Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະຄຣິດ - ຜູ້ທີ່ໂລກຖືວ່າໄຮ້ຄ່າ

(ບົດເທດສະໜາ ຕອນທີ່ 4 ໃນອິດສະຢາ 53)
CHRIST – UNIVERSALLY DEVALUED
(SERMON NUMBER 4 ON ISAIAH 53)
(Laotian)

ໂດຍ ດຣ. ອາ. ແອວ ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາເທດທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ຕອນແລງວັນເສົາ 16/3/2013
A sermon preached at the Baptist Tabernacle of Los Angeles
Saturday Evening, March 16, 2013

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຖິ້ມ ເປັນຄົນທີ່ຮັບຄວາມໂສກເສົ້າ ແລະຄຸ້ນເຄີຍກັບຄວາມລະທົມທຸກ ແລະດັງຜູ້ໜື່ງຊື່ງຄົນທົນເບິ່ງບໍ່ໄດ້ ທ່ານຖືກດູໝີ່ນ ແລະເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ” (ອິດສະຢາ 53:3).


ດຣ.ເອັດເວີດ ເຈ ຢັງ ເວົ້າວ່າ:

ຄົນບໍ່ເຊື່ອທີ່ອິດສະຢາໄດ້ພັນລະນານີ້ກໍຄ້າຍກັບຄົນບໍ່ເຊື່ອທຸກຄົນທີ່ເຮົາພົບເຫັນໃນປະຈຸບັນນີ້ເຊັ່ນກັນ, ມະນຸດເວົ້າ ຍົກແລະສັນລະເສີນສິ່ງທີ່ກ່ຽວກັບ[ພຣະຄຣິດ] ພວກເຂົາ ຈະສັນລະເສີນຄຸນນະທຳຂອງພຣະອົງ,ຄຳສອນຂອງພຣະ ອົງ,ຊື່ງເປັນການປະກາດວ່າພຣະອົງເປັນຄົນດີແລະເປັນຜູ້ພະຍາກອນທີ່ຍິ່ງໃຫຍ່, ເປັນພຽງຜູ້ດຽວທີ່ມີຄໍາຕອບຕໍ່ບັນ ຫາຂອງສັງຄົມທີ່ໂລກກຳລັງປະເຊີນຢູ່ໃນຂະນະນີ້. ຢ່າງ ໃດກໍຕາມພວກເຂົາຈະບໍ່ຮັບຮູ້ວ່າພວກເຂົາເປັນຄົນບາບ, ແລະ ການລົງໂທດເປັນນິດຊື່ງສົມຄວນຈະໄດ້ຮັບ ແລະ ວ່າການສິ້ນພຣະຊົນຂອງພຣະຄຣິດຄືການເສຍສະຫຼະ ແທນເຮົາ,ເປັນການເຮັດໃຫ້ເຫັນຄວາມຊອບທຳໃນການພິພາກສາຂອງພຣະເຈົ້າແລະການຄືນດີກັນຂອງພຣະເຈົ້າ ແລະຄົນບາບ,ມະນຸດຈະບໍ່ຮັບເອົາໃນສິ່ງທີ່ພຣະເຈົ້າກ່າວ ກ່ຽວກັບພຣະບຸດຂອງພຣະອົງ.ເຊັ່ນດຽວກັນໃນປະຈຸບັນນີ້ ຜູ້ຮັບໃຊ້[ພຣະຄຣິດ]ຖືກມະນຸດດູຖູກແລະດູໝີ່ນມະນຸດບໍ່ ໄດ້ເຄົາລົບນັບຖືພຣະອົງ (ດຣ.ເອັດເວີດ ເຈ.ຢັງ ໜັງສື ອິດສະຢາ ບໍລິສັດວິວລ່ຽມ.ບີ.ເອີດສະແມນການພິມ 1972 ບົດທີ່ 3 ໜ້າ 344).

ລູເທີໄດ້ເວົ້າວ່າ ອິດສະຢາບົດທີ່ຫ້າສິບສາມຄືຫົວໃຈຂອງພຣະຄຳພີ, ຂ້າພະເຈົ້າ ຄິດວ່າລາວເວົ້າຖືກ,ຖ້າເຮົາຫາກຍອມຮັບແບບນັ້ນ ຂໍ້ພຣະຄຳພີຂອງເຮົາກໍມີຄວາມສຳຄັນ ຫຼາຍ,ຂ້າພະເຈົ້າຄິດວ່າຂໍ້ນີ້ເປັນໜື່ງໃນຂໍ້ທີ່ເວົ້າແຈ້ງທີ່ສຸດກ່ຽວກັບຄວາມເສື່ອມຊາມທັງໝົດຂອງມະນຸດໃນພຣະຄໍາພີ, ໂດຍ “ຄວາມເສື່ອມຊາມ” ເຮົາໝາຍເຖິງ “ການຊົ່ວຊ້າ” ໂດຍ “ທັງໝົດ” ເຮົາໝາຍເຖິງ “ສໍາເລັດເສັດສິ້ນ”. ມະນຸດກາຍເປັນຄວາມສຳເລັດຂອງຄວາມ ຊົ່ວໂດຍຄວາມບາບຂອງພໍ່ແມ່ຄູ່ທໍາອິດຂອງເຮົາ, ຄືກັບທ່ານໄຮເບີກແຄັດຊິສກ່າວໄວ້ວ່າ ຄວາມເສື່ອມຊາມຂອງທໍາມະຊາດມະນຸດມາ “ຈາກການລົ້ມລົງແລະບໍ່ເຊື່ອຟັງຂອງພໍ່ແມ່ຄູ່ ທໍາອິດຂອງເຮົາອາດຳແລະເອວາໃນສວນເອເດນ, ການລົ້ມລົງນີ້ມີຜິດຫຼາຍຕໍ່ທຳມະຊາດທີ່ ເຮົາເກີດມາເປັນຄົນບາບ -ຄວາມຊົ່ວຊ້າຈາກການຊົງສ້າງ” (The Heidelberg Catechism, Question seven). ຄວາມເສື່ອມຊາມທັງໝົດໄດ້ສະແດງອອກໂດຍການເປັນສັດຕູຂອງ ມະນຸດຕໍ່ພຣະເຈົ້າ.

“ເຫດວ່າໃຈຊຶ່ງປັກຢູ່ກັບເນື້ອໜັງນັ້ນກໍເປັນສັດຕູຕໍ່ພຣະເຈົ້າ” (ໂລມ 8:7).

ການເປັນສັດຕູນັ້ນແຜ່ອອກເຖິງພຣະຄຣິດຜູ້ຊື່ງເປັນພຣະເຈົ້າພຣະບຸດ,ຄວາມເສື່ອມຊາມທັງ ໝົດໄດ້ອະທິບາຍວ່າເປັນຫຍັງທະຫານໂລມັນຈື່ງຈັບພຣະອົງໄປ

“ແລ້ວເຂົາກໍຖົ່ມນ້ຳລາຍຮົດພຣະອົງ ແລະເອົາໄມ້ອໍ້ນັ້ນຕີພຣະສຽນພຣະອົງ” (ມັດທາຍ 27:30).

ຄວາມເສື່ອມຊາມທັງໝົດໄດ້ອະທິບາຍວ່າເປັນຫຍັງປີລາດເຈົ້າເມືອງໂລມັນ

“ໄດ້ຂ້ຽນຕີພຣະເຢຊູແລ້ວ ທ່ານກໍມອບພຣະອົງໃຫ້ຖືກຄຶງທີ່ກາງແຂນ” (ມັດທາຍ 27:26).

ຄວາມເສື່ອມຊາມທັງໝົດໄດ້ອະທິບາຍວ່າເປັນຫຍັງປະຊາຊົນຈື່ງຮ້ອງໃສ່ແລະດູໝີ່ນພຣະ ອົງໃນຕອນທຮ່ພຣະອົງທີ່ແຂວນຕາຍທີ່ໄມ້ກາງແຂນ.

ຄວາມເສື່ອມຊາມທັງໝົດໄດ້ອະທິບາຍວ່າເປັນຫຍັງແມ່ນກະທັ່ງປະຈຸບັນນີ້

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຖິ້ມເປັນຄົນທີ່ຮັບຄວາມໂສກເສົ້າແລະຄຸ້ນເຄີຍກັບຄວາມລະທົມທຸກແລະດັງຜູ້ໜື່ງຊື່ງຄົນທົນເບິ່ງບໍ່ໄດ້ທ່ານຖືກດູໝີ່ນແລະເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ” (ອິດສະຢາ 53:3).

I. ໜື່ງ ຄວາມເສື່ອມຊາມທັງໝົດເປັນເຫດໃຫ້ມະນຸດດູໝີ່ນແລະ ປະຕິເສດພຣະຄຣິດ

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຖິ້ມ…” (ອິດສະຢາ 53:3).

ນີ້ເປັນການອະທິບາຍເຖິງການປະຕິເສດທົ່ວໄປຕໍ່ພຣະຄຣິດທີ່ເຮົາເຫັນໃນໂລກປະຈຸບັນນີ້,ເຮົາເຫັນຢູ່ໃນໜ້າປົກຂອງວາລະສານຊາວອາເມລິກາເຊັ່ນ ໄທມ໌ແລະນິວວີກຊ່ວງຄຣິສມາດແລະອິດສະເຕີ ຂ່າວເຫຼົ່ານີ້ຈະປົກຄຸມໄປດ້ວຍເລື່ອງລາວກ່ຽວກັບພຣະຄຣິດໃນທຸກໆເທື່ອຊ່ວງເດືອນ12ແລະເດືອນ4, ແຕ່ຂ້າພະເຈົ້າຂໍຢືນຢັນວ່າພວກເຂົາບໍ່ເຄີຍຍົກຍ້ອງເລື່ອງນີ້,ພວກເຂົາມັກເລືອກແຕ້ມຮູບພາບທີ່ ແປກຂອງພຣະເຢຊູໃນຍຸກກາງເພື່ອເປັນໜ້າປົກວາລະສານ,ຮູບແຕ້ມທີ່ເຮັດໃຫ້ພຣະຄຣິດເປັນຄົນ ແປກປະຫຼາດແລະເປັນຄົນລ້າສະໄໝ,ແນ່ນອນພວກເຂົາໂດຍມີເປົ້າໝາຍ,ພວກເຂົາໃຫ້ພັກນັກສາ ສະໜາຫົວເສລີມາຂຽນເພາະຄົນເຫຼົ່ານີ້ປະຕິເສດວ່າພຣະຄຣິດເປັນພຣະບຸດອົງດຽວທີ່ເກີດມາຂອງ ພຣະເຈົ້າແລະປະຕິເສດວິທີດຽວແຫ່ງຄວາມລອດ,ຂ້າພະເຈົ້າແນ່ໃຈວ່າສິ່ງນີ້ເຂົາຕີພິມລົງໃນໜັງສື ພິມຂອງປະເທດອັງກິດແລະວາລະສານທົ່ວໂລກ,ພຣະຄຣິດມັກຖືກຕໍ່ຕ້ານຢ່າງເປີດເຜີຍເທິງໂທລະ ພາບແລະໃນໜັງເຊັ່ນດຽວກັນ.

ໃນໂຮງຮຽນມັດທະຍົມຂອງແລະວິທະຍາໄລຂອງທ່ານ, ສັງເກດໄດ້ບໍ່ວ່າພວກອາ ຈານນັກວິຊາການທັງຫຼາຍບໍ່ເຄີຍເວົ້າດີກ່ຽວກັບພຣະຄຣິດແລະພວກຄຣິສຕຽນເລີຍ, ພຣະ ຄຣິດແລະຄຳສອນຂອງພຣະອົງຖືກຕໍ່ຕ້ານຢ່າງເຫັນແຈ້ງຈາກພວກນັກວິຊາການທັງຫຼາຍ.

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຖິ້ມ…” (ອິດສະຢາ 53:3).

ເພື່ອຮ່ວມຫ້ອງໃນໂຮງຮຽນຂອງເຮົາແລະເພື່ອຮ່ວມງານບ່ອນເຮັດວຽກຂອງເຮົາ,ໃຊ້ຊື່ຂອງ ພຣະເຢຊູເປັນຄຳສາບແຊ່ງກັນແລະເວົ້າໃສ່ຮ້າຍພຣະອົງເກືອບທຸກໆມື້.

ຖ້າເຮົາມາຈາກຄອບຄົວທີ່ບໍ່ແມ່ນຄຣິສຕຽນ,ເຮົາບໍ່ສາມາດພົບການປະຕິເສດຢູ່ຫັນ ໄດ້ເຊັ່ນກັນ, ເຮົາຮູ້ດີວ່າພໍ່ແມ່ທີ່ບໍ່ແມ່ນຄຣິສຕຽນດູໝີ່ນແລະປະຕິເສດພຣະຜູ້ຊ່ວຍໃຫ້ລອດ, ຫຼາຍຄົນໃນພວກເຮົາຮູ້ດີວ່າມັນຍາກທີ່ຈະອົດທົນຕໍ່ການໃສ່ຮ້າຍປ້າຍສີແລະການຫົວຂວັນ ຂອງເຂົາເຈົ້າທີ່ມີຕໍ່ພຣະຄຣິດໄດ້.

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຖິ້ມ…” (ອິດສະຢາ 53:3).

II. ສອງ,ຄວາມເສື່ອມຊາມທັງໝົດເປັນເຫດໃຫ້ພຣະຄຣິດເປັນທຸກ ແລະໂສກເສົ້າ

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຖິ້ມ ເປັນຄົນທີ່ຮັບຄວາມໂສກ ເສົ້າແລະຄຸ້ນເຄີຍກັບຄວາມລະທົມທຸກ…”(ອິດສະຢາ 53:3).

ແມ່ນຫຍັງເປັນເຫດໃຫ້ພຣະຄຣິດເປັນທຸກແລະໂສກເສົ້າ? ແມ່ນຫຍັງອີກທີ່ເປັນສັດຕູແລະ ການປະຕິເສດທີ່ໂລກທີ່ຫລົງຫາຍນີ້ມີຕໍ່ພຣະອົງ!

ຕອນທີ່ພຣະອົງມີຊີວິດເທິງໂລກນີ້ພວກນັກທຳ,ຟາລິສີແລະພວກປະໂລຫິດໃຫຍ່ ເປັນສັດຕູຕໍ່ພຣະອົງແລະປະຕິເສດພຣະຢ່າງໜັກແໜ້ນ,ຊື່ງພຣະອົງຊົງຮ້ອງອອກມາດ້ວຍ ຄວາມປວດໃຈວ່າ:

“ໂອ ເຢລູຊາເລັມໆ ທີ່ໄດ້ຂ້າບັນດາສາດສະດາພະຍາກອນແລະເອົາກ້ອນຫີນແກວ່ງຜູ້ທີ່ໄດ້ຮັບໃຊ້ມາຫາເຈົ້າໃຫ້ເຖິງຕາຍ ເຮົາຢາກຈະຮວບຮວມລູກຂອງເຈົ້າໄວ້ນຳກັນ ເໝືອນແມ່ໄກ່ກົກລູກຢູ່ໃຕ້ປີກຂອງມັນ ແຕ່ເຈົ້າບໍ່ຍອມເລີຍໜໍ” (ລູກາ 13:34).

ພຣະຄຣິດຊົງເຈັບຊໍ້າດ້ວຍດ້ວຍຄວາມທຸກແລະໂສກເສົ້າ,ຊົງແບກເອົາຄວາມບາບ ຂອງມະນຸດທີ່ສວນເກດເສມານີຄ່ຳຄືນກ່ອນທີ່ພວກເຂົາຈະຄຶງພຣະອົງ.

“ພຣະເສໂທຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44).

ພຣະເຈົ້າຂອງຂ້າຊົງແບກເອົາຄວາມຊົ່ວຂອງຂ້າ
   ນີ້ໂດຍຜ່ານພຣະຄຸນຂອງຄວາມເຊື່ອ
ແຕ່ຄວາມໜ້າຢ້ານທີ່ພຣະອົງຊົງຮັບຮູ້
   ມັນໃຫຍ່ເກີນກວ່າຈະເຂົ້າໃຈ
ບໍ່ມີໃຜທະລຸຜ່ານຫາພຣະອົງໄດ້
   ຄວາມທໍ້ໃຈ,ຄວາມມືດມົນທີ່ເກດເສມານີ
(“ເກດເສມານີ” ໂດຍ ໂຢເຊບ ຮາດທ໌ 1712-1768 altered by the Pastor;
      to the tune of “Come, Ye Sinners”).

ແມ່ນຫຍັງເປັນເຫດໃຫ້ພຣະຄຣິດຕ້ອງປະສົບພົບພໍກັບຄວາມເຈັບປວດທັງຈິດໃຈແລະຮ່າງກາຍຂອງພຣະອົງ ຖ້າບໍແມ່ນເພາະບາບຂອງເຮົາ. ແມ່ນຫຍັງເປັນເຫດແຫ່ງຄວາມທຸກ ແລະຄວາມໂສກເສົ້າຂອງພຣະອົງ ຖ້າບໍ່ແມ່ນເພາະຄວາມເປັນສັດຕູແລະຄວາມເປັນປໍລະ ປັກຂອງທໍາມະຊາດທີ່ຊົ່ວຊ້າຂອງເຮົາຊື່ງພຣະເຈົ້າໄດ້ຊົງເອີ້ນໃຫ້ມີການພິພາກສາເທິງພຣະ ອົງ, ເຮັດໃຫ້ພຣະອົງຈຳເປັນຕ້ອງແບກຄວາມບາບຂອງເຮົາຈາກສວນເກດເສມານີໄປທີ່ໄມ້ ກາງແຂນ?

ບຸລຸດແຫ່ງຄວາມໂສກເສົ້າ ຄືຊື່
ທີ່ພຣະບຸດຂອງພຣະເຈົ້າໄດ້ສະເດັດມາ
ຊົງເອີ້ນຄົນບາບທີ່ຖືກທຳລາຍໃຫ້ກັບຄືນມາ
ຮາເລລູຢາ! ພຣະຜູ້ໂຜດໃຫ້ພົ້ນ
ຊົງແບກຄວາມອາຍແລະຄຳເວົ້າເຍາະເຍີ້ຍສຽດສີ
ພຣະອົງຊົງຢືນຢູ່ທີ່ການລົງໂທດຂອງຂ້າ
ປະທັບກາໃຫ້ອະໄພດ້ວພຣະໂລຫິດພຣະອົງ
ຮາເລລູຢາ! ພຣະຜູ້ໂຜດໃຫ້ພົ້ນ
      (“ຮາເລລູຢາ! ພຣະຜູ້ໂຜດໃຫ້ພົ້ນ” ໂດຍ ຟີລິບ.ພີ.ບລິສ ຄ.ສ 1838-1876).

ແມ່ນຫຍັງທີ່ຢູ່ໃນທໍາມະຊາດຂ້າງໃນຂອງເຮົາທີ່ເປັນເຫດໃຫ້ພຣະເຢຊູຊົງໂສກເສົ້າແລະເປັນທຸກໃນຂະນະທີ່ພຣະອົງແນມລົງມາຈາກສະຫວັນ? ພຣະອົງຊົງເປັນທຸກແລະ ໂສກເສົ້າເໜືອຄວາມຈິງທີ່ວ່າໂຕເຮົາເອງນັ້ນໄດ້ດູມີ່ນແລະປະຕິເສດພຣະອົງບໍ? ເຮົາອາດ ຈະເວົ້າວ່າເຮົາຮັກພຣະອົງ,ແຕ່ຄວາມຈິງແລ້ວເຮົາປະຕິເສດທີ່ຈະວາງໃຈພຣະອົງຊື່ງເປັນ ການສະແດງອອກວ່າເຮົາດູໝີ່ນແລະປະຕິເສດພຣະອົງແທ້. ໃຫ້ສັດຊື່ຕໍ່ຕົນເອງຖ້າເຮົາຫາກ ບໍ່ໄດ້ດູໝີ່ນແລະປະຕິເສດພຣະອົງ,ແມ່ນຫຍັງລະຄືເຫດຜົນເປັນໄປໄດ້ສຸດທີ່ກັນເຮົາບໍ່ໃຫ້ ເຊື່ອວາງໃຈພຣະອົງ? ການປະຕິເສດພຣະອົງຂອງເຮົາເປັນເຫດໃຫ້ພຣະອົງຊົງເປັນທຸກ ແລະໂສກເສົ້າໃນຄືນນີ້.

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຖິ້ມ ເປັນຄົນທີ່ຮັບຄວາມໂສກ ເສົ້າແລະຄຸ້ນເຄີຍກັບຄວາມລະທົມທຸກ…”(ອິດສະຢາ 53:3).

III. ສາມ,ຄວາມເສື່ອມຊາມທັງໝົດເປັນເຫດໃຫ້ມະນຸດເຊື່ອງໜ້າຈາກ ພຣະເຈົ້າ

ໃຫ້ເຮົາເບິ່ງປະໂຫຍກທີ່ສາມຂອງຂໍ້ພຣະຄໍາພີ

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຖິ້ມເປັນຄົນທີ່ຮັບຄວາມ ໂສກເສົ້າແລະຄຸ້ນເຄີຍກັບຄວາມລະທົມທຸກ ແລະດັງຜູ້ໜື່ງ ຊື່ງຄົນທົນເບິ່ງບໍ່ໄດ້…” (ອິດສະຢາ 53:3)

ດຣ.ກິລເວົ້າວ່າ“ແລະດັງຜູ້ໜື່ງຊື່ງຄົນທົນເບິ່ງບໍ່ໄດ້,ເປັນຄົນໜ້າລັງກຽດແລະໜ້າຂີ້ດຽດ, ມີ ການລັງກຽດພຣະອົງແລະກຽດຊັງພຣະອົງ,ເຢາະເຢີ້ຍພຣະອົງ,ຖືວ່າພຣະອົງໄຮ້ຄ່າ” (ດຣ.ຈອນກິລ ການອະທິບາຍພຣະຄໍາພີເດີມ ແບ໊ບຕິດສະແຕນດາແບເຣີ, ພິມໃຫມ່1989 ບົດທີ່ 1 ໜ້າ 311-312)

ໃນທຳມະຊາດແຫ່ງຄວາມເສື່ອມຊາມມະນຸດໄດ້ເຊື່ອງໄວ້ຈາກພຣະຄຣິດ,ເຂົາອາດ ຈະເປັນຄືກັບທີ່ ດຣ.ຢັງກ່າວໄວ້ “ເວົ້າຍົກແລະສັນລະເສີນສິ່ງທີ່ກ່ຽວກັບ[ພຣະຄຣິດ]. [ແຕ່]ພວກເຂົາຈະບໍ່ຮັບຮູ້ວ່າພວກເຂົາເປັນຄົນບາບ,ແລະການລົງໂທດເປັນນິດຊື່ງສົມຄວນ ຈະໄດ້ຮັບ,ແລະວ່າການສິ້ນພຣະຊົນຂອງພຣະຄຣິດຄືການເສຍສະຫຼະແທນເຮົາ,ເປັນການເຮັດໃຫ້ເຫັນຄວາມຊອບທຳໃນການພິພາກສາຂອງພຣະເຈົ້າແລະການຄືນດີກັນຂອງພຣະ ເຈົ້າແລະຄົນບາບ,ມະນຸດຈະບໍ່ຮັບເອົາໃນສິ່ງທີ່ພຣະເຈົ້າກ່າວກ່ຽວກັບພຣະບຸດຂອງພຣະອົງ (ດຣ.ຢັງ ເຫຼັ້ມດຽກັນ)

ສາສະໜາທີ່ບໍ່ແມ່ນຄຣິສຕຽນປະຕິເສດພຣະຄຣິດຢ່າງສິ້ນເຊີງຫຼືພຣະອົງເປັນພຽງ ແຕ່ “ຜູ້ພະຍາກອນ”ຫຼື”ຄູສອນ”,ສະນັ້ນພວກເຂົາໄດ້ປະຕິເສດພຣະຄຣິດແທ້ທີ່ພຣະອົງໄດ້ ເປີດເຜີຍໃນພຣະຄຳພີ, ລັດທິປອມກໍປະຕິເສດພຣະຄຣິດດແທ້ເຊັ່ນກັນ,ພວກເຂົາປະຕິເສດ ຈຸດດັ້ງເດີມຂອງຄຣິສຕຽນແລະສະຖາບັນທີ່ພຣະຄຣິດແທ້ຊົງຢູ່ນຳ, “ພຣະເຢຊູອີກອົງໜຶ່ງ ຊຶ່ງແຕກຕ່າງກັບທີ່ເຮົາໄດ້ເທດສະຫນາສັ່ງສອນນັ້ນ” (2 ໂກລິນໂທ 11:4) ພຣະເຢຊູກໍໄດ້ ພະຍາກອນເລື່ອງນີ້ຕອນທີ່ພຣະອົງກ່າວວ່າ “ດ້ວຍວ່າຈະມີພຣະຄຣິດປອມ” (ມັດທາຍ 24:24) ພຣະຄຣິດແທ້ຄືພຣະຄຣິດທີ່ໄດ້ຊົງເປີດເຜີດໄວ້ໃນພຣະຄໍາພີເດີມແລະໃຫມ່,ພຣະ ຄຣິດຕາມຄວາມຄິດອື່ນໆນັ້ນຄື “ພຣະຄຣິດປອມ” ຫຼືຄືກັບທີ່ອັກຄະສາວົກເປົາໂລໄດ້ກ່າວ ໄວ້ “ພຣະເຢຊູອີກອົງໜຶ່ງ ຊຶ່ງແຕກຕ່າງກັບທີ່ເຮົາໄດ້ເທດສະຫນາສັ່ງສອນນັ້ນ”, ພວກມໍ ມອນກໍມີພຣະຄຣິດປອມ, ພະຍານພະເຢໂຮວາກໍມີພຣະຄຣິດປອມ,ພວກອີແວນເຈລິໂຄ ຫຼາຍຄົນກໍມີ“ວິນຍານຂອງພຣະຄຣິດ”ປອມ,ປະຈຸບັນນີ້ພວກທີ່ປະຕິເສດພຣະຄຣິດຢ່າງເຊັ່ນ ດຣ.ໄມໂຄ ຮໍຕັນ ໄດ້ອະທິບາຍໃນໜັງສືຂອງລາວຊື່ Christless Christianity (Baker Books, 2008) ໂດຍການເຊື່ອໃນພຣະຄຣິດປອມພວກເຂົາເຊື່ອໜ້າຂອງເຂົາໄວ້ຈາກພຣະ ຄຣິດແທ້ທີ່ໄດ້ຊົງເປີດເຜີຍໃນພຣະຄໍາພີບໍລິສຸດ.

ໜ້າເສຍດາຍທີ່ເລື່ອງນີ້ມັກຈະເປັນຄວາມຈິງສະເໝີກັບຄຣິສຕຽນພວກຂ່າວປະເສີດ ດຣ.ເອ.ດັບເບີ້ນຢູ.ໂທເຊີ ນັກຂຽນທີ່ມີຊື່ສຽງຂອງກຸ່ມຂ່າວປະເສີດໄດ້ຍົກຈຸດທີ່ຊັດເຈນວ່າ:

     ມີພຣະຄຣິດປອມ[ໂຕປອມ]ຫຼວງຫຼາຍທ່າມກາງພວກເຮົາ[ພວກນັກຂ່າວປະເສີດ]ປະຈຸບັນນີ້,ຈອນ ໂອເວັນ ພວກພິວຣິທັນເກົ່າໄດ້ເຕືອນຄົນໃນສະໄໝຂອງລາວວ່າ“ ເຈົ້າໄດ້ຈິນຕະນາການພຣະຄຣິດແລະຖ້າເຈົ້າພໍໃຈກັບການ ຈິນຕະນາການພຣະຄຣິດເຈົ້າກໍຈະພໍໃຈກັບການຈິນຕະນາການຄວາມລອດ”… ມີພຽງແຕ່ພຣະຄຣິດອົງດຽວແລະ ພຣະຊົງກ່າວວ່າພຣະອົງຄືພຣະບຸດຂອງພຣະອົງ…ເຖິງ ແມ່ນວ່າໃນທ່າມກາງຄົນທີ່ຮັບຮູ້ເຖິງຄວາມເປັນພຣະເຈົ້າ ຂອງພຣະຄຣິດກໍມັກຈະມີຄວາມລົ້ມເຫຼວທີ່ຈະລະນຶກເຖິງ ຄວາມເປັນມະນຸດຂອງພຣະອົງ. ພວກເຮົາໄດ້ຮັບການຢືນ ຢັນວ່າວ່າພຣະຄຣິດຕອນທີ່ ພຣະອົງດຳເນີນຢູ່ໃນໂລກນີ້ ພຣະອົງຄືພຣະເຈົ້າທີ່ຢູ່ກັບມະນຸດ,ແຕ່ພວກເຮົາເບິ່ງຂ້າມ ຄວາມຄວາມສຳຄັນທີ່ວ່າຕອນນີ້ພຣະອົງຊົງນັ່ງທີ່ພຣະທີ່ ນັ່ງຂອງຄນກາງ [ເທິງສະຫວັນ] ພຣະອົງຄືມະນຸດຢູ່ກັບ ພຣະເຈົ້າ,ຕາມຄຳສອນໃນພຣະຄໍາພີໃຫມ່ແລ້ວຂະນະນີ້ ມີມະນຸດໃນສະຫວັນທີ່ປາກົດຕໍ່ພຣະພັກພຣະເຈົ້າເພື່ອເຮົາ ພຣະອົງຊົງເປັນມະນຸດເຊັ່ນດຽວກັບອາດຳ, ໂມເສດຫຼືເປົາ ໂລ.ພຣະອົງຄືມະນຸດທີ່ໄດ້ຮັບສະງ່າລາສີ,ແຕ່ສະງ່າລາສີ ຂອງພຣະອົງບໍ່ໄດ້ເຮັດໃຫ້ລັກສະນະຄວາມເປັນມະນຸດ ຂອງພຣະອົງເສື່ອມສູນໄປ.ປະຈຸບັນນີ້ພຣະອົງເປັນມະນຸດ ແທ້ແລະເປັນເຊື້ອສາຍຂອງມະນຸດຊາດ.
     ຄວາມລອດບໍ່ໄດ້ມາໂດຍ “ການຍອມຮັບວຽກທີ່ສໍາ ເລັດແລ້ວ”ຫຼື“ການຕັດສິນໃຈເພື່ອພຣະຄຣິດ”[ຄວາມລອດ] ມາໂດຍຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ, ການດໍາເນີນຊີ ວິດທັງໝົດ,ພຣະເຈົ້າຜູ້ຊົງມີໄຊຊະນະໃນຄວາມເປັນພຣະ ເຈົ້າແລະມະນຸດໄດ້ຕໍ່ສູ້ກັບສະໜາມຮົບຂອງເຮົາແລະມີໄຊ ຊົງຮັບໜີ້[ບາບ]ຂອງເຮົາແລະຈ່າຍແທນ, ຊົງເອົາຄວາມ ບາບແລະຊົງສິ້ນພຣະຊົງແທນແລ້ວຊົງຟື້ນຄືນພຣະຊົນ ເພື່ອໃຫ້ເຮົາມີອິດສະຫຼະ.ນີ້ຄືພຣະຄຣິດແທ້ແລະບໍ່ມີອັນໃດອີກທີ່ເຮັດໄດ້(ດຣ.ເອ.ດັບເບີ້ນຢູ.ໂທເຊີ “ພຣະເຢຊູຄຣິດຄື ພຣະເຈົ້າ” Gems From Tozer, Christian Publications, 1969, by permission of Send the Light Trust – 1979, pp. 24, 25).

ທໍາມະຊາດຄວາມເສື່ອມຊາມຂອງຈິດໃຈມະນຸດເປັນເຫດໃຫ້ຄົນບໍ່ເຊື່ອລີ້(ເຊື່ອງ)ໜ້າຂອງ ເຂົາຈາກພຣະຄຣິດແທ້

ແລະດັງຜູ້ໜື່ງຊື່ງຄົນທົນເບິ່ງບໍ່ໄດ້…” (ອິດສະຢາ 53:3).

IV.ສີ່,ຄວາມເສື່ອມຊາມທັງໝົດເປັນເຫດໃຫ້ມະນຸດເບິ່ງພຣະຄຣິດໄຮ້ຄ່າ

ໃຫ້ເຮົາເບິ່ງປະໂຫຍກສຸດທ້າຍຂອງຂໍ້ທີ່ສາມ,ໃຫ້ເຮົາຢືນຂື້ນອ່ານດັງໆໃນແຖວສຸດ ທ້າຍ,ເລີ່ມຕົ້ນດ້ວຍຄໍາວ່າ “ພຣະອົງຖືກດູໝີ່ນ…”

“ທ່ານຖືກດູໝີ່ນ ແລະເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ” (ອິດສະຢາ 53:3).

ເຊີນນັ່ງລົງໄດ້ ຄໍາເວົ້າໃນ “ເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ” ສະເປີໂຈນ “ເຈົ້າຊາຍແຫ່ງນັກ ເທດ” ກ່າວໄວ້ວ່າ:

ນີ້ຕ້ອງເປັນການສາລະພາບທົ່ວຈັກກະວານແຫ່ງເຊື້ອສາຍມະນຸດ, ຈາກກະສັດສູງສຸດມາສູ່ຊາວໄຮ່ຊາວນາຕົກຕຳ [ຕ່ຳຕ້ອຍ],ຈາກຜູ້ທີ່ສະຫຼາດຫຼັກແຫຼມສູ່ຜູ້ບໍ່ຮູ້ຍັງເລີຍ,ຈາກ ຜູ້ທີ່ມະນຸດທຸກຄົນເລື່ອມໃສສູ່ຜູ້ທີ່ບໍ່ມີໃຜຮູ້ຈັກແລະບໍ່ສຳຄັນ ການສາລະພາບນີ້ຈະຕ້ອງມາຈາກ“ເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ”…ແມ່ນກະທັ່ງຜູ້ບໍລິສຸດແຫ່ງສິດທິຊົນ…ຄັ້ງໜື່ງເຂົາ “ບໍ່ໄດ້ນັບຖືທ່ານ”…ໃນຄັ້ງໜື່ງ “ບໍ່ໄດ້ນັບຖືທ່ານ [ກ່ອນທີ່ ພວກເຂົາຈະກັບໃຈ]”(ຊີເອຊ.ສະເປີໂຈນ “ເປັນຫຍັງພຣະ ຄຣິດຈື່ງບໍ່ໄດ້ຮັບນັບຖື”The Metropolitan Tabernacle Pulpit, Pilgrim Publications, 1978 reprint, volume LIII, p. 157).

ໃນບົດເທດດຽວກັນ ຫົວຂໍ້ “ເປັນຫຍັງພຣະຄຣິດຈື່ງບໍໄດ້ຮັບການນັບຖື” ສະເປີ ໂຈນໄດ້ໃຫ້ສີ່ເຫດຜົນວ່າເປັນຫຍັງຜູ້ຫລົງຫາຍຂອງໂລກລົ້ມເຫຼວຕໍ່ຄຸນຄ່າຂອງພຣະຄຣິດ ເປັນຫຍັງຄົນທີ່ບໍ່ເຊື່ອຈື່ງບໍ່ເຫັນຄ່າຂອງພຣະຄຣິດ,ບໍ່ຄິດສູງກ່ຽວກັບພຣະອົງ,ບໍ່ນັບຖືແລະ ນະມັດສະການພຣະອົງ.ສະເປີໂຈນເວົ້າວ່າ ຄົນບໍ່ເຊື່ອບໍ່ນັບຖືພຣະອົງເພາະສີ່ເຫດຜົນຄື:

(1) ມະນຸດບໍໃຫ້ຄຸນຄ່າແກ່ພຣະຄຣິດເພາະພວກເຂົານັບຖືຕົວເອງສູງເກີນ ໄປ“ນັບຖື-ຕົນເອງ” “ເກັບພຣະເຢຊູອອກໄປ…ແລະການນັບຖືຕົວເອງ ກໍເພີ່ມຂື້ນ,ແຮງພວກເຮົາເຊີດຊູຕົວເອງເຮົາ[ປິດ]ປະຕູຕໍ່ສູ້ພຣະອົງ,ການ ຮັກຕົວເອງປ້ອງກັນຄວາມຮັກຂອງພຣະຄຣິດ”

(2) ມະນຸດບໍໃຫ້ຄຸນຄ່າແກ່ພຣະຄຣິດເພາະພວກເຂົານັບຖືໂລກສູງເກີນໄປ ສະເປີໂຈນເວົ້າວ່າ “ພວກເຮົາບໍ່ນັບຖືພຣະອົງເພາະເຮົາຮັກໂລກແລະ ຄວາມໂງ່ຂອງມັນທັງໝົດ

(3) ມະນຸດບໍໃຫ້ຄຸນຄ່າແກ່ພຣະຄຣິດເພາະພວກເຂົາບໍ່ຮູ້ຈັກພຣະອົງ.ສະເປີ ໂຈເວົ້າວ່າ “ມີຄວາມແຕກຕ່າງກັນຫຼາຍລະຫວ່າງການຮູ້ກ່ຽວກັບພຣະ ຄຣິດແລະການຮູ້ຕົວພຣະຄຣິດພຣະອົງເອງ…ຜູ້ຄົນທີ່ຄິດຜິດກ່ຽວກັບ ພຣະບໍ່ເຄີຍຮູ້ຈັກພຣະອົງ…“ເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ’…ເພາະເຮົາ ບໍ່ຮູ້ຈັກພຣະອົງ”

(4) ມະນຸດບໍໃຫ້ຄຸນຄ່າແກ່ພຣະຄຣິດເພາະພວກເຂົາຕາຍຝ່າຍຈິດວິນຍານ ສະເປີໂຈນເວົ້າວ່າ:“ບໍ່ຈຳເປັນຕ້ອງແປກໃຈວ່າເຮົາບໍ່ໄດ້ນັບຖືພຣະຄຣິດ ເພາະເຮົາຕາຍຝ່າຍຈິດວິນຍານ…ພວກເຮົາ ‘ຕາຍໃນການລະເມີດແລະ ໃນບາບ’ ຄືກັບລາຊາລັສທີ່ຢູ່ໃນຫລຸມຝັງສົບຂອງຕົນ, ພວກເຮົາກາຍ

ເປັນສິ່ງເສື່ອມໂຊມຫຼືຊົ່ວຊ້າເພີ່ມຂື້ນໃນທຸກໆຊົ່ວຂະນະທີ່ຜ່ານໄປ”

ມັນມີເຫດຜົນທີ່ສະເປີໂຈນໄດ້ໃຫ້ກ່ຽວກັບການປະຕິເສດພຣະຜູ້ຊ່ວຍໃຫ້ຂອງມະນຸດກັບ ຄວາມຈິງທີ່ວ່າພວກເຂົາບໍ່ເຫັນຄຸນຄ່າໃນພຣະອົງ, ບໍ່ຮູ້ວ່າຂໍ້ພຣະຄໍາພີໃຊ້ກັບເຮົາໄດ້ບໍ?

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຖິ້ມ ເປັນຄົນທີ່ຮັບຄວາມ ໂສກເສົ້າແລະຄຸ້ນເຄີຍກັບຄວາມລະທົມທຸກ ແລະດັງຜູ້ໜື່ງ ຊື່ງຄົນທົນເບິ່ງບໍ່ໄດ້ທ່ານຖືກດູໝີ່ນ ແລະເຮົາທັງຫຼາຍບໍ່ໄດ້ ນັບຖືທ່ານ” (ອິດສະຢາ 53:3).

ພຣະຄໍາຂອງບົດເທດສະໜານີ້ໄດ້ເຮັດໃຫ້ທ່ານຄິດກ່ຽວກັບຄວາມເສື່ອມຊາມຂອງ ທ່ານບໍ,ໃຈຂອງທ່ານດື້ດ້ານຕໍ່ສູ້ພຣະອົງຫຼືບໍ? ທ່ານມີຄວາມຮູ້ສຶກໜ້ອຍນື່ງບໍວ່າໃຈຂອງເຮົາ ເສື່ອມລົງ ຊື່ງໄດ້ປະຕິເສດພຣະຄຣິດແລະບໍ່ໃຫ້ຄ່າແກ່ພຣະອົງ? ຖ້າທ່ານຮູ້ສຶກເຖິງຄວາມ ເສື່ອມລົງໃນໂຕຂອງທ່ານ, ຂ້າພະເຈົ້າຂໍກ່າວ່າມີພຽງໂດຍພຣະຄຸນຂອງພຣະເຈົ້າເທົ່ານັ້ນ ທ່ານຈື່ງເປັນແບບນີ້ ຄືກັບທີ່ ຈອນ ນິວຕັນ ໄດ້ກ່າວໄວ້:

ພຣະຄຸນພຣະເຈົ້ານັ້ນແສນຊື່ນໃຈ
ຊ່ວຍໄດ້ຄົນຊົ່ວຢ່າວຂ້າ
ຄັ້ງນັ້ນຂ້າຫລົງ ພຣະອົງຕາມຫາ
ຕາບອດແຕ່ຂ້າເຫັນແລ້ວ

ພຣະຄຸນສອນໃຫ້ໃຈຂ້າຢຳເກງ
ເລັ່ງໃຫ້ຄວາມຢ້ານຕ້ອງໜີ
ພຣະຄຸນອັນເລີດ ປະເສີດຍິ່ງໃຫຍ່
ບໍ່ມີໝູ່ມານໄດ້ໄຊ
(“ພຣະຄຸນພຣະເຈົ້າ” ໂດຍ ຈອນນິວຕັນ 1725-1807).

ຖ້າທ່ານຮູ້ສຶກວ່າໃຈຂອງທ່ານດື້ດ້ານຕໍ່ສູ້ພຣະເຈົ້າແລະຖ້າທ່ານຮູ້ສຶກວ່າບໍ່ວ່າຄວາມ ຊົ່ວຮ້າຍທຸກຢ່າງຂອງໂຕເຮົາເຮັດໃຫ້ປະຕິເສດພຣະຄຣິດ, ຕອນນີ້ເຮົາຈະຍອມມອບຕົວ ຂອງເຮົາຕໍ່ພຣະອົງບໍ? ເຮົາຈະໄວ້ວາງໃຈພຣະຄຣິດ ຜູ້ທີ່ໂລກດູໝີ່ນແລະປະຕິເສດບໍ? ເມື່ອທ່ານວາງໃຈໃນພຣະຄຣິດທ່ານຈະລອດຢ່າງແນ່ນອນຈາກຄວາມບາບແລະນາລົກ ໂດຍພຣະໂລຫິດແລະຄວາມຊອບທຳຂອງພຣະອົງ. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ສິດຍາພິບານ ອິດສະຢາ 52:13-53:3.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
(“ພຣະຄຸນພຣະເຈົ້າ” ໂດຍ ຈອນນິວຕັນ 1725-1807).


ໂຄງຮ່າງບົດເທດສະໜາ

ພຣະຄຣິດ-ຜູ້ທີ່ໂລກຖືວ່າໄຮ້ຄ່າ
(ບົດເທດສະໜາ ຕອນທີ່ 4 ໃນອິດສະຢາ 53)

ໂດຍ ດຣ. ອາ ແອວ ໄຮເມີ ຈູເນຍ.

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຖິ້ມ ເປັນຄົນທີ່ຮັບຄວາມໂສກເສົ້າ ແລະຄຸ້ນເຄີຍກັບຄວາມລະທົມທຸກ ແລະດັງຜູ້ໜື່ງຊື່ງຄົນທົນເບິ່ງບໍ່ໄດ້ ທ່ານຖືກດູໝີ່ນ ແລະເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ” (ອິດສະຢາ 53:3)

(ໂລມ 8:7; ມັດທາຍ 27:30, 26)

I.   ໜື່ງ,ຄວາມເສື່ອມຊາມທັງໝົດເປັນເຫດໃຫ້ມະນຸດດູໝີ່ນແລະປະຕິເສດພຣະຄຣິດ ອິດສະຢາ 53:3ກ

II.   ສອງ,ຄວາມເສື່ອມຊາມທັງໝົດເປັນເຫດແຫ່ງຄວາມທຸກແລະໂສກເສົ້າຂອງພຣະ ຄຣິດ ອິດສະຢາ 53:3ຂ; ລູກາ 13:34; 22:44

III.  ສາມ, ຄວາມເສື່ອມຊາມທັງໝົດເປັນເຫດໃຫ້ມະນຸດເຊື່ອງໜ້າຈາກພຣະຄຣິດ ອິດສະຢາ 53:3ຄ; 2 ໂກລິນໂທ 11:4; ມັດທາຍ 24:24

IV.   ສີ່, ຄວາມເສື່ອມຊາມທັງໝົດເປັນເຫດໃຫ້ມະນຸດເບິ່ງພຣະຄຣິດໄຮ້ຄ່າ ອິດສະຢາ 53:3ງ