮົາ,ແມ່ນໃຜຂ້າພຣະເຢຊູເຈົ້າ ຂອງເຮົາ? ແມ່ນໃຜປະຫານຊີວິດເຈົ້າຊາຍແຫ່ງສະຫງ່າ ລາສີ? ແມ່ນໃຜທີ່ຕອກແລະຄຶງພຣະອົງທີ່ໄມ້ກາງແຂນ ສະຖານທີ່ຊົງທົນທຸກແລະສິ້ນພຣະຊົນ? ມັນຄືຄວາມຜິດ ຂອງໃຜລະ? ...ຕ້ອງຂໍບອກວ່າພວກເຮົາທຸກຄົນມີສ່ວນ, ຄວາມບາບຂອງຂ້ອຍໄດ້ວາງທັບທີ່ມົງກຸດໜາມສຽບຢູ່ຄິ້ວ ຂອງພຣະອົງ, ບາບຂອງຂ້ອຍຢູ່ທີ່ຕະປູທີ່ຕອກຝາມືຂອງ ພຣະອົງ, ບາບຂອງຂ້ອຍຄືກັບຫລາວທີ່ແທງເຂົ້າເຖິງຫົວ ໃຈຂອງພຣະອົງ, ບາບຂອງຂ້ອຍໄດ້ຕອກພຣະເຢຊູເຈົ້າທີ່ ຕົ້ນໄມ້, ນັ້ນແລະຄື…ໝາຍຄວາມວ່າການສິ້ນພຣະຊົນ ຂອງພຣະເຈົ້າຂອງເຮົາ (ດຣ.ດັບເບີ້ນຢູ.ເອ ຄຣິສເວວ “ໂລຫິດແຫ່ງໄມ້ກາງແຂນ” ຂໍ້ຄວາມຈາກຫົວໃຈຂອງ ຂ້ອຍ REL Publications, 1994 ໜ້າ 510-511)

“ພຣະຄຣິດຊົງໄດຊົງສິ້ນພຣະຊົນເພາະບາບຂອງເຮົາທັງ ຫຼາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ” (1 ໂກລິນໂທ15:3)

“ແນ່ນອນ ທີ່ທ່ານໄດ້ແບກຄວາມລະທົມທຸກຂອງເຮົາທັງ ຫຼາຍແລະຫອບຄວາມໂສກເສົ້າຂອງເຮົາໄປ…” (ອິດສະຢາ 53:4)

“ຊົງແບກຄວາມອາຍແລະຄຳເວົ້າເຢາະເຢີ້ຍ” ຮ້ອງອີີກເທື່ອໜື່ງ

ຊົງແບກຄວາມອາຍແລະຄຳເວົ້າເຢາະເຢີ້ຍ
ບ່ອນພິພາກສາຂອງຂ້າ ພຣະອົງຊົງຢືນຢູ່
ປະທັບຕາໃຫ້ອະໄພໂດຍພຣະໂລຫິດພຣະອົງ
ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ລອດ!

ນັ້ນຄືເຫດຜົນທີ່ແທ້ຈິງ ຂອງຄວາມທຸກທໍລະມານຂອງພຣະຄຣິດ - ເພື່ອຈ່າຍຄ່າ ຄວາມຜິດບາບຂອງເຮົາ ແຕ່ມະນຸດຊາດກໍຕາບອດແລະກະບົດ, ບິດເບືອນຄວາມຈິງແຫ່ງ ການສິ້ນພຣະຊົນຂອງພຣະຄຣິດໄປເປັນການຕົວະ ຊື່ງໄດ້ນຳເຮົາສູ່ປະການທີ່ສອງ.

II. ສອງ, ເຫດຜົນທຽມເທັດທີ່ໃຫ້ໂດຍພວກຕາບອດຕໍ່ຄວາມທຸກຂອງ ພຣະຄຣິດ

ເບິ່ງຂໍ້ພຣະຄຳພີຂອງເຮົາອີກ,ຂໍໃຫ້ເຮົາຢືນຂື້ນແລະອ່ານດັງໆນຳກັນ

“ແນ່ນອນ ທີ່ທ່ານໄດ້ແບກຄວາມລະທົມທຸກຂອງເຮົາທັງ ຫຼາຍແລະຫອບຄວາມໂສກເສົ້າຂອງເຮົາໄປເຖິງຢ່າງນັ້ນ ເຮົາທັງຫຼາຍກໍຍັງຖືວ່າທ່ານຖືກຕີພຣະເຈົ້າຊົງໂບຍຕີແລະ ຂົ່ມໃຈ” (ອິດສະຢາ 53:4)

ເຊີນນັ່ງລົງໄດ້

“ເຖິງຢ່າງນັ້ນເຮົາທັງຫຼາຍກໍຍັງຖືວ່າທ່ານຖືກຕີພຣະເຈົ້າຊົງໂບຍຕີແລະຂົ່ມໃຈ”,“ ພວກເຮົາ”ເຊື້ອສາຍຂອງອາດຳຕາບອດໂດຍຊາຕານ,ພວກເຮົາ ລົ້ມເຫຼວໃນການເຫັນເຖິງ ຄວາມທຸກທໍລະມານຂອງພຣະຄຣິດວ່າຫຼາຍພຽງໃດ,ວ່າພຣະອົງຊົງສິ້ນພຣະຊົນໃນທີ່ຂອງ ເຮົາເປັນຜູ້ແທນຂອງເຮົາ. ພວກເຮົາຄິດວ່າພຣະອົງເປັນພຽງຄົນຈົນທີ່ໂງ່ຄົນໜື່ງ,ບາງທີບ້າ ຫຼືພາບລວງຕາຫຼືເປັນຄືກັບທີ່ພວກຟາລິສີເວົ້າວ່າ “ມີຜີເຂົ້າສິງ” ຜູ້ຊື່ງນຳຄວາມທຸກທໍລະ ມານມາສູ່ພຣະອົງເອງໂດຍການເວົ້າຮ້າຍແລະເວົ້າບ້າໆຕໍ່ສູ້ກັບຜູ້ຊົງສ້າງ,ຄືກັບໝູ່ຂອງໂຢບ ພວກເຮົາຄິດວ່າມັນຄືຄວາມບາບຂອງພຣະອົງແລະຄວາມບ້າໄດ້ນຳສູ່ຄວາມຄຽດແຄ້ນຂອງມະນຸດຕໍ່ພຣະອົງ, ພວກເຮົາຄິດວ່າພຣະອົງຊົງສິ້ນພຣະຊົນໂດຍໄຮ້ຄ່າ, ຄັ້ງໜື່ງພວກເຮົາ ສ່ວນຫຼາຍເຄີຍຄິດວ່າພຣະເຢຊູພວກຫົວຮຸນແຮງ,ພວກເຮົາສ່ວນຫຼາຍມ່ວນໄປກັບຄວາມຄິດ ທີ່ວ່າພຣະອົງຊົງຍຸແຍ່ຜູ້ນຳສາສະໜາແລະນຳພາພຣະອົງສູ່ຄວາມຕາຍ. ຖືກຕີ? ແມ່ນພວກເຮົາຮູ້ວ່າພຣະອົງຖືກຕີ! ຂ້ຽນຕີ? ແມ່ນພວກເຮົາຮູ້ວ່າພຣະອົງຖືກຂ້ຽນຕີ ຂົ່ມໃຈ? ແມ່ນພວກເຮົາຮູ້ວ່າພຣະອົງຖືກເຊັ່ນກັນ,ເຮົາຮູ້ດີວ່າເຂົາຕົບພຣະອົງທີ່ໃບໜ້າດ້ວຍ ຝາມື,ເຮົາຮູ້ດີວ່າເຂົາຕີພຣະອົງດ້ວຍແສ້,ເຮົາຮູ້ດີວ່າພຣະອົງຖືກຕອກທີ່ໄມ້ກາງແຂນ,ເກືອບ ທຸກຄົນຮູ້ເລື່ອງນີ້,ແຕ່ເຮົາກໍຕີຄວາມໝາຍຜິດພ້ຽນໄປ,ເຮົາບໍ່ເຂົ້າໃຈວ່າມັນຄືຄວາມທຸກຂອງ ເຮົາທີ່ພຣະອົງຊົງແບກ,ພຣະອົງຊົງແບກຄວາມໂສກເສົ້າຂອງເຮົາ,ເມື່ອເຮົາເຫັນພຣະອົງໃນ ຄວາມຄິດຂອງເຮົາທີ່ຖືກຄຶງທີ່ກາງແຂນເຮົາກໍຄິດວ່າພຣະອົງຖືກລົງໂທດເພາະການກະບົດ ແລະຄວາມຜິດຂອງພຣະອົງເອງ.

“ແຕ່ບໍ່ແມ່ນມັນເປັນເພາະການລະເມີດຂອງເຮົາ,ເພາະຄວາມຊົ່ວຊ້າຂອງເຮົາ,ເພື່ອ ທີ່ເຮົາຈະໄດ້ຮັບສັນຕິສຸກ[ກັບພຣະເຈົ້າ] ,ເພື່ອທີ່ເຮົາຈະໄດ້ຮັບການຮັກສາໃຫ້ດີ[ໂລກບາບ] ຄວາມຈິງກໍຄືເຮົາເປັນຜູ້ໜື່ງທີ່ຫລົງເຈີນໄປແລະເປັນຜູ້ທີ່ຍ່າງໄປຕາມໃຈຂອງຕົນ,[ພຣະເຈົ້າ]ຊົງວາງຄວາມຊົ່ວຊ້າຂອງເຮົາເທິງພຣະອົງ,ຕົວແທນທີ່ບໍ່ມີບາບ”(ວິວລ່ຽມ ແມັກດໍນໍ ອະທິ ບາຍພຣະຄຳພີຂອງຜູ້ເຊື່ອ ໂທມັດເນວສັນການພິມ 1995 ໜ້າ 979)

ເພາະຄວາມຊົ່ວຂອງເຮົາພຣະອົງຊົງປະທານສັນຕິສຸກ
ຈາກຄວາມເປັນທາດຂອງເຮົາພຣະອົງຊົງປົດປ່ອຍ
ດ້ວຍຮ້ອຍຂ້ຽນຂອງພຣະອົງດ້ວຍຮ້ອຍຂ້ຽນຂອງພຣະອົງ
ດ້ວຍຮ້ອຍຂ້ຽນຂອງພຣະອົງຈິດວິນຍານເຮົາຈື່ງໄດ້ຮັກສາ
(“ພຣະອົງຊົງບາດເຈັບ”ໂດຍ ໂທມັສ ໂອ ຄຣິສໂຮມ 1866-1960)

“ແນ່ນອນ ທີ່ທ່ານໄດ້ແບກຄວາມລະທົມທຸກຂອງເຮົາທັງ ຫຼາຍແລະຫອບຄວາມໂສກເສົ້າຂອງເຮົາໄປເຖິງຢ່າງນັ້ນ ເຮົາທັງຫຼາຍກໍຍັງຖືວ່າທ່ານຖືກຕີພຣະເຈົ້າຊົງໂບຍຕີແລະ ຂົ່ມໃຈ” (ອິດສະຢາ 53:4)

ກຣິບຟິນ ກະລຸນາຮ້ອງຖອນນັ້ນໃຫ້ແດ່

ມັນເປັນຄວາມຈິງກັບເຮົາບໍ? ເຮົາເຄີຍຄິດບໍວ່າພຣະເຢຊູຊົງສິ້ນພຣະຊົນເພື່ອເຫດ ຜົນອື່ນຫຼາຍກວ່າທີ່ຈະຍົກເອົາຄວາມຜິດບາບຂອງເຮົາໄປ?ຕອນນີ້ຂໍໃຫ້ເຮົາຮູ້ວ່າພຣະຄຣິດ ໄດ້ຊົງຕາຍເພື່ອທີ່ຈະຍົກເອົາການລົງໂທດເປັນນິດຂອງຄວາມບາບຂອງເຮົາໄປ, ເຮົາຈະ ເຊື່ອວາງໃຈໃນພຣະອົງບໍ? ເຮົາຈະເຊື່ອວາງໃຈໃນພຣະບຸດຂອງພຣະເຈົ້າແລະເປັນຄົນ ຊອບທຳ,ຖືກລ້າງບາບດ້ວຍພຣະໂລຫິດອັນປະເສີດຂອງພຣະອົງບໍ?

ຂ້າພະເຈົ້າຂໍໃຫ້ທຸກຄົນເອົາຄວາມຄິດຜິດໆກ່ຽວກັບຄວາມທຸກທໍລະມານແລະການ ຕາຍຂອງພຣະຄຣິດອອກໄປຈາກຄວາມຄິດຂອງເຮົາ, ພຣະອົງຊົງຕາຍເພື່ອຈ່າຍຄ່າໄຖ່ ບາບຂອງເຮົາ, ແລ້ວຊົງຟື້ນຂື້ນຈາກຕາຍແລະຕອນນີ້ຊົງນັ່ງທີ່ເບື້ອງຂວາພຣະຫັດຂອງ ພຣະເຈົ້າໃນສະຫວັນ, ຂໍໃຫ້ທ່ານວາງໃຈໃນພຣະອົງແລະລອດຈາກຄວາມບາບຂອງຕົນ.

ມັນບໍ່ພຽງພໍໃນການຮູ້ເລື່ອງເຫຼົ່ານີ້ກ່ຽວກັບພຣະເຢຊູ,ເຮົາສາມາດຮູ້ຄວາມຈິງເລື່ອງການຕາຍຂອງພຣະອົງແລະຍັງບໍ່ເປັນຄຣິສຕຽນໄດ້,ເຮົາສາມາດຮູ້ຄວາມຈິງເລື່ອງລາວການຕາຍເທິງໄມ້ກາງແຂນຂອງພຣະຄຣິດໄດ້, ເຮົາສາມາດຮູ້ໄດ້ວ່າພຣະອົງຊົງຕາຍໃນບ່ອນ ແຫ່ງຄົນບາບຂອງເຮົາແລະຍັງບໍ່ກັບໃຈໃຫມ່ໄດ້,ເຮົາຈະຕ້ອງວາງໃຈໃນພຣະເຢຊູຄຣິດເຈົ້າ ຜູ້ຊົງຟື້ນຈາກຕາຍ, ເຮົາຈະຕ້ອງວາງໃຈພຣະອົງແລະຍອມຈຳນົນຕໍ່ພຣະອົງ, ພຣະອົງຄື ທາງແຫ່ງຄວາມລອດພົ້ນ, ພຣະອົງເປັນປະຕູສູ່ຊີວິດນິລັນດອນ, ຈົ່ງເຊື່ອວາງໃຈໃນພຣະ ອົງແລະເຮົາຈະໄດ້ຮັບການອະໄພໂທດແລະພົ້ນຈາກຄວາມຜິດບາບຢ່າງແນ່ນນອນ. ກຣິບຟິນຈະຮ້ອງເພງໃນວັກນັ້ນອີກເທື່ອໜື່ງ, ຖ້າທ່ານຈະລົມກັບພວກເຮົາກ່ຽວກັບຄວາມ ລອດຂອງທ່ານ, ກະລຸນາຍ່າງໄປຂ້າງຫຼັງຫ້ອງນີ້ໃນຕອນທີ່ກຳລັງຮ້ອງເພງນີ້ຢູ່.

ເພາະຄວາມຊົ່ວຂອງເຮົາພຣະອົງຊົງປະທານສັນຕິສຸກ
ຈາກຄວາມເປັນທາດຂອງເຮົາພຣະອົງຊົງປົດປ່ອຍ
ດ້ວຍຮ້ອຍຂ້ຽນຂອງພຣະອົງດ້ວຍຮ້ອຍຂ້ຽນຂອງພຣະອົງ
ດ້ວຍຮ້ອຍຂ້ຽນຂອງພຣະອົງຈິດວິນຍານເຮົາຈື່ງໄດ້ຮັກສາ

ດຣ.ແຊນ ກະລຸນາອະທິຖານເພື່ອຜູ້ທີ່ຕອບຮັບແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ້າວ ອາເບວ ພຣຸດໂຮມ 1 ເປໂຕ 2:21-25.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
(“ພຣະອົງຊົງບາດເຈັບ”ໂດຍ ໂທມັສ ໂອ ຄຣິສໂຮມ 1866-1960 to the tune “Oak Park”).


ໂຄງຮ່າງບົດເທດສະໜາ

OUTLINE